ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແມ່ນແທ້ຫວາ...ຂ່າວປະເທດລາວຈະປະຫານຊີວິດນັກໂທດອັງກິດ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ຕາມນັ້ນ.............ຕ້ອງລໍຖ້າເບິ່ງກັນໄປ


ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ເປັນຕາອີ່ຕົນເນາະເປັນໄປໄດ້ຂັງຄຸກກໍ່ພໍແລ້ວ...ສົງສານລູກໃນທ້ອງດອກຫວາາາາາາາາາາ


໕ ກະທູ້
໙໙ ໂພສ
ນັກການກະທູ້
ມາອີກລະເວ໊ບນິ - -" ມັນຍັງບໍ່ແລ້ວອີກ [size=15pt]manager.co.th

ຢ່າໄປເຊື່ອມັນ ເວ໊ບນິມັນບໍ່ມີຄວາມຈິງ[/size]

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າໃຫ້ຮູ້ເດີ້ ວ່າບັກໃດຂຽນຂ່າວ .....

ເອີ່ ຖ້າຮູ້ລະຊິເຮັດຫຍັງມັນໄດ້ວະ......ຫຸຫຸຫຸ

ຕົວມານສັງຄົມຂອງຄົນລາວ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xEKx ຂຽນວ່າ...
ມາອີກລະເວ໊ບນິ - -" ມັນຍັງບໍ່ແລ້ວອີກ [size=15pt]manager.co.th

ຢ່າໄປເຊື່ອມັນ ເວ໊ບນິມັນບໍ່ມີຄວາມຈິງ[/size]



ບ້ານເຮົາເປັນແນວໃດ ສະງົບແນວໃດເຮົາເອງຮູ້ດີ ແຕ່ຄົນທາງນອກກັບຄົນບ້ານມັນຫານຕິ ໂດນມັນຈູງດັງເປົ່າຫູ ໃຫ້ອະຄະຕິກັບບ້ານເຮົາໄປແລ້ວບໍ່ແມ່ນນ້ອຍໆ

ມີຂ່າວ 1 ແຕ່ກ່ອນມັນເວົ້າວ່າ ມີນັກສຶກສາລາວປະທ້ວງທີ່ມະຫາໄລ "ບັກສາດດດດ...ມັນເອົາຂ່າວນີ້ມາແຕ່ໃສວະ ຂ້າພະເຈົ້າເຕີບໃຫ່ຍມາກັບ ມຊ ແທ້ໆ ຍັງບໍ່ໄດ້ຍິນຂ່າວນີ້ເລີຍ ພໍ່ແມ່ເອື້ອຍອ້າຍ ເຮັດວຽກຢູ່ ມຊ ຕົນເອງກະຮຽນຢູ່ ມຊ ຍັງບໍ່ເຄີຍມີຂ່າວນີ້ເລີຍ ປະເທດລາວລາວຕັ້ງແຕ່ປົດປ່ອຍມາ ກະບໍ່ເຄີຍມີຂະບວນປະທ້ວງໃຫ້ເຫັນເລີຍ ແລ້ວມັນເອົາຂ່າວມາແຕ່ໃສ ຄັນບໍ່ແມ່ນສ້າງເລື່ອງຂື້ນມາ".......ທີ່ພິເສດລະແມ່ນ ພໍເຮົາຈະຕອບກະທູ້ແກ້ຂ່າວ ຂຽນໄປແລ້ວຕອບໄປແລ້ວ ແຕ່ບໍ່ເຫັນມີຂອງເຮົາເລີຍ ງົງຄືກັນ ລອງໃຫ້ຫມູ່ຕອບກະຕອບບໍ່ໄດ້ ບັກສາດດດດດດ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xEKx ຂຽນວ່າ...
ມາອີກລະເວ໊ບນິ - -" ມັນຍັງບໍ່ແລ້ວອີກ [size=15pt]manager.co.th

ຢ່າໄປເຊື່ອມັນ ເວ໊ບນິມັນບໍ່ມີຄວາມຈິງ[/size]

ແມ່ນແມ່ນບາງຂ່າວກາເຊື່ອຖືບໍ່ໄດ້ໂດຍສະເພາະຂ່າວໂຕນີ້ລະ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ກາຄືເພິ່ນວ່າຫັ້ນລະຟັງຫູໄວ້ຫູ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xEKx ຂຽນວ່າ...
ມາອີກລະເວ໊ບນິ - -" ມັນຍັງບໍ່ແລ້ວອີກ [size=15pt]manager.co.th

ຢ່າໄປເຊື່ອມັນ ເວ໊ບນິມັນບໍ່ມີຄວາມຈິງ[/size]



ບ້ານເຮົາເປັນແນວໃດ ສະງົບແນວໃດເຮົາເອງຮູ້ດີ ແຕ່ຄົນທາງນອກກັບຄົນບ້ານມັນຫານຕິ ໂດນມັນຈູງດັງເປົ່າຫູ ໃຫ້ອະຄະຕິກັບບ້ານເຮົາໄປແລ້ວບໍ່ແມ່ນນ້ອຍໆ

ມີຂ່າວ 1 ແຕ່ກ່ອນມັນເວົ້າວ່າ ມີນັກສຶກສາລາວປະທ້ວງທີ່ມະຫາໄລ "ບັກສາດດດດ...ມັນເອົາຂ່າວນີ້ມາແຕ່ໃສວະ ຂ້າພະເຈົ້າເຕີບໃຫ່ຍມາກັບ ມຊ ແທ້ໆ ຍັງບໍ່ໄດ້ຍິນຂ່າວນີ້ເລີຍ ພໍ່ແມ່ເອື້ອຍອ້າຍ ເຮັດວຽກຢູ່ ມຊ ຕົນເອງກະຮຽນຢູ່ ມຊ ຍັງບໍ່ເຄີຍມີຂ່າວນີ້ເລີຍ ປະເທດລາວລາວຕັ້ງແຕ່ປົດປ່ອຍມາ ກະບໍ່ເຄີຍມີຂະບວນປະທ້ວງໃຫ້ເຫັນເລີຍ ແລ້ວມັນເອົາຂ່າວມາແຕ່ໃສ ຄັນບໍ່ແມ່ນສ້າງເລື່ອງຂື້ນມາ".......ທີ່ພິເສດລະແມ່ນ ພໍເຮົາຈະຕອບກະທູ້ແກ້ຂ່າວ ຂຽນໄປແລ້ວຕອບໄປແລ້ວ ແຕ່ບໍ່ເຫັນມີຂອງເຮົາເລີຍ ງົງຄືກັນ ລອງໃຫ້ຫມູ່ຕອບກະຕອບບໍ່ໄດ້ ບັກສາດດດດດດ




ອິອິອິອອິ ຄຳວ່າ ບັກສາດດດດດດດດດດດຫັນນະ ລະວັງທ້າວນິນຈາ ເຊັນເຊີ້ເດິ 5555
ຂ້ອຍກະຖືກມາລະ ຕອນໃຊ້ຄຳວ່າ KU meung 55555 (ເວົ້າງ່າຍໆໆຂ້ອຍເປັນຄົນພາເພ້ນັ້ນເອງ,)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໕ ກະທູ້
໙໙ ໂພສ
ນັກການກະທູ້
ຊິວ່າຫຍັງ

ປະຫວັດສາດທີ່ມັນສອນໃຫ້ລູກຫລານມັນ ມັນຍັງບໍ່ແມ່ນຄວາມຈິງເລີຍ
ມັນແກ້ປະຫວັດສາດ ແລ້ວສອນໃຫ້ຄົນຮຸ່ນຫລັງບໍ່ຮູ້ຄວາມເປັນມາແທ້ໆຂອງປະເທດມັນ

ຄົນອີ່ສານບາງຄົນຍັງບໍ່ຮູ້ຊຳ້ວ່າ ໂຕເອງກະແມ່ນລາວ ດິນແດນສ່ວນໜຶ່ງກະແມ່ນຂອງລາວ ເຂົາເລີຍບໍ່ຮູ້ເລື່ອງຈິງຂອງປະຫວັດສາດ
ປະເທດມັນເລີຍເປັນແນວນັ້ນ

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ເຮັດຜິດ ກາຕ້ອງຍອມຮັບ ,,,, ບ້ານເມືອງໃຜ ກາມີກົດໝາຍ, ຖ້າຢາກລອງດີ ກາເປັນແນວນີ້ແລະ ,,,, ຄົນດີເຂົາບໍ່ເຮັດກັນດອກຂົນ ເຮໂລອີນ, ແລ້ວ ພວກບາງຄົນທີບໍ່ຮູ້ຍັງດີ ກາເວົ້າໃສ່ຮ້າຍໄປໝົດ ( ຈັງແມ່ນຊາດ )

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຍັງບໍ່ໄດ້ຕັດສິນເທື່ອນະ

K.Soubandith

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ທາງການລາວກະຕອບໄປຄືນລະເດະວ່າ....ວ່າລາວເຮົາບໍ່ໄດ້ປະຫານຊີວິດຊາວຕ່າງປະເທດຈັກເທື່ອ

ລະກໍ່ບໍ່ໄດ້ມີການປະຫານຊີວິດມາເປັນເກືອບ20ປີແລ້ວກັບການເຮັດຜິດກົດໝາຍ

ທັງໝົດເປັນການເວົ້າຂ້າງດຽວຂອງຄົນຕ່າງປະເທດ, ບາດນີ້ລາວເຮົາກໍ່ໄດ້ອອກມາແກ້ຂ່າວແລ້ວວວວວວ 555555555 ຈັງໃດຄັກບໍ່



ຫັນແລະ...ຂ້ອຍຄິດວ່າ----ເປັນຍ້ອນເພິ່ນ(ອັງກິດ)ວ່າເຮົາເປັນປະເທດບໍ່ມີໂຫຍດຫຍັງໃນການເຮັດສາຍສຳພັນ....ເລີຍບໍ່ມາເຮັດສະຖານທູດຢູ່ນີ້,

ບາດຄົນເພິ່ນເປັນຫຍັງມາລະແລ່ນຫາສະຖານທູດປະເທດອື່ນເຂົ້າມາໄກເກຍໃຫ້ຢູ່ລາວ,ເປັນຈັງໃດລະ!!!! ກະເລີຍບໍ່ໄດ້ຮັບຂ່າວສານທີ່ແທ້ຈິ່ງ,ແຖມໄດ້ຂ່າວເລື່ອງລ່າຊາເອງກະມາໂທດໃຫ້ລາວ.




ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈັບຫົວນຳ. ມັນເປັນບັນຫາທີ່ແກ້ຍາກ!

ສົມຄວນໃຫ້ມີກົດໜາຍກ່ຽວກັບພວກຄ້າຢາເສບຕິດນີ້ເປັນ ກົດໜາຍໂລກທົ່ວໄປໂລດເວລານັ້ນຈະບໍ່ຕ້ອງມີການຕໍ່ວ່າຕໍ່ຂານກັນວ່າກົດໜາຍເຮົາໂຫດເຮົາຫ້ຽມ.ຫາກຜູ້ໃດຣະເມິດກົດໜາຍຂໍ້ນັ້ນກໍຕ້ອງຮັບໂທດດັ່ງທີ່ບົ່ງໄວ້.

ອີກຢ່າງພວກນັກຂ່າວຂ້າວຖນົນສ່ວນຫຼາຍກະຂຽນໄປພໍເປັນຂ່າວອຶ້ສາວຫາຜູ້ອ່ານທີ່ມັກຂ່າວປະເພດນີ້,ມັນກະມີບໍ່ນ້ອຍພວກນັກອ່ານປັນຍາງອມນີ້!

ແຕ່ຈັ່ງໃດກະດີ ໜູ່ພັນລາວກະດີຄວາມຄຽດທັງຢາກຮ້າຍບໍ່ໄດ້ອະນຸຍາດໃຫ້ເຮົາເປັນຄົນບໍ່ສຸພາບດ້ວຍການໃຊ້ສັບທີ່ຫຍາບຄາຍ.ອົດເອົາແນ່ຢ່າໃຈຮ້ອນຫຼາຍ.ບ່ເຂົ້າຂ້າງອອກຂາໃຜດອກ.


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ທາງການລາວກະຕອບໄປຄືນລະເດະວ່າ....ວ່າລາວເຮົາບໍ່ໄດ້ປະຫານຊີວິດຊາວຕ່າງປະເທດຈັກເທື່ອ
ລະກໍ່ບໍ່ໄດ້ມີການປະຫານຊີວິດມາເປັນເກືອບ20ປີແລ້ວກັບການເຮັດຜິດກົດໝາຍ
ທັງໝົດເປັນການເວົ້າຂ້າງດຽວຂອງຄົນຕ່າງປະເທດ, ບາດນີ້ລາວເຮົາກໍ່ໄດ້ອອກມາແກ້ຂ່າວແລ້ວວວວວວ 555555555 ຈັງໃດຄັກບໍ່

ຫັນແລະ...ຂ້ອຍຄິດວ່າ----ເປັນຍ້ອນເພິ່ນ(ອັງກິດ)ວ່າເຮົາເປັນປະເທດບໍ່ມີໂຫຍດຫຍັງໃນການເຮັດສາຍສຳພັນ....ເລີຍບໍ່ມາເຮັດສະຖານທູດຢູ່ນີ້,
ບາດຄົນເພິ່ນເປັນຫຍັງມາລະແລ່ນຫາສະຖານທູດປະເທດອື່ນເຂົ້າມາໄກເກຍໃຫ້ຢູ່ລາວ,ເປັນຈັງໃດລະ!!!! ກະເລີຍບໍ່ໄດ້ຮັບຂ່າວສານທີ່ແທ້ຈິ່ງ,ແຖມໄດ້ຂ່າວເລື່ອງລ່າຊາເອງກະມາໂທດໃຫ້ລາວ.



ຢາກລົບກວນນ້ອງ ພະຈິກ ໃຫ້ລີ້ງ ຫລື ທີ່ມາຂອງຂ່າວກ່ຽວກັບທ່າທີຂອງລັດຖະບານລາວ ທີ່ຕອບໂຕ້ບັນຫານີ້ແດ່ໄດ້ບໍ່ ຢາກອ່ານນຳ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ຢ່າໃຫ້ຮູ້ເດີ້ ວ່າບັກໃດຂຽນຂ່າວ .....
ເອີ່ ຖ້າຮູ້ລະຊິເຮັດຫຍັງມັນໄດ້ວະ......ຫຸຫຸຫຸ
ຕົວມານສັງຄົມຂອງຄົນລາວ


ຢາກຮູ້ຫວາວ່າ ບັກຂຽນຂ່າວຂອງເວບນີ້ນະ..
ໜ້າມັນມົນໆປ້ອມໆ ຄືກັບໝາກບານນີ້ລະ..ອິໆໆໆໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
http://manager.co.th/IndoChina/ViewNews.aspx?NewsID=9520000049845



ເດີອ້າຍແບ້ງ ລິ້ງເອົາ ອິອິອິອິ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ອັງກິດເປັນຕາຊັງ ເຫັນວ່າໂຕເອງເປັນປະເທດທີ່ຈະເລີນແລ້ວລະເຮັດດູຖູກປະເທດທີ່ດ້ອຍຄືເຮົາຄືປະເທດໄທເລີຍ ຕອນໜຶ່ງແມ່ ຂພຈ ກະໄດ້ໄປອັງກິດ (ວຽກກະຊວງມອບໝາຍໃຫ້ໄປ) ເພິ່ນເວົ້າໃຫ້ຟັງວ່າ ບາດໄປຮອດຫົວໜ້າເພິ່ນຮອດບໍ່ລົງຈາກລົດມາພົບເຮົາມີແຕ່ໃຫ້ລູກນ້ອງຍ່າງມາລົມນຳ ມີບັນຫາຫຍັງລະໃຫ້ຍ່າງມາລົດມາລົມເພິ່ນ ແລ້ວຈຶ່ງຍ່າງກັບມາບອກແມ່ຂ້າພະເຈົ້າອີກເທື່ອໜຶ່ງ ຈັ່ງແມ່ນໂພດຄັນວ່າເປັນລາຊາພຸ້ນກະຊິບໍ່ເວົ້າຈັກຄວາມດອກ ສົງໄສໄປຫລິ້ນເມຍເຂົາລະບໍ່ກ້າລົງລົດຢ້ານຜົວເຂົາຈັບໄດ້ຕິເບາະ ອິໆໆໆໆໆໆໆ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດ໋ຽວຊິເຂົ້າໄປປະທະຝີປາກໃນນັ້ນ


.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໐ ກະທູ້
໙໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xEKx ຂຽນວ່າ...
ມາອີກລະເວ໊ບນິ - -" ມັນຍັງບໍ່ແລ້ວອີກ [size=15pt]manager.co.th

ຢ່າໄປເຊື່ອມັນ ເວ໊ບນິມັນບໍ່ມີຄວາມຈິງ[/size]



ບ້ານເຮົາເປັນແນວໃດ ສະງົບແນວໃດເຮົາເອງຮູ້ດີ ແຕ່ຄົນທາງນອກກັບຄົນບ້ານມັນຫານຕິ ໂດນມັນຈູງດັງເປົ່າຫູ ໃຫ້ອະຄະຕິກັບບ້ານເຮົາໄປແລ້ວບໍ່ແມ່ນນ້ອຍໆ

ມີຂ່າວ 1 ແຕ່ກ່ອນມັນເວົ້າວ່າ ມີນັກສຶກສາລາວປະທ້ວງທີ່ມະຫາໄລ "ບັກສາດດດດ...ມັນເອົາຂ່າວນີ້ມາແຕ່ໃສວະ ຂ້າພະເຈົ້າເຕີບໃຫ່ຍມາກັບ ມຊ ແທ້ໆ ຍັງບໍ່ໄດ້ຍິນຂ່າວນີ້ເລີຍ ພໍ່ແມ່ເອື້ອຍອ້າຍ ເຮັດວຽກຢູ່ ມຊ ຕົນເອງກະຮຽນຢູ່ ມຊ ຍັງບໍ່ເຄີຍມີຂ່າວນີ້ເລີຍ ປະເທດລາວລາວຕັ້ງແຕ່ປົດປ່ອຍມາ ກະບໍ່ເຄີຍມີຂະບວນປະທ້ວງໃຫ້ເຫັນເລີຍ ແລ້ວມັນເອົາຂ່າວມາແຕ່ໃສ ຄັນບໍ່ແມ່ນສ້າງເລື່ອງຂື້ນມາ".......ທີ່ພິເສດລະແມ່ນ ພໍເຮົາຈະຕອບກະທູ້ແກ້ຂ່າວ ຂຽນໄປແລ້ວຕອບໄປແລ້ວ ແຕ່ບໍ່ເຫັນມີຂອງເຮົາເລີຍ ງົງຄືກັນ ລອງໃຫ້ຫມູ່ຕອບກະຕອບບໍ່ໄດ້ ບັກສາດດດດດດ


ແມ່ນໆໆໆ...!!!! ຈັ່ງແມ່ນສາດດດດດດດ........ແທ້ໂອ໋ເນາະ ...!!!

ຢາກມີໃຜຈັກຄົນທີ່ເຂົ້າໃຈກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຄົນຂຽນຂ່າວ ບໍ່ຮູ້ມັນເອົາຂ່າວມາແຕ່ໃສ,



ແຕ່ ຄົນໄທ ທີ່ມາ ຄອມເມ້ນ ໃນຂ່າວນັ້ນ ກະຍັງນັບຖືໃນການຕັດສິນຂອງ ສານລາວ ຫລາຍຄົນເຕີບ .. ຍົກເວັ້ນ ບາງຄົນ ເຮີ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດຜິດກາຕ້ອງຖືກລົງໂທດ ບໍ່ມີຫຍັງຮ້າຍແຮງ

you will when you believe

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວັບນີ້ ມັນຕັ້ງປາກ ບໍ່ເປັນມົງຄົນ

ເຫັນຫລາຍເທື່ອແລ້ວ

ບໍ່ວ່າແຕ່ກັບລາວ

ຫວຽດນາມ, ກຳປູເຈຍ ມັນກະເວົ້າໃຫ້ຈັ່ງຊີ້ແຫລະ

ອ່ານແລ້ວ ເຮັດໃຫ້ເຂົ້າໃຈ ສັນດາ... ມັນຫລາຍຂຶ້ນ....

ຂາຍຂ່າວແບບບໍ່ຮູ້ຕົວວ່າ... ກຳລັງປະຈານທັດສະນະຕົວເອງ....

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ແງ້ໆ ນັດບໍ່ເຄີຍຮູ້ຈັກເວັບນີ້ຈັກເທ່ຍ ໄປຫາອ່ານໄດ້ແນວໄດ



ຂະຫນາດໃນໄທມັນຍັງຂຽນໄປຜິດໆ ແລ້ວນອກປະເທດບໍ່ຢາກສິຄິດເລີຍ ແງ້ໆ


໗ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ເສັດ ຕາຍຄັກຄັກ ນາງ ສີດາ T_T

i did it all to my own , turned a chair to a thrown ,i'm a KING in this world

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pcampus ຂຽນວ່າ...
ແງ້ໆ ນັດບໍ່ເຄີຍຮູ້ຈັກເວັບນີ້ຈັກເທ່ຍ ໄປຫາອ່ານໄດ້ແນວໄດ

ຂະຫນາດໃນໄທມັນຍັງຂຽນໄປຜິດໆ ແລ້ວນອກປະເທດບໍ່ຢາກສິຄິດເລີຍ ແງ້ໆ


www.manager.co.th

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ເລື່ອງບໍ່ມີ ກະຍັງຫາເອົາມາເວົ້ານໍ


໓ ກະທູ້
໑໙໓ ໂພສ
ນັກການກະທູ້
ຈັກເດະ ບໍ່ຮູ້


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ແທ້ໆໆໆ....ເວັບບາງສົ້ນ(ຕີນ)ທິ ລິ້ມທອງກຸດ ນີ້.........

ອ່ານຍາມໃດເສຍສຸຂະພາບຈິດຍາມນັ້ນ...ໂດຍສະເພາະເລື່ອງທີ່ກ່ຽວກັບລາວ,ຫວຽດ,ກຳປຸເຈ້ຍເປັນຕົ້ນ

ພວກຄອມເມັນກະເວົ້າໃຫ້ເຮົາວ່າ ບ້ານນອກ........... ອ່ານລະສຸຂະພາບຈິດເລີ່ມໝົດແຮງໄປເລີຍຊົ່ວໂມງ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ແກ້ໄຂ........ຂຽນຜິດ (ເວັບຂອງ) ເດີ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ໂຄສົກກະຊວງການຕ່າງປະເທດ ຊີ້ແຈງກ່ຽວກັບຄະດີຂອງ ນາງ Samantha Orobator ຄົນສັນຊາດອັງກິດ ທີ່ຖືກກັກຂັງຢູ່ຄຸກໂພນຕ້ອງ



ນາງ ສະມານທາ ໂອໂຣບາໂຕ ຄົນສັນຊາດອັງກິດ ເຊື້ອສາຍນາຍຈີເຣຍ ໄດ້ຖືກຈັບຕົວຢູ່ສະໜາມບິນວັດໄຕ ໃນ
ວັນທີ 5 ສິງຫາ 2008 ໃນຂໍ້ຫາມີຢາເສບຕິດປະເພດເຮໂຣອິນໄວ້ຄອບຄອງ ຈຳນວນ 680 ກຼາມ ຕາມກົດໝາຍ ແຫ່ງ ສປປ
ລາວ ນາງຕ້ອງຖືກສານແຫ່ງ ສປປ ລາວ ຕັດສິນໂທດປະຫານຊີວິດ ເພາະວ່າຜູ້ກ່ຽວມີຢາເສບຕິດປະເພດດັ່ງກ່າວ ໄວ້ຄອບ
ຄອງຫຼາຍກ່ວາ 500 ກຼາມ ຍ້ອນແນວນັ້ນ ສື່ມວນຊົນຕ່າງປະເທດ ໂດຍສະເພາະຂອງອັງກິດ ຈຶ່ງພາກັນຂຽນຂ່າວອອກຢ່າງ
ອຶກກະທຶກນຶກນອງ ຊຶ່ງມີຫຼາຍອັນບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ເປັນການວາດພາບລ່ວງໜ້າ ກາຍຂອບເຂດ ສະນັ້ນ ໂຄ
ສົກກະຊວງການຕ່າງປະເທດ ຈຶ່ງຂໍຊີ້ແຈງໄປຍັງສື່ມວນຊົນຕ່າງໆຊາບວ່າ ປັດຈຸບັນ ນາງ ສະມານທາ ໂອໂຣບາໂຕ ແມ່ນມີ
ສຸຂະພາບດີ ນັບແຕ່ມື້ທີ່ຜູ້ກ່ຽວຖືກກັກຂັງເປັນຕົ້ນມາ ນາງກໍໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ ຈາກເຈົ້າໜ້າທີ່ລາວ ແພດ
ໝໍລາວ ແລະ ແພດອົດສະຕຣາລີ.
ເຈົ້າໜ້າທີ່ລັດຖະບານລາວ ກໍໄດ້ອຳນວຍຄວາມສະດວກໃຫ້ແກ່ກົງສູນອັງກິດ ທີ່ມາຈາກບາງກອກ ແລະ ເຈົ້າ
ໜ້າທີ່ສະຖານທູດອົດສະຕຣາລີທີ່ວຽງຈັນ ໄດ້ເຂົ້າພົບປະຢ້ຽມຢາມນາງຢ່າງເປັນປະຈຳ ກ່ຽວກັບການປ້ອງກັນຄະດີ ຕາມກົດ
ໝາຍແຫ່ງ ສປປ ລາວ ແລ້ວ ຖ້າຜູ້ຖືກຫາ ຫຼື ຈຳເລີຍຫາກບໍ່ມີຜູ້ປົກປ້ອງ ສານປະຊາຊົນຈະເປັນຜູ້ແຕ່ງຕັ້ງທະນາຍຄວາມໃຫ້
ສະນັ້ນທາງລັດຖະບານລາວ ກຳລັງຈັດຫາທະນາຍຄວາມລາວທີ່ເໝາະສົມໃຫ້ນາງ ເພື່ອປ້ອງກັນສິດຜົນປະໂຫຍດຂອງນາງ
ຢູ່ໃນສານ ສ່ວນການກ່າວຫາວ່ານາງ ສະມານທາ ຖືກຂົ່ມຂືນຢູ່ໃນຄຸກນັ້ນ ແມ່ນເປັນໄປບໍ່ໄດ້ເດັດຂາດ ເພາະວ່າຜູ້ກ່ຽວຢູ່ໃນ
ຄຸກຮ່ວມກັບນັກໂທດທີ່ເປັນເພດຍິງຫຼາຍຄົນດ້ວຍກັນ ແລະ ຄຸກດັ່ງກ່າວ ກໍໄດ້ຈັດໃຫ້ເປັນຄຸກສຳລັບນັກໂທດທີ່ເປັນເພດຍິງ
ໂດຍສະເພາະ ອີກປະການໜຶ່ງ ສິ່ງທີ່ເປັນໜ້າຄິດກໍຄື ໃນມື້ທຳອິດທີ່ນາງ ສະມານທາ ໃຫ້ການແກ່ເຈົ້າໜ້າທີ່ຕຳຫຼວດລາວວ່າ
ນາງໄດ້ຖືພາຄາທ້ອງກັບຄູ່ຮັກຂອງຜູ້ກ່ຽວມາກ່ອນ ສະນັ້ນ ຄວາມຈິງເປັນແນວໃດນັ້ນ ມີແຕ່ນາງຄົນດຽວເທົ່ານັ້ນ ທີ່ຈະຮູ້ດີ
ວ່ານາງມີທ້ອງໃນສະພາບແວດລ້ອມແບບໃດ ແລະ ມີກັບໃຜ.
ເພື່ອອຳນວຍຄວາມສະດວກໃຫ້ແກ່ການແກ້ໄຂຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ
ສະຫະລາດຊະອານາຈັກອັງກິດ ກຳລັງຂຸ້ນຂ້ຽວພິຈາລະນາ ຮ່າງສັນຍາກ່ຽວກັບການແລກປ່ຽນນັກໂທດ ລະຫວ່າງ ສປປ
ລາວ ແລະ ສະຫະລາດຊະອານາຈັກອັງກິດ ຄາດວ່າສັນຍາດັ່ງກ່າວ ຈະສາມາດລົງນາມໄດ້ໃນເວລາອັນໃກ້ນີ້ ແລະ ຄະດີ
ຂອງນາງ ສະມານທາ ນີ້ ກໍຈະຖືກພິຈາລະນາ ແລະ ຕັດສິນຢ່າງປອດໃສ ແລະ ເປັນທຳແກ່ຜູ້ກ່ຽວຢູ່ໃນສານຂອງນະຄອນ
ຫຼວງ ໃນອາທິດທີ່ຈະມາເຖິງນີ້.

http://www.vientianemai.net/news.php?TopicID=1&NewsID=821


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>