ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ NoMoneyNoFriend ຂຽນວ່າ... 1.ປະເທດລາວທຸກ....ແມ່ນທຸກ ບໍ່ມີທະເລ , ບໍ່ມີເຮືອໃຫຍ່ , ທຸກຢາປ້ອງກັນພະຍາດ , ..............2.ແຕ່ຄົນລາວບໍ່ໄດ້ທຸກ....ບໍ່ທຸກ ພະຍາດຕັບ(10%ຂອງປະຊາກອນ ຕິດໄວຮັດຕັບອັກເສບ) , ບໍ່ທຸກ ຄົນໄປຂາຍແຮງຢູ່ໄທ (ຢູ່ແຖວບ້ານ ໄວທໍາງານປະມານ70% ດຽວນີ້ແມ່ນຢູ່ໄທພຸ້ນ) , ບໍ່ທຸກ ສິງເສບຕິດ, ໂສເພນີ............... ເປັນຄວາມຄິດທີ່ຖືກຕ້ອງຫຼາຍ, ເຫັນດີນຳເນີທ່ານເອີຍ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ເເມ່ນທຸກຍ້ອນບໍ່ມີທະເລດອກເຮົາວ່າປະເທດບໍ່ມີທະເລຍັງຈະເລີນໄດ້ ຍ້ອນຖືກສົງຄາມທຳລາຍມາຫນັກ ຄິດເບີ່ງສົງຄາມຈັກກີ່ລ້ອຍປີ ທັງ ສະຫຍາມ ຝຣັ່ງ ເມກາ ບໍ່ມີເວລາມາສ້າງສາປະເທດຊາດ ລາວເຮົາຖືກຫນ່ຳດ້ວຍລູກລະເບີດໃນຈຳນວນເປັນພັນພັນ ຍັງຫລາຍກ່ວາລະເບີດທີ່ເຂົາໃຊ້ຕອນສົງຄາມໂລກຄັ້ງທີສອງອີກ ຂອງດີດີມີຄ່າທີ່ລາວມີຖືກກວດລຽບໄປຫມົດ ຫາບ່ອນອ້າງອີງໄດ້ດີເນາະທ່ານ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂັ້ອຍມີຄວາມຝັນຢາກເມືອສ້າງທຸລະກິດສ່ວນຕົວຢູ່ບ້ານ (ເມື່ອຮຽນຈົບ)ມ ເພາະວ່າຢາກໃຫ້ປະຊາຊົນພາຍໃນບ້ານ ມີວຽກເຮັດງານທຳໃນບ້ານໂຕເອງຫຼາຍຂຶ້ນ, ເພາະວ່າຢູ່ບ້ານຂັ້ອຍພາກັນຕົນໄປຢູ່ປະເທດໄທຫຼາຍ...! (ດ້ວຍຄວາມເປັນຫ່ວງພີ່ນ້ອງລາວ) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢູ່ບ້ານເຮົາມ່ວນແທ້ລະໜາ ເຖິງແມ່ນເຮັດນາ ກິນປາ ກິນປົ່ນ... ແກງໜໍ່ສົ້ມໃສ່ກັບປາຂໍ່ໂທນ ມີຄວາມສຸກເຫຼື້ອລົ້ນ...ບ້ານເກີດເມືອງນອນ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນສະຫວັນ ສຳຄັນຄືນ້ຳໃຈ ບໍ່ວ່າຊິຢູ່ໃສ ທຸກຄົນຕ້ອງຈິງໃຈໃຫ້ກັນ ຖ້າເຮັດໄດ້ຈັ່ງຊັ້ນນັ້ນແຫຼະຄືບໍ່ເກີດແຫ່ງຄວາມປອງດອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທຸກບໍ່ຫວັ່ນຟ່າຟັນໄປດ້ວຍກັນ ອັນວ່າເງິນຄຳນັ້ນມີຫຼາຍເທົ່າໃດ໋ກໍບໍ່ເຄີບພໍ ນໍທ່ານເອີຍ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍໃຫ້ທຸກໆທ່ານໂຊກດີ ມີຄວາມສຸກ, ມີສຸຂະພາບແຂງແຮງ, ສຸກກາຍສຸກໃຈ ໄຮ້ໂລຄາເດີທຸກໆທ່ານພີ່ນ້ອງລາວ ແລະ ຄົນອື່ນໆ (ຍາມປົວພະຍາດຢ່າເວົ້າວ່າປົວພະຍາດ, ແຕ່ ໃຫ້ເວົ້າວ່າປົວຄົນທີ່ເປັນພະຍາດເດີ, ທີ່ວ່າຈັ່ງຊັ້ນກໍຍ້ອນວ່າ: ທຸກໆພະຍາດທຸກໆຄົນບໍ່ຕ້ອງການ ສະນັ້ນ, ເຮົາຊິປົວພະຍາດເຮັດຫຍັງ? ແມ່ນບໍບັນດາທ່ານ?) ດ້ວຍຄວາມຈິງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ physician ຂຽນວ່າ... "ທຸກ" ເທົ່າກັບ "ບໍ່ຈະເລີນ" ບໍ?ຄັນຊິທຽບໃສ່ປະເທດທີ່ໃຫ່ຍ ເຮົາກໍ່ບໍ່ສູ້ເຂົາຄົນລາວເຮົາແມ່ນສວ່ນຫຼາຍ ຍັງບໍ່ໄດ້ປະດິດຫຍັງທີ່ເປັນຊື່ສຽງທີ່ສາມາດເຮັດໃຫ້ ຄົນທົ່ວໂລກນິຍົມໃຊ້ ແລະຈະຍົກລະດັບໃຫ້ຊາດລາວຈະເລິນກ້າວນໜ້າ... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອັນນີ້ກະຄືສິແມ່ນ ຄັນສິວ່າລະ ຄົນລາວຢູ່ລາວມີເງິນລະກະມີຄວາມສຸກຫຼາຍກ່ວາຄົນລາວຢູ່ຕ່າງປະເທດຊ້ຳອີກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເວົ້າເລື່ອງເງິນອີກແລ້ວ ແງ້ໆໆໆ ເງິນສາມາດຊື່ໄດ້ແຄ່ສິ່ງທີ່ຈັບຕ້ອງໄດ້ ແຕ່ວ່າຊື່...........ບໍ່ໄດ້ ເຂົ້າໃຈ!!..... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນລາວບໍ່ໄດ້ທຸກດອກ.. ເຖິງຊິທຸກກະບໍ່ເຫັນມີໃຜຕາຍຍ້ອນອຶດຫິວຄືຕ່າງປະເທດນະ
<-----ຄົນໃຈດີແຟນຄລັບ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນລາວບໍ່ທຸກຍ້ອນວ່າ ຄົນລາວເປັນຄົນທີ່ປະຫຍັດ (ແຕ່ຖ້າມີກະໃຊ້ຈ່າຍຫຼາຍຢູ່ໃດ) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນລາວລວຍນ້ຳໃຈແຕ່ເລື່ອງທູກນັ້ນພັນເປີເຊັນຖ້າໄປຊົນນະບົດຫ່າງໄກສອກຫລິກຊີເຫັນດອກວ່າທູກຂະນາດໄດ
ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປະເທດລາວທຸກ ແຕ່ຄົນລາວບໍ່ທຸກນ້ຳໃຈ
"no one is perfect"
|