ກະທູ້ມາໃໝ່ | ຫມວດ | ເທັກໂນໂ... » ການສ້າງເວັບໄຊ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » www.laopakad.com, www.lao-market.com, www.Khaiy.com ອັບເດດ-ແຈ້ງເກີດເວັບໄຊລາວໆນ້ອງໃໝ່ ໃຫ້ໃຊ້ກັນ Free Free ມາອີກແຢ້ວພີ່ນ້ອງ
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກຳລັງຊອກຫາຂໍ້ມູນວ່າ ຄົນລາວສົນໃຈເວັບ ແນວໃດ? ເລີຍໄປເຫັນເວັບ ລາວຫຼາຍແຫ່ງທີ່ໜ້າສົນໃຈເລີຍເອົາມາຝາກຊາວ ພັນລາວທຸກຄົນໃຫ້ລອງໃຊ້ກັນເບິ່ງ ສຳຄັນຄື ມັນໃຫ້ລົງປະກາດ FREE ສ່ວນຕົວແລ້ວ ຂ້າພະເຈົ້າ ຄິດວ່າ ມັນຈະດີສຳລັບທຸກຄົນ ເພາະບ້ານເຮົາບໍ່ທັນເຫັນເວັບ ແນວນີ້ ຫຼາຍປານໃດ ນະ... ລອງເບິ່ງ ຕອນນີ້ເຫັນຢູ່ 3 ເວັບs: www.laopakad.com www.lao-market.com www.Khaiy.com ແລ້ວຈະຫາມາຝາກ ມາຕ້ອນ ອີກເດີ.............. ພີ່ນ້ອງ ຂອບໃຈນັກສ້າງເວັບ ທັງ 3 ທີ່ສ້າງສິ່ງດີໆ ໃຫ້ວົງການເວັບໄຊລາວ ເດີ... ຂອບໃຈ ເວັບ punlao.com ທີ່ໃຫ້ທຸກຄົນ ສະແດງຄຳເຫັນ ຄິດວ່າຂໍ້ມູນຕ່າງໆຈະເປັນໂຫຍດແກ່ຜູ້ພັດທະນາ ແລະ ຜູ້ໃຊ້ເວັບທຸກໆຄົນ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
www.Khaiy.com ເວັບນີ້ດີເດີ້ ບໍ່ແມ່ນຍ້ອງກັນເອງ ແຕ່ເວັບນີ້ ມັນມີຄວາມໜ້າເຊື່ອຖືສູງ ແລະ ປອດໄພໃນການຊື້ຂາຍແທ້ໆ ເພາະມີການຈົດທະບຽນການຄ້າຢ່າງຖືກກົດໝາຍ ສ່ວນວິທີການ ແມ່ນ ສໍາລັບຮ້ານຄ້າທີ່ ໄດ້ລົງທະບຽນແພັກເກັດ ຕັ້ງແຕ່ ລະດັບ 1 ຂຶ້ນໄປ (ບໍ່ແມ່ນຮ້ານຄ້າທີ່ເປີດຟຣີເດີ້ ສັງເກດເຄື່ອງໝາຍຮັບປະກັນຂອງຮ້ານຄ້າເຫຼົ່ານັ້ນ ຢູ່ເທິ່ງດ້ານຊ້າຍສຸດ) ທາງເວັບ ຈະມີການກວດກາສິນຄ້າ ແລະ ຕົວຕົນຂອງຮ້ານຄ້າວ່າ ມີແທ້ບໍ່ ແລະ ຖ້າໃນກໍລະນີທີ່ີ ເຈົ້າຂອງຮ້ານ ສົ່ງສິນຄ້າບໍ່ໄດ້ດ້ວຍເຫດໃດກໍຕາມແຕ່ໂອນເງິນໄປແລ້ວ ທາງເວັບກໍສາມາດຕິດຕາມໄດ້ແນ່ນອນຮ້ອຍສ່ວນຮ້ອຍ. ແບບນີ້ມັນເຮັດໃຫ້ລູກຄ້າທີ່ຈະສັ່ງຊື້ສິນຄ້າມີຄວາມໝັ້ນໃຈໃນການເລືອກຊື້ສິນຄ້າຫຼາຍຂຶ້ນ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມີໃຜຮູ້ ເວັບໄທ ທີ່ຄົນລາວມັກໄປຫຼິ້ນຫຼາຍທີ່ສຸດ ໂຕໃດແດ່? ອັນນີ້ເປັນ ມືໃໜ່ ນະ ຂອບ ຈ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໂອດີໆໆ ແຕ່ເທົ່າທີ່ເຫັນ Lao-market.com ນີ້ກ໊ອບປີ້ບົດຄວາມຈາກເວັບແຫ່ງຫນຶ່ງໄປໂພສລົງ ແລ້ວບໍ່ບອກທີ່ມາຂອງບົດຄວາມນັ້ນ. ເຊິ່ງເທົ່າທີ່ເຫັນກໍ່ມີຫລາຍບົດຄວາມຫລາຍ ເອົາມາໃຫ້ເບິງກັນຈັກສອງອັນ ເຊັ່ນ: http://www.lao-market.com/news_detail.php?id=81 http://www.lao-market.com/news_detail.php?id=87 ປຽບທຽບກັບ http://www.souliyo.com/2011/03/apple-keynote-ipad2-ios4-3-etc http://www.souliyo.com/2011/03/apple-fights-microsoft-for-app-store |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮາຮາ ເຫັນແລ້ວ .. ຈື່ຄຳເວົ້າຈາກເວັບໜຶ່ງ ວ່າ: ການ copy ບົດຄວາມບໍ່ເປັນເລື່ອງໜ້າອາຍ ແຕ່ຖ້າ Copy ໂດຍບໍ່ບອກທີ່ມາ(ໃຫ້ Credit ເວັບທີ່ມາ)ຂອງບົດຄວາມນັ້ນເປັນເລື່ອງ ໜ້າລັງກຽດ ຈິງໆ... ເຮົາທຸກຄົນ ຄວານເຄົາລົບ ລິຂະສິດທາງປັນຍາ ຂອງກັນ ແລະ ກັນ ເພາະມັນຄືສັກ ສີຂອງມະນຸດທຸກຄົນ. ນີ້ເປັນບົດຮຽນໜຶ່ງ ແລະ ມາລະຍາດຂອງຄົນໃນເນັດ, ຂາເນັດທີ່ດີບໍ່ຄວນເຮັດ ບໍ່ແມ່ນຈະເອົາດີເຂົ້າແຕ່ໂຕເນາະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຜູ້ທີ່ຂຽນ... ຜູ້ທີ່ນຳຂໍ້ມູນມາ, ຜູ້ທີ່ຫາຂໍ້ມູນມາ ບໍ່ວ່າສະເພາະແຕ່ເວັບໃດຫນຶ່ງ ທຸກເວັບຄວນເຮັດແບບນັ້ນ... ຕ້ອງແຈ້ງແຫລ່ງທີ່ມາຂອງບົດຄວາມຕ່າງໆ ຫາກບໍ່ມີການໃຫ້ Credit ກໍ່ສ່ຳກັບວ່າລັກເອົາ ຫລື ນຳໄປໃຊ້ໂດຍບໍ່ໄດ້ຮັບອະນຸຍາດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຈັ່ງໃດກະຂໍຝາກເວັບ www.khaiy.com ແນ່ເດີ້ ມີເຄື່ອງຂາຍທຸກປະເພດ ລາຄາສຸດແຕ່ຖືກ ແລ້ວເຮົາກໍ່ ໂຄສະນາທາງສື່ຕ່າງໆ ໃຫ້ຄົນໄດ້ຮູ້ຈັກຫລາຍໆ ຍິ່ງຂຶ້ນ *-*
ຫຼໍ່ລ່ຳ ປ້ຳງ່າຍ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖອດຖອນບົດຮຽນນຳ
ຊົ່ວຢ່າງສ້າງສັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
THE GUNNER
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
-*- ມັນແມ່ນຫຍັງ ບໍ່ຮູ້ຈັກ
ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ BLackJiM ຂຽນວ່າ... ຈັ່ງໃດກະຂໍຝາກເວັບ www.khaiy.com ແນ່ເດີ້ ມີເຄື່ອງຂາຍທຸກປະເພດ ລາຄາສຸດແຕ່ຖືກ ແລ້ວເຮົາກໍ່ ໂຄສະນາທາງສື່ຕ່າງໆ ໃຫ້ຄົນໄດ້ຮູ້ຈັກຫລາຍໆ ຍິ່ງຂຶ້ນ *-* ຂໍໂທດທີທີ່ມາຊ້າ....ຫາກ່າກັບຈາກວຽກນອກ ນະ ໄດ້ລອງໄປຫຼິ້ນເວັບ khaiy.com ແລ້ວ ເລີຍຢາກຖາມວ່າ ຖ້າຈະເປີດເວັບໃຊຂາຍໃນໜວດເສີຍເງິນ ບໍ່ມີໃຫ້ທົດລອງແບບໄລຍະສັ້ນໆແດ່ຫວາ? ຢາກໃຫ້ຂາຍ ສາມາດ ໃສ່ແນບແຜນທີຮ້ານຈາກ google map ຄືກັບປະກາດຂາຍໃນ laopakad.com ເພາະ ເວັບຂາຍສາມາດໃຫ້ລູກຄ້າມີເວັບໄດ້ ແຕ່ບາງທີຄົນອາດຢາກຮູ້ວ່າທີ່ຕັ້ງຂອງຮ້ານຢູ່ໃສເພື່ອໄປພົວພັນໃຫ້ຖືກບ່ອນ ຈະດີບໍ່....? |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
BLackJiM ຕອນນີ້ www.Khaiy.com ຄືເຂົ້າບໍ່ໄດ ເພາະຕອນນີ້ຕ້ອງການລອງເປີດຮ້ານນະ ມັນມີຂໍ້ຄວາມແນວນີ້ອອກມານະ http://search.yahoo.com/web?fr=slv404- |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຂົ້າໄດ້ຢູ່ໃດ http://www.khaiy.com/ ບາງທີ່ເກີດຈາກບັນຫາອື່ນໆ ເຊັ່ນ ອິນເຕີເນັດ.... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ laofreevoice ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ BLackJiM ຂຽນວ່າ... ຈັ່ງໃດກະຂໍຝາກເວັບ www.khaiy.com ແນ່ເດີ້ ມີເຄື່ອງຂາຍທຸກປະເພດ ລາຄາສຸດແຕ່ຖືກ ແລ້ວເຮົາກໍ່ ໂຄສະນາທາງສື່ຕ່າງໆ ໃຫ້ຄົນໄດ້ຮູ້ຈັກຫລາຍໆ ຍິ່ງຂຶ້ນ *-* ຂໍໂທດທີທີ່ມາຊ້າ....ຫາກ່າກັບຈາກວຽກນອກ ນະ ໄດ້ລອງໄປຫຼິ້ນເວັບ khaiy.com ແລ້ວ ເລີຍຢາກຖາມວ່າ ຖ້າຈະເປີດເວັບໃຊຂາຍໃນໜວດເສີຍເງິນ ບໍ່ມີໃຫ້ທົດລອງແບບໄລຍະສັ້ນໆແດ່ຫວາ? ຢາກໃຫ້ຂາຍ ສາມາດ ໃສ່ແນບແຜນທີຮ້ານຈາກ google map ຄືກັບປະກາດຂາຍໃນ laopakad.com ເພາະ ເວັບຂາຍສາມາດໃຫ້ລູກຄ້າມີເວັບໄດ້ ແຕ່ບາງທີຄົນອາດຢາກຮູ້ວ່າທີ່ຕັ້ງຂອງຮ້ານຢູ່ໃສເພື່ອໄປພົວພັນໃຫ້ຖືກບ່ອນ ຈະດີບໍ່....? ຂໍອະໄພທີ່ຕອບຊ້າ ເນື່ອງຈາກຫຍຸ້ງວຽກງານຫຼາຍ ທ່ານສາມາດເລືອກຊຳລະເງິນ ໄລຍະສັ້ນໄດ້ຕາມຄວາມເໝາະສົມຂອງທ່ານເອງ ຖ້າຫາກວ່າທ່ານສາມາດຈ່າຍເປັນເດືອນດຽວ ຫຼື 3 ເດືອນ ຫຼື ຈ່າຍຈັກເດືອນກໍ່ໄດ້ ທ່ານສາມາດເພື່ອ google map ເຂົ້າໃນເວັບຮ້ານຄ້າຂອງທ່ານໄດ້ ລອງເຂົ້າໄປເບິ່ງຕົວຢ່າງການລົງ google map ໃນເວັບຮ້ານຄ້າຂາຍຄອມພິວເຕີ ທີ່ໜ້າຕິດຕໍ່ເຮົາຂອງເວັບນັ້ນ http://www.khaiy.com/computer > ເຂົ້າໄປໜ້າຕິດຕໍ່ເຮົາ ທ່ານກໍ່ຈະເຫັນ google map
ຫຼໍ່ລ່ຳ ປ້ຳງ່າຍ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າຫາກທ່ານສົງໃສ ຫຼື ບໍ່ເຂົ້າໃຈ ກໍ່ສາມາດ ຕິດຕໍ່ເຮົາໄດ້ທີ່ l3lack_jim@hotmail.com, dek.lao@hotmail.com ຫຼື ໂທມາທີ່ 020 77848807, 020 77881123 ທ່ານສາມາດ chat ຫຼື e-mail ກໍ່ໄດ້
ຫຼໍ່ລ່ຳ ປ້ຳງ່າຍ
|