ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2022 | ມີ 0 ຄຳເຫັນ ແລະ 0 trackback(s)

 ວັນເວລາກໍຫຍັບຈໍ້ເຈົ້າມາ ເວລາຜ່ານໄປໄວຫຼາຍ ຄາວດຽວກໍຈະຊີ້ນປີ 2022 ແລ້ວ ຫຼາຍຄົນກໍຄົງຈະໄດ້ເຮັດຫຍັງຫຼາຍໆຢ່າງໃນແກ່ຕົນເອງແລະຄອບຄົວ ພ້ອມທັງວາງແຜນເພື່່ອປີທີ່ຈະມາເຖີງນັ້ນຄື ປີ2023 

ໂດຍສ່ວນໂຕແລ້ວ ໃນປີ2022ທີ່ໃກ້ຈະໝົດລົງນີ້ ໄດ້ພົບພໍ້ຫຼາຍອັນສົມຄວນ ທາງດ້ານການງານ,ສຸຂະພາບ,ເສດຖະກິດການເງິນ,ຄວາມຮັກ,ມິດຕະພາບ,ການເດີນທາງ ແລະ ອື່ນໆ ມີທັງສີ່ງທີ່ດີ ແລະ ເກືອບດີ ສີ່ງທີ່ບໍ່ສົມຫວັງ ແລະ ເກືອບສົມຫວັງ ຜ່ານເຂົ້າມາແລະ ຜ່ານໄປຕາມການເວລາ ທັງນັ້ນທັງນີ້ ທຸກສີ່ງຢ່າງທີ່ຜ່ານມາຈະດີ ຫຼື ບໍ່ດີ ມັນລ້ວນແຕ່ແມ່ນສີ່ງທີ່ທຸກຄົ້ນຕ້ອງໄດ້ພົບພ້ໍໃນການໃຊ້ຊີວິດປະຈຳວັນ ສີ່ງນັ້ນເຮົາຈະຕ້ອງການຫຼື ບໍ່ຕ້ອງການກໍຕາມ ເຮົາຈະຢາກເຮັດຫຼື ບໍ່ຢາກເຮັດກໍຕາມ ມັນກໍບໍ່ສາມາດຫຼີກລ້ຽງໄດ້ 

ສຳລັບຂ້າພະເຈົ້າແລ້ວ ປີໜື່ງຜ່ານໄປ ຖືວ່າເປັນປີທີ່ດີຫຼາຍອີກປີໜື່ງ ເຖີງແມ່ນຈະມີທັງສີ່ງທີ່ເພີ່ງພໍໃຈ ແລະ ບໍ່ເພີ່ງພໍໃຈເຂົ້າມາໃນຊີວິດ ແຕ່ນັ້ນກໍຖືວ່າເປັນສີ່ງທີ່ດີທັງໝົດ ເປັນບົດຮຽນທີ່ດີທັງໝົດ ທັງເລື່ອງດີ ແລະ ບໍ່ດີ ສຳລັບເລື່ອງທີ່ດີ ກໍເປັນສີ່ງທີ່ປາຖະໜາຢູ່ແລ້ວ ແນ່ນອນວ່າເຮົາຍອມດີໃຈເປັນພິເສດ ແຕ່ສຳລັບເລື່ອງທີ່ບໍ່ດີ ແນ່ນອນວ່າບໍ່ມີໃຜປາຖະໜາແຕ່ເຖີງຢ່າງໃດກໍຕາມມັນຍອມເກີດຂື້ນແນ່ນອນ ແຕ່ສຳຄັນເວລາເກີດເລື່ອງທີ່ເຮົາບໍ່ມັກນີ້ລະຈະເປັນບົດພິສູດ ຄວາມສາມດທາງດ້ານຄວາມຄິດ ສະຕິປັນຍາ ແລະ ທົດສອບຈິດໃຈທີ່ເຂັມແຂງ ທີ່ຂ້າພະເຈົ້າວ່າ ເລື່ອງບໍ່ດີ ເປັນເລື່ອງດີກໍເພາະວ່າ ເຮົາຈະໄດ້ມີໂອກາດໄດ້ທົດສອບ ຄວາມສາມາດຕົນເອງວ່າເຮົາຈະສາມາດຜ່ານມັນໄປໄດ້ບໍກັບປັນຫາທີ່ຈະເຂົ້າມາໃນອານາຄົດເຮົາ ນັບຈາກນີ້ໄປ ທຸກທ່ານເຊື່ອໂລດວ່າ ຈະມີປັນຫາເຂົ້າມາເລື້ອຍໆ ບໍ່ໝົດບໍ່ຊົີ້ນຈົນກວ່າເຮົາຈະໝົດລົມຫານໃຈຈາກໄປ ສະນັ້ນຈົ່ງເຂັ້ມແຂງແລະຫ້າວຫານຜ່ານຜ່າອຸປະສັກໄປເລື້ອຍໆ 

ສຸດທ້າຍຂອບໃຈທຸກສີ່ງທີ່ເຂົ້າມາໃນປີ 2022 ມີທັງການເດີນທາງທີ່ດີ,ເພື່ອມິດສະຫາຍທີ່ດີ,ເລື່ອງລາວດີໆທີ່ໄດ້ພານພົບ ແລະ ຈະພະຍາຍາມຮັກສາແລະພັດທະນາ ສີ່ງທີ່ດີໄວ້ແລະໃຫ້ຍາວນານຕະຫຼອດການ ຂອບໃຈຕົນເອງທີ່ສາມາດຢູ່ມາໄດ້ຈົນພົ້ນປີ 2022 ສ່ວນປີ 2023 ຈະເປັນແນວໃດກໍເປັນເລ່ອງຂອງອານາຄົດ ຫວັງວ່າມັນຈະດີຂື້ນ ສູ້ໆຕົນເອງ ທຸກຄົນກໍສູ້ເຊັ່ນກັນເດີ

Delicious Digg Fark Twitter