ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮັກສາຄວາມລັບ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ເມື່ອໝູ່ຂອງທ່ານເຊິ່ງລາວໄວ້ໃຈທ່ານທີ່ສຸດ ລາວໄດ້ບອກຄວາມລັບຂອງລາວໃຫ້ທ່ານຟັງ ແລະມັນເປັນຄວາມລັບທີ່ບອກໃຜບໍ່ໄດ້ ແຕ່ວ່າຖ້າບອກໄປລະຄືຊິເປັນເລື່ອງເດັດ ຢາກຮູ້ວ່າທ່ານເປັນຄົນຮັກສາຄວາມລັບໄດ້ດີເທົ່າໃດ?? ແລະທ່ານເຄີຍເອົາຄວາມລັບໝູ່ໄປເຜົາບໍ່???


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍເຜົາ........ຈູດຖີ້ມລ້ວນໆ.........

55555 5.5 ເວົ້າຫລິ້ນ.................

ຖ້າຮັບປາກຫມູ່ວ່າບໍ່ກະຄືບໍ່...............


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ever...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ບໍ່ເຄີຍເອົາໄປເວົ້າລັບຫຼັງມັນຈັກເທື່ອ(ເວົ້າຕໍ່ໜ້າຕອນມັນຢູ່ຫັ້ນລ່ະ!)

ຄັນເອົາໄປຈູດໄປເຜົາມັນກະຊິເລິດມ່ວນບໍ່ມີເລື່ອງເວົ້າ!!!!!! ເວົ້າກ່ອນລະຈັ່ງເຜົາຖິ້ມສະ!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນສອງຄົນຮູ້ລະສະແດງວ່າມັນຈະບໍ່ເປັນຄວາມລັບອີກຕໍ່ໄປ

ທ້າວທອງໃສ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງ

you will when you believe

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ຄັນເປັນເລື້ອງສິຂາຍໜ້າມັນແນ່ບາງເທື່ອກະເອົາມາເວົ້າກວນກັນຕໍ່ໜ້າມັນຫັ້ນແຫຼະ

ແຕ່ຄັນເປັນເລື້ອງທີ່ສຳຄັນ ເຮົາກະບໍ່ເຮັດ...



໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກສາຢູ່ແລ້ວ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມລັບກະຄືຄວາມລັບ ໝູ່ໄວ້ໃຈເຮົາຈື່ງບອກໃຫ້ເຮົາຮູ້ ຖ້າເຮົາເອົາຄວາມລັບຂອງໝູ່ໄປເຜົາ ກະເທົ່າກັບວ່າຕົນເອງເຜົາຄວາມໄວ້ວ່າງໃຈທີ່ໝູ່ມີໃຫ້ຕົນ ແລ້ວໃຜຊິຢາກມາຄົບຄ້າສະມາຄົມນຳ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ແລ້ວເວລາເຮົາຖືກໝູ່ເອົາເລື່ອງຄວາມລັບເຮົາໄປເວົ້າເຮົາຮູ້ສຶກແນວໃດ?


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luvualwayz ຂຽນວ່າ...
ເມື່ອໝູ່ຂອງທ່ານເຊິ່ງລາວໄວ້ໃຈທ່ານທີ່ສຸດ ລາວໄດ້ບອກຄວາມລັບຂອງລາວໃຫ້ທ່ານຟັງ ແລະມັນເປັນຄວາມລັບທີ່ບອກໃຜບໍ່ໄດ້ ແຕ່ວ່າຖ້າບອກໄປລະຄືຊິເປັນເລື່ອງເດັດ ຢາກຮູ້ວ່າທ່ານເປັນຄົນຮັກສາຄວາມລັບໄດ້ດີເທົ່າໃດ?? ແລະທ່ານເຄີຍເອົາຄວາມລັບໝູ່ໄປເຜົາບໍ່???


ເອົາເລື່ອງຄວາມລັບຄົນໄປເມົ້ານີ້ອາດຈະມ່ວນແຕ່ຈະເສຍໝູ່ໄປເລີຍຕະຫຼອດຊີວິດ.


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ozone ຂຽນວ່າ...
ແລ້ວເວລາເຮົາຖືກໝູ່ເອົາເລື່ອງຄວາມລັບເຮົາໄປເວົ້າເຮົາຮູ້ສຶກແນວໃດ?


ຮູ້ສຶກວ່າ ກຳລັງຈະເສຍຫມູ່ສະນິດໄປແລ້ວ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ozone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luvualwayz ຂຽນວ່າ...
ເມື່ອໝູ່ຂອງທ່ານເຊິ່ງລາວໄວ້ໃຈທ່ານທີ່ສຸດ ລາວໄດ້ບອກຄວາມລັບຂອງລາວໃຫ້ທ່ານຟັງ ແລະມັນເປັນຄວາມລັບທີ່ບອກໃຜບໍ່ໄດ້ ແຕ່ວ່າຖ້າບອກໄປລະຄືຊິເປັນເລື່ອງເດັດ ຢາກຮູ້ວ່າທ່ານເປັນຄົນຮັກສາຄວາມລັບໄດ້ດີເທົ່າໃດ?? ແລະທ່ານເຄີຍເອົາຄວາມລັບໝູ່ໄປເຜົາບໍ່???


ເອົາເລື່ອງຄວາມລັບຄົນໄປເມົ້ານີ້ອາດຈະມ່ວນແຕ່ຈະເສຍໝູ່ໄປເລີຍຕະຫຼອດຊີວິດ.




ແມ່ນ



ຖ້າຫມູ່ຈິງໃຈກັບເຮົາ ຫມູ່ຈະບໍ່ເຮັດແນວນັ້ນແນ່ນອນ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ບູ​ຮານ​ວ່າ​ໄວ້ :
ຄວາມ​ລັບ​ບໍ່​ໃຫ້​ຮູ້​ຮອດ​ສາມ
ຄວາມບໍ່​ດີ​ບໍ່ງາມບໍ່​ໃຫ້​ຮູ້​ຮອດ​ສີ່

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.