ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂໍຖາມແດ່ວ່ານ້ຳປູເປັນແນວກິນຂອງລາວເທິງແມ່ນກໍ່

໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ແລ້ວລາວລຸ່ມກິນບໍ່ ໃນໄທຄົນອີສານກິນບໍ່ຊ່າງເລົຍ ຫນອງຄາຍແມ້ສິຢູ່ຕຶດກັບວຽງຈັນກໍ່ບໍ່ກິນ
ຊໍສູມາຄັນພິມຜິດ


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ນ້ຳປູແມ່ນ yang ? u sai mee khai


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ລາວລຸ່ມກະກິນຄືກັນ ນ້ຳປູຈັກແມ່ນຂອງລາວຫຍັງກະບໍ່ຮູ້ເດີ້
ນ້ຳປູມັນເປັນສີດຳດຳ ເຫັນຂະເຈົ້າມັກໃສ່ຕຳສົ້ມ ກັບຫຍັງຕື່ມຮຸແລະ

M99NOY

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຕອນນັ້ນໄປຫລີ້ນຫລວງນ້ຳທາລະມີຄົນເວົ້າເລື້ອງນ້ຳປູໃຫ້ຟັງວ່າ ນ້ຳປູເປັນຂອງຄົນກະລ໋ອມ(ມັນເປັນເຜົ່າ1ຢູ່ແຂວງຫລວງນ້ຳທາາ)ມັນເປັນຂອກິນພື້ນເມືອງຂອງຂະເຈົ້າ ກະຄືເຮົາກີນປາແດກນີ້ລະ ຂະເຈົ້າຍັງເວົ້າວ່າເວລາໄຟໄຫມ້ເຮືອນຂະເຈົ້າຈະບໍ່ຫ່ວງຫຍັງນອກຈາກນ້ຳປູ ມີຄຳເປັນກິໂລຢູ່ໃນບ້ານກະບໍ່ສົນ ສົນພຽງນ້ຳປູຢ່າງດຽວ(5555555555ຟັງລະຢາກຫົວ ແຕ່ມັນເປັນເລື້ອງຈິງ)

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ທາງ ຊຳເໜືອມັກ ກີນ
ແຕ່ກໍ່ບໍ່ແນ່ໃຈວ່າແມ່ນເໝືອນກັນ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ຳປູ ຕໍາໝາກຣຸ່ງຫັ້ນບໍ່

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑ ກະທູ້
໑໗໓ ໂພສ
ນັກການກະທູ້
ນຳ້ປູແຊບ ເວລາເອົາໃສ່ກັບຕຳໝາກຫຸ່ງເໝັນໜ້ອຍໜື່ງແຕ່ກະແຊບ ຖ້າໃສ່ໂຕປູແທ້ນິແຫ່ງແຊບ
ເວົ້າມາລະຢາກຂື້ນທັນທີ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາມີໝູ່ເປັນຄົນໄທເໜືອກະຫລາຍ ຖ້າເຂົາເຈົ້າເມືອຢ້ຽມບ້ານ ເຮົາຈະສັງເອົາແທ້ໆບໍ່ໃຫ້ຂາດນ້ຳປູກັບໄຄແຜ່ນ (ຂອງມັກ)
ທຳອິດກະລອງຊິມໜ້ອຍນຶ່ງ ໝູ່ຄົນຜົ້ງສາລີເອົາມາຝາກ ຄືວ່າເໝັນໆ ມື້ຕໍ່ມາລອງເອົາມາຕຳເຮັດແຈວ ເຂົ້າທ່າເວີຍ...
ຕໍ່ມາ...ຕໍ່ມາ....ຕໍ່ມາ...ຈັ່ງແມ່ນມັນບັກຄັກໆ
ດຽວນີ້ກະຍັງມີຢູ່ຕູ້ເຢັນເປັນແກ້ວຊື້ຈາກຕະຫລາດ ແຕ່ມັນຫາກບໍ່ແຊບ ລົດຊາດນ້ຳປູແທ້ໆບໍ່ມີປານໃດມີແຕ່ກິ່ນນ້ຳປູຊື່ໆ.

ນ້ຳປູແຊບອີ່ຫລີເດີ..ຂໍບອກ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ເຮົາມີໝູ່ເປັນຄົນໄທເໜືອກະຫລາຍ ຖ້າເຂົາເຈົ້າເມືອຢ້ຽມບ້ານ ເຮົາຈະສັງເອົາແທ້ໆບໍ່ໃຫ້ຂາດນ້ຳປູກັບໄຄແຜ່ນ (ຂອງມັກ)
ທຳອິດກະລອງຊິມໜ້ອຍນຶ່ງ ໝູ່ຄົນຜົ້ງສາລີເອົາມາຝາກ ຄືວ່າເໝັນໆ ມື້ຕໍ່ມາລອງເອົາມາຕຳເຮັດແຈວ ເຂົ້າທ່າເວີຍ...
ຕໍ່ມາ...ຕໍ່ມາ....ຕໍ່ມາ...ຈັ່ງແມ່ນມັນບັກຄັກໆ
ດຽວນີ້ກະຍັງມີຢູ່ຕູ້ເຢັນເປັນແກ້ວຊື້ຈາກຕະຫລາດ ແຕ່ມັນຫາກບໍ່ແຊບ ລົດຊາດນ້ຳປູແທ້ໆບໍ່ມີປານໃດມີແຕ່ກິ່ນນ້ຳປູຊື່ໆ.

ນ້ຳປູແຊບອີ່ຫລີເດີ..ຂໍບອກ..






໑ ກະທູ້
໑໗໓ ໂພສ
ນັກການກະທູ້
ແບ້ງມັກໄຄແຜ່ນຫວາ ໂວ້ວວ ເຮົາກະມັກໄຄແຜ່ນບັກແຊບຯ ແຕ່ແມ່ບໍ່ໃຫ້ກິນແທນເຂົ້າຫຼາຍໄຄແຜ່ນມັນບໍ່ມີປະໂຫຍດວ່າຊັ້ນ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ອືມ..ຫາກະຮູ້


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nokKk ຂຽນວ່າ...
ແບ້ງມັກໄຄແຜ່ນຫວາ ໂວ້ວວ ເຮົາກະມັກໄຄແຜ່ນບັກແຊບຯ ແຕ່ແມ່ບໍ່ໃຫ້ກິນແທນເຂົ້າຫຼາຍໄຄແຜ່ນມັນບໍ່ມີປະໂຫຍດວ່າຊັ້ນ


ມັນມີໂປຣຕິນຫລາຍເດີ...ມີງາຫລາຍໆແຮງດີ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຂພຈ ມັກສຸດໃຈນ້ຳປູ ແຕ່ຕ້ອງແມ່ນຂອງ ໄຊຍະ ຫລື ຫລວງພະບາງງ

ເວົ້າມາລະກາ ຢາກກກກກ

有自信不一定赢 没自信一定输

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ລືມບອກ ຂພຈ ແມ່ນລາວລຸ່ມເດີ້ ອື່ມມ

ສະຫລຸບ ລາວລຸ່ມຄົນໜື່ງກິນແລ້ວ ລາວລຸ່ມຄົນອື່ນຕອບແນ່ ອື່ມມ

有自信不一定赢 没自信一定输

໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ...
ລືມບອກ ຂພຈ ແມ່ນລາວລຸ່ມເດີ້ ອື່ມມ

ສະຫລຸບ ລາວລຸ່ມຄົນໜື່ງກິນແລ້ວ ລາວລຸ່ມຄົນອື່ນຕອບແນ່ ອື່ມມ







5555ລາວລຸ່ມເດີ້. ກິນຄືກັນ


໑ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
โปรโมชั่น Goldenslot สมัครสมาชิกใหม่ พร้อมโปรโมชั่นเติมเงิน แบบครบวงจร รับสูงสุด 1,000 บาท
สมัครสมาชิกคลิก>>> Golden slot


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນໍ້າປູ,ຂ້ອຍກະກິນ,ເອົາໄປຕໍາເຮັດແຈ່ວກິນກັບເຂົ້າໜຽວພ້ອມກັບປິ້ງໝູຮ້ອນໆແຊບຫຼາຍເດີ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນ້ຳປູແມ່ນອາຫານປະເພດໜຶ່ງ ເຊິ່ງໄດ້ມາຈາກການຕຳປູນາກັບໃບສີໃຄ,​ໃບຄ່າອ່ອນຯລຯ ເມື່ອຕຳລະອຽດແລ້ວກໍຕອງເອົາແຕ່ນ້ຳທີ່ໄດ້ໄປຂ້ຽວ(ຕົ້ມຈົນຂຸ້ນ)​ຄືຕົມ ສີຂຽວແກ່ຈົນເບິ່ງເປັນສີດຳ ມີກິ່ນປູແລະສີໃຄ ສ່ວນຫລາຍນຳມາປະກອບອາຫານເຊັ່ນ:ໃສ່ຕຳໝາກຮຸ່ງ ເປັນເອກະລັກຂອງຕຳຫລວງພຣະບາງ,​ຕຳເປັນແຈ່ວຯລຯ ເປັນອາຫານຂອງຄົນລາວພາກເໜືອໂດຍສະເພາະຫລວງພຣະບາງ ແລະນ້ຳປູເປັນອາຫານຂອງຄົນລາວເຜົ່າລາວ ເພາະຄົນຂະມຸບໍ່ມີເມນູທີ່ຕ້ອງໃສ່ນ້ຳປູ ແລະ​ ໃນພາສາຂະມຸກໍບໍ່ມີຄຳວ່ານ້ຳປູຈຶ່ງໃຊ້ການທັບສັບເອົາ​ແລະຄົນຂະມຸກໍບໍ່ນຳໃຊ້ນ້ຳປູອີກດ້ວຍນອກຈາກຈະຮັບມາຈາກລາວ