ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2023 | ມີ 0 ຄຳເຫັນ ແລະ 0 trackback(s)

     ທຸກຄົນທີ່ເກີດມາ ແນ່ນອນວ່າຕ່າງກໍຕ້ອງມີຄອບຄົວ,ຍາດພີ່ນ້ອງ,ໝູ່ ແລະ ຄົນຮັກ ຫຼື ຄົນເຄີຍຮັກໝົດທຸກຄົນ ໃນເມື່ອເຮົາໄດ້ຢູ່ກັບຄອບຄົວ ແລະ ຄົນທີ່ຮູ້ຈັກັນເຮົາທຸກຄົນກໍບໍ່ມີໃຜຢາກຈາກລາບຸກຄົນເຫຼົ່ນັ້ນໄປໃສແມ່ນບໍ? ແຕ່ຕາມຄວາມເປັນຈີງແລ້ວ ມັນບໍ່ສາມາດຫ້າມການພົບພາກຈາກລ້າ ຈາກຄົນທີ່ຮັກ ຫຼື ຄອບຄົວ,ຍາດພີ່ນ້ອງ ແລະເພື່ອນຝູ່ງໄດ້ ເພາະມັນເປັນຄວາມຈີງຢ່າງໜື່ງທີ່ພວກເຮົາທັງຫຼາຍບໍ່ສາມາດປະຕິເສດ ເລື່ອງນີ້ໄດ້.

     ເມື່ອເຮົາຍັງນ້ອຍເຮົາເກີດຢູ່ບ້ານນອກບ້ານນາ ແລະ ເຕີບໃຫຍ່ມາໃນຊຸມຊົນຂອງຕົນເອງເປັນເວລາຫຼາຍປີ ໂດຍທີ່ບໍ່ເຄີຍຄິດເລີຍວ່າ: ຢູ່ມາມື້ໜື່ງເຮົາຕ້ອງໄດ້ຈາກບ້ານເກີດເມືອງນອນໄປຢູ່ຫົນແຫ່ງທາງອື່ນ.ຫຼື ເຮົາບໍ່ເຄີຍຄິດເລີຍວ່າຢູ່ມາວັນໜື່ງເຮົາຈະໄດ້ພັດພາກຈາກຄອບຄົວທີ່ຫວງແຫນນັ້ນໄປທີ່ອື່ນ.ຫຼາຍກໍລະນີກໍຈາກດ້ວຍການລົ້ມຫາຍຕາຍຈາກ.ຫຼາຍກໍລິນີທີ່ໂຊກດີກໍຈາກພຽງຊົ່ວຄາວເພື່ອໄປເຮັດພາລະໜ້າທີ່ຂອງຕົນເອງ.ຫຼາຍຄົນກໍຈາກໄປເພື່ອເລີ່ມຕົ້ນຊີວິດໄໝ່ ຢູ່ທີ່ແຫ່ງໄໝ່ ຫຼ ໄປສ້າງຄອບຄົວຢູ່ສະຖານທີ່ໄໝ່ ອີງຕາມເງື່ອນໄຂຂອງຫຼາຍຄົນບໍ່ຄືກັນ.

     ຫຼາຍຄັ້ງທີ່ເກີດການຈາກລາຂອງຄົນທີ່ຢູ່ໃກ້ໂຕເຮົາ ສ່ວນໂຕຂອງຂ້ອຍ ຮູ້ສຶກວ່າ ໂລກອ້ອມຂ້າງຂອງເຮົາໄດ້ປ່ຽນແປງໄໝ່ອີກແລ້ວ ເພາະຄົນທີ່ເຮົາເຄີຍພົບເຫັນ ບໍ່ຮູ້ວ່າເຂົາຈະຫວນຄືນມາຫາເຮົາອີກມື້ໃດ ຫຼື ໂຕເຮົາເອງຈະມີໂອກາດໄດ້ຢູ່ເພື່ອໄດ້ພົບກັບພວກເຂົາເຫຼົ່ານັ້ນຫຼື ບໍ? ມັນມີຄວາມແປກໃຈຜິດປົກກະຕິ ມັນມີຄວາມຕົກໃຈແບບອະທິບາຍຍາກ.ແຕ່ເຮົາກໍຕ້ອງໄດ້ທຳໃຈ ເພາະທຸກສີ່ງຢ່າງ ໃນໂລກໃບນີ້ລ້ວນແຕ່ ບໍ່ທ່ຽງແທ້ແນ່ນອນ ມີພົບກໍມີຈາກ ມີເກີດກໍມີຕາຍ ເປັນໄປຕາມການເວລາຂອງໃຜມັນ.

     ແຕ່ສີ່ງທີ່ຢາກເວົ້າເຖີງກໍຄື ເມື່ອເຮົາຮູ້ແລ້ວວ່າ: ວັນໜື່ງໃນອານາຄົດ ເຮົາ ແລະ ເຂົາກໍຕ້ອງໄດ້ເດີນທາງຈາກກັນແນ່ນອນ ບໍ່ຈາກດ້ວຍວິທີໃດກໍວິທີໜື່ງທີ່ກ່າວມາຂ້າງເທີງນັ້ນ.ແຕ່ຫຼາຍຄົນເວລາທີ່ຢູ່ນຳກັນ ບໍ່ຄ່ອຍສົນໃຈ ໃສ່ໃຈກັນ ແລະ ກັນ ມັກເບີ່ງຂ້າມຄວາມຮູ້ສຶກນຶກຄິດເລັກໆນ້ອຍໆ ຂອງອີກຝາຍ.ແຕ່ພໍຮອດມື້ທີ່ຈະຈາກກັນ ຈີ່ງຮູ້ສຶກເສຍດາຍ ແລະ ເສຍໃຈ ບາງຄົນກໍຈົມພືມພຳວ່າ:ຍັງບໍ່ທັນໄດ້ເຮັດສີ່ງນັ້ນ ສີ່ງນີ້ນຳກັນ ຍັງບໍ່ທັນໄດ້ໄປໃສມາໃສນຳກັນຊ້ຳ.ຍັງບໍ່ທັນເຊີໄພ້ນັ້ນນີ້ລາວຊ້ຳ ສ່ວນໃຫຍ່ມັກຈະໄດ້ຍີນບັນດາຄຳເສຍດາຍພວກນີ້ຈຳນວນຫຼາຍ.

     ສະນັ້ນເພື່ອຈະບໍ່ເສຍໃຈ ແລະ ເສຍດາຍເມື່ອເຖີງເວລາຕ້ອງຈາກກັນ ຕອນທີ່ຍັງມີໂອກາດໄດ້ຢູ່ນຳກັນ ແລະ ຍັງມີເວລາ ຈົ່ງຕັດສິນໃຈເຮັດສາສີ່ງດີໆນຳກັນ.ຢາກເຮັດຫຍັງເພື່ອຄອບຄົວກໍເຮັດສາ,ຢາກເວົ້າຫຍັງນຳຄົນທີ່ຮັກ ແລະ ເພື່ອຝູ່ງ ທີ່ເຮົາຄິດວ່າມັນຂັດຂ້ອງໃນໃຈ ກໍໃຫ້ຟ້າວເວົ້າຟ້າວເອີ້ຍ,ຢາກໄປໃສກໍພາກັນໄປສາ ກ່ອນວັນເວລາທີ່ເຮົາຈະບໍ່ມີໂອກາດໄດ້ເຮັດສີ່ງຕ່າງໆນຳກັນໄດ້ອີກ.

Delicious Digg Fark Twitter