ກະທູ້ມາໃໝ່ | ຫມວດ | ເທັກໂນໂ... » ບັນຫາຄອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄື ຄອມພິວເຕີ ຊອ່ງ c (ຊ່ອງຂອງ windows) ຂອງ ຂພຈ ມັນມີເນື້ອທີ່ຫຼາຍເກີນຄວາມຈຳເປັນ ເລີຍຢາກຖາມວ່າ ສາມາດແບ່ງອອກໄດ້ບໍ່? ທ່ານໃດ໋ມີວິທີ ຫຼື ຕ້ອງມີໂປຮແກຮມຫຍັງແບ່ງແນ່ ກະລຸນາຊ່ວຍແນ່ ຂອບໃຈລ່ວງໜ້າເດີ່!! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຖ້າ window7 ແມ່ນ partition wizard ຖ້າ windows xp ໃຊ້ partition magic ມັນຈະແນ່ນອນກ່ວາໃຊ້ Disk management ຂອງ window ເອງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
Windows 7 ນະທ່ານ luffy ແບ້ງຊ່ອງ c (ຊ່ອງຂອງ windows) ໃດ໋ ແບ່ງອອກມາແລ້ວມັນຊິບໍ່ມີບັນຫາບໍ່? ແລະ ຂໍ້ມູນເຮົາເດ໋ ຊິບໍ່ເສຍຫາຍຫວ໋າ Disk management ຂອງ windows ໄຊ້ແບ່ງຊ່ອງ c ກະໃດ້ຫວ໋າ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
Windows 7 ນະທ່ານ luffy ແບ້ງຊ່ອງ c (ຊ່ອງຂອງ windows) ໃດ໋ ແບ່ງອອກມາແລ້ວມັນຊິບໍ່ມີບັນຫາບໍ່? ແລະ ຂໍ້ມູນເຮົາເດ໋ ຊິບໍ່ເສຍຫາຍຫວ໋າ Disk management ຂອງ windows ໄຊ້ແບ່ງຊ່ອງ c ກະໃດ້ຫວ໋າ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສຳຮອງຂໍ້ມູນໃສ່ Haddisk ອື່ນ ຫລື DVD ໄວ້ກ່ອນຄ່ອຍລອງ ບໍ່ມີບາດແຜກະບໍ່ມີປະສົບການ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
Partition Wizard Home Edition ແບ່ງໄດ້ບໍ່ມີປັນຫາ ແບ່ງCໄປD ຫຼື ແບ່ງDມາC ໄດ້ໝົດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ... Partition Wizard Home Editionແບ່ງໄດ້ບໍ່ມີປັນຫາ ແບ່ງCໄປD ຫຼື ແບ່ງDມາC ໄດ້ໝົດ ໂດຍ... ເຮັດຈັ່ງໃດນະ... ຂໍຄວາມຊ່ວຍເຫຼືອແນ່!! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ລອງຊອກຫາວິທີໃນgoogle ໃນyoutubeເບິ່ງເດີ ມັນຫຼາຍຂັ້ນຕອນ ຂ້ອຍບໍ່ໄຫວສິcapໜ້າຈໍ ບໍ່ຍຸ່ງຍາກດອກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໂດຍ ຂອບໃຈຫຼາຍໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
1 ຄິກຂວາDriveທີ່ຕ້ອງການລົດຂະໜົາດ (ອັນນີ້ລົດ Drive C) 2 ຄິກເມ້າຈາກຂວາມາດ້ານຊ້າຍ ຕ້ອງການລົດເທົ່າໄດ໋ເລືອກເອົາ 3 ສິເຫັນພື້ນທີ່ວ່າງລະຫວ່າງ CກັບD 4 Drive D ເຮັດຄືກັບ Drive C ຄັ້ງທຳອິດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
5 ລາກເມົ້າໃຫ້ສຸດ ແລ້ວຍ່າລືມກົດ OK (ຂໍ້2 ກົດOKນຳເດີ ລືມບອກ) 6 ຂະໜົາດຂອງDrive C ລົດລົງແລ້ວ 7 ຂັ້ນຕອນສຸດທ້າຍApply ກົດOK ເຄື່ອງRestart ເປັນອັນສົມບູນ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ... 1 ຄິກຂວາDriveທີ່ຕ້ອງການລົດຂະໜົາດ (ອັນນີ້ລົດ Drive C) 2 ຄິກເມ້າຈາກຂວາມາດ້ານຊ້າຍ ຕ້ອງການລົດເທົ່າໄດ໋ເລືອກເອົາ 3 ສິເຫັນພື້ນທີ່ວ່າງລະຫວ່າງ CກັບD 4 Drive D ເຮັດຄືກັບ Drive C ຄັ້ງທຳອິດ ຂອບໃຈຫຼາຍໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ... 5 ລາກເມົ້າໃຫ້ສຸດ ແລ້ວຍ່າລືມກົດ OK (ຂໍ້2 ກົດOKນຳເດີ ລືມບອກ) 6 ຂະໜົາດຂອງDrive C ລົດລົງແລ້ວ 7 ຂັ້ນຕອນສຸດທ້າຍApply ກົດOK ເຄື່ອງRestart ເປັນອັນສົມບູນ ຂອບໃຈຫຼາຍໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຕັ້ງໃໝ່ໝົດກໍເປັນອີກທາງເລືອກໜື່ງ ແຕ່ຕ້ອງສໍາຮອງຂໍ້ມູນກ່ອນ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ koymanpai ຂຽນວ່າ... ຕັ້ງໃໝ່ໝົດກໍເປັນອີກທາງເລືອກໜື່ງ ແຕ່ຕ້ອງສໍາຮອງຂໍ້ມູນກ່ອນໂດຍ... ຂອບໃຈ ແຕ່ຂ້ອຍບໍ່ມີ External Hard Disk ນະ.... ຂອບໃຈຫຼາຍໆເດີ່ |