ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2024 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ພາສາກຳປູເຈຽ ແມ່ນພາສາໜຶ່ງ ທີ່ນຳໃຊ້ໃນປະເທດພຣະຣາຊະອານາຈັກກຳປູເຈຽ ດັດແປງຈາກອັກສອນອິນເດຽບູຮານ (ພາສາປັລລະວະ) ເຊິ່ງແຕ່ກີ້ແຕ່ກ່ອນ ນິຍົມໃຊ້ຂຽນພາສາສັນສະກຣິດ ກ່ອນທີ່ມີການພັດທະນາອັກສອນ ແລະ ຄຳສັບຕ່າງໆໃນພາສາກຳປູເຈຽເພີ່ມຕື່ມ ຊົນຊາດໄທຽນິຍົມນຳອັກສອນກຳປູເຈຽຂຽນພາສາປາລີ (ເອີ້ນ ອັກຂະຣະຂອມ)... ນີ້ແມ່ນອັກສອນກຳປູເຈຽ ເຊິ່ງມີດັ່ງນີ້ :- ក ກໍ ខ ຄໍ គ ໂກ ឃ ໂຕ ង ໂງ ច ຈໍ ឆ ຊ໌ຮໍ ជ ໂຈ ឈ ຊ໌ໂຮ ញ ໂຍ ដ ດໍ ឋ ດ໌ຮໍ ឌ ໂດ ឍ ດ໌ໂຮ ណ ນໍ ត ຕໍ ថ ທໍ ទ ໂຕ ធ ໂທ ន ໂນ ប ບໍ ផ ພໍ ព ໂປ ភ ໂພ ម ໂມ យ ໂຢ រ ໂຣ ល ໂລ វ ໂວ ស ຂໍ ហ ຮໍ ឡ ລໍ អ ອໍ .....ໂຕຢ່າງພາສາກຳປູເຈຽ :- ជម្រាបសួរ ຈົມຣຽບຊົວຣ໌ (ສະບາຍດີ) ត្រេកអរដោយបានជួបអ្នក ເຕຣກ ອໍຣ໌ ດອຍ ບານ ຈວບ ອ໌ເນີຍະກ໌ (ຍິນດີທີ່ຮູ້ຈັກ) តើអ្នកឈ្មោះអ្វី ເຕີ ອ໌ເນີຍະກ໌ ຊ໌ຮຶມົວະ ອ໌ແວັຍ (ເຈົ້າຊື່ຫຍັງ) ខ្ញុំឈ្មោះ ញ៉ាដ្ឋាគិទ្ធីយ៍ ប្រាភាគអរញ្ញ យ៉ុស្សិយឥង្គ ຄຶຍົມ ຊ໌ຮຶມົວະ ຍັດ-ດ໌ຮາກິດທີ ປຣາເພີຍກອະຣັນຍ໌ ຢົວະຫ໌ແຊັຍອິງກ໌ (ຂ້ອຍຊື່ ທ້າວນັດຕະຄິດຕີ່ ປຣາພັກອາຣັນ ໂຢໄຊອີງ) តើអ្នកមកពីណា ເຕີ ອ໌ເນີຍະກ໌ ໂມກ ປີນາ (ເຈົ້າມາແຕ່ໃສ) ខ្ញុំមកពីប្រទេសខ្មែរ ຄຶຍົມ ໂມກ ປີ ປຣໍເຕັຫ ຂະແມຣ໌ (ຂ້ອຍມາແຕ່ປະເທດກຳປູເຈຽ) បងស្រឡាញ់អូន ບອງ ສຣໍລັນຍ໌ ໂອນ (ຂ້ອຍຮັກເຈົ້າ) សុំទោស ຊົມ ໂຕັຫ (ຂໍໂທດ) អរគុណច្រើន ອໍຣ໌ກຸນຈະເຣີນ (ຂໍຂອບໃຈຫຼາຍໆ) សុំជម្រាបលា ຊົມ ຈົມຣຽບເລຽ (ລາກ່ອນ)
Delicious Digg Fark Twitter