ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ສ້າງເສີມບຸນບາຣະມີ ໃຫ້ກັບຕົວເອງ (ຕອນທີ1)

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ

ວິທີສ້າງເສີມບຸນບາຣະມີແບບງ່າຍໆ! (ຕອນທີ1)
+ ບຸນບາຣະມີສາມາດສ້າງເສີມໄດ້ໂດຍບໍ່ຈຳເປັນຈ້ອງໄປວັດ ບຸນບໍ່ໄດ້ມີສະເພາະແຕ່ຢູ່ວັດ...,
+ ຫັດຝຶກສະມາທິ ແລະສຳມະທານສິນ ຢູ່ຢ້າວຢູ່ເຮືອນກໍໄດ້ບຸນ,

---ເຮັດຈັ່ງໃດລະ ສູດມົນໄຫວ້ພຣະບໍ່ເປັນ?---
ບໍ່ຍາກ..!

ທຸກວັນສິນໃດ ກະໃຫ້ແຕ່ງດອກໄມ້ທູບທຽນ(ຂັນ5) ລະກະຂາບພຣະ (ຖ້າບໍ່ມີຮ້ານພຣະ ຫໍ ຫຼືສານພຣະພູມເຈົ້າຖິ່ນເຈົ້າຖານກະໄດ້), ຈາກນັ້ນທ່ອງ ນະໂມ 3ຈົບ.. ລະກະພະວະນາວ່າ “ຂໍນ້ອມຄາຣະວະຄຸນພຣະພຸດ ພຣະທຳ ພຣະສົງ ພຣະອິນ ພຣະພຣົມ ເທບເທວະດາ ເຈົ້າຖິ່ນເຈົ້າຖານ ຈົ່ງມາເປັນສັກຂີພຣະຍານ ວ່າຂ້ານ້ອຍ ຂໍສຳມະທານສິນ(1)ໃນມື້ນີ້ ເພື່ອເປັນບຸນກຸສົນໃຫ້ຂ້ານ້ອຍ....(ກະວ່າໄປສຸດແລ້ວແຕ່) ສາທຸ ສາທຸ ສາທຸ”

(1) ສິນ5...
1. ຈະບໍ່ຂ້າສັດຕັດຊີວິດ (ແມ່ນແຕ່ຄິດກະບໍ່ໃຫ້ຄິດເດີ້)
2. ບໍ່ໃຫ້ລັກຊັບຂອງຄົນອື່ນ (ແມ່ນແຕ່ຄິດກະບໍ່ໃຫ້ຄິດເດີ້)
3. ງົດເວັ້ນຈາກກາມ
4. ບໍ່ເວົ້າຂີ້ຕົວະ
5. ບໍ່ກິນບໍ່ດື່ມ ແລະເສບຂອງມຶນເມົາຕ່າງໆ

+ ກ່ອນຈະນອນກະໃຫ້ໄຫວ້ພຣະ ແລະນັ່ງສະມາທິ 1ກ້ານທູບ ກ່ອນນອນ,

ຈົວນ້ອຍ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊີວິດກະມີແຕ່ເທົ່ານີ້ຢາກມີຄວາມສຸກມື້ໜຶ່ງໃຫ້ນຶກເຫັນຄວາມຕາຍ 1ວິນາທີ, ທຳຄວາມດີແກ່ສັດໂລກໃຫ້ໄດ້ໃນທຸກວັນ ມື້ນີ້ດີ ມຶ້ອື່ນແລະມື້ຕໍ່ໆໄປຍ່ອມດີ
ຄົນເຮົາກະທຳຢ່າງໃດກໍ່ໄດ້ເຊັ່ນນັ້ນ, ທຸກສາດສະໜາຄື ທຳດີ ໄດ້ດີທຳຊົ່ວ ໄດ້ຊົ່ວ...ບຸນບໍ່ໄດ້ລ້າງບາບ ກຳໃດໃຜກໍ່ ກຳນັ້ນຍ່ອມຕາມສະໜອງ...

ນີ້ຄືທຸກວັນກ່ອນນອນຂອງຂ້ອຍ:

ນະໂມຕັດສະພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3ຄັ້ງ)

ຊັດເຄກາເມ ຈະຣູບເປ ຄິຣິສິຂະຣະຕະເຖ ຈັນຕະລິກເຂ ວິມາເນ ທີເປຣັດເຖ ຈະຄາເມ
ຕະຣຸວະນະຄະຫະເນ ເຄຫະວັດຖຸມຮິເຂດເຕ ກຸມມາ ຈາຍັນຕຸ ເທວາ ຊະລະຖະລະວິສະເມ
ຍັກຂະຄັນທັບພະນາຄາ ຕິດຖັນຕາ ສັນຕິເກຍັງ ມຸນິວະຣະວະຈະນັງ ສາທະໂວ ເມສຸນັນຕຸ
ທຳມັດສະວະນະກາໂລ ອະຍຳພະທັນຕາ ທຳມັດສະວະນະກາໂລ ອະຍຳພະທັນຕາ
ທຳມັດສະວະນະກາໂລ ອະຍຳພະທັນຕາ

"ສາທຸ...ຝູງຂ້າທັງຫລາຍຂໍອັງເຊີນເທວະດາເຈົ້າທັງຫລາຍ ເຊິ່ງສະທິດຢູ່ໃນສະຫວັນຊັ້ນຟ້າ ຕາມພູມເທວາເຈົ້າທັງຫລາຍ ອັນສະທິດຢູ່ໃນວິມານເທິງຊໍ້ຟ້າ ໃນອາກາດ ແລະໃນເຮືອນຊານ ໄຮ່ນາ ແລະວັດວາອາຣາມທີ່ນີ້ກໍ່ດີ
ຂໍອັງເຊີນນາຄະ ແລະພະຍານາກທັງຫລາຍເຊິ່ງສະທິດຢູ່ໃນນ້ຳ ເທິງບົກ ທີ່ຮົກ ບ່ອນຮາບພຽງອ້ອມແອມທີ່ນີ້ກໍ່ດີ ຂໍຈົ່ງມາອານຸໂມທະນາຮ່ວມສວດມົນ ໄຫວ້ພະ (ຫຼືທຳບຸນຫຍັງກະເວົ້າໄປ)
ນຳຜູ້ຂ້າໝົດທຸກຕົນທຸກອົງນັ້ນແດ່ກໍ່ຂ້າເຖີດ..."

ອິມິນາ ສັກກາເຣນະ ຕັງພຸດທັງ ອະພິປູໄຊຍາມິ
ອະຣະຫັງສຳມາ ສຳພຸດໂທ ພະຄະວາ ພຸດທັງພະຄະວັນຕັງ ອະພິວາເທມິ (ກາບຫນຶ່ງຄັ້ງ)

ອິມິນາ ສັກກາເຣນະ ຕັງທຳມັງ ອະພິປູໄຊຍາມິ
ສາວາຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ກາບຫນຶ່ງຄັ້ງ)

ອິມິນາ ສັກກາເຣນະ ຕັງສັງຄັງ ອະພິປູໄຊຍາມິ
ສຸປະຖິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງ ນະມາມິ (ກາບຫນຶ່ງຄັ້ງ)

ນະໂມຕັດສະພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3ຄັ້ງ)
ພຸດທັງ ສະລະນັງ ຄັດສາມິ
ທຳມັງ ສະລະນັງ ຄັດສາມິ
ສັງຄັງ ສະລະນັງ ຄັດສາມິ

ທຸຕິຍຳປີ ພຸດທັງ ສະລະນັງ ຄັດສາມິ
ທຸຕິຍຳປີ ທຳມັງ ສະລະນັງ ຄັດສາມິ
ທຸຕິຍຳປີ ສັງຄັງ ສະລະນັງ ຄັດສາມິ

ຕະຕິຍຳປີ ພຸດທັງ ສະລະນັງ ຄັດສາມິ
ຕະຕິຍຳປິ ທຳມັງ ສະລະນັງ ຄັດສາມິ
ຕະຕິຍຳປິ ສັງຄັງ ສະລະນັງ ຄັດສາມິ

# ບົດສວດ ພຸດທານຸດສະຕິ ທຳມານຸດສະຕິ ສັງຂານຸດສະຕິ
# ພຸດທະໄຊຍະມຸງຄຸນຄາຖາ 8 ທິດ (ພາຫຸງ) "ບົດນີ້ຈະເປັນບົດທີ່ຍາວແຕ່ຂ້ອຍກະທ່ອງໃກ້ຈະຈື່ແລ້ວ 55+"

# ບົດສວດແຜ່ສ່ວນກຸສົນ

+ ອິທັງເມ ມາຕາປິຕູນັງ ໂຫຕຸສຸຂິຕາ ໂຫນຕຸ ມາຕາປິຕະໂຣ
(ຂໍໃຫ້ສ່ວນບຸນນີ້ຈົ່ງສຳເລັດແກ່ມາດາບິດາຂອງຂ້າພະເຈົ້າ ຂໍໃຫ້ມາດາບິດາຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມຢາຕິນັງໂຫຕຸ ສຸຂິຕາໂຫນຕຸ ຢາຕະໂຍ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຍາດທັງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫລາຍຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງເມ ຄະຣຸປັດຊາຢາ ຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄະຣຸປັດຊາຢາ ຈະຣິຍາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ຄູ ອາຈານຂອງຂ້າພະເຈົ້າ ຂໍໃຫ້ຄູອາຈານຂອງຂ້າພະເຈົ້າມີຄວາມສຸກ)
+ ອິທັງສັບພະ ເທວະຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເທວາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເທວະດາທັງຫລາຍທັງປວງ ຂໍໃຫ້ເທວະດາທັງຫລາຍມີຄວາມສຸກ)
+ ອິທັງສັບພະເປຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເປຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເປດທັງຫລາຍທັງປວງ ຂໍໃຫ້ເປດທັງຫລາຍທັງປວງມີຄວາມສຸກ)
+ ອິທັງ ສັບພະເວຣິນັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເວຣີ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ເຈົ້າກຳນາຍເວນທັງຫລາຍທັງປວງ ຂໍໃຫ້ເຈົ້າກຳນາຍເວນທັງຫລາຍທັງປວງມີຄວາມສຸກ)
+ ອິທັງສັບພະສັດຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພສັດຕາ
(ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ສັດທັງຫລາຍທັງປວງ ຂໍໃຫ້ສັດທັງຫລາຍທັງປວງມີຄວາມສຸກທົ່ວຫນ້າກັນເທີດ...)

# ບົດແຜ່ເມດຕາໃຫ້ແກ່ຕົນເອງ

ອະຫັງ ສຸຂິໂຕ ໂຫມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກ)
ນິດທຸກໂຂ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກ)
ອະເວໂຣ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກເວນ)
ອັບພະຢາ ປັດໂໜ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກອຸປະສັກ ອັນຕະລາຍທັງປວງ)
ອະນິໂຄ ໂຫມິ (ຂໍໃຫ້ຂ້າພະເຈົ້າປາສະຈາກຄວາມທຸກກາຍທຸກໃຈ)
ສຸຂີ ອັດຕານັງ ປະຣິຫະຣາມິ (ຂໍໃຫ້ຂ້າພະເຈົ້າມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

# ບົດແຜ່ເມດຕາໃຫ້ສັບພະສັດ

ສັບເພສັດຕາ (ສັດທັງຫລາຍທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນໝົດທັງສິ້ນ)
ອະເວຣາໂຫນຕຸ (ຈົ່ງເປັນສຸກ ເປັນສຸກເທີດ ຢ່າໄດ້ມີເວນຕໍ່ກັນ ແລະກັນເລີຍ)
ອັບພະຍາປັດຊາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດ ຢ່າໄດ້ບຽດບຽນເຊິ່ງກັນ ແລະກັນເລີຍ)
ອະນີຄາ ໂຫນຕຸ (ຈົ່ງເປັນສຸກເປັນສຸກເທີດຢ່າໄດ້ມີຄວາມທຸກກາຍ ທຸກໃຈເລີຍ)
ສຸຂີອັດຕານັງ ປະຣິຫະຣັນຕຸ (ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສິ້ນເທີດ...)

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
#ຊັກເຄກາເມ ບົດສວດແຜ່ສ່ວນກຸສົນ ພຸດທະໄຊຍະມຸງຄຸນຄາຖາ 8 ທິດ (ພາຫຸງ) ເປັນບົດແຕ່ງຂື້ນໃໝ່ພາຍຫຼັງລໍ່ແມ່່ນຄຳພຣະຜູ້ມີພະພາກເຈົ້າ ທ່ອງໄປກະບໍ່ມີປະໂຫຍດທັງເຂົ້າໃຈຜິດເລື່ອງກຳວ່າຈະບັນດານໃຫ້ຕົວເອງໄດ້.
#ຖ້າທ່ອງຈື່ຄຳພຣະພຸດທະເຈົ້າ(ພຸດທະວະຈະນະ) ຈະມີປະໂຫຍດຫຼົງສະຕີທຳກາລະ(ບໍ່ມີສະຕິເວລາຕາຍຕາຍ) ກໍ່ຍັງໄດ້ໄປເປັນເທວະດາແລະຍັງບັນລຸທັມໃນຊັ້ນເທວະດາ.
#ທຸກມື້ນີ້ສ່ວນຫຼາຍແມ່ນໃຊ້ແຕ່ຄຳແຕ່ງໃຫມ່

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ...

ກະພໍເຂົ້າໃຈເລື່ອງເວນເລື່ອງກຳ
ແຕ່ອັນບົດສູດນິນ່າຄັນບໍ່ມີປະໂຫຍດແລ້ວແຕ່ຂຶ້ນມາເຮັດຫຍັງ? ຊ່ວບອະທິບາຍແນ່!!! ລະເປັນຫຍັງອົງການຄະນະສົງລາວເຮົາຄືອະນຸຍາດຊັ້ນ?

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຍ້ອນບໍ່ສຶກສາພຸດທະວະຈະນະ(ຄຳພະພຸດທະເຈົ້າ) ເຊິ່ງພຣະຜູ້ມີພະພາກເຈົ້າໄດ້ໄວວ່າ ພິກທັງຫຼາຍຈະບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ເພາະຈະເຮັດໃຫ້ຄຳສອນຂອງພະອົງຫມົດໄປ ແລະຈະໄປຄັດແຍ່ງກັບຄຳສອນຂອງພຣະອົງ ເຊິ່ງຄຳສອນຕະຫຼອດຊີວິດຂອງພຣະພຸດທະເຈົ້າບໍ່ຄັດແຍ່ງກັນ ແລະຕັດໄວວ່າຝ່າຍອາຄົດພິກສຸບໍ່ຈະສຶກສາຄຳຂອງພະອົງຈະສຶກສາບົດກະວີແຕ່ງຂື້ນໃຫມ່.
ເປັນຫຍັງອົງການຄະນະສົງລາວເຮົາຄືອະນຸຍາດຊັ້ນ? ບໍຢາກຕອບອາດການເຂົ້າໃຈໃຈຜິດໄດ້. ຖ້າຮູ້ຕ້ອງເບີ່ງ http://www.youtube.com/watch?v=bWiO-mtodNE ແລະເຂົ້າສຶກສາພຸດທະວະຈະນະໄດ້ທີ່ www.watnapp.com ຫຼື http://media.watnapahpong.org/videos ແນະນຳໃຫ້ເບີ່ງວິດີໂອຫມວດຫ້າງຮ້ານບໍລິສັດຈະເຫັນຄວາມແຕກຕ່າງເຖີງ90% (ໃຊ້ແຕ່ຄຳພຣະພຸທທະເຈົ້າມາຕອບຄຳຖາມ)

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເອີ່...ນີ້ບໍ່ເຂົາວ່າຫຼາຍຄູຫຼາຍສິດ
ພຣະອາຈານ ສົມພົບ...
ພຣະຄູ ຫຼວງປູ່ເສີມ
ພຣະມະຫາ ສຸຣິຍາ
ຟັງເພິ່ນເທດບໍ່ເຫັນເພິ່ນເວົ້າ ເຖິງເລື່ອງບົດສວດທີ່ແຕ່ງຂຶ້ນມາ...
ຄືວ່າຫັ້ນແຫລະສິດຕ່າງຄູຄວາມຮູ້ຍ່ອມຕ່າງກັນ ແຕ່ເປົ້າໝາຍກະແມ່ນປະຕິບັດຫັ້ນລະ
(ພຣະອາຈານ ສາມທ່ານນັ້ນ ຖ້າຢາກຮູ້ປະຫວັດ ກະໃຫ້ພິມຊື່ເພິ່ນເປັນພາສາໄທໃສ່ ກູໂກ້ຫັ້ນ ລະກະລອງຟັງເບິ່ງ ມີຫຼາຍເຫຼືອຄະນາ)

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ແຕ່ບວດໃນທັມມະວິໃນນີ້ຖ້າບໍ່ໄດ້ຕິບັດຕາມພຸດບັນຍັດຫຼືບໍ່ໄດ້ຟັງທັມທີ່ເປັນພຸດທະວະຈະນະບໍ່ມີທາງສິບັນລຸໄດ້ ທຸກຄົນຕ້ອງພຣະພຸດທະເຈົ້າເປັນອາຈານ ຖ້າປະຕາມຕົນຄິດ ຄົນເອງແຕ່ງແລ້ວ ແນ່ນອນການປະບັດຕ້ອງຕ່າງກັນເຖີງເປົ່າຫມາຍຈະຄືກັນບໍ່ມີວັນຈະໄປເຖີງ ພຣະອົງຕັດໄວ້ວ່າຖ້າບໍ່ສຶກສາຄຳຂອງຕະຖາຄົດແລ້ວຈະພັດຫຼົງເຂົ້າສູ່ມິດສາທິດຖິໂດຍບໍ່ຮູ້ຕົວທັງສອນມາຊົນໃຫ້ຫຼົງພິດຕາມ.
ການທຳສະມາທິກະຍັງພິດແລ້ວບາງກະສອນໃຫ້ທ່ອງ ພຸດໂທ ບາງກະສອນໃຫ້ ບໍລິກຳຫຍຸບຫນໍ ພອງຫນໍ ຢືນຕະຫລອດ ນັ່ງຕະຫຼຫອດ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເລື່ອງທຳມະອາຈານສົມພົບ,ພຣະຄູ ຫຼວງປູ່ເສີມ ເຄີຍຟັງມາກ່ອນແລ້ວເຫັນຄັດແຍ່ງກັນ ສ່ວນຕົວເອງກໍ່ສົງໃສແຕ່ພໍໄດ້ມາພົບຄຳສອນທີ່ແທ້ ຄືພຸທທະວະຈະນະຄຳແຕ່ງຂື້ນໃຫມ່ກໍ່ຫມົດລາຄາ ລອງຟັງພຸທທະວະຈະນະເບີ່ງ ຈາກອາຈາກຄຶກລິດທຸກຄຳຖາມຈະຍົກພະສູດຂື້ນມາຕອບ
ຄວາມສາມາດຂອງຕະຖາຄົດ http://www.youtube.com/watch?v=AtAb-8R-n7A

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
@Mai Thammathatsy
ຮູ້ສຶກວ່າທ່ານກຳລັງຈະເຮັດໃຫ້ສາດສະໜາມີຄວາມສັບສົນ ແລະແຕກແຍກໃດ໋ນິ!!
ແລ້ວທ່ານເດ?
+ບັນລຸທັມຮອດຂັ້ນໃດ ທ່ານກັບພຣະອາຈານທີ່ພຣະພິຂຸສົງເຫຼົ່ານັ້ນເອີ້ນເພິ່ນວ່າພຣະອະຣະຫັນ ໃຜເກີດກ່ອນກັນ?
ຂໍອະນຸຍາດເດີ້ຂ້ານ້ອຍ!!! ພໍຈບອກໄດ້ບໍ່ວ່າຈົວ
+ ບວດຢູ່ວັດໃດ?
+ ພຣະຄູທ່ານໃດເປັນຜູ້ອຸປະຊາ...?
+ ແຕ່ລະມື້ຈົວໄດ້ໄຫວ້ພຣະ ສວດມົນບໍ່?
+ ພຣະອາຈານຂອງຈົວໄຫວ້ພຣະສວດມົນບໍ່?
- (ຂ້ານ້ອຍໄດ້ຍິນ ຍາຄູ1 ເວົ້າເຖິງເລື່ອງ ວັດນາປ່າພົງ ເພິ່ນວ່າວັດນັ້ນຈະບໍ່ມີການໄຫວ້ພຮະສວດມົນ! ແມ່ນບໍ່?)
ຖ້າຫາກທ່ານສຶກສາເຖິງແທ້ກະບໍ່ຈຳເປັນຕ້ອງເອົາລິ້ງເຫຼົ່ານັ້ນມາລົງ... ໃຫ້ທ່ານຕອບຄຳຖາມທຸກຄຳຖາມຂອງຂ້ານ້ອຍໃຫ້ແຈ້ງດ້ວຍເຖີດ...
ແລ້ວບົດສວດມົນນັ້ນມັນມີກຳເນີດມາແຕ່ໃສ... ໃຜແຕ່ງຂຶ້ນ?
+ ຟັງແລ້ວໄດ້ໃຈຄວາມມາວ່າ ບົດທີ່ແຕ່ງຂຶ້ນໃໝ່ນັ້ນ ຫາກບໍ່ສອດຄ່ອງ ແລະມີເນື້ອຫາເປົ້າໝາຍທີ່ເຂົ້າກັນໄດ້ ນັ້ນຈຶ່ງບໍ່ຄວນຮຽນບໍ່ຄວນສຶກສາ
ນັ້ນສະແດງວ່າ ພຣະອາຈານທີ່ແຕ່ງບົດສູດເຫົ່ຼານັ້ນຂຶ້ນມາເພິ່ນກໍ່ໄດ້ສຶກສາລະອຽດແລ້ວ ຈື່ງເປັນທີ່ຍອມວຮັບໃນຫຼາຍໆປະເທດ... ແລະໄດ້ເຜີຍແຜ່ອອກໄປ
ຖ້າຫາກຕອບໄດ້ຂ້ານ້ອຍກະຍອມຮັບແລະຂໍຄາລະວະ!!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ...
ເລື່ອງທຳມະອາຈານສົມພົບ,ພຣະຄູ ຫຼວງປູ່ເສີມ ເຄີຍຟັງມາກ່ອນແລ້ວເຫັນຄັດແຍ່ງກັນ ສ່ວນຕົວເອງກໍ່ສົງໃສແຕ່ພໍໄດ້ມາພົບຄຳສອນທີ່ແທ້ ຄືພຸທທະວະຈະນະຄຳແຕ່ງຂື້ນໃຫມ່ກໍ່ຫມົດລາຄາ ລອງຟັງພຸທທະວະຈະນະເບີ່ງ ຈາກອາຈາກຄຶກລິດທຸກຄຳຖາມຈະຍົກພະສູດຂື້ນມາຕອບ

ພຣະອາຈານສົມພົບ ເພິ່ນກະບໍ່ໄດ້ສອນ ວ່າ ພູດໂທ ຍູບໜໍພອງໜໍ ຫຼື ສົມມາອະຣະຫັງ ເພິ່ນກະບໍ່ໄດ້ບອກນິ? ສະແດງວ່າເພິ່ນກະສຶກສາຫຼາຍສົມຄວນຈົນພຣະສົງຍົກຍ້ອງເພິ່ນວ່າເປັນ ພຣະໄຕປີດົກ ເຄື່ອນທີ່.

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ທຸກມື້ສາສະໜາມີຄວາມສັບສົນຢູ່ແລ້ວແລະແຕກອອກປັນຫລາຍນິກາຍ ພຣະບາງກູ່ມກະເຣັດເດຣັດສານວິຊາ ທຳນ້ຳມົນ ທຳພິທີເບີກແວ່ນວຽນທຽນ ປຸກເສກ ເປັນໝໍລົງເລກຍັນ....(ເບີ່ງພຣະສູດເຕັມປື້ມ ພຸດທະວະຈະນະ ເດຣັດສານວິຊາ) . ບໍ່ໄດ້ມີປະສົງຈະເຮັດໃຫ້່ເກີດຄວາມສັບສົນ ແຕ່ຢ່າງໃດ ແຕ່ຢາກເຜີຍແຜ່ ຢາກທຳຕາມປະສົງຂອງພຣະຜູ້ມີພຣະພາກຕັດໄວ້ “ ພິກສຸທັງຫຼາຍ ເລື່ອງເຄີຍມີມາແລ້ວກອງສຶກຂອງກະສັດພວກທະສາລາຫະຮຽກວ່າ ອານະກະ ເມື່ອກອງນີ້ມີແຜແຕກຫຼືລິ ພວກກພສັດທະສາລາຫະໄດ້ຫາເນື້ອໄມ້ອື່ນທຳເຮັດເປັນລິ່ມເສີມລົງໃນຮອຍແຕກຂອງກອງນັ້ນ (ຫລາຍຄັ້ງ) ນານເຂົ້າກໍ່ເຖີງສະໄໝໜຶ່ງເຊິ່ງເນື້ອໄມ້ເດີມຂອງຕົວກອງໝົດສີ້ນໄປ ເຫຼືອຢູ່ແຕ່ເນື້ອໄມ້ໃໝ່ທີ່ທຳເສີມເທ່ົານັ້ນ.
ພິກສຸ ທັງຫຼາຍ! ສັນໃດກໍ່ສັນນັ້ນ ໃນການຢືດຍາວຝ່າຍອານາຄົດ ຈັກມີພິກສຸ ທ.! ສູດຕັນຕະ(ຄຳສອນ)ເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົດ ເປັນຂໍໍ້ຄວາມລຶກ ມີຄວາມໝາຍຊື້ງເປັນຊັ້ນໂລກຸດຕະລະ ວ່າສະເພາະດ້ວຍເລື່ວງສູນຍະຕາ ເມື່ອມີຜູ້ນຳສູດຕັນຕະ(ຄຳສອນຂອງພຣະອົງ)ເຫຼົ່ານັ້ນມາກ່າວຢູ່ ຈັກບໍ່ຟັງດ້ວຍດີບໍ່ເງຍຫູຟັງ ບໍ່ຕັ້ງຈິດເພື່ອຈະຮູ້ທົ່ງເຖີງແລະຈະບໍ່ສຳຄັນວ່າຕົນຄວນສຶກສາ ສ່ວນສູດຕັນຕະເຫຼົ່າໃດທີ່ ນັກກະວີແຕ່ງຂື້ນໃຫມ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນສະຫຼະສະລວຍ ມີພະຍັນຊະນະອັນວິຈິດເປັນເລື່ອງນອກແນວເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳສູດຕັນຕະທີ່ ນັກກະວີແຕ່ງຂື້ນໃຫມ່ເຫຼົ່ານັ້ນມາກ່າວຢູ່ ຈັກຟັງດ້ວຍດີ ຈັກເງຍຫູຟັງ ຕັ້ງຈິດເພື່ອຈະຮູ້ທົ່ງເຖີງແລະຈະສຳຄັນວ່າຕົນຄວນສຶກສາ.
ພິກສຸທັງຫຼາຍ ! ຄວາມອັນຕະທານ(ໝົດໄປຄວາມຫາຍໄປ)ຂອງສູດຕັນຕະ(ຄຳສອນ)ເຫຼົ່ານັ້ນ ທີ່ເປັນຄຳຂອງຕະຖາຄົດ ທີ່ເປັນຂໍໍ້ຄວາມລຶກ ມີຄວາມໝາຍຊື້ງເປັນຊັ້ນໂລກຸດຕະລະ ວ່າສະເພາະດ້ວຍເລື່ວງສູນຍະຕາ ຈັກມີໄດ້ດ້ວຍອາກາດດັ່ງນີ້”.
ເພາະນີ່ແຫລະ ບໍ່ຮູ້ວ່າພຣະອົງຕັດໄວຄຳສອນພຣະອົງຈະມຫມົດໄປເພາະຄຳແຕ່ງໃຫມ່
ແລະ ພຣະອົງຕັດບອກໃຫ້ສຶກສາແຕ່ຄຳຂອງພະອົງ ຖ້າສຶກສາຄຳຂອງພຣະອົງແລ້ວ ທັມທີ່ຍັງບໍ່ປາກົດກໍ່ທຳໃຫ້ປາກົດໄດ້ ຍ່ອມເປີດທັມທີ່ຖຶກປິດໄວໄດ້ ຄວາມສົງໃສໃນທັມຫຼາຍປະການກໍ່ບັນເທົາລົງໄດ້ .
ພິກສຸໃນສະໄໝພຸທທະການກໍ່ກ່າວສອນແຕ່ ພຸທທະວະຈະນະ
ພຣະອົງຕັດວ່າ ຖ້າພຣະຮູບໃດນຳຄຳສອນອ້າງວ່າເປັນຄຳສອນຂອງພຣະອົງມາກ່າວແຕ່ຄັດກັນບໍ່ຄືກັນ ພຣະອົງໃຫ້ໃຊ້ຫຼັກຄື:
ມີພິກສຸໄນທັມມະວິໃນນີ້ກ່າຢ່ວາງນີ້ວ່າ ຂ້າພະເຈົ້າໄດ້ສະດັບມາສະເພາະພະພັກພະຜູ້ມີພະພາກວ່າ ນີ້ເປັນທັມ ນີ້ເປັນວິໄນ ນີ້ເປັນທັມຂອງພຣະສາສະດາ
...ອ້າງວ່າ ໄດ້ ຟັງມາຈາກອາວາດຊື່ນັ້ນ ມີຢູ່ສົງພ້ອມດ້ວຍພຣະເຖຣະ...
...ອ້າງວ່າ ຟັງມາຈາກອາວາດຊື່ນັ້ນ ມີພຣະເຖຣະຈຳນວນຫຼາຍເປັນພະຫຸສູດ ຮຽນຄຳພີ ຊົງທັມ ຊົງວິໄນ ຊົງມາຕິກາ...
...ອ້າງວ່າ ຟັງມາຈາກອາວາດຊື່ນັ້ນ ມີພຣະເຖຣະຮູບຫນື່ງເປັນພະຫຸສູດ ຮຽນຄຳພີ...
ຖ້າບົດແລະພະຍັນຊະນະສອບລົງໃນສູດກໍ່ບໍ່ໄດ້ ທຽບເຂົ້າໃນວິໄນກໍ່ບໍ່ໄດ້ ພືງສັນນິຖານວ່າ ນີ້ບໍ່ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ ແລະພິກສຸຮັບມາຜິດ ພືງລະຖີ້ມຄຳນັ້ນເສຍ. ຖ້າສອບເຂົ້າກັນໄດ້ ພືງສັນນິຖານວ່າ ນີ້ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ...

# ກະແມ່ນຢູ່ບໍ່ໄດ້ໄຫວ້ະພຣະສວດມົນ ເພາະບໍ່ມີຢູ່ໃນພຸທທະບັນຍັດ ຖ້າຈະໄດ້ໄຫວ້ະພຣະສວດມົນກະໄດ້ ແຕ່ຕ້ອງແມ່ນພຸດທະວະຈະນະ ມີປະໂຫຍດຄື 1.ເພື່ອຄວາມຕັ້ງໝັ້ນຂອງພຣະສັດທັມ 2.ເປັນເຄື່ອງໃຫ້ເຖີງວິມຸດ 3.ເປັນອາຫານຂອງຄວາມເປັນພະຫຸສູດ 4. ເປັນບໍລິຂານຂອງຈິດເພື່ບໍ່ມີເວັນບໍບຽດບຽນ 5. ເປັນອົງປະກອບຂອງຄວາມເປັນບໍລິສັດທີ່ເລີດ 6.ທຳໃຫ້ບໍ໋ເປັນມົຍທີນ 7.ເປັນເຫດໃຫ້ລະຄວາມງ່ວງໄດ້ ແລະ ຫຼົງລືມສະຕິທຳກາລະ ກໍ່ຍັງໄດ້ໄປເປັນເທວະດາ. ສະໄໝພຸດທະການ ພິກສຸກໍ່ສາທະຍາຍທັມການສາທະຍາຍທັມນັ້ນກໍ່ແມ່ນທ່ອງຄຳພະພຸດທະເຈົ້າ ໃນປັດຈຸບັນມີພຸດທະຮູບຈື່ງເອີ້ນວ່າໄຫວ້ພຣະ.
ໃນບົດໄຫວ້ບາງກະມີຄຳພະພຸທທະເຈົ້ານຳແລະທັງຄຳແຕ່ງຂື້ນໃຫມ່ ຖ້າສຶກສາຈະເຫັນວ່າຄັດກັນກັບຄຳພຣະພຸດທະເຈົ້າມີປື້ມໄຫວ້ພຣະແປສະບັບຫນຶ່ງ ເຊິ່ງມີຢູ່ໃນັ້ນວ່າ ມີຂັນ5ຂັນ ມີຂັນຂັນ4ຂັນ ມີຂັນ ຂັນດງວ ພຣະທະເຈົ້າບໍ່ໄດ້ຕັດເລີຍວ່າມີຂັນ ຂັນດງວ.
# ກະບໍໍ່ໄດ້ໝາຍຄວາມວ່າພຣະອາຈານສົມພົບ ເພິ່ສອນພູດໂທ ຍູບໜໍພອງໜໍ ຫຼື ສົມມາອະຣະຫັງ ແຕ່ຊາວທຸກນີ້ມັກໃຊ້ ພູດໂທ ຍູບໜໍພອງໜໍ ຫຼື ສົມມາອະຣະຫັງ
#ຄຳແຕ່ງໃຫມ່ແມ່ນມີໃນພະໄຕປິດົກແລະບໍ່ມີຍອມວ່າຂ້າພະເຈົ້າແຕ່ງ ມີແຕ່ບອກວ່າພະໂບລານນະຈານລົດຈະນາໄວ,ພະສັງຄີຕິຈານລົດນາໄວວ່າ,ອັຕຖະກະຖາອະທິບາຍໄວວ່າ. ການສັງຄາຍະນາຄຳສອນພະພຸທທະເຈົ້າເພື່ອຮັກສາຄຳສອນຂອງພຣະອົງໄວ ແຕ່ການສັງຄາຍະຍາແຕ່ລະຄັ້ງໄດ້ມີຄຳແຕ່ງໃຫມ່ເພີ່ມຂື້ມາເລື່ອຍໆເບີ່ງຈາກພຣະໄຕປິແຕ່ລະສຳນັກບອກວ່າຈະດຳລົງຮັກສາພຸດທະວະຈະນະໄວແຕ່ບໍ່ແມ່ນແນວນັ້ນໄດ້ເພີ່ມອັຕຖະກະຈານລົງເຮັດຕົວພະໄຕປິດົກເອງກໍ່ຄັດກັນທັງພຣະພຸດທະເຈົ້າພຣະອົງດຽວ.
ພະຣະໄຕປິດົກໄທແຕ່ລະສຳນັກຄັດລັອກມາຈາກບໃບລານອັກສອນຂອມ ໃບລານອັກສອນຂອມ ຢືມເອົາຈາກປະເທດລາວແລະປະເທດລາມັນແຕ່ກ່ອນ ໄປຄັດລອກ. ພະເຈົ້າອາໂສກໄດ້ສົ່ງຄຳມາລາວຈຶ່ງມີຂໍ້ມູນ ແຕ່ຢູ່ໄທຖຶກເຜົາຂໍ້ມູນເມື່ອກອບກູ້ປະເທດໄດ້ແລ້ວບໍ່ມີຄຳສອນທາງພຸທທະສາສະໜຈື່ງໄດ້ຢືມໄປຄັດລັອກ.

ພຣະໄຕປິດົກມີ ພຣະວິໄນ,ພຣະສູດແລະພຣະອະພິທັມ ພຣະວິໄນ ພຣະສູດ ມີຄຳພຣະພຸດທະເຈົ້າແລະຄຳແຕ່ງໃຫ່ ສ່ວນພຣະອະພິທັມປິດົກແມ່ນແຕ່ງໃຫມ່ທັງຫມົດ ຫົວຂໍ້ຄືກັນກັບພຸທທະວະຈະນະແຕ່ໃສ້ໃນເນື້ອໃນບໍ່ຄືກັນ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໂອ້ເນນຜູ້ນີ້ !!! ຂ້ານນ້ອຍເລື່ອມໃສໃນແຮງສັດທາ
ແຕ່ອັນທີ່ຂຽນມາຂ້າງເທິງນີ້ມັນບໍ່ກ່ຽວກັບສິ່ງທີ່ຖາມປານໃດ
ກະລູນາຕອບຄຳຖາມໃຫ້ຖືກແນ່ ຫຼືບ່ກ້າເປີດເຜີຍຕົນເອງຕໍ່ສາທາລະນະຊົນເພາະມີຄວາມຫວັ່ນເກງວ່າສິ່ງທີ່ເຮົາສັດທາຄົນຈະບໍ່ປີຕິຍິນດີຕາມ (ກຢາກໃຫ້ຕອບຄຳຖາມທີ່ຂ້ານ້ອຍຖາມຂ້າງເທິງຫັ້ນ)
ເນນກຳລັງເຮັດຜິດແລ້ວຮູ້ບໍ່ທີ່ກ່າວພາດພິງເຖິງພຣະອາຈານພຣະຄູເຫຼົ່ານັ້ນ!! ດ້ວຍຄວາມໝາຍທີ່ວ່າ
“# ຊັກເຄກາເມ ບົດສວດແຜ່ສ່ວນກຸສົນ ພຸດທະໄຊຍະມຸງຄຸນຄາຖາ 8 ທິດ (ພາຫຸງ) ເປັນບົດແຕ່ງຂື້ນໃໝ່ພາຍຫຼັງລໍ່ແມ່່ນຄຳພຣະຜູ້ມີພະພາກເຈົ້າ ທ່ອງໄປກະບໍ່ມີປະໂຫຍດທັງເຂົ້າໃຈຜິດເລື່ອງກຳວ່າຈະບັນດານໃຫ້ຕົວເອງໄດ້.”
ເນນ ກັບ ພຣະສາສະດາ ພຣະຄູອາຈານ ເຫຼົ່ານັ້ນ ໃຜຢູ່ໃກ້ພຣະພຸທທະເຈົ້າກ່ອນກັນ
ເລື່ອງສາດສະໜາດຽວແບ່ງເປັນຫຼາຍນິກາຍນັ້ນເຂົ້າໃຈດີ ແລະ ກະສຸດແລ້ວແຕ່ຜູ້ສັດທາ “ແຕ່ຫຼັກທັມແລ້ວລ້ວນສອນໃຫ້ເຮົາເປັນຄົນດີ ມີສິລ ຮູ້ບາບບຸນຄຸນໂທດບ່ແມ່ນຫວາ!? ” ແລ້ວທ່ານລະເປັນຫຍັງຈຶ່ງມາກ່າວກັບບສາດສະໜາທີ່ປວງຊົນນັບຖືເຄົາລົບບູຊາ ມາແຕ່ເຄົ້າແຕ່ເດີມເປັນທີ່ຍອມຮັບໃນຫຼາຍໆປະເທດ ໃຫ້ໄປໃນທາງເສື່ອມແບບນັ້ນລະ!?
+ ຖ້າຈະເອົາຕາມຈິງ ເປັນຫຍັງວັດນາປ່າພົງຈັ່ງໃຊ້ສື່ອອນລາຍເຫຼົ່ານີ້ ແລະ ຕົວເນນເອງກະຍັງໃຊ້ ສີ່ງເຫຼົ່ານີ້ ເພິ່ນໄດ້ບັນຍັດໄວ້ຫຼືບໍ່ວ່າ ເນນເດີ້ຕ້ອງໃຊ້ອິນເຕີເນັດເດີ້ ສ້າງກະແສເດີ້!!! ບົດສັນທະຍາຍທັມກະຕ້ອງເອົາສຽງດົນຕີ ທີ່ມ່ວນຫູເດີ້ໃສ່ພ້ອມມັນຈັ່ງເປັນຕາຟັງເພິ່ນໄດ້ບັນຍັດໄວ້ບໍ່? ນັ້ນເດ! ເນນກະຍັງຍອມຮັບໃນການຫັນປ່ຽນທາງສັງຄົມ ແມ່ນບໍ່ລະ? ຖ້າເນນສັດທາຍຶດຖືຄຳໝັ້ນແທ້ກະປະຕິບັດໄປບໍ່ຄວນມາກ່າວເຊັ່ນນັ້ນ

ຂ້ານ້ອຍເອງ ຊື່ນ້ອຍ ແຫ່ງວັດປ່າອຳພາວັນ ສະຫວັນນະເຂດ ເດີ້ !

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ buddhist54 ຂຽນວ່າ...
ທຸກມື້ສາສະໜາມີຄວາມສັບສົນຢູ່ແລ້ວແລະແຕກອອກປັນຫລາຍນິກາຍ ພຣະບາງກູ່ມກະເຣັດເດຣັດສານວິຊາ ທຳນ້ຳມົນ ທຳພິທີເບີກແວ່ນວຽນທຽນ ປຸກເສກ ເປັນໝໍລົງເລກຍັນ....(ເບີ່ງພຣະສູດເຕັມປື້ມ ພຸດທະວະຈະນະ ເດຣັດສານວິຊາ) . ບໍ່ໄດ້ມີປະສົງຈະເຮັດໃຫ້່ເກີດຄວາມສັບສົນ ແຕ່ຢ່າງໃດ ແຕ່ຢາກເຜີຍແຜ່ ຢາກທຳຕາມປະສົງຂອງພຣະຜູ້ມີພຣະພາກຕັດໄວ້ “ ພິກສຸທັງຫຼາຍ ເລື່ອງເຄີຍມີມາແລ້ວກອງສຶກຂອງກະສັດພວກທະສາລາຫະຮຽກວ່າ ອານະກະ ເມື່ອກອງນີ້ມີແຜແຕກຫຼືລິ ພວກກພສັດທະສາລາຫະໄດ້ຫາເນື້ອໄມ້ອື່ນທຳເຮັດເປັນລິ່ມເສີມລົງໃນຮອຍແຕກຂອງກອງນັ້ນ (ຫລາຍຄັ້ງ) ນານເຂົ້າກໍ່ເຖີງສະໄໝໜຶ່ງເຊິ່ງເນື້ອໄມ້ເດີມຂອງຕົວກອງໝົດສີ້ນໄປ ເຫຼືອຢູ່ແຕ່ເນື້ອໄມ້ໃໝ່ທີ່ທຳເສີມເທ່ົານັ້ນ.
ພິກສຸ ທັງຫຼາຍ! ສັນໃດກໍ່ສັນນັ້ນ ໃນການຢືດຍາວຝ່າຍອານາຄົດ ຈັກມີພິກສຸ ທ.! ສູດຕັນຕະ(ຄຳສອນ)ເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົດ ເປັນຂໍໍ້ຄວາມລຶກ ມີຄວາມໝາຍຊື້ງເປັນຊັ້ນໂລກຸດຕະລະ ວ່າສະເພາະດ້ວຍເລື່ວງສູນຍະຕາ ເມື່ອມີຜູ້ນຳສູດຕັນຕະ(ຄຳສອນຂອງພຣະອົງ)ເຫຼົ່ານັ້ນມາກ່າວຢູ່ ຈັກບໍ່ຟັງດ້ວຍດີບໍ່ເງຍຫູຟັງ ບໍ່ຕັ້ງຈິດເພື່ອຈະຮູ້ທົ່ງເຖີງແລະຈະບໍ່ສຳຄັນວ່າຕົນຄວນສຶກສາ ສ່ວນສູດຕັນຕະເຫຼົ່າໃດທີ່ ນັກກະວີແຕ່ງຂື້ນໃຫມ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນສະຫຼະສະລວຍ ມີພະຍັນຊະນະອັນວິຈິດເປັນເລື່ອງນອກແນວເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳສູດຕັນຕະທີ່ ນັກກະວີແຕ່ງຂື້ນໃຫມ່ເຫຼົ່ານັ້ນມາກ່າວຢູ່ ຈັກຟັງດ້ວຍດີ ຈັກເງຍຫູຟັງ ຕັ້ງຈິດເພື່ອຈະຮູ້ທົ່ງເຖີງແລະຈະສຳຄັນວ່າຕົນຄວນສຶກສາ.
ພິກສຸທັງຫຼາຍ ! ຄວາມອັນຕະທານ(ໝົດໄປຄວາມຫາຍໄປ)ຂອງສູດຕັນຕະ(ຄຳສອນ)ເຫຼົ່ານັ້ນ ທີ່ເປັນຄຳຂອງຕະຖາຄົດ ທີ່ເປັນຂໍໍ້ຄວາມລຶກ ມີຄວາມໝາຍຊື້ງເປັນຊັ້ນໂລກຸດຕະລະ ວ່າສະເພາະດ້ວຍເລື່ວງສູນຍະຕາ ຈັກມີໄດ້ດ້ວຍອາກາດດັ່ງນີ້”.
ເພາະນີ່ແຫລະ ບໍ່ຮູ້ວ່າພຣະອົງຕັດໄວຄຳສອນພຣະອົງຈະມຫມົດໄປເພາະຄຳແຕ່ງໃຫມ່
ແລະ ພຣະອົງຕັດບອກໃຫ້ສຶກສາແຕ່ຄຳຂອງພະອົງ ຖ້າສຶກສາຄຳຂອງພຣະອົງແລ້ວ ທັມທີ່ຍັງບໍ່ປາກົດກໍ່ທຳໃຫ້ປາກົດໄດ້ ຍ່ອມເປີດທັມທີ່ຖຶກປິດໄວໄດ້ ຄວາມສົງໃສໃນທັມຫຼາຍປະການກໍ່ບັນເທົາລົງໄດ້ .
ພິກສຸໃນສະໄໝພຸທທະການກໍ່ກ່າວສອນແຕ່ ພຸທທະວະຈະນະ
ພຣະອົງຕັດວ່າ ຖ້າພຣະຮູບໃດນຳຄຳສອນອ້າງວ່າເປັນຄຳສອນຂອງພຣະອົງມາກ່າວແຕ່ຄັດກັນບໍ່ຄືກັນ ພຣະອົງໃຫ້ໃຊ້ຫຼັກຄື:
ມີພິກສຸໄນທັມມະວິໃນນີ້ກ່າຢ່ວາງນີ້ວ່າ ຂ້າພະເຈົ້າໄດ້ສະດັບມາສະເພາະພະພັກພະຜູ້ມີພະພາກວ່າ ນີ້ເປັນທັມ ນີ້ເປັນວິໄນ ນີ້ເປັນທັມຂອງພຣະສາສະດາ
...ອ້າງວ່າ ໄດ້ ຟັງມາຈາກອາວາດຊື່ນັ້ນ ມີຢູ່ສົງພ້ອມດ້ວຍພຣະເຖຣະ...
...ອ້າງວ່າ ຟັງມາຈາກອາວາດຊື່ນັ້ນ ມີພຣະເຖຣະຈຳນວນຫຼາຍເປັນພະຫຸສູດ ຮຽນຄຳພີ ຊົງທັມ ຊົງວິໄນ ຊົງມາຕິກາ...
...ອ້າງວ່າ ຟັງມາຈາກອາວາດຊື່ນັ້ນ ມີພຣະເຖຣະຮູບຫນື່ງເປັນພະຫຸສູດ ຮຽນຄຳພີ...
ຖ້າບົດແລະພະຍັນຊະນະສອບລົງໃນສູດກໍ່ບໍ່ໄດ້ ທຽບເຂົ້າໃນວິໄນກໍ່ບໍ່ໄດ້ ພືງສັນນິຖານວ່າ ນີ້ບໍ່ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ ແລະພິກສຸຮັບມາຜິດ ພືງລະຖີ້ມຄຳນັ້ນເສຍ. ຖ້າສອບເຂົ້າກັນໄດ້ ພືງສັນນິຖານວ່າ ນີ້ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ...

# ກະແມ່ນຢູ່ບໍ່ໄດ້ໄຫວ້ະພຣະສວດມົນ ເພາະບໍ່ມີຢູ່ໃນພຸທທະບັນຍັດ ຖ້າຈະໄດ້ໄຫວ້ະພຣະສວດມົນກະໄດ້ ແຕ່ຕ້ອງແມ່ນພຸດທະວະຈະນະ ມີປະໂຫຍດຄື 1.ເພື່ອຄວາມຕັ້ງໝັ້ນຂອງພຣະສັດທັມ 2.ເປັນເຄື່ອງໃຫ້ເຖີງວິມຸດ 3.ເປັນອາຫານຂອງຄວາມເປັນພະຫຸສູດ 4. ເປັນບໍລິຂານຂອງຈິດເພື່ບໍ່ມີເວັນບໍບຽດບຽນ 5. ເປັນອົງປະກອບຂອງຄວາມເປັນບໍລິສັດທີ່ເລີດ 6.ທຳໃຫ້ບໍ໋ເປັນມົຍທີນ 7.ເປັນເຫດໃຫ້ລະຄວາມງ່ວງໄດ້ ແລະ ຫຼົງລືມສະຕິທຳກາລະ ກໍ່ຍັງໄດ້ໄປເປັນເທວະດາ. ສະໄໝພຸດທະການ ພິກສຸກໍ່ສາທະຍາຍທັມການສາທະຍາຍທັມນັ້ນກໍ່ແມ່ນທ່ອງຄຳພະພຸດທະເຈົ້າ ໃນປັດຈຸບັນມີພຸດທະຮູບຈື່ງເອີ້ນວ່າໄຫວ້ພຣະ.
ໃນບົດໄຫວ້ບາງກະມີຄຳພະພຸທທະເຈົ້ານຳແລະທັງຄຳແຕ່ງຂື້ນໃຫມ່ ຖ້າສຶກສາຈະເຫັນວ່າຄັດກັນກັບຄຳພຣະພຸດທະເຈົ້າມີປື້ມໄຫວ້ພຣະແປສະບັບຫນຶ່ງ ເຊິ່ງມີຢູ່ໃນັ້ນວ່າ ມີຂັນ5ຂັນ ມີຂັນຂັນ4ຂັນ ມີຂັນ ຂັນດງວ ພຣະທະເຈົ້າບໍ່ໄດ້ຕັດເລີຍວ່າມີຂັນ ຂັນດງວ.
# ກະບໍໍ່ໄດ້ໝາຍຄວາມວ່າພຣະອາຈານສົມພົບ ເພິ່ສອນພູດໂທ ຍູບໜໍພອງໜໍ ຫຼື ສົມມາອະຣະຫັງ ແຕ່ຊາວທຸກນີ້ມັກໃຊ້ ພູດໂທ ຍູບໜໍພອງໜໍ ຫຼື ສົມມາອະຣະຫັງ
#ຄຳແຕ່ງໃຫມ່ແມ່ນມີໃນພະໄຕປິດົກແລະບໍ່ມີຍອມວ່າຂ້າພະເຈົ້າແຕ່ງ ມີແຕ່ບອກວ່າພະໂບລານນະຈານລົດຈະນາໄວ,ພະສັງຄີຕິຈານລົດນາໄວວ່າ,ອັຕຖະກະຖາອະທິບາຍໄວວ່າ. ການສັງຄາຍະນາຄຳສອນພະພຸທທະເຈົ້າເພື່ອຮັກສາຄຳສອນຂອງພຣະອົງໄວ ແຕ່ການສັງຄາຍະຍາແຕ່ລະຄັ້ງໄດ້ມີຄຳແຕ່ງໃຫມ່ເພີ່ມຂື້ມາເລື່ອຍໆເບີ່ງຈາກພຣະໄຕປິແຕ່ລະສຳນັກບອກວ່າຈະດຳລົງຮັກສາພຸດທະວະຈະນະໄວແຕ່ບໍ່ແມ່ນແນວນັ້ນໄດ້ເພີ່ມອັຕຖະກະຈານລົງເຮັດຕົວພະໄຕປິດົກເອງກໍ່ຄັດກັນທັງພຣະພຸດທະເຈົ້າພຣະອົງດຽວ.
ພະຣະໄຕປິດົກໄທແຕ່ລະສຳນັກຄັດລັອກມາຈາກບໃບລານອັກສອນຂອມ ໃບລານອັກສອນຂອມ ຢືມເອົາຈາກປະເທດລາວແລະປະເທດລາມັນແຕ່ກ່ອນ ໄປຄັດລອກ. ພະເຈົ້າອາໂສກໄດ້ສົ່ງຄຳມາລາວຈຶ່ງມີຂໍ້ມູນ ແຕ່ຢູ່ໄທຖຶກເຜົາຂໍ້ມູນເມື່ອກອບກູ້ປະເທດໄດ້ແລ້ວບໍ່ມີຄຳສອນທາງພຸທທະສາສະໜຈື່ງໄດ້ຢືມໄປຄັດລັອກ.

ພຣະໄຕປິດົກມີ ພຣະວິໄນ,ພຣະສູດແລະພຣະອະພິທັມ ພຣະວິໄນ ພຣະສູດ ມີຄຳພຣະພຸດທະເຈົ້າແລະຄຳແຕ່ງໃຫ່ ສ່ວນພຣະອະພິທັມປິດົກແມ່ນແຕ່ງໃຫມ່ທັງຫມົດ ຫົວຂໍ້ຄືກັນກັບພຸທທະວະຈະນະແຕ່ໃສ້ໃນເນື້ອໃນບໍ່ຄືກັນ

ແລະສິ່ງນີ້ດີເພິ່ນສອນ ນັກບວດພຣະພິຂຸສົງເຫຼົ່ານັ້ນ .. ທີ່ສັດທາແລະຕ້ອງການທີ່ຈະບັນລຸໃນທັມ
+ ສະພາບປະຈຸບັນເປັນແນວໃດລະ!?
ຄົນໃນທົ່ວໂລກຕ້ອງອອກບວດໝົດເບາະ..? ແລ້ວນາຍຄູເດລະ!? ທະຫານເດ່ລະ!? ຕຳຫຼວດເດ່ລະ!? ຊາໄຮ່ນາທີ່ເຮັດໃຫ້ເນນມີຢູ່ມີກິນທຸກມື້ນີ້ເດລະ!? ແມ່ນແຕ່ໂທລະສັບມືຖືທີ່ເນນໃຊ້ຢູ່ຫັ້ນໃຜລະ!?.... ວັດທີ່ເນນຢູ່ເດລະໃຜລະທີ່ສ້າງ..!? ແລະອື່ນໆອີກ... (ຊິໃຫ້ໃຜມາເປັນ)
ການທີ່ມີບົດສວດຕ່າງໆກະດີນັ້ນລ້ວນແລ້ວແຕ່ເຮັດເພື່ອມະນຸດໂລກທີ່ສັດທາ ແລະສັນລະເສີນພຣະອົງ ແລະຍິ່ງມີການແປກໍ່ຍິ່ງເປັນການດີເພາະຈະໄດ້ເຂົ້າໃຈໃນເນື້ອຄວາມເຫຼົ່ານັ້ນ...

ມີພຽງຮັກແທ້ໃຜແນ່ຊິມາເອົາ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
arn jon jeb ta

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ saoseno ຂຽນວ່າ...
arn jon jeb ta

ເອີ່... ຈັ່ງໃດກະຈອບໃຈທີ່ເຂົ້າມາອ່ານ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ทรงเห็นสัตว์ดุจดอกบัว ๓ เหล่า
ราชกุมาร ! ครั้งนั้น เรารู้แจ้งคำเชื้อเชิญของสหัมบดีพรหมแล้ว,
และเพราะอาศัยความกรุณาในสัตว์ ท. เราตรวจดูโลกด้วยพุทธจักขุแล้ว. เมื่อ
เราตรวจดูโลกด้วยพุทธจักขุอยู่, เราได้เห็นสัตว์ ท. ผู้มีธุลีในดวงตาเล็กน้อยบ้าง,
มีมากบ้าง, ผู้มีอินทรีย์แก่กล้าบ้าง อ่อนบ้าง, มีอาการดีบ้าง เลวบ้าง,
อาจสอนให้รู้ได้ง่ายบ้าง ยากบ้าง; และบางพวกเห็นโทษในปรโลก โดยความ
เป็นภัยอยู่ก็มี; เปรียบเหมือนในหนองบัวอุบล บัวปทุม บัวบุณฑริก, ดอกบัว
บางเหล่าเกิดแล้วในน้ำ เจริญในน้ำ อันน้ำพยุงไว้ยังจมอยู่ในน้ำ, บางเหล่าเกิด
แล้วในน้ำ เจริญในน้ำ อันน้ำพยุงไว้ ตั้งอยู่เสมอพื้นน้ำ, บางเหล่าเกิดแล้วในน้ำ
เจริญในน้ำ อันน้ำพยุงไว้ โผล่ขึ้นพ้นน้ำ อันน้ำไม่ถูกแล้ว, มีฉันใด, ราชกุมาร !
เราได้เห็นสัตว์ทั้งหลายเป็นต่างๆ กันฉันนั้น.
ทรงแสดงธรรมเพราะเห็นความจำเป็น
ของสัตว์บางพวก
ภิกษุ ท. ! บุคคลบางคนในโลกนี้ ได้เห็นหรือไม่ได้เห็นตถาคตก็ตาม
ได้ฟังหรือไม่ได้ฟังธรรมวินัยที่ตถาคตประกาศแล้วก็ตาม ก็หาเข้ามาสู่คลองแห่ง
กุศลธรรมได้ไม่. แต่บุคคลบางคนในโลกนี้ ได้เห็นหรือไม่ได้เห็นตถาคตก็ตาม
ได้ฟังหรือไม่ได้ฟังธรรมวินัยที่ตถาคตประกาศแล้วก็ตาม ย่อมเข้ามาสู่คลองแห่ง
กุศลธรรมทั้งหลายได้โดยแท้. ส่วนบุคคลบางคนในโลกนี้ ต่อเมื่อได้เห็นตถาคต
หรือได้ฟังธรรมวินัยที่ตถาคตประกาศแล้ว จึงเข้ามาสู่คลองแห่งกุศลธรรม
ทั้งหลายได้ ถ้าไม่ได้เห็นตถาคต หรือไม่ได้ฟังธรรมวินัยที่ตถาคตประกาศแล้ว
ย่อมไม่เข้ามาสู่คลองแห่งกุศลธรรมทั้งหลายได้เลย.
ภิกษุ ท. ! ในบุคคล ๓ ประเภทนั้น มีบุคคลอยู่ประเภทหนึ่ง ซึ่ง
ต่อเมื่อได้เห็นตถาคตหรือได้ฟังธรรมวินัยที่ตถาคตประกาศแล้ว จึงจะเข้ามาสู่คลอง
แห่งกุศลธรรมทั้งหลายได้, ถ้าไม่ได้เห็นตถาคตหรือไม่ได้ฟังธรรมวินัยที่ตถาคต
ประกาศแล้ว ย่อมไม่เข้ามาสู่คลองแห่งกุศลธรรมทั้งหลายได้เลย. เราเพราะเห็น
แก่บุคคลประเภทนี้แหละ จึงอนุญาตให้มีการแสดงธรรม. และเพราะอาศัยบุคคล
ประเภทนี้เป็นหลักอีกเหมือนกัน จึงจำต้องแสดงธรรมแก่บุคคลประเภทอื่นด้วย.
ອ່ານປື້ມຂອງ ທ່ານພຸດທາດພິກຂຸ ສະບັບພຸດທະປະຫວັດຈາກພຸທທະໂອດ ຈະຮູ້ວ່າແຕກຕ່າງແນວໃດ ຫຼື ອ່ານສະບັບຂຸມຊັບ
ຄົ້ນຫາໃນກູໂດ້ ຂຽນໄທ ໄຟລ໌ pdf

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NeWLiFe ຂຽນວ່າ...
@Mai Thammathatsy
ຮູ້ສຶກວ່າທ່ານກຳລັງຈະເຮັດໃຫ້ສາດສະໜາມີຄວາມສັບສົນ ແລະແຕກແຍກໃດ໋ນິ!!
ແລ້ວທ່ານເດ?
+ບັນລຸທັມຮອດຂັ້ນໃດ ທ່ານກັບພຣະອາຈານທີ່ພຣະພິຂຸສົງເຫຼົ່ານັ້ນເອີ້ນເພິ່ນວ່າພຣະອະຣະຫັນ ໃຜເກີດກ່ອນກັນ?
ຂໍອະນຸຍາດເດີ້ຂ້ານ້ອຍ!!! ພໍຈບອກໄດ້ບໍ່ວ່າຈົວ
+ ບວດຢູ່ວັດໃດ?
+ ພຣະຄູທ່ານໃດເປັນຜູ້ອຸປະຊາ...?
+ ແຕ່ລະມື້ຈົວໄດ້ໄຫວ້ພຣະ ສວດມົນບໍ່?
+ ພຣະອາຈານຂອງຈົວໄຫວ້ພຣະສວດມົນບໍ່?
- (ຂ້ານ້ອຍໄດ້ຍິນ ຍາຄູ1 ເວົ້າເຖິງເລື່ອງ ວັດນາປ່າພົງ ເພິ່ນວ່າວັດນັ້ນຈະບໍ່ມີການໄຫວ້ພຮະສວດມົນ! ແມ່ນບໍ່?)
ຖ້າຫາກທ່ານສຶກສາເຖິງແທ້ກະບໍ່ຈຳເປັນຕ້ອງເອົາລິ້ງເຫຼົ່ານັ້ນມາລົງ... ໃຫ້ທ່ານຕອບຄຳຖາມທຸກຄຳຖາມຂອງຂ້ານ້ອຍໃຫ້ແຈ້ງດ້ວຍເຖີດ...
ແລ້ວບົດສວດມົນນັ້ນມັນມີກຳເນີດມາແຕ່ໃສ... ໃຜແຕ່ງຂຶ້ນ?
+ ຟັງແລ້ວໄດ້ໃຈຄວາມມາວ່າ ບົດທີ່ແຕ່ງຂຶ້ນໃໝ່ນັ້ນ ຫາກບໍ່ສອດຄ່ອງ ແລະມີເນື້ອຫາເປົ້າໝາຍທີ່ເຂົ້າກັນໄດ້ ນັ້ນຈຶ່ງບໍ່ຄວນຮຽນບໍ່ຄວນສຶກສາ
ນັ້ນສະແດງວ່າ ພຣະອາຈານທີ່ແຕ່ງບົດສູດເຫົ່ຼານັ້ນຂຶ້ນມາເພິ່ນກໍ່ໄດ້ສຶກສາລະອຽດແລ້ວ ຈື່ງເປັນທີ່ຍອມວຮັບໃນຫຼາຍໆປະເທດ... ແລະໄດ້ເຜີຍແຜ່ອອກໄປ
ຖ້າຫາກຕອບໄດ້ຂ້ານ້ອຍກະຍອມຮັບແລະຂໍຄາລະວະ!!

(ກະລຸນະຕອບຄຳຖາມເຫຼົ່ານີ້ທີ່ຖາມໄປຄັ້ງກ່ອນນັ້ນແນ່)
ລະສິ່ງນີ້ດີເພິ່ນສອນ ນັກບວດພຣະພິຂຸສົງເຫຼົ່ານັ້ນ .. ທີ່ສັດທາແລະຕ້ອງການທີ່ຈະບັນລຸໃນທັມ
+ ສະພາບປະຈຸບັນເປັນແນວໃດລະ!?
ຄົນໃນທົ່ວໂລກຕ້ອງອອກບວດໝົດເບາະ..? ແລ້ວນາຍຄູເດລະ!? ທະຫານເດ່ລະ!? ຕຳຫຼວດເດ່ລະ!? ຊາໄຮ່ນາທີ່ເຮັດໃຫ້ເນນມີຢູ່ມີກິນທຸກມື້ນີ້ເດລະ!? ແມ່ນແຕ່ໂທລະສັບມືຖືທີ່ເນນໃຊ້ຢູ່ຫັ້ນໃຜລະ!?.... ວັດທີ່ເນນຢູ່ເດລະໃຜລະທີ່ສ້າງ..!? ແລະອື່ນໆອີກ... (ຊິໃຫ້ໃຜມາເປັນ)
ການທີ່ມີບົດສວດຕ່າງໆກະດີນັ້ນລ້ວນແລ້ວແຕ່ເຮັດເພື່ອມະນຸດໂລກທີ່ສັດທາ ແລະສັນລະເສີນພຣະອົງ ແລະຍິ່ງມີການແປກໍ່ຍິ່ງເປັນການດີເພາະຈະໄດ້ເຂົ້າໃຈໃນເນື້ອຄວາມເຫຼົ່ານັ້ນ...
ຕອບຄຳຖາມແດ່ແມ້ ບໍ່ຕ້ອງບ່ຽງປະເດັນອອກໄປຢ່າງອື່ນ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ໂອ້ເນນຜູ້ນີ້ !!! ຂ້ານນ້ອຍເລື່ອມໃສໃນແຮງສັດທາ # ຄວນເລຶ່ອມໃສໃນພຣະພຸດ ພຣະທຳ ພຣະສົງ ຢູ່ໃນຄຸນທຳອົງແຫ່ງຄວາມເປັນໂສດາບັນ.
ເນນ ກັບ ພຣະສາສະດາ ພຣະຄູອາຈານ ເຫຼົ່ານັ້ນ ໃຜຢູ່ໃກ້ພຣະພຸທທະເຈົ້າກ່ອນກັນ # ເບີ່ງຈາກຄຳຖາມທ່ານອາດຈະຄິດວ່າຂ້າພະເຈົ້າຖືໃນແບບອາຈານ. ແຕ່ແຕ່ລະອາຈານ ອາຈານກະເອົາມາແຕ່ພະພຸດທະເຈົ້າແມ່ນບໍ່ ຫລື ວ່າອາຈານບາງອາຈານໄດ້ ຂໍ້ມູນມາຜິດ.
ແຕ່ຫຼັກທັມແລ້ວລ້ວນສອນໃຫ້ເຮົາເປັນຄົນດີ ມີສິລ ຮູ້ບາບບຸນຄຸນໂທດບ່ແມ່ນຫວາ!? ແລ້ວທ່ານລະເປັນຫຍັງຈຶ່ງມາກ່າວກັບບສາດສະໜາທີ່ປວງຊົນນັບຖືເຄົາລົບບູຊາ ມາແຕ່ເຄົ້າແຕ່ເດີມເປັນທີ່ຍອມຮັບໃນຫຼາຍໆປະເທດ ໃຫ້ໄປໃນທາງເສື່ອມແບບນັ້ນລະ!? # ຂ້າພະເຈົ້າບໍ່ໄດ້ກ່າວ ພຣະສາສະດາກ່າວບອກໄວ້ແລ້ວວ່າ ຢ່າແຕ່ງໃໝ່ ຢ່າບັນຍັດເພີ່ມແລະ ຢ່າໄປຟັງຄຳແຕ່ງໃຫມ່ ທ່ານກໍ່ອ່ານເບີ່ງດີໆຄຳຕອບກໍ່ເອົາມາຈາກພຣະສູດຂອງພຣະສາດາ ບໍ່ແມ່ນຄວາມເຫັນຂອງຂ້າພະເຈົ້າ. ແລະຄວາມເສື່ອມຂອງສາສະໜາພຣະອົງກໍ່ຕັດບອກແລ້ວວ່າ “ ຈະອັນຕະທານ(ຫມົດ)ໄປເພາະຄຳກະວີແຕ່ງໃໝ່”.
ຊັກເຄກາເມ ບົດສວດແຜ່ສ່ວນກຸສົນ ພຸດທະໄຊຍະມຸງຄຸນຄາຖາ 8 ທິດ ບໍ່ເຫັນມີຢູ່ໃນພະສູດແລະໃນພຸດທະການບໍ່ເຫັນໃດ້ການກ່າວກັບພະຜູ້ມີພະພາກເຈົ້າ ພຣະອົງມີແຕ່ທຳມະ ຖ້າທ່ານມີພະສູດຊ່ວຍເອົາມາຢືນຢັນແນ່ເຊີ່ງມີພະສູດພຣະອົງບອກວ່າຖ້າໃຕ່ຖາມສອບໃນຄຳຂອງພະອົງຈະເປັນບໍລິສັດທີ່ເລີດແຕ່ຖ້າຄັດກັນພະອົງກໍ່ໃຫ້ໃຊ້ລັກມະຫາປະເທດສີ່ .
ເລື່ອງສາດສະໜາດຽວແບ່ງເປັນຫຼາຍນິກາຍ? # ບໍ່ແມ່ນເພາະແຕກກັນອອກເປັນນິກາຍບໍທຸກມື້ຈຶ່ງສັບສົນແລະສອນຂື້ນຫົວຂໍ້ພາວະນາຄືກັນແຕ່ເນື້ອໃນບໍ່ຄືກັນແລ້ວກໍ່ຖຽງກັນວ່າຂໍ້ນີ້ຖືກຂໍ້ນີ້ຖືກທັງທີ່ພະອົງວາງຫລັກການໃວ້ໃຫ້ແລ້ວ.
ລະສິ່ງນີ້ດີເພິ່ນສອນ ນັກບວດພຣະພິຂຸສົງເຫຼົ່ານັ້ນ .. ທີ່ສັດທາແລະຕ້ອງການທີ່ຈະບັນລຸໃນທັມ? # ພຣະອົງບໍ່ໄດ້ສອນສະເພາະນັກນກບວດພຣະອົງສອນຄົນທຸກຊົນຊັ້ນແລະມີທັມະທຸກລະດັບ ສອນຄະລາວາດ ຜູ້ໂພບໍລິໂພກກາມ,ການຄອງເຮືອນ, ໃຫ້ເຂົ້້າເຖີງສຸກຄະຕິ,ສອນໃຫ້ໄດ້ອະລິຍະບຸກຄົນຕອ້ງເຮັດແນວໃດພຮະອົງໄດ້ບອກໄວ້ປະຕິປະທາໄວ້ຫມົດ ຈົນກະທັງສອນໃຫ້ລຸດພົ້ນ.ຕົວຢ່າງວ່າ ພຣະຕັດບອກ : ພິກສຸທັງຫຼາຍ ! ຄາລາວາດຊັ້ນເລີດເປັນແບບນີ້…ແລ້ວພິກສຸເຫຼົ່ານັ້ນຈຳເອົາແລ້ວກໍ່ຕ້ອງໄປເຜີຍແຜ່ໄຫ້ຄະລາວາດຕໍ່ ພຣະຜູ້ມີພຣະພາກຕັດວ່າ ຄະລາວາດ ຊັ້ນເລີດເປັນແບບນີ້…ນີ້ກໍ່ໃຫ້ເຫັນວ່າບໍ່ແມ່ນສອນສະເພາະນັກບວດ ພຣະອົງຕັດບອກພິກສຸ ເພື່ອໃຫ້ພິກສຸໄປແຜ່ຕໍ່
ສະພາບປະຈຸບັນເປັນແນວໃດລະ!? # ສະພາບປັດຈຸບັນກະຍັງຄົງມີ ການເກີດ ແກ່ ເຈັບ ຕາຍ ຍັງມີຮູບ ສຽງ ກີ່ນ ລົດ ອັນອັນຫນ້າພໍໃຈ. ຄົນໃນສະໄໝກ່ອນກໍ່ມີ ຮູບຮູບສຽງກີ່ນລົນອັນອັນຫນ້າພໍໃຈໃນແບບຂອງເຂົາ ແລະໃນອານາຄົດກໍ່ ຍັງຄົງມີ ຮູບ ສຽງ ກີ່ນ ລົດ ອັນອັນຫນ້າພໍໃຈໃນແບບຂອງເຂົາ ທັມະຂອງພະອົງຈຶ່ງຮຽກວ່າອາກາລິໂກໃຊ້ໄດ້ຕະຫຼອດ ກວດຕົນເອງໄດ້ໃຈ ປະຕິຈຈະສະມຸປບາດ ເມື່ອຕາເຫັນຮູບ ກໍ່ເກີດເວທະນາ ຄວາມັກ ຄວາມັກ ກໍ່ໃຫ້ເກີດຕັນຫາ ຄວາມຢາກໄດ້ ຈິດໃຈຂອງມະນຸດເຮົາປັດຈຸບັນກໍ່ຍັງບໍ່ປຽນໄປຈາກທຳຊາດທີ່ເປັນ.
ຄົນໃນທົ່ວໂລກຕ້ອງອອກບວດໝົດເບາະ..? # ເປັນໄປບໍ່ໄດ້ຄົນທຸກຕ້ອງອອກບວດເຊິ່ງອົງກໍ່ໄດ້ຕັດໄວ້ ປຽບເໝືອນບົວ3ເລົ່າ ຄົນມີທຸລີໃນດວງຕາຫລາຍ ປານກາງ ແລະຄົນມີທຸລີໃນດວງຕາຫລາຍນ້ອຍ
ແລະອິກພຣະສູດໜຶ່ງ ກໍ່ໄດ້ຕັດໄວ້ “ຄົນບາງຄົນໃນໂລກນີ້ ໄດ້ໄດ້ເຫັນຫຼືບໍ່ໄດ້ເຫັນກໍ່ຕາມໄດ້ຟັງຫຼໍືບໍ່ໄດ້ຟັງກໍ່ຕາມ ກໍ່ບໍ່ເຂົ້າມາສູ່ຄອງແຫ່ງກຸສົນທັມໄດ້ເລີຍ. ແຕ່ຄົນບາງຄົນໃນໂລກນີ້ ໄດ້ໄດ້ເຫັນຫຼືບໍ່ໄດ້ເຫັນກໍ່ຕາມໄດ້ຟັງຫຼໍືບໍ່ໄດ້ຟັງກໍ່ຕາມ ກໍ່ເຂົ້າມາສູ່ຄອງແຫ່ງກຸສົນທັມໄດ້ໂດຍແທ້. ສ່ວນຄົນບາງຄົນໃນໂລກນີ້ ຕໍ່ເມື່ອໄດ້ເຫັນໄດ້ເຫັນຕະຖາຄົດຫຼໍືໄດ້ຟັງທັັມວິໄນທີ່ຕະຖາຄົດປະກາດແລ້ວ ຈຶ່ງເຂົ້າມາສູ່ຄອງແຫ່ງກຸສົນທັມທັງຫຼາຍໄດ້ໄດ້ເລີຍ.
ພິ່ນໄດ້ບັນຍັດໄວ້ຫຼືບໍ່ວ່າ ເນນເດີ້ຕ້ອງໃຊ້ອິນເຕີເນັດເດີ້ ສ້າງກະແສເດີ້! ພຣະອົງບໍ່ໄດ້ເອົາການໃຊ້ມາວັດ ພຣະອົງວັດທີ່ ເມື່ອໃຊ້ໄປອະກຸສົນຈະຫຼືກຸສົນຈະເລີນ ໃຊ້ຄອມມີປະໂຫຍດ ຄືມີໂປແກມພຣະໄຕປີດົກ e-tipitaka ສາມາດຄົ້ນຫາພຣະສູດໄດ້ທັງທຽບຄ້ຽງບາລີໄດ້ ໂດຍບໍ່ໄດ້ໄປເປີດເທື່ອລະໜ້າ ແລະກະເຜີຍແຜ່ສາສະໜາ ກະໃຊ້ປະໂຫຍດຈາກຄອມ ບໍ່ໄດ້ໄປແນວທາງທີ່ບໍ່ດີ

ຖ້າເຂົ້າໃຈເຖີງພຣະອົງຕັດບອກໄວ້ວ່າ ຢ່າບັດຍັດສິ່ງທີ່ບໍ່ເຄີຍບັນຍັດ(ຢ່າແຕ່ງໃຫມ່) ,ໃຫ້ສຶກສາແຕ່ຄຳຂອງພຮະອົງແລະອິກຫຼາຍພຣະສູດທີ່ພຣະອົງຕັດຫ້າໄວແລະບອກວ່າ:ຄຳສອນທ່ານຈະຫມົດໄປຍ້ອນຄຳແຕ່ງຂື້ນໃຫມ່ ແລະກ່ອນປະລິນພພານໄດ້ຕັດເໝືອນຂໍຮ້ອງໄວ້: “ພວກທ່ານຢ່າເປັນບຸລຸດຄົນສຸດທາຍຂອງກັລລຍານະວັດ ຂອງເຮົາເລີຍ”.
ແບບຟອມຄຳເວົ້າຂອງພຣະພຸທທະເຈົ້າຈະມີລັກຊະນະເວົ້າຊ້ຳ ປ່ຽນຄຳໃຫມ່ໃສ່ ແຕ່ຄົງຄຳເດີມໄວ ຕົວຢ່າງ ພຣະສູດລັກສະນະຄົນຂອງສັມມາສຳພຸດທະ
ພິກສຸທັງຫຼາຍ ! ພິກສຸເຫຼົ່າໃດເປັນຄົນຫຼອກລວງ ກະດາງ ເວົ້າພລາມ ຍົກຕົວຈອງຫອງ ເປັນຜູ້ມີຈິດບໍ່ຕັ້ງໝັ້ນ
ພິກສຸທັງຫຼາຍ ! ພິກສຸເຫຼົ່ານັ້ນບໍ່ແມ່ນຄົນຂອງເຮົາ
ພິກສຸທັງຫຼາຍ ! ພິກສຸ ເຫຼົ່ານັ້ນພິກສຸເຫຼົ່ານັ້ນໄດ້ອອກໄປຈາກທັມວິໄນນີ້ເສີຍແລ້ວແລະພວກພິກສຸເຫຼົ່ານັ້ນ ຍ່ອມບໍ່ເຖີງຄວາມຈະເລີນງອກງາມໃນທັມວິໄນນີ້ໄດ້ເລີຍ.
ສ່ວນພິກສຸເຫຼົ່າໃດ ເປັນຄົນບໍ່ຫຼອກລວງ ກະດາງ ເວົ້າພລາມ ຍົກຕົວຈອງຫອງ ເປັນຜູ້ມີຈິດບໍ່ຕັ້ງໝັ້ນ
ພິກສຸທັງຫຼາຍ ! ພິກສຸ ເຫຼົ່ານັ້ນເປັນຄົນຂອງເຮົາ
ພິກສຸທັງຫຼາຍ ! ພິກສຸ ເຫຼົ່ານັ້ນພິກສຸເຫຼົ່ານັ້ນບໍ່ໄດ້ອອກໄປນອກ ຈາກທັມວິໄນນີ້ ແລະ ຍ່ອມເຖີງຄວາມຈະເລີນງອກງາມໃນທັມວິໄນນີ້.
ເຖີງຕອບຄຳຖາມຂອງຄົນຢູ່ຕ່າງສະຖານທີ່ ແລະສະແດງທັມ ກໍ່ໃຊ້ຄຳເວົ້າເປັນລະບົບ ຕະຫຼອດຊີວິດກໍ່ໃຊ້ແບບຟອມຄຳເວົ້າເປັນລະບຽບແຫ່ງຖ້ອຍຄຳ ເພື່ອໃຫ້ທຽບຄຽງຄຳຂອງພຣະອົງໄດ້ ແລະຄຳຂອງພະຍັງ link ກັນ ເຊື່ອມກັນ ບໍ່ຄັດແຍ່ງກັນ ມີຄົນດງວທີ່ເຮັດຄຳເວົ້າແບບນີ້ໄດ້ຄື ສັມມາສັມພຸທທະ ມີທັງຫົວຂໍ້ ທັງ ອະທິບາຍໃນຄຳຂອງພຣະອົງຄົບບໍລິບຸນ.
ຂໍ້ມຸນທີ່ຂ້າພະເຈົ້າເອົາມາຕອບນີ້ກະບໍ່ແມ່ນຕອບເອງສ່ວນຫຼາຍກະເອົາພຣະສູດ(ພຸດທະວະຈະ)ມາຕອບ ທ່ານພຸດທະທາດພິກຂຸ ກໍ່ໄດ້ແຍກເອົາຄຳແຕ່ງອອກ ຕະຫຼອດຊີວິດຂອງທ່ານພຸດທະທາດເຮັດໄດ້ປື້ມ 5 ເລ່ມທີ່ເປັນພຸທະວະຈະນະລ້ວນໆ ແລະອາຈານຄຶກລິດໄດ້ມາເຫັນຄວາມສຳຄັນຈຶ່ງໄດ້ຈຶ່ງໄດ້ສຶບຕໍ່ແຍກເອົາແຕ່ພຸດພະວະຈະນະ ເພື່ອໃຫ້ຄົນເລື່ອມໃສໄດ້ສຶກສາ.
ສະໄໝພຸທທະການຈຶ່ງມີອະລິຍະບຸກຄົນຫຼາຍແລະປັດຈຸບັນນີ້ເປັນຫຍັງຈຶ່ງມີອະລິຍະບຸກຄົນຫນ້ອຍ? ກໍ່ຍ້ອນຄົນສະໄໝພຸດທະການໄດ້ຟັງແຕ່ພຸທທະວະຈະນະ ພິກສຸເຜີຍແຜ່ກໍ່ໃຊ້ແຕ່ພຸທທະວະຈະ ໄດ້ຍີນແຕ່ພຸທທະວະຈະນະ .ຂໍ້ມຸນລຸ້ນຫຼັງທີ່ມີແຕ່ງໃຫມ່ເຂົ້າມາຄົນລູ້ນຫຼັງສຶກບາງຄົນກະສຶກສາຂໍ້ມູນຈິງ ບາງຄົນກະຖຶກຂໍ້ມຸນປອມ ຄົນຈັບໄດ້ສ່ວນເປັນພຸທທະວະຈະກໍ່ດີໄປ
ດັ່ງນັ້ນທັງທີ່ເຮົາກະຖືພຸດຄືກັນຢາກໃຫ້ລົດມານະແລ້ວອ່ານເບີ່ງຄຳຕອບອິກທີ່ຕອບໄປແບບລວມອາດຈະມີບາງຂໍ້ບໍ່ຊັດ ຫຼື້ ໃຊ້ຫຼັກຂອງພຣະຜູ້ມີພຣະພາກເຈົ້າຕັດໄວ້ວ່າ “ຢ່າຄິດວ່າສີ່ງນີ້ຈິງ ສີ່ງອື່ນເປົ່າ” ຫຼື “ຫຼັກກາລາມະສູດ” ແລະຫຼັກມາຫາປະເທດສີ່ ບອກວິທີແກ້ໄຂຄວາມຜິດພ້ຽນໃນຄຳສອນ ຕັດໄວ້ “ຂ້າພະເຈົ້າໄດ້ສະດັບມາສະເພາະພະພັກພະຜູ້ມີພະພາກວ່າ ນີ້ເປັນທັມ ນີ້ເປັນວິໄນ ນີ້ເປັນທັມຂອງພຣະສາສະດາ
...ອ້າງວ່າ ໄດ້ ຟັງມາຈາກອາວາດຊື່ນັ້ນ ມີຢູ່ສົງພ້ອມເປັນພະຫຸສູດ ຮຽນຄຳພີ ຊົງທັມ ຊົງວິໄນ ຊົງມາຕິກາ...
...ອ້າງວ່າ ຟັງມາຈາກອາວາດຊື່ນັ້ນ ມີພຣະເຖຣະຮູບຫນື່ງເປັນພະຫຸສູດ ຮຽນຄຳພີ...ມາກ່າວ
ພວກເຈົ້າທັງຫຼາຍຢ່າຟ້າວຊື່ນຊົມ ຢ່າຟ້າວຄັດຄ້ານຄຳກ່າວຂອງຜູ້ນັ້ນ ພືງຮຽນບົດແລະພະຍັນຊະນະໃຫ້ດີແລ້ວ
ສອບລົງໃນພຣະສູດກໍ່ບໍ່ໄດ້ ທຽບເຂົ້າໃນວິໄນກໍ່ບໍ່ໄດ້ ພືງສັນນິຖານວ່າ ນີ້ບໍ່ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ ແລະພິກສຸຮັບມາຜິດ ພືງລະຖີ້ມຄຳນັ້ນເສຍ. ຖ້າສອບເຂົ້າກັນໄດ້ ພືງສັນນິຖານວ່າ ນີ້ແມ່ນພຣະດຳຣັດຂອງພຣະຜູ້ມີພະພາກອົງນັ້ນແນ່ນອນ...
ຖ້າທຸກຄົນໃຊ້ແຕ່ຄຳພຣະສາສະດາຄວາມສັບສົນຂອງຊາວພຸດກໍ່ຄົງບໍ່ເກີດຂື້ນ
ຖ້າຜິດພາດປະການໃດກະຂໍອະໄພ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ແລ້ວຈົວຄິວ່າສັງຄົມພາຍໃນປະເທດເຮົາ ເປັນແນວໃດ...?
ຄວາມເຊື່ອຖືທີ່ມີມາຕັ້ງແຕ່ບູຮານ ແລະ ແຕ່ລະເຂດແຕ່ລະບ້ານກະບໍ່ຄືກັນອີກ... ສາດສະໜາບ້ານເຮົາປະສົມປະສານດ້ວຍພິທີກຳ ທັງພາມແນ່ ຜີແນ່ ພຸດແນ່ ໃນທຸກພິທີກຳນັ້ນກໍໄດແອບແຝງເອົາຄຳສອນຂອງພຮະອົງລົງໄປນຳ ເຊັ່ນວ່າ ສອນໃຫ້ເຂົາຮູ້ຈັກສິນ ທານ ແລະ ກຳ ແລະ ນັ້ນບໍ່ແມ່ນເພື່ອປັບສະພາບເພື່ອໃຫ້ສາດສະໜາພຸດຢູ່ຮ່ວມກັບຄົນລາວບໍ!?
+ ຈະບອກສອນຄາລະວາດແນວໃດເພື່ອໃຫ້ເຂົາເລື່ອມໃສໃນທັມ ກໍ່ຕ້ອງປະສົມປະສານໃນສິ່ງທີ່ເຈົາເຊື່ອງົມງວາຍນັ້ນເທື່ອລະນ້ອຍແລ້ວມັນຈະລົບເລືອນຫາຍໄປເອງ ເນນກະຄືກັນບໍ່ຄວນຍຶດຕິດຫຼາຍເກີນໄປຈະເກີດເປັນຖິດຖິ ເນນຄວນສຶກສາໃນລະອຽດຕື່ມບໍ່ຄວນປັກໃຈເຊື່ອຈົນກວ່າເນນຈະຄົ້ນພົບມັນດ້ວຍຕົນເອງ..

+ ຂ້ານ້ອຍເຂົ້າໃຈແລ້ວບາດນິ ທາງພຸທທະວັດຈະນະກະເຈົ້າໃຈ... ທາງທີ່ປະຕິບັດຢູ່ກະເຂົ້າໃຈ (ເພາະ ພຣະຄູທີ່ຕອບຄຳຖາມ ຂ້ານ້ອຍ ເພິ່ນກະສຶກສາ ພຸດທະວັດຈະນະຄືກັນ(ເພິ່ນມີປຶ້ມພຸດທະວັດຈະນະຂອງວັດນາປ່າພົງເກືອບໝົດທຸກຫົວ)) ແລະເພິ່ນກະຍັງສອນໃຫ້ຢຶດຫຼັກຄຳສອນ ແລະຄວນຮູ້ສ້າງສາ ແລະ ສັນລະເສີນ ພຣະພູທທຄຸນ ພຣະທັມມະຄຸນ ພຣະສົງ... ເພື່ອຄວາມພໍດີ ບໍ່ເຄັ່ງແລະບໍ່ຍານ
+ ຖ້າເບິ່ງໄປຄັກໆແລ້ວບົດສວດທີ່ແຕ່ງຂຶ້ນມານັ້ນ ພຣະຄູຜູ້ຮູ້ນັ້ນ ເພິ່ນຕອບໃຫ້ກະຈ່າງແລ້ວວ່າ ແຕ່ງຂຶ້ນມາເພື່ອສັນລະເສີນເຍີນຍໍ ພຣະພຸທທະອົງ ບໍ່ແມ່ນແຕ່ງຄຳສອນເພິ່ນໃໝ່ ຖ້າແປອອກມາແລ້ວກໍແມ່ນເປັນການຮວບຮວມເອົາເຫດການສຳຄັນໆ ໃນຄັ້ງພະພຸດທະການນັ້ນມາສັນລະເສີນ (ຖືກຫຼືບໍ່ເນນເອີ້ຍ?)
ແລ້ວເນນຄິດວ່າບົດສວດໃດ໋ແດ່ ທີ່ເພິ່ນແຕ່ງຂຶ້ນມາເອງ ເນນລອງຄົ້ນຄວ້າຫາ ຈາກທີ່ເປັນພາສາປາລີ ແລ້ວແປມາເປັນລາວເບິ່ງ ຂ້ານ້ອຍວ່າມັນເປັນຄຳສັນລະເສີນແລະຍົກຍ້ອງພຣະພຸທທະອົງ “ສັນລະເສີນ ບໍ່ແມ່ນດັດແປງແກ້ໄຂ ຫຼືເພີ່ມຂຶ້ນໃໝ່”

ຫຼືເນນເຫັນວ່າແນວໃດ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນວັດຢູ່ ອິນເດຍ ປະເທດທີ່ຢູ່ຊົມພູທະວີບຕ່າງໆທີ່ມີວັດເພີ່ນກະຊິບໍ່ສວດມົນໄຫວ້ພະເຊົ້າ-ແລງຕິເບາະ! ລະຄືປະຕິບັດກັນມາ?

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ NeWLiFe ຂຽນວ່າ...
ແລ້ວຈົວຄິວ່າສັງຄົມພາຍໃນປະເທດເຮົາ ເປັນແນວໃດ...?
ຄວາມເຊື່ອຖືທີ່ມີມາຕັ້ງແຕ່ບູຮານ ແລະ ແຕ່ລະເຂດແຕ່ລະບ້ານກະບໍ່ຄືກັນອີກ... ສາດສະໜາບ້ານເຮົາປະສົມປະສານດ້ວຍພິທີກຳ ທັງພາມແນ່ ຜີແນ່ ພຸດແນ່ ໃນທຸກພິທີກຳນັ້ນກໍໄດແອບແຝງເອົາຄຳສອນຂອງພຮະອົງລົງໄປນຳ ເຊັ່ນວ່າ ສອນໃຫ້ເຂົາຮູ້ຈັກສິນ ທານ ແລະ ກຳ ແລະ ນັ້ນບໍ່ແມ່ນເພື່ອປັບສະພາບເພື່ອໃຫ້ສາດສະໜາພຸດຢູ່ຮ່ວມກັບຄົນລາວບໍ!?
+ ຈະບອກສອນຄາລະວາດແນວໃດເພື່ອໃຫ້ເຂົາເລື່ອມໃສໃນທັມ ກໍ່ຕ້ອງປະສົມປະສານໃນສິ່ງທີ່ເຈົາເຊື່ອງົມງວາຍນັ້ນເທື່ອລະນ້ອຍແລ້ວມັນຈະລົບເລືອນຫາຍໄປເອງ ເນນກະຄືກັນບໍ່ຄວນຍຶດຕິດຫຼາຍເກີນໄປຈະເກີດເປັນຖິດຖິ ເນນຄວນສຶກສາໃນລະອຽດຕື່ມບໍ່ຄວນປັກໃຈເຊື່ອຈົນກວ່າເນນຈະຄົ້ນພົບມັນດ້ວຍຕົນເອງ..

+ ຂ້ານ້ອຍເຂົ້າໃຈແລ້ວບາດນິ ທາງພຸທທະວັດຈະນະກະເຈົ້າໃຈ... ທາງທີ່ປະຕິບັດຢູ່ກະເຂົ້າໃຈ (ເພາະ ພຣະຄູທີ່ຕອບຄຳຖາມ ຂ້ານ້ອຍ ເພິ່ນກະສຶກສາ ພຸດທະວັດຈະນະຄືກັນ(ເພິ່ນມີປຶ້ມພຸດທະວັດຈະນະຂອງວັດນາປ່າພົງເກືອບໝົດທຸກຫົວ)) ແລະເພິ່ນກະຍັງສອນໃຫ້ຢຶດຫຼັກຄຳສອນ ແລະຄວນຮູ້ສ້າງສາ ແລະ ສັນລະເສີນ ພຣະພູທທຄຸນ ພຣະທັມມະຄຸນ ພຣະສົງ... ເພື່ອຄວາມພໍດີ ບໍ່ເຄັ່ງແລະບໍ່ຍານ
+ ຖ້າເບິ່ງໄປຄັກໆແລ້ວບົດສວດທີ່ແຕ່ງຂຶ້ນມານັ້ນ ພຣະຄູຜູ້ຮູ້ນັ້ນ ເພິ່ນຕອບໃຫ້ກະຈ່າງແລ້ວວ່າ ແຕ່ງຂຶ້ນມາເພື່ອສັນລະເສີນເຍີນຍໍ ພຣະພຸທທະອົງ ບໍ່ແມ່ນແຕ່ງຄຳສອນເພິ່ນໃໝ່ ຖ້າແປອອກມາແລ້ວກໍແມ່ນເປັນການຮວບຮວມເອົາເຫດການສຳຄັນໆ ໃນຄັ້ງພະພຸດທະການນັ້ນມາສັນລະເສີນ (ຖືກຫຼືບໍ່ເນນເອີ້ຍ?)
ແລ້ວເນນຄິດວ່າບົດສວດໃດ໋ແດ່ ທີ່ເພິ່ນແຕ່ງຂຶ້ນມາເອງ ເນນລອງຄົ້ນຄວ້າຫາ ຈາກທີ່ເປັນພາສາປາລີ ແລ້ວແປມາເປັນລາວເບິ່ງ ຂ້ານ້ອຍວ່າມັນເປັນຄຳສັນລະເສີນແລະຍົກຍ້ອງພຣະພຸທທະອົງ “ສັນລະເສີນ ບໍ່ແມ່ນດັດແປງແກ້ໄຂ ຫຼືເພີ່ມຂຶ້ນໃໝ່”

ຫຼືເນນເຫັນວ່າແນວໃດ

ເວົ້າຢູ່ໃນປະເທດເຮົາກະມີຫຼາຍຄວາມເຊື່ອຢ່າງທີພຣະຜູ້ມີພຣະພາກຕັດໄວ້ “ເມື່ອຖຶກຄວາມກົວເຂົ້າແລ້ວ ຍ່ອມຖືເອົາສວນປ່າສັກສິດ,ຜູ້ເຂົາສັກສິດ,ຕົ້ນໄມ້,ລຸກຂະເຈດີ…ມາເປັນທີ່ພືງ”. ສ່ວນຕົວເອງກະເຫັນວ່າບໍ່ຕ່າງກັນປານໃດ
ບາງກູ່ມກະຢາກຮູ້ທັມມະ. ທານສິນພາວະນາ ພຣະອົງກໍ່ສອນໃຫ້ຢ່າງຄວບຖ້ວນບໍລິບຸນແລ້ວ ແຕ່ເພາະບໍ່ມີໃຜສຶກສາຄຳສອນທີ່ແທ້ເຜີຍແຜ່ ທານແນວໃດຈຶ່ງສິໄດ້ອະນິສົງຫຼາຍ ໃຫ້ທານກັບໃຜ ແງ່ມຸມໃນການໃຫ້ທານແລະວາງຈິດໃຫ້ທານຕ້ອງເຮັດແນວໃດ ພະອົງຕັດບອກໃຫ້ແລ້ວ”
ໃນສະໄໝພຸທທະການກໍ່ມີຢູ່ລັດທິໜຶ່ງທີ່ເຫັນວ່າທັມວິໄນຂອງສາສະໜາພຸດຮຸ່ງເຮືອງມີລາບສັກກາລະຫຼາຍຈຶ່ງຢາກໃຫ້ພວກຂອງຕົນຮຸ່ງເຮືອງແລ້ວກໍ່ເຂົ້າບວດໃນສາສະໜາເພື່ອຂະໂມຍທັມແລ້ວກະຖາມພິກສຸອື່ນເພື່ອໃຫ້ໄດ້ຄຸນວິເສດແຕ່ກໍ່ໄດ້ຄຳຕອບທຳນອງວ່າການບັນລຸທັມບໍ່ຈຳເປັນຕ້ອງໄດ້ຄຸນວິເສດ ຫາຄຳຕອບໍ່ໄດ້ເຈຶ່ງເຂົ້າຫາພຣະພຸດທະເຈົ້າ ແລ້ວກໍ່ໄດ້ບັນລຸທັມ ຈາກສຸສິມະກໍ່ຍອມຮັບພິດ ແລ້ວພະອົງກໍ່ຕັດ ຜູ້ໃດເຫັນໂທດໂດຍຄວາມເປັນແລ້ວທຳຄືນຕາມທຳ…ເປັນຄວາມຈະເລີນໃນອະລິບະວິໄນນີ້.ຫຼືວ່າກ່າວທັມຂອງພຣະອົງແລ້ວບອກວ່າເປັນທັມມະຂອງຕົວພະອົງຮຽກວ່າມະຫາໂຈນ.
ຂອບໃຈທີ່ເຕືອນ ຂ້າພະເຈົ້າຈະສຶກສາໃຫ້ລະອຽດ
ໃນສະໄໝພຸທທະການຍິ່ງມີຫຼາຍລັດທິຫຼາຍສາສະໜາ ແຕ່ເປັນຫຍັງພຸທທະສາສະໜາຈຶ່ງຮຸ່ງເຮື່ອງເພາະທັມມະທີ່ພຣະອົງປະກາດຄືຈສັດຈະຄວາມຈິ່ງ ພຸທທະສາສະໜາສອນໃຫ້ຮຼ້ອະລິຍະສັດ 4 ສອນໃຫ້ເດີນສາຍກາງ ອະລິຍະມັກມີອົງ 8 .ຖ້າສົມມຸດວ່າຄົນມີຄວາມເຫັນຜິດ ຄິດວ່າການຂ້າບິດາ ມານບໍ່ມີຜົນ(ບໍ່ມີບາບ,ບຸນ),ຄິດວ່າຮັກສາສີນບໍ່ມີຜົນ, ການປະຕິບັດຕາມມັກບໍ່ມີຜົນ ສາສະໜາຈະຕ້ອງປັບສະພາບໃຫ້ເຂົ້າກັບຄົນບໍ? ຄົນຕ່າງຫາກຈະຕ້ອງປັບສະພາບໃຫ້ເຂົ້າກັບຄວາມຈິງຕ້ອງສຶກສາໃຫ້ຮູ້ວ່າອັນໃດແມ່ນ ອັນໃດຖຶກຕ້ອງ.
ຖ້າຈະເອົາເຊື່ອງົມງວາຍນັ້ນມາປະສານເຂົ້ານຳກໍ່ຈະເປັນການກ່າວຕູ່ພຣະສາສະດາວ່າພະອົງບັນຍັດ ເລື່ງແບບນີ້ສະໄໝພະກໍ່ມີ. ຕ້ອງແຍກຂໍ້ມູນພຣະສາສະດາຕັດຢ່າງນີ້ ຄວາມເຊື່ງຢ່າງນີ້ ໃຫ້ເຂົາເລືອກເອົາ.
ໃນສະໄໝພຸທທະການມີຄົນກ່າວຕູ່ພຣະວ່າສະມານະໂຄໂດມຕິຕຽນການບູຊາເສຍທັງໝົດ ເຊິ່ງພຣະອົງກໍ່ຕັດຕອບວ່າ ເຮົາຕະຖາຄົດບໍ່ຕິຕຽນການບູຊາເສຍທັງໝົດ ການບູຊາໃດທີ່ບໍ່ບຽດບຽນສັດ ເຂົາບູາຊາເກີດປິຕິ ສຸກ ກໍ໋ຍັງເປັນອາສຸກຂະໂລກສະຫວັນ (ຍັງມີຫຼາຍໄນຍະທີພະອົງຕັດ)
+ ບອກພຣະສູດທີ່ເປັນພຸດທະວະນະ ເພາະຄຳຂອງພຣະອົງຄືອະນຸດສາສະນີປະຕິຫານ ຕາມພະສູດກະ ຖ້າສົງເຄາະຍາດກໍ່ໃຫ້ບອກອະລິຍະສັດ 4 ຫຼືຈະເນາະນຳຄະລາວາດ ມີຫຼາຍພຣະສູດ ທານ ສີນ ຄາະລາວາດຊັ້ນເລີດ ອີນພາວະນາຊັ້ນເລີດ ການມີສະຕິສັມປັດຊາຍະລໍຄອຍການຕາຍ… ຖ້າຮຼ້ກ່ຽວພຸທທະວະຈະມີຫຼາຍແງ່ມຸມທີ່ຈະແນະນຳ. ແຕ່ຖ້າບອກໄປເຂົາຄັດແຍ່ງເຮົາກະໃຊ້ຫຼັກການຕາມພຣະສາສະດາ ໃນສະໄໝພະອົງເຂົ້າສົນທະນາກັບລັດທີ່ອື່ນແນ່ນອນວ່າຕ້ອງຄັດກັນແຕ່ພຣະອົງບອກວ່າເວົ້າແຕ່ຂໍ້ທີ່ເຂົ້າກັນໄດ້ຂໍ້ທີ່ເຂົ້າກັນບໍ່ໄດ້ຈົ່ງຍົກໄວກ່ອນ(ວາງໄກ່ອນ) ບອກໄປແລ້ວເຂົາບໍ່ຟັງກະຕົວໃຜຕົວມັນນະລົກສະຫວັນທຸກຄົນຕ້ອງເດີນເອງ “ໃນເລື່ອງນີ້ ເຮົາຈັກເຮັດຫຍັງໄດ້ ຕະຖາຄົດເປັນແຕ່ພຽງຜູ້ບອກທາງ” (ໃນພຣະສູດຈະຍາວ) (ຖ້າສົນຍາກຈະຮູ້ເລື່ອງພຸດທະການກ່ຽວກັບພຣະອົງປະກາດສາສະໜາ,ການໂຕ້ຕອບສົນທະນາທັມະພຣະອົງຕອບແນວໃດ ກັບລັດທິອື່ນ…ໃຫ້ອ່ານພຸດທະປະຫວັດ ຈາກ ພະໂອດ ທີ່ທ່ານພຸດທະທາດພິກຂຸເຮັດ ຖືວ່າສຸດຍອດ )
ຂອບໃຈທີ່ເຕືອນ ຂ້າພະເຈົ້າຈະສຶກສາໃຫ້ລະອຽດ
+ ອນຸໂມທນານຳ ເຂົ້າໃຈໃນສິ່ງທີ່ພຣະອົງຕັດ
ຖ້າຈະສາທະຍາຍ(ເຮົາເອີ້ນວ່າສູດມົນ)ເພື່ອລະລຶກຫຼືສັນເສີນເຖີງພຣະອົງ ພຣະອົງຕັດບອກໃຫ້ແລ້ວ
ຕະຖາຄະໂຕ, ອະຣະຫັງ, ສັມມາສັມພຸທໂທ,ວິຊຊາຈາຣະນະສັມປັນໂນ,ສຸຄະໂຕ, ໂລກະວິທູ, ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ,ສັຕຖາ ເທວະມະນຸສສານັງ, ພຸທໂທ, ພະຄະວາ, ໂຍ ອິມັງ ໂລກັງ ສະເທວະກັງ ສະມາຣະກັງ ສະພຣົມະກັງ, ສັສສະມະນະພຣາມະນິງ ປະຊັງ ສະເທວະມະນຸສສັງ ສະຍັງ ອະພິນຍາ ສັຈສິກັຕະວາ ປະເວເທສິ ໂຍ ທັມມັງ ເທເສສິ, ອາທິກັລະຍານັງ, ມັຊເຊກັລະຍານັງ, ປະຣິໂຍສານະກັລະຍານັງ,ສາຕຖັງ ສະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ ພຣົມະຈະຣິຍັງ ປະກາເສສິ, ພຣະຕະຖາຄົຕເຈົ້ານັ້ນພຣະອົງຄ໌ໃດ ເປັນຜູ້ໄກຈາກກິເລສ ເປັນຜູ້ຕັສຣູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖີງພ້ອມດ້ວຍວິດຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກບຸຣຸສທີ່ສົມຄວນຝຶກ ໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຜູ້ສອນຂອງເທວະດາແລະ ມະນຸດທັ້ງຫລາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ ເປັນຜູ້ມີຄວາມຈຳເຣີນຈຳແນກທັມສັ່ງສອນສັຕວ໌
ພຣະຜູ້ມີພຣະພາກເຈົ້າພຣະອົງຄ໌ໃດ, ໄດ້ຊົງທຳຄວາມດັບທຸກຂ໌ໃຫ້ແຈ້ງດ້ວຍພຣະປັນຍາອັນຍິ່ງເອງແລ້ວ, ຊົງສອນໂລກນີ້ ພ້ອມທັ້ງເທວະດາ, ມາຣ, ພຣົມ,ແລະໝູ່ສັຕວ໌,ພ້ອມທັ້ງສະມະນະພຣາມ, ພ້ອມທັ້ງເທວະດາ ແລະ ມະນຸດໃຫ້ຮູ້ຕາມ ພຣະຜູ້ມີພຣະພາກເຈົ້າ ພຣະອົງຄ໌ໃດ, ຊົງສະແດງທັມແລ້ວ
ງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ
ຊົງປະກາດພຣົມະຈັນ, ຄື ແບບແຫ່ງການປະຕິບັດອັນປະເສີດ, ບໍຣິສຸທທິ໌ ບໍຣິບູຣນ໌ສິ້ນເຊີງ, ພ້ອມທັງອັດຖະ(ຄຳອະທິບາຍ), ພ້ອມທັງພະຍັນຊະນະ(ຫົວຂໍ້)

ສວາກຂາໂຕ ພະຄະວະຕາ ທັມໂມ, ສັນທິຕຖິໂກ, ອະກາລິໂກ, ເອຫິປັສສິໂກ,ໂອປະນະຍິໂກ, ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ,
ພຣະທັມນັ້ນໃດ,ເປັນທັມທີ່ພຣະຜູ້ມີພຣະພາກເຈົ້າ ໄດ້ຕຣັສໄວ້ດີແລ້ວເປັນທັມທີ່ຜູ້ສຶກສາ ແລະປະຕິບັດຕ້ອງເຫັນດ້ວຍຕົນເອງ ເປັນທັມທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈຳກັດກາລເປັນທັມທີ່ຄວນກ່າວກັບຜູ້ອື່ນວ່່າ ທ່ານຈົ່ງມາເບິ່ງເຖີດ ເປັນທັມທີ່ຄວນນ້ອມເຂົ້າມາໃສ່ຕົວ ເປັນທັມທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ
ຖ້າຈະສັນເສີນພຣະສົງກໍ່ໃຫ້ສັນຢ່າງນີ້ ພຣະສົງຂອງອົງປະຕິບັດດີ,ປະຕິບັດເພື່ອອອກຈາກທຸກ,ປະຕິບັດຕົງຕາມພຣະສາສະດາບັນຍັດ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍະທິທັງ, ຈັຕຕາຣິ ປຸຣິຍະຍຸຄານິ ອັັຕຖະ ປຸຣິສະປຸຄຄະລາ, ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນີຍໂຍ, ປາຫຸເນີຍໂຍ,ທັກຂິເນີຍໂຍ, ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ
ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ,
ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ, ປະຕິບັດກົງແລ້ວ
ສົງຄ໌ສາວົກຂອງພຣະຜູ້ມີພຣະ ພາກເຈົ້ານັ້ນ ໝູ່ໃດ, ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ, ປະຕິບັດສົມຄວນແລ້ວໄດ້ແກ່ບຸກຄົນເຫລົ່ານີ້ ຄື ຄູ່ແຫ່ງບຸຣຸສ ໔* ຄູ່, ນັບຮຽງຕົວບຸຣຸສໄດ້ ໘ ບຸຣຸສ ນັ້ນແຫລະສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າ ເປັນສົງຄ໌ຄວນສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນຜູ້ຄວນຮັບເຊີ່ງທັກສິນາທານ,ເປັນເນື້ອນາບຸນຂອງໂລກ,ບໍ່ມີນາບຸນອື່ນຍິ່ງກວ່າ
ຫຼືພຣະວ່າຖ້າຈະສັນເສີນຕະຖາຄົດຢ່າງຖຶກຕ້ອງໃຫ້ສັນເສີນວ່າຕະຖາຄົດຮູ້ປະຕິຈຈະມຸປປະນາທັມ(ປະຕິຈຈະສະມຸປບາດ) ພຣະອົງຕັດໄວ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາທຸ...ສາທຸ...ສາທຸ... ຂໍອະນຸໂມທະນາບຸນນຳ......ພວກທ່ານທັງຫຼາຍມີແຕ່ຜູ້ມີຄວາມຮູ້,,,ຂ້ອຍກະບໍ່ມີຫຍັງສິເວົ້າຫລາຍ ພຽງແຕ່ຢາກໃຫ້ແງ່ຄິດນ້ອຍນຶ່ງວ່າ: ຄວາມຮູ້ຄວາມສາມາດທີ່ພວກທ່ານມີນະ ມີໄວ້ເພື່ອສອນຄົນອື່ນບໍ່ ຫຼື ວ່າມີໄວ້ເພື່ອຂົ່ມຄົນອື່ນ(ຖາມໃຈຕົວເອງ ແລະ ກະຕອບໃຈຕົວເອງຫັ້ນລະ ບໍ່ບອກຂ້ອຍກະຢ່າ.... ແຕ່ຢ່າຕົວະໂຕເອງເດລະ,,,,) ແລະ ອີກປະການນຶ່ງ ສະໄໝພຸດທະການມີພະຮູບນຶ່ງ ມີຄວາມຮູ້ແຕກສານໃນພະໄຕປິດົກ ແຕ່ເປັນຫຍັງພະພຸດທະອົງຈຶ່ງເອີ້ນພະຮູບນັ້ນວ່າ: ພະໂຕເປົ່າ, ພະບໍ່ມີອີຫຍັງ, ພະໃບລານເປົ່າ,,, ຂໍ້ນີ້ກະຢາກໄຫ້ເອົາໄປຄິດລະກະຕອບໂຕເອງໃນໃຈຄືເກົ່າຫັ້ນລະ,,,, ຂໍອະໄພຫຼາຍໆຂ້ອຍມັນຄົນຄວາມຮູ້ນ້ອຍ ເວົ້າຫຍັງກະບໍ່ມີຫົວຂໍ້ ເນື້ອໃນກະບໍ່ມີ ບາລີກະເວົ້າບໍ່ໄດ້ ສິອ້າງພຸດທະວັດຈະນະກະບໍ່ເປັນ ມີແຕ່ພາສາລາວແຂ່ນໆສອງປະໂຫຍກສົ່ງທ້າຍນິລະວ່າ:
1, ກຳໃດໃຜກໍ່ ຜູ້ນັ້ນຍ່ອມໄດ້ຮັບຜົນຂອງກຳນັ້ນແນ່ນອນ,
2, ເຮົາຕະຖາຄົດ ເປັນພຽງຜູ້ບອກທາງ,