ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບາຍດີ ນີ້ເປັນກະທູ້ອັນທຳອິດທີ່ເລີ່ມຂຽນຂອງເຮົາເອງ ຜິດຖືກກະຂໍອາໄພນະຈະ ເຂົາຊື່ ມລ ເດີ "ມະລິ" ຫັ້ນນະ

 

ມລ ເປັນຄົນມັກໄປທ່ຽວແບບແບັກແພັກໄປເອງ ມັນໄດ້ອາລົມຫຼາຍກວ່າ ແລະ ມັນຖືກກວ່າcheeky

ເຮົາຈະມາຣີວິວການໄປທ່ຽວຍີ່ປຸ່ນຄັ້ງທຳອິດ (ທີ່ໄປດ້ວຍຕົນເອງ) ກ່ອນໄປບອກເລີຍອ່ານທຸກຣີວິວໃນເວັບພັນທິບ (ເປັນພາສາໄທອ່ານງ່າຍດີ)

ເຮົາໄປທັງໝົດ 5 ວັນ 4 ຄືນ ໄປທັງໝົດ 4 ຄົນ (ແນະນຳຄົນທີ່ຈະໄປຕ້ອງຫາໝູ່ຊ່ວຍຫຼົງທາງນໍາເດີ555)

ໄປ 2 ເມືອງຄື: ຄາວາກູຈິໂກະ (Kawaguchiko) ແລະ ໂຕກຽວ (Tokyo) ເຊິ່ງ 2 ເມືອງຈະມີຄວາມແຕກຕ່າງກັນແຮງງງງງງງ

ຄ່າໃຊ້ຈ່າຍ:

1. ຄ່າປີ້ຍົນ: 1,388,000 ກີບໄປກັບ ບໍ່ລວມນໍ້າໜັກກະເປົ໋າ (ບອກແລ້ວວ່າໄປແບບປະຫຍັດ)

2. ຄ່າລົດຈາກສະໜາມບິນເຂົ້າເມືອງໂຕກຽວ: 2000 ເຢນ = 160,000 ກີບ/ຄົນ/ໄປກັບ

3. ຄ່າທີ່ພັກໃນຄາວາກູຈິໂກະ 1 ຄືນ: 150,000 ກີບ/ຄົນ (ມີຖືກກວ່ານັ້ນ ແຕ່ເຮົາຢາກໄດ້ວິວຫຼັກລ້ານກະເລີຍເລືອກບ່ອນນີ້)

4. ຄ່າທີ່ພັກໃນໂຕກຽວ 3 ຄືນ: 280,000/3ຄືນ/ຄົນ

5. ຄ່າລົດອອກໄປຄາວາກູຈິໂກະ ໄປກັບ : 4000 ເຢນ = 326,000 ກີບ 

6. ຄ່າຕົ໋ວລົດໄຟທີ່ໃຊ້ໃນໂຕກຽວ: 1200 ເຢນ = 98,000 ກີບ/3ວັນ (ຊື້ບັດແບບເໝົາບໍ່ຈຳກັດຖ້ຽວແນະນຳ)

7. ການເດີນທາງຈາກປະເທດລາວໄປປະເທດໄທເພື່ອໄປຕໍ່ຍົນ ຈກທ(ເຈົ້າຂອງກະທູ້) ໃຊ້ລົດໄຟຖ້ຽວທີ່ຖືກທີ່ສຸດ 202 ບາທ = 53,000/ຖ້ຽວ ໄປກັບ 106,000 ກີບ ນັ່ງລົດໄຟຈາກສະຖານີອຸບົລ ໄປລົງ ສະຖານີດອນເມືອງ ເພາະເຮົາຈະໄປຂື້ນຍົນຢູ່ດອນເມືອງ.

ລວມທັງໝົດ 2,508,000 ກີບ/ຄົນ (ບໍ່ລວມຄ່າກິນ ຄ່າຂອງຝາກເດີ້) ສ່ວນ ຈກທ ຄືຖືໄປ 5,500,000 ກີບ

 

ຄົນພ້ອມ ກາຍພ້ອມ ໃຈພ້ອມ ພາສປອດພ້ອມ ເງິນໃນກະເປົ໋າພ້ອມ ກະໄປກັນເລີຍຍຍຍຍຍຍ

Description: https://f.ptcdn.info/525/072/000/qoalsv55mAcBqg57QuS-o.jpg

Day1: ຈື່ວັນບໍ່ໄດ້ ໄປແຕ່ປີ 2019 ແຕ່ຈື່ວ່າໄປຕົ້ນເດືອນ 12 ກ່ອນການລະບາດຂອງ COVID-19 ວ່າຊ້ານນນນນນ

ເລີ່ມຈາກສະຖານີດອນເມືອງເລີຍສາ

ພໍເຖິງສະຖານີດອນເມືອງກະລົງ ແລະ ມັນຈະມີທາງສະພານລອຍໃຫ້ຍ່າງຂ້າມໄປຊອດໃສ່ ສະໜາມບິນດອນເມືອງເລີຍ ສະດວກເວີ້ວັງອາລັງການ ແມ່ເຈົ້າ

                  ຂັ້ນຕອນແລກຄື ຕ້ອງຫາເຄົ້າເຕີ້ສາຍການບິນກ່ອນເພື່ອທີ່ຈະເຊັກອິນກ່ອນທີ່ຈະໄປຂື້ນເຄື່ອງກ່ອນ  ການເຊັກອິນກະບໍ່ຍາກ ຍ່າງໄປຕໍ່ຄິວໂລດງ່າຍໆ ແຕ່ມັນຈະບໍ່ງ່າຍຖ້າກະເປົ໋າເຮົານໍ້າໜັກເກີນ 7 ກິໂລເດີ. ຄົນໜຶ່ງສາມາດຖືເຄື່ອງໄດ້ແຕ່ 7 ກິໂລ(ແບບວ່າເຮົາປະຫຍັດສິນະ ກະເລີຍບໍ່ຊື້ນໍ້າໜັກ ແຕ່ກະແນະນຳເວລາຈອງຕົ໋ວເຄື່ອງບິນຊື້ໂຕທີ່ມັນແຖມນໍ້າໜັກກະເປົ໋ານຳເດີ ຢ່າເຮັດຄືເຮົາ ມັນຍາກ) ເຕືອນແລ້ວໄດ໋

 ຫຼັງຈາກນັ້ນຜ່ານການເຊັກອິນ ກະຫາທາງເຂົ້າໄປເກທ (Gate) ເລີຍ ຖ້າບໍ່ຮູ້ກະຖາມເຈົ້າໜ້າທີ່ແຖວນັ້ນແຫຼະ ຖາມໂລດເພິ່ນຍືນກຽມໃຫ້ຄວາມຊ່ວຍເຫຼືອຢູ່ເດະ. ເມື່ອເຂົ້າໄປເກທແລ້ວກະຫາເບິ່ງວ່າເຈົ້າຂອງຢູ່ເກທໃດ(ໃນປີ້ຍົນມີບອກ) ກະໄປນັ່ງຖ້າກຽມຂຶ້ນຍົນໄດ້ເລີຍ ງ່າຍແຮງ!!!!

ເມື່ອໄປຮອດສະໜາມບິນ ນາຣິຕະ ແລ້ວ ກະຍ່າງຕາມປ້າຍ Arrival ໄປເລີຍ ຫາບໍ່ເຫັນກະຍ່າງຕາມທາງທີ່ຄົນໄປຫຼາຍໆຫັ້ນລະແມ່ນໂລດ ກະຈະເຈິະ ຕມ

ໄປເທື່ອນີ້ບໍ່ໂດນ ເພາະເຮົາແຕ່ງໂຕດີ ໜ້າຕາດີນິສນຶ່ງ 555 ມລ ກະເລີຍຜ່ານໄປແບບສະບາຍໆ ສ່ວນໝູ່ທີ່ໄປນຳກະຜ່ານຄືກັນ

ວັນແລກທີ່ໄປຮອດຄືເຮົາຈະແຍກກັບໝູ່ ເພາະ ມລ ຢາກເຫັນພູເຂົາໄຟຟູຈິ ກະເລີຍຕ້ອງອອກເດີນທາງໄປນອນຢູ່ເມືອງຄສວາກູຈິໂກະ 1 ຄືນ ການເດີນທາງກະງ່າຍ ເພາະເວລາເຮົາເດີນທາງເຂົ້າເມືອງ ມລ ແນະນຳໃຫ້ນັ່ງລົດເມເຂົ້າເມືອງເພາະມັນຖືກສຸດ ແລະ ລົດເມມັນລົງທີ່ສະຖານີຊິນຈູກຸເລີຍ ມັນເລີຍງ່າຍທີ່ເຮົາຈະຕໍ່ລົດໄປຄາວາກູຈິໂກະ 

ມື້ທຳອິດທີ່ໄປຮອດຄາວາກູຈິໂກະ ຄື ຫິມະຕົກ ອຸນຫະພູມ 2 ອົງສາອີ່ແມ່ ເຊິ່ງທາງເຮົາກະເຊັກມາແລ້ວວ່າບໍ່ມີຫິມະຕົກແນ່ນອນ ແຕ່ມັນກະຕົກ ຕົກແບບປອຍໆ ແລະບັນຫາມັນກະເກີດເພາະ ເຄື່ອທີ່ໃສ່ໄປບໍ່ໄດ້ກັນໜາວໃຫ້ເຮົາແຕ່ຢ່າງໃດ ໄປຮອດກະຄໍ່າແລ້ວປະມານ 5 ໂມງແລງຄໍ່າແລ້ວ ໂອ້ມາຍກອດ 

ສະພາບຕອນນັ້ນຄື ມືໜຶ່ງກັ້ງຄັນຮົ່ມ ທ່າມກາງສາຍຝົນປົນຫິມະເລັກນ້ອຍ ອີກມືໜຶ່ງລາກກະເປົ໋າ ຄວາມແຂັງຂອງມືບໍ່ຢາກບັນຍາຍ ເຈັບແລະງະບໍ່ອອກ

ທາງໄປໂຮງແຮມນະ ມືດໆໆໆໆໆໆ ມືດ ແຕ່ໄຄທີ່ວ່າເຈົ້າຂອງເພິ່ນຊ່ວຍເຫຼືອຕະຫຼອດ ສົ່ງແຜນທີ່ມາໃຫ້ ບອກພິກັດໃຫ້ ໂອເຄລອດ ເຖິງໂຮງແຮມຢ່າປອດໄພ

Description: https://f.ptcdn.info/525/072/000/qoamh53432V6xz3H8NH-o.png

ນີ້ຄືໜ້າຕາ ແລະຊື່ໂຮງແຮມທີ່ເຮົາໄປພັກກັນ (ບໍ່ໄດ້ຄ່າໂຄສະນາ ແຕ່ຢາກບອກ ມັນດີ ວິວຫຼັກລ້ານ)

ໂຮງແຮມຊື່ວ່າ K's House Fuji view ໃນແອັບຫາໂຮງແຮມມັນມີຫຼາຍບ່ອນ ເລືອກໃຫ້ດີ ຕາມຮູບນີ້ລະເປະ

Description: https://f.ptcdn.info/525/072/000/qoampj2372F6Bf54l3N-o.jpg

Day2: ຍັງຢູ່ທີ ຄາວາກູຈິໂກະ

ມື້ຄືນຄືເຮົາແບບ ຫຼັບບໍ່ແຈບ ເພາະອັນຂ້າງຫ້ອງຈັກແມ່ນຟັງອີ່ຫຍັງກັນໝົດຄືນບໍ່ຢູ່ບໍ່ນອນແມະ ລຸກມາກະຄືໄດ້ຍິນ ເບິ່ງດວງ ສູເບິ່ງດວງກັນໝົດຄືນເບາະຫຶ ສູນເດະ

ແຕ່ຍັງດີຢູ່ທີ່ມັນເຮັດໃຫ້ເຮົາຕື່ນທັນກ່ອນທີ່ຕາເວັນຂື້ນ ເຮົາກະເລີຍເກັບພາບບັນຍາກາດດາດຟ້າໂຮງແຮມມາໃຫ້ເບິ່ງບອກເລີຍ ວິວຫຼັກລ້ານອີ່ຫຼີ

 

Description: https://f.ptcdn.info/526/072/000/qoauu81vz8stpZo2kmy6-o.png

ຫຼັງຈາກນັ້ນເຮົາກະຈະພາໄປຢ້ຽມຊົມທະເລສາບແຫ່ງຄາວາກູຈິໂກະ ບອກເລີຍຍ່າງໄປ ເພື່ອຊຶມຊັບບັນຍາກາດຍີ່ປຸ່ນ ລົມໜາວ ເໝາະແກ່ການກິນຊຸບເຫັດຮ້ອນໆ ແຊບດີ ເຂົ້າກັບບັນຍາກາດສຸດໆ ສາມາດຫາຊື້ໄດ້ທີ່ຮ້ານສະດວກຊື້ ທີ່ມີຢູ່ທົ່ວທຸກບ່ອນໃນຍີ່ປຸ່ນ 

Description: https://f.ptcdn.info/525/072/000/qoano6s5ShPyD1R7Uu-o.jpg

ທະເລສາບທັງໝົດມີ 5 ບ່ອນ ແຕ່ເຮົາຈະພາໄປບ່ອນທີ່ມັນໄປງ່າຍ ຍ່າງໄປຄາວດຽວກະຮອດ ຄົນບໍ່ຫຼາຍ ເນື່ອງຈາກເວລາ ແລະ ການຍ່າງສຳຫຼວດເມືອງແບບເອີ້ລະເຫີຍ ຍ່າງໄປຍ່າງມາ ມົວແຕ່ຖ່າຍຮູບຢູ່ນັ້ນລະ ມັນກະເລີຍເຮັດໃຫ້ເຮົາໄດ້ໄປແຕ່ບ່ອນດຽວ ແຕ່ກະໄດ້ມູມຖ່າຍຮູບແບບສວຍໆ ເກ໋ໆ ຫຼາຍບ່ອນ

Description: https://f.ptcdn.info/525/072/000/qoanug2d1p3c1gLHe12t-o.jpgDescription: https://f.ptcdn.info/525/072/000/qoanuq5nh8Q9kYuMQzW-o.jpgDescription: https://f.ptcdn.info/525/072/000/qoao0uao7e33u15Cl5H-o.jpgDescription: https://f.ptcdn.info/525/072/000/qoao0ulfspUip7zMIDT-o.jpgDescription: https://f.ptcdn.info/525/072/000/qoao13njnBEaq8hj2zS-o.jpgDescription: https://f.ptcdn.info/525/072/000/qoao1c291Cs9L7jWxUE-o.jpgDescription: https://f.ptcdn.info/525/072/000/qoao1hk002yIcOrYn02-o.jpg

ເທົ່ານີ້ແຫຼະ ໃຜຢາກຊຶມຊັບບັນຍາກາດກະແນະນຳໃຫ້ຢູ່ອີກ 1 ວັນຮັບຮອງໄດ້ຮູບງາມກວ່ານີ້ແນ່ນອນ ຈາກນັ້ນເຮົາກໍ່ນັ່ງລົດກັບໂຕກຽວ

ນີ້ແມ່ນສະຖານີຄາວາກູຈິ ຫຼຽວເບິ່ງທາງໃດກະເປັນຕາຖ່າຍຮູບໄປໝົດ

Description: https://f.ptcdn.info/525/072/000/qoapnm2sd33a1TrvzXBe-o.jpg

ກ່ອນກັບກໍ່ແວ່ກິນເຂົ້າແບບຍີ່ປຸ໊ນ ຍີ່ປຸ່ນ ກັບຣາເມັງກັນກ່ອນ ມາຍີ່ປຸ່ນຕ້ອງໄດ້ລອງກິນເດີ້ ອັນນີ້ລາຄາ 580 ເຢນ

Description: https://f.ptcdn.info/525/072/000/qoapm66v0yWeHOF9h5I1-o.jpg

ເດີນທາງຮອດໂຕກຽວປະມານ 5 ໂມງແລງ (ວົນວຽນແຕ່ກັບເລກ 5 ນິລະ) ກະເຊັກອິນເຂົ້າທີ່ພັກ ເຊິ່ງທີ່ພັກເຮົາຫາໄດ້ຈາກ airbnb ເດີ ເປັນເຮືອນພັກຂອງຄົນຍີ່ປຸ່ນທີ່ເຂົາເຈົ້າປ່ອຍໃຫ້ເຊົ່າ ເຮົາກະຈະໄດ້ຟີວເໝືອນຢູ່ເຮືອນຄົນຍີ່ປຸ່ນເລີຍແຫຼະ (ແຕ່ບໍ່ມີຮູບເດີ ບໍ່ໄດ້ຖ່າຍ)

Day3: ກັບມາຢູ່ທີ່ໂຕກຽວ ເຊິ່ງໃນໂຕກຽວກະບໍ່ມີຫຍັງຫຼາຍ ກະຈະໄດ້ຟິວລິ້ງແບບຊີວິດໃນເມືອງ ແສງສີສຽງ ຄົນລະແບບກັບນອກເມືອງເລີຍ 

ມັື້ນີ້ເຮົາກະເລີ່ມຕົ້ນກັນທີ່ ຊູຊິກ່ອນ ເຮົາໄປກິນຊູຊິທີ່ສະຖານີ ??? https://www.youtube.com/watch?v=d_KduiAwTPk ລິ້ງຊື່ສະຖານີ ບໍ່ຈື່ໄປເບິ່ງເອົາ 

ອັນທີ່ຈິງແລ້ວກິນຮ້ານໃດກະໄດ້ ເພາະທີ່ເຮົາໄປເຮົາໄປເພື່ອຢາກເຫັນບ້ານເມືອງເພິ່ນ ຢາກໄດ້ບັນຍາກາດພິເສດໆ ແຕ່ຮ້ານນີ້ອາຣ່ອຍດີ 

Description: https://f.ptcdn.info/525/072/000/qoapxr8geqSuDPHjs5CM-o.jpg

ສ່ວນສະຖານທີ່ທີ່ເຮົາຈະພາໄປກະເປັນສະຖານທີ່ທີ່ບໍ່ຕ້ອງເສຍເງິນເຂົ້າແມ້ແຕ່ກີບດຽວສະບັບຄົນງົບນ້ອຍ ນັ້ນກະຄື ພະລາຊະວັງ imperial ເຊິ່ງເປັນພະລາຊະວັງອັນເກົ່າແກ່ ແລະ ມີຊື່ສຽງໃນມາຫານະຄອນໂຕກຽວ, ສະຖານີໂຕກຽວທີ່ເປັນສະຖານນີຫຼັກຂອງໂຕກຽວ, ຫໍຄອຍໂຕກຽວທາວເວີ້ (Tokyo Tower) ແລະ ໂຕກຽວສະກາຍທຣີ. ທັງໝົດຄືສະຖານທີ່ທີ່ບໍ່ໄດ້ເສຍເງິນ ຍົກເວັ້ນເຮົາຈະຂຶ້ນໄປກໍ່ຈະໄດ້ເສຍຄ່າເຂົ້າ. ເອີ່....ຮູບໄດ້ມານ້ອຍໜຶ່ງ...ນ້ອຍອີ່ຫຼີ ມານ້ອຍແຕ່ມາຢູ່ເດະ

ໃນໂຕກຽວເຮົາຈະໃຊ້ບັດເດີນທາງ ຄືບັດ Tokyo Subway ບັດສີຟ້າສາມາດໃຊ້ໄດ້ 2ວັນ ແລ້ວແຕ່ໃຜຈະໃຊ້ອັນໃດກໍ່ໄດ້ມີຕັ້ງແຕ່ 24 ຊມ 48 ຊຊ ແລະ 72 ຊມ ກະຂຶ້ນຢູ່ກັບວ່າເຮົາຈະຢູ່ໂຕກຽວຈັກວັນກະເລືອກເອົານະຈະ. ໜ້າຕາບັດກະຈະປະມານນີ້

Description: https://f.ptcdn.info/526/072/000/qoaqix352cWezv0k7OM-o.png

ເລີ່ມທ່ຽວໄດ້

1. ສະຖານີໂຕກຽວ ຫຼື Tokyo station ເປັນສະຖານີທີ່ໃຫຍ່ສຸດໃນໂຕກຽວ ທີ່ມີລົດໄຟຫຼາຍສາຍແຮງບໍ່ໄດ້ນັບເພາະຄາແຕ່ຫຼົງທາງໃນສະຖານີຫາທາງອອກບໍ່ເຫັນເປັນຊົ່ວໂມງ. ໃຜທີ່ມາແນະນຳໃຫ້ມາເພາະມັນເປັນທາງໄປພະລາຊະວັງເລີຍໃກ້ໆກັນ. ສາມາດເດີນທາງມາໄດ້ງ່າຍໆ ນັ່ງລົດໄຟມາລົງທີ່ສະຖານີ Tokyo ທາງອອກ 7 ມັ້ງຄັນຈື່ບໍ່ຜິດ 5555

ໄດ້ຟິວເໝືອນຢູ່ຕ່າງປະເທດເລີຍ.. ເອ໋ະ ກະຕ່າງປະເທດໃດ໋ເນາະ!!! ລືມ

Description: https://f.ptcdn.info/526/072/000/qoaqoc7s83tOYMHrzt2X-o.jpg

ຫຼັງຈາກນັ້ນຍ່າງອອກມາກົງກັນຂ້າມກັບສະຖານີ ຍ່າງຊື່ເປັນເລີຍຈະຫຼຽວເຫັນພະລາຊະວັງທັນທີ ເຫັນເບາະ ງ່າຍນິດດຽວ

2. ພະລາຊະວັງ ຖ້າໄປຕອນເຊົ້າຈະຄົນຫຼາຍເຖິງຂັ້ນຕ້ອງໄດ້ຕໍ່ແຖວກັນເຂົ້າ ຫຼື ບໍ່ກໍ່ເວລາທີ່ມີງານຄົນຈະແໜ້ນແຮງງງງງງ ມລ ໄປເຈິະເຂົາຈັດງານ ກວ່າຈະອອກມາໄດ້ໃຊ້ເວລາເປັນ ຊມ ເຫິະ 

ໄດ້ຮູບດຽວພໍລະ ວິດນ້ອງໂຄຄ່ອຍມາໃໝ່

Description: https://f.ptcdn.info/526/072/000/qoat1hao3h1qY5K5WRs-o.jpg

ກ່ອນຈະໄປສະຖານທີ່ຕໍ່ໄປ ຂໍແວະກິນເຂົ້າຈັກແປັບໜຶ່ງ ເປັນຕະຫຼາດທີ່ເຕັມໄປດ້ວຍຂອງກິນ ດີດີຕໍ່ໃຈແຮງ #ສາຍກິນ ຕ້ອງມາ ຄືນັ່ງລົດໄຟມາລົງທີ່ສະຖານີ Ameyogo ງ່າຍໆ ແລະກະຍ່າງອອກມາເຈິະເລີຍ. ຮ້ານທີ່ເຮົາໄປກິນຄື ຊູຊິສາຍພານ ເປັນອີ່ຫຍັງທີ່ຕ້ອງລອງ ມັນເຈັ໋ງທີ່ວ່າ ບໍ່ຕ້ອງສັ່ງ ບໍ່ຕ້ອງເວົ້າກັບໃຜ ເຂົ້າໄປນັ່ງຕັ່ງ ມັນກະໄຫຼມາຈັບກິນໄດ້ເລີຍ ງ່າຍສຸດໆ ດີ!! ມີຫຼາກຫຼາຍຮ້ານໃຫ້ເລືອກ ຢາກກິນຮ້ານໃດກະເລືອກ ສ່ວນ ມລ ເລືອກຮ້ານທີ່ມີຄົນບໍ່ຫຼາຍ (ບໍ່ຢາກຖ້າ)

Description: https://f.ptcdn.info/526/072/000/qoatih21rrNMJ9hPrlA-o.jpg

Street food ຍີ່ປຸ່ນຄືດີ ດີເກືອບທຸກຢ່າງ ເສຍດາຍບໍ່ໄດ້ເກັບພາບ ທາໂກຍາກິ ເຈົ້າດັງມາໃຫ້

3. ພ້ອມແລ້ວໄປສະຖານທີ່ທີ 3 ກັນເລີຍ ນັ້ນຄື: Tokyo Sky Tree ມັນເປັນຕຶກສູງໆຖ່າຍຮູບຈົນສິບໍ່ເຫັນຍອດ ເປັນຕຶກທີ່ທາງເທິງມີຮ້ານອາຫານນຳ ມີຈຸດຊົມວິວທີ່ສາມາດເບິ່ງເຫັນທິວທັດຂອງໂຕກຽວໄດ້ແຈ່ມແຈ້ງ (ຄັນບໍ່ມີໝວກຫັ້ນນະ) ເວລາທີ່ ມລ ໄປຄືຕອນຄໍ່າວິວທີ່ໄດ້ກະຈະຄົນລະແບບກັບຕອນກາງເວັນ

ມາຄົນດຽວມັນສິມ່ວນເບາະ ມາກັບໝູ່ຕິເນາະ ພໍໄດ້ມີຄົນພາຫຼົງ

Description: https://f.ptcdn.info/526/072/000/qoatti237l0IW6yC10v-o.jpg

4. Tokyo Tower ຫຼືທີ່ຮູ້ກັນວ່າ ຫໍຄອຍໂຕກຽວ ຕັ້ງຢູ່ໃນກາງເມືອງໂຕກຽວ ຢູ່ໃນເຂດ ອາກາບາເນບາຊິ ລົງສະຖານີນີ້ເລີຍ ອອກປຸບເຫັນປັບ 

ມັນເປັຕຶກທີ່ເອົາໄວ້ສົ່ງສັນຍານໂທລະທັດຂອງໂຕກຽວ ສ້າງມາຄ້າຍໆກັບຫໍໄອເຟວທີ່ຝຣັ່ງ ແຕ່ວ່າໂຕນີ້ຈູສູງກວ່າ ເຊິ່ງມີຄວາມສູງປະມານ 333 ແມັດ ສາມາດຂຶ້ນໄປຊົມວິວກາງຄືນໄດ້ ແຕ່ຈະປິດ 22:30 ເດີ ສ່ວນເຮົາບໍ່ຂຶ້ນ ເພາະງົບບໍ່ມີ555 ສ່ວນໃຜສິຂຶ້ນກະຂຶ້ນໄດ້ ໄປຊົມວິວສິນະຄ່າເຂົ້າກະບໍ່ແພງງງ 2800 ເຢນ ຕົກເປັນເງິນກີບກະປະມານ 230,000 ກີບ ເທົ່ານັ້ນ.

Description: https://f.ptcdn.info/526/072/000/qoau7t4e7mq2IqQKM5Dp-o.jpgDescription: https://f.ptcdn.info/526/072/000/qoau827ax9yhD8hrRDA-o.jpg

ແຖມໃຫ້ສະຖານທີ່ສຸດທ້າຍທີ່ຕ້ອງມາ ນັ້ນກະຄື ວັດອະຊະກຸສະ ຫຼື ວັດ Sensoji ຫຼື ວັນ ໂຄມແດງ ນັ້ນເອງງງງງງງງງງງງງງ ລົງສະຖານີ Asakusa ເລີຍ

ດ໋ຽວຈະປຽບທຽບຮູບກາງຄືນກັບກາງເວັນໃຫ້

ກາງເວັນຄົນແອອັດເວີ້ ແນະນຳໃຫ້ມາຕອນທ່ຽງເດີ

 

ຍ່າງມາເລື້ອຍໆເຂດນັ້ນກະຈະເຫັນ ສັນຍາລັກ ຟອງເບຍ ທີ່ດັງໆຂອງໂຕກຽວຫັ້ນນະ ຈັກຊື່ຫຍັງເຫັນແຕ່ໃນໜັງກາຕູ່ນ

Description: https://f.ptcdn.info/526/072/000/qoaueujz1jRM96rEF0G-o.jpg

ຍັງບໍ່ຈົບ ຍັງມີອີກບ່ອນໜຶ່ງ ເຊິ່ງເຮົາຈະພາທຸກຄົນໄປຫາໝູ່ ຢູ່ຍ່ານ ຊິບູຍ້າ Shibuya ຫຼື 5 ແຍກກຊິບູຍ້າ ນັ້ນຄື ເຈົ້າໝາ ຮາຈິໂກະ ເຊິ່ງເປັນໝາທີ່ຊື່ສັດຈົນໄດ້ນຳມາສ້າງເປັນໜັງ ເປັນສັນຍາລັກແຫ່ງຄວາມຊື່ສັດ

Description: https://f.ptcdn.info/526/072/000/qoaumy8cjH3212XMVx7-o.jpg

ທ໋ຽວຍີ່ປຸ່ນ ຈະໄປຄົນດຽວ ຫຼືທ່ຽວຍົກແກ໊ງ ກະໄດ້ອາລົມຄົນລະແບບ ນະຈະ

ອາດຈະງົງໆ ແຕ່ຖ້າຢາກຮູ້ລາຍລະອຽດກະຄອມເມັ້ນປະໄວ້ດຽວຈະມາຕອບເດີ 

ຖ້າໃຜຢາກຮູ້ຢາກເຫັນຮູບ ແນະນຳເບິ່ງຄລິບນະຈະ ເຮັດ Vlog ໄວ້ໃຫ້ແລ້ວ ຂໍຂາຍຂອງນິສນຶ່ງເນາະ

https://www.youtube.com/channel/UC4xX0-Lra2ZWhIfrwdWAEig

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່