ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເມື່ອເຮົາບໍ່ມີເອກະລັກ ທຸກຢ່າງມັນກໍບໍ່ມີເອກະລາດ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍປະເທດສະແຫວງຫາຄວາມເອກະລາດ ດ້ວຍການໄປຮຽກຮ້ອງ ຫຼືຕໍ່ສູ້ເອົາເອກະລາດ ຈາກ ທີ່ອື່ນ, ຄົນອື່ນ ແລະປະເທດອື່ນ ຫາວ່າ ປະຄົນອື່ນ ແລະປະເທດອື່ນນັ້ນແຊກແຊງ ຫຼືຍາດແຍ່ງຄວາມເປັນ ເອກະລາດຂອງຕົນເອງໄປ ແຕ່ເມື່ອໄດ້ຄວາມເປັນເອກະລາດມາແລ້ວ ຫຼາຄົນຍິ່ງຂາດຄວາມເປັນເອກະ ລາດ ເນື່ອງບໍ່ມີເອກະລັກ ແລະສັນຍາລັກ ຫຼືບໍ່ກໍບໍ່ຮູ້ ຫຼືບໍ່ສ້າງຄວາມເປັນເອກະລັກຂອງຕົນ.
ໄປທ່ຽວຕລາດມົ້ງ ຂ້າງສູນກາງແນວລາວສ້າງຊາດ ແລະເຫັນວ່າ ທິດສະດີທີ່ຂ້າພະເຈົ້າຕັ້ງໄວ້ ເມື່ອ ໔-໕ ປີທີ່ແລ້ວຄື “ຫາກມີເອກະລັກ ກັບສັນຍາລັກແລ້ວ ຍ່ອມມີຄວາມເປັນເອກະລາດ”. ທີ່ລາດຫຼາດ ມົ້ງເຫັນຄວາມເປັນເອກະລາດຂອງຊາວມົ້ງຫຼາຍຢ່າງ ໂດຍສະເພາະຈະເນັ້ນໃສ່ອັກສອນມົ້ງ, ທີ່ປາກົດໃນ ຊີດີເພງ ແລະລຳມົ້ງ ທີ່ໃຊ້ອັກໂຣມັນໃສ່ໃນຊີດີນັ້ນ ອັນນັ້ນບໍ່ແມ່ນອັກສອນຄາຣາໂອເກາະແນ່ນອນ.
ມົ້ງຢູ່ຫຼາຍປະເທດ ແລະມົ້ງຄົງຄວາມເປັນເອກະລັດຂອງມົ້ງໄວ້ນານເທົ່ານານນັ້ນ ແມ່ນພາສາ ເວົ້າ, ເຖິງພາສາຂຽນບໍ່ມີກໍຕາມ ເມື່ອມົ້ງຢູ່ໄທຍ໌ ເຂົາກໍໃຊ້ອັກສອນໄທຍ໌ບັນທຶກພາສາຂອງເຂົາ, ຢູ່ຈີນ, ຫວຽດ, ມຽຣມ້າ ກໍໃຫ້ອັກສອນເຫຼົ່ານັ້ນ ແຕ່ມົ້ງລາວເຮົົາແທນທີ່ໆໃຊ້ອັກສອນລາວ ຫຼືອັກສອນທັມລາວ ບັນທຶກພາສາມົ້ງ ແຕ່ມົ້ນໃຊ້ອັກສອນໂຣມັນບັນທຶກ ພາສາຂອງເຂົາ ອັນນີ້ສະແດງໃຫ້ເຫັນວ່າ “ເມື່ອເຮົາ ບໍ່ມີເອກະລັກອັນຖາວອນແລ້ວ ທຸກຢ່າງມັນກໍຫາຄວາມເອກະລາດໄດ້ຍາກສົມຄວນ ແລ້ວເຖິງເວລາແລ້ວ ບໍ ທີ່ຄົນລາວ ທີ່ມີພາກສ່ວນກ່ຽວຂ້ອງ ທີ່ຈະມັນຂະຫຍັນຂັນແຂງ ສ້າງຄວາມເປັນເອກະລັກ ສັນຍາລັກ ເພື່ອຄວາມເປັນເອກະລາດ ທາງພາສາລາວ ແລະວັດທະນະທັມລາວ ຕະຫຼອດຄວາມເປັນເອກະລາດ ຂອງວົງສາຄະນາຍາດແຫ່ງຊາດລາວ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ