ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວິທີນັ່ງສະມາທິ(ຫຍໍ້)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ ແລະມີສັດທາຫຼາຍກວ່ານັ້ນວ່າໃນປີ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼວງຫຼາຍ ສົມຕາມມະໂນເຈຕະນາຂອງ ຕົນທີ່ຕັ້ງໄວ້ແທ້ໆ.
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
- ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
- ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
- ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື ລົມຫາຍໃຈກໍໃຫ້ຮູ້ວ່າສັ້ນ, ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
- ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
- ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິໄດ້ ເຊົານັ່ງຫລັບ ກະບາດ ນີ້ ແລະ

ຂອບໃຈ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ດີໆ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ່ງແລ້ວມານມາຫານ່າ ຂ້ານ້ອຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ນັ່ງແລ້ວມານມາຫານ່າ ຂ້ານ້ອຍໆ


ນັ່ງລະເປັນແບບນີ້ຫວາໝໍໆໆ


ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັ່ງແລ້ວສະບາຍໃຈ



໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ຊັ້ນກະຂໍ ເສີມ ໜ້ອຍໜຶ່ງ

ການນັ່ງສະມາທິກໍ່ມີ 2ຢ່າງ ຄື:
1,ນັ່ງເພື່ອຄວາມສະຫງົບທາງຈິດໃຈ
2, ນັ່ງເພື່ອສ້າງປັນຍາ

--ອັນທີ່ໜຶ່ງຄືການນັ່ງເພື່ອຄວາມສະຫງົບ :: ຈະມີເຕັກນິກ ວິທີການ ທີ່ ຜູ່ຝຶກສ່ວນໃຫຍ່ນິຍົມເຮັດກໍ່ຄື : ການກຳນົດລົມຫາຍໃຈ ຫຼາຍຄົນ ກໍ່ອາດເຂົ້າໃຈໄປໂດຍ ອັດຕະໂນມັດເລີຍວ່າເຮັດໄປເພື່ອຄວາມສະຫງົບ ແຕ່ ກໍ່ຍັງບໍ່ເຂົ້າໃຈເຖິງ ໃຈຄວາມ ແທ້ໆທີ່ເຮົາກຳນົດລົມຫາຍໃຈ,ສະນັ້ນຈິ່ງຢາກໃຫ້ເຂົ້າໃຈວ່າ : ການກຳນົດລົມຫາຍໃຈຄື ການກະທຳທີ່ເຮັດເພື່ອ ໃຫ້ສາມາດ ລະອາລົມເກົ່າໆ ໂດຍໃຊ້ວິທີ ກຳນົດຈິດໃຫ້ຄິດຢູ່ເລື່ອງດຽວຄືເລື່ອງລົມຫາຍໃຈ ເນື່ອງຈາກ ຈິດຂອງເຮົາຈະຄິດໄດ້ເທື່ອລະເລື່ອງ ແຕ່ເນື່ອງຈາກວ່າຈິດມີການຄິດໄວທີ່ສຸດ ຈິ່ງເຮັດໃຫ້ບາງຄົນກໍ່ສັບສົນກັບຄວາມຄິດຂອງຕົວເອງ .ໃນແຕ່ລະວັນຄົນຈະຄິດໄປຫຼາຍໆໆເລື່ອງແຕກຕ່າງກັນໄປ ຄວາມຄິດດັ່ງກ່າວ ມັນຈະເຮັດໃຫ້ສະໝອງເຮັດວຽກໜັກ ..ດັ່ງນັ້ນຈິ່ງມາພັກຜ່ອນໂດຍການ ,ຢຸດຄວາມຄິດຢ່າງອື່ນໄວ້ດ້ວຍການກຳໜົດລົມຫາຍໃຈ ເມື່ອກຳນົດລົມຫາຍໃຈເລື້ອຍໆແລ້ວ ຈິດກໍ່ຈະມີຄວາມເປັນສະມາທິ ຫຼື ຄວາມຕັ້ງໝັ້ນ ,ແລ້ວກໍ່ຈະສາມາດລະ ຄວາມຄິດ ທຸກ,ບໍ່ສະບາຍໃຈ,ຂຸ່ນເຄືອງໃຈ,ຂັດຂ້ອງໃຈ..ຕ່າງ ແຕ່ ກໍ່ເປັນພຽງຄວາມສະຫງົບ ທີ່ຕັ້ງຢູ່ໄດ້ ຊົ່ວຄາວ ,ສະນັ້ນຜູ່ຝຶກຈິ່ງຈຳເປັນ ຕ້ອງໄດ້ຝຶກ ສະມາທິເພື່ອໃຫ້ເກີດປັນຍາ ໄປນຳ ຫຼື ທີ່ເອີ້ນກັນວ່າ ວິປັດສະນາ
2,ການຝຶກສາມາທິ ເພື່ອໃຫ້ເກີດປັນຍາ ,ປັນຍາໃນທີ່ນີ້ໝາຍເຖິງ ປັນຍາໃນການເຂົ້າໃຈບັນ,ຮູ້ຈັກບັນຫາ ແລ້ວນຳມາເຊິ່ງການເຂົ້າໃຈໃນວິທີການແກ້ໄຂບັນຫາ ,ບັນຫາໃນທີ່ນີ້ໝາຍເຖິງບັນຫາທີ່ເກີດຂຶ້ນກັບໃຈ ..ມືເຮົາມີຄວາມສາມາດໃນການເຂົ້າ ບັນຫາຂອງເຮົາເອງເຮົາກໍ່ສາມາດ ແກ້ໄຂບັນຫາໄດ້ຢ່າງຖືກຕ້ອງເຊັ່ນດຽວກັນ ເມື່ອບັນຫາຖືກແກ້ ຄວາມບໍ່ສະບາຍໃຈ ທີ່ເກີດຈາກປັດໄຈຕ່າງກໍ່ຖືກແກ້ໄຂເຊັ່ນດຽວກັນ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີ ສາ ທຸ ສາ ທຸ

Bad boy