ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2021 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ພີ່ນ້ອງຊາວພັນລາວ ທຸກຄົນheart

ມື້ນີ້ ມລ ມີເລື່ອງໃນການໄປທ່ຽວມາເລົ່າໃຫ້ຟັງອີກແລ້ວ ເອົາໃຈສາຍນອນປ່າ ສາຍຮັກທຳມະຊາດ ບອກໂລດຮັກທຳມະຊາດແຮງງງງງງງ

ສະຖານທີ່ທີ່ເຮົາຈະພາໄປນັ້ນກໍ່ຄື “ດ່ານໜອງຫຼວງ” ເຊິ່ງຕັ້ງຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ ເຊິ່ງເປັນແຂວງທີ່ ມລ ອາໄສຢູ່ນີ້ເອງ (ງານນີ້ງານຫິນ ແຕ່ຄົນມັກຍ່າງປ່າ ຖືກໃຈແນ່ນອນ)

ກ່ອນອື່ນ ຂໍອະນຸຍາດເກິ່ນກ່ອນຈະເຂົ້າເລື່ອງ ຂໍແນະນຳວິທີການກຽມຕົວກ່ອນການເດີນທາງ

ການເດີນທາງຄັ້ງນີ້ເປັນການເດີນທາງທີ່ໃຊ້ງົບປະມານໃນການທ່ຽວໜ້ອຍທີ່ສຸດເທົ່າທີ່ເຄີຍທ່ຽວມາແຕ່ເກີດ ງົບປະມານທີ່ເຮົາໃຊ້ໃນຄັ້ງນີ້ແມ່ນ 100,000 ກີບ ແມ່ນແລ້ວ ອ່ານບໍ່ຜິດ 100,000 ເທົ່ານັ້ນ!

ສິ່ງທີ່ຕ້ອງກຽມ (ສິ່ງທີ່ຈຳເປັນເທົ່ານັ້ນເດີ້):

  1. ອຸປະກອນເດີນປ່າ: ມລ ໄປ 1 ຄືນເຄື່ອງກະສິບໍ່ຫຼາຍເພາະໝູ່ຖືໄປນຳ ກະສິມີ ເຕັ້ນ ຜ້າຫົ່ມ ເສື້ອກັນໜາວເພາະເປັນຍາມໜາວ ອຸປະກອນ ແລະຍາສຸກເສີນ(ເປັນສິ່ງຈຳເປັນເວລາເຂົ້າປ່າ) ກະເປົ໋າກັນນໍ້າຖ້າມີ
  2. ອາຫານ: ມລ ເອົາອາຫານແຫ້ງ ມີ່ ຂະໜົມປັງ ນໍ້າດື່ມ(ຂາດບໍ່ໄດ້ຢ່າເອົາໄປຫຼາຍມັນໜັກ) ກາເຟ ໂຈ໊ກກະປ໋ອງ ປາກະປ໋ອງ...ເຮັດຄືສິໄປຢູ່ຫຼາຍມື້ນິເວີຍ
  3. ເຄື່ອງສຳອາງ: ຖາມວ່າຈຳເປັນບໍ່ ຈຳເປັນສຳຫຼັບແມ່ຍິງ ຄວາມສວຍຄວາມງາມຕ້ອງມາອັນດັບແລກ ຫຼືພວກເຈົ້າສິບໍ່ລ້າງໜ້າແປງຟັນຊັ້ນເບາະ! ບໍ່ບຳລຸງຜິວກ່ອນນອນຊັ້ນເບາະ!! ຄິດ ພີ່ນ້ອງຄິດ.
  4. ເງິນ 100,000 ກີບ ຢ່າລືມໄດ໋.

 

ການເດີນທາງກະສິເລີ່ມຕົ້ນລະບາດນິ! ຖ້າພ້ອມແລ້ວກະໄປກັນນນນນນນ

ຍັງບໍ່ເລີ່ມ ບອກກ່ອນວ່າ ມລ ໄປກັບກຸ່ມຄົນກຸ່ມໜຶ່ງທີ່ໝົດໃນກຸ່ມບໍ່ມີໃຜຮູ້ຈັກກັນ 0_0 OMG!!!! ງົງແມ່ນເບາະ ງົງ! ແລ້ວກູເດະ! ກູກະໄປນຳເຂົາ ອີ່ແມ່........ ເປັນກຸ່ມທີ່ເປັນໄວລຸ້ນ ທີ່ຄຶດຊຸ່ມສ່ຽງຢາກເປັນຮິບສເຕີວ່າຊ້ານນນນນນນ ໜຶ່ງໃນນັ້ນ ມີກູ!!! (ເອີ່...ມລ ກະຢາກເປັນແກັງນຳເຂົາຫັ້ນນະ) ມັນເປັນກຸ່ມທີ່ໄປເຈິະໃນເຟສບຸກກະເລີຍທັກເຂົາໄປວ່າຂໍໄປນຳໄດ້ບໍ່? ເຂົາກະວ່າໄປໄດ້. ທາງເຮົາກະກຽມໂຕແລະບາດນິ (ເຫດຜົນທີ່ໄປນຳເຂົາ ທີ່ຈິງແລ້ວວາງແຜນໄປກັບໝູ່ສິໄປນອນກິນໝູກະທະ ອາກາດໜາວໆ ຈິບເບຍເຢັນ ຊັ້ນຕົວ ສຸດທ້າຍຍົກເລີກ!! ວັອທ!! ໝູ່ບໍ່ໄປ ກູໄປເອງກະໄດ້!) ກະເລີຍຕົກລົງປົງໃຈໄປກັບກຸ່ມນີ້ທັນທີ.

ເລີ່ມເດີນທາງອອກຈາກປາກເຊເວລາ 8 ໂມງເຊົ້າ (ຕອນທີ່ ມລ ໄປ ແມ່ນໄປເດືອນ 12) ອາກາດກຳລັງດີວ່າຊັ້ນເດະ! ຄວາມພີກມັນຢູ່ທີ່ຕອນອອກນີ້ລະ ຍັງບໍ່ວິດຫຼັກ 8 ໃຕ້ ບັກສະກຸບລົດຄັນໂປຣດດດດດດດ ກະຮົ່ວ!!! ຫຶຍຍ ເສຍເງິນປ່ຽນຢາງ 30,000 ກີບ (ໂອຍ......ສະມາເອົາເລື່ອງແຕ່ຕົ້ນແທ້ນໍ).

ຫຼັງຈາກນັ້ນ, ພວກເຮົາກະເດີນທາງອອກຈາກປາກເຊ ໄປເຖິງຈຸດໝາຍຢ່າງປອດໄພ (ບໍ່ແມ່ນດ່ານໜອງຫຼວງໃດ໋ ເຮົາໄປຮອດບ້ານໜອງຫຼວງກ່ອນ ເຊິ່ງດ່ານທີ່ເຮົາຈະໄປນອນນັ້ນຕ້ອງຍ່າງອີ 2 ຊມ) ຫ່ະ!! ຍ່າງ 2 ຊມ!! ໂອະ!! ນຶກວ່າສິມີລົດອີ່ແຕ໋ນໃຫ້ຂີ່ຊັ້ນດອກ!!!

ພໍແຕ່ເຮົາເຂົ້າຮອດບ້ານ ສິ່ງທີ່ຕ້ອງເຮັດສິ່ງທຳອິດຄື: ຕ້ອງໄປຫານາຍບ້ານກ່ອນເພື່ອໃຫ້ເພິ່ນຈັດຫາຄົນໃນບ້ານທີ່ຈະພາເຮົາໄປທີ່ຈະໄປນອນເຝົ້້າເຮົາຢູ່ດ່ານຫັ້ນນະ (ຄັນໄປເອງທາງບ້ານບໍ່ຮັບປະກັນຄວາມປອດໄພ ມັນເຄີຍມີເຫດການຫຼົງປ່າແລ້ວ ຫາກັນເປັນທໍ່ໃດມື້ກະບໍ່ເຫັນ ຢ່າຫາເຮັດເດີພີ່ນ້ອງ ຢາກໄປຕ້ອງໄປຕາມຂັ້ນຕອນເດະ). ພໍສັບເສດສຸດສິ້ນການທຳຂໍ້ຕົກລົງກັນແລ້ວ ຕົກຄົນລະ 30,000 ກີບນີ້ລະ ຖືກ!!!!!!!  ພາກັນກຽມຕົວເດີນທາງ.

ພໍແຕ່ອອກເດີນທາງທໍ່ນັ້ນແຫຼະ ໄປບໍ່ທັນຮອດປ່າ ທີມງານທີ່ໄປນຳກັນກະພາກັນຮ້ອງຄັບທີບຄັບແດນ ອາກ! ອາກ! ອາກ! ທາກ ໂຕທາກນີ້ລະພີ່ນ້ອງ ສູພາກັນຮ້ອງເຮັດຫຍັງ? ເພື່ອ? ຖ້າໃຜຢາກຮູ້ວ່າມັນເປັນແບບໃດ ເຂົ້າລິ້ງນີ້ເດີ https://www.youtube.com/watch?v=f6gbNttt8d4 . ພໍຍ່າງເຂົ້າໄປຕາມທາງໄດ້ໄລຍະໜຶ່ງມັນກະຮອດດ່ານທຳອິດທີ່ຈະຕ້ອງຜ່ານໄປໃຫ້ໄດ້ ເຊິ່ງຕ້ອງມີທັກສະການປີນເຂົາສູງ ນັ້ນກໍ່ຄື: =ການໂຫນສະລິງ ໄຕ່ເຊືອກ= ຈາກປະສົບການທີ່ ມລ ເຄີຍທ່ຽວຜ່ານມາ 0 ເລີຍ ໃນຊີວິດນີ້ຍັງບໍ່ເຄີຍໂຫນສະລິງໄຕ່ເຊືອກຈັກເທື່ອ ເພາະສະນັ້ນບໍ່ຕ້ອງຫ່ວງ ຍາກແນ່ນອນ ແລະອີກຢ່າງເຮົາເປັນຄົນໂຕເຕ້ຍແຂນແທບຈະຈັບເຊືອກບໍ່ເຖິງມັນກະເລີຍເກີດຄວາມລຳບາກໃນການໄຕ່ ແລະອີກອັນໜຶ່ງ ມັນບໍ່ມີຂອງເຊັບໂຕເຮົາ ຄັນຕົກຄືເຈັບແລະປຽກແນ່ນອນ ເພາະທາງລຸ່ມມັນເປັນລຳທານທີ່ມີໂຂດຫີນເຕັມໄປໝົດ. ແຕ່ສຸດທ້າຍເຮົາກະລອດມາໄດ້ ເກັ່ງບໍລະຫຶ! ຫຶ! ຫຶ! (ມຶງມັນນາງມານຮ້າຍ)

ດ່ານທີ 1 ຜ່ານໄປໄດ້ແບບທຸລັກທຸເລ ສິກ້າວເຂົ້າດ່ານ 2 ກະໂດນຕົວທາກຈັບ ແມ່ງ! ມັນມາຈັບຕອນໃດ໋ວ່ະ! ຊໍຣີ້ນະຄະ ບໍ່ໄດ້ຈັບກູເດະ ຈັບບັກຜູ້ມັນນຳກົ້ນກູມາຕິດໆ ເລືອດໄຫຼເຕັມຂາວ່າຊັ້ນນນນນນນ ປະຖົມພະຍາບານກັນດົນເຕີບ. ຫຼັງຈາກເຄຍປັນຫາກັນແລ້ວ ດ່ານ 2 ຄືການ "ຍ່າງ" ຍ່າງແທ້ຍ່າງວ່າ ຍ່າງຈົນຂາລາກ ຍ່າງຂຶ້ນພູຂຶ້ນຜາ 3 ລູກ ຍ່າງຜ່ານສວນກາເຟປະມານ 4 ສວນ (ຄັນຈື່ບໍ່ຜິດ) ຄິດເອົາຍ່າງ 11 ໂມງ ຮອດດ່ານໃຫຍ່ 2 ໂມງ ຄິດເບິ່ງ ກູຍ່າງບໍ່ໄດ້ຢຸດ ເສື້ອຈົນປຽກເຫື່ອກວ່າສິຮອດ.

ຫຼັງຈາກໃຊ້ເວລາດົນນນນນນນ ເຕິບ! ກະຮອດດ່ານໃຫຍ່ສົມໃຈ. ຄວາມຮູ້ສຶກຄືຈັ່ງຊື້ເລກແລ້ວເວລາເລກອອກແລະເຮົາບໍ່ຖືກຫັ້ນນະ ຍ່າງນ້ອຍກະສະບາຍໃຈທີ່ມາຮອດ ແຕ່ມັນກະບໍ່ຄືສິ່ງທີ່ຄິດ ໃສໝອກ? ໝອກຢູ່ໃສ? ໝອກຂ້ອຍຢູ່ໃສ???

ສຸດທ້າຍໄດ້ຄວາມວ່າ =ໝອກລົງຕອນ 4 ໂມງເຊົ້າ=. ອື! ໂອເຄ! 4 ໂມງກະ 4 ໂມງ! ພໍແລງມາທຸກຄົນກະຫາຈຸດລວມຕົວກັນ ຊ່ວຍກັນກາງເຕັ້ນ ດັງໄຟ ເຮັດອາຫານການກິນ. ຫຼັງຈາກນັ້ນກະເປັນເວລາທຳຄວາມຮູ້ຈັກກັນທັງໝົດທີ່ໄປມີ 28 ຄົນ ຖາມວ່າຈື່ກັນໝົດບໍ? ຫຶ! ຄວາມຈຳສໍ່າປາທອງສິໃຫ້ຈື່ໝົດກະເປັນໄປໄດ້ຍາກຢູ່ເດະ ແຕ່ກະຮູ້ຈັກໜັາຈັກຕາກັນກ່ອນ ແລ້ວກິດຈະກຳກະເລີ່ມຕົ້ນຂຶ້ນ ຈັກເຂົາເຈົ້າພາກັນເຮັດຫຍັງແດ່ເຍິະແຍະ.

ສຸດທ້າຍກະມາຮອດມາເຖິງເວລາທີ່ເຮົາໄດ້ໄດ້ເຈິະກັບສິ່ງທີ່ເຮົາຕັ້ງໃຈ ດັ້ງດົ້ນມາ ເພື່ອທີ່ຈະມາຫາກັນ ສຸດທ້າຍມັນກະເປັນຈິງ. 4 ໂມງເຊົ້າມາຮອດແລ້ວ ລຸກຂຶ້ນມາປິດຄີງ ຫຼຽວເບິ່ງອ້ອມຮອບດ່ານ ກະເດີດຄຳຖາມຂື້ນມາໃນໃຈວ່າ =ໝອກກູຢູ່ໃສ?, ນ້ອງໝອກຫາຍໄປ= ຄວາມຝັນວ່າສິຖ່າຍຮູບ ຢືນຢູ່ທ່າມກາງໝອກໜາໆຍາມເຊົ້າ ສຸດທ້າຍກະຍັງຄົງເປັນຄວາມຝັນຄືເກົ່າຈົນມາຮອດປະຈຸບັນ ກະລີຍເປັນທີ່ມາຂອງຄຳວ່າ "ສາຍໝອກໃນຈິນຕະນາການ" The end.

 

ເພື່ອນໆຄົນໃດທີ່ຈະເດີນທາງໄປຖ່າຍຮູບກັບສາຍໝອກ ແນະນຳໃຫ້ໄປທ້າຍເດືອນ 1 - 2 ເດີ ເພາະເປັນເດືອນທີ່ໜາວທີ່ສຸດ

ຕອນທີ່ ມລ ໄປອາກາດປະມານ 10 ປາຍອົງສາຍັງບໍ່ມີໝອກໃຫ້ເຫັນ ສະນັ້ນ ຫາຂໍ້ມູນດີໆກ່ອນນະຈະ ດ໋ຽວຈະໄດ້ສາຍໝອກໃນຈິນຕະນາການ ແບບເຮົາ.

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່