ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ສາດສະຕຣາຈານພາສາລາວຊ່ອຍແດ່ “ກຳຫນົດ ແລະ ກຳນົດ” ຄຳໃດຖືກ?

໑໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອະທິບາຍເພີ່ມເຕີມແດ່ເດີ ເພື່ອເປັນຄວາມຮູ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳນົດ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ສາດສະຕຣາຈານ ມັນຄືອິຫຍັງລະນີ່ ແຕ່ ຈຂກທ ຄືສິໝາຍເຖິງສາດສະດາຈານຕິເບາະ ເວົ້າມາແບບນີ້ຂ້ອຍບໍ່ອາດເອື້ອມທີ່ຈະຕອບເດີ້ ເພາະຂ້ອຍກໍ່ບໍ່ແມ່ນສາດສະດາຈານ ຖ້າສາດສະດາຈານມາຕອບໃຫ້ສາ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ກຳນົດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ພາສາລາວ ຖືກຮຸກຮານໂດຍຄົນລາວເອງ ມາຕະຫລອດ ເຖິງປະຈຸບັນ ຍັງບໍ່ມີໃຜກ້າປົກປ້ອງຢ່າງເອົາຈິງເອົາຈັງເທື່ອ ! ຊ່ວຍກັນເດີ້ ຊາວລາວ !

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ກຳນົດ

໐ ກະທູ້
໑໐໕ ໂພສ
ນັກການກະທູ້
ກຳນົດ ຖືກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍຍິນສາດສະຕຣາຈານ

໑໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ເຄີຍຍິນສາດສະຕຣາຈານ

ເປັນຫຍັງຊິບໍ່ເຄີຍໄດ້ຍິນສາວພາສຸກ ມັນເປັນຄຳໄທເຂົາ ຂ້ອຍຂຽນແບບໄທຊື່ໆດອກ ອັນທີ່ຈິງໜ້າຈະເປັນ ສາດສະດາຈາຣຍ໌ຫັ້ນລະຄຳລາວ
ແຕ່ຂ້ອຍລອງຂຽນເບິ່ງຊື່ ວ່າຊິມີຄົນ ເຫັນບໍວ່າມັນຜິດນະ ແລະອີກຢ່າງໜຶ່ງກໍ່ຄື ສາດສະດາ ມັນກໍ່ເບິ່ງເໝືອນທຽບຄຽງກັບສາສນາ
ເຊັ່ນ ພຣະສາສດາສັມມາສັມພຸທທະເຈົ້າ ກໍ່ເລີຍເບິ່ງເໝືອນວ່າສູງນະ ກໍ່ເລີຍຂຽນໄປຈັ່ງຊັ້ນລະ ອັນທີ່ຈິງຄົງເປັນສາດສະດາຈານ
ຄຳລາວ ສາດສະດາຈາຣຍ໌
ຄຳໄທ ສາສຕຣາຈາຣຍ໌
ເຊິ່ງໄທເຂົາອະທິບາຍວ່າ ສາດສະດາຈາຣ໌ ຄືພຣະພຸທທະເຈົ້າ
ແຕ່ ສາສຕຣາຈາຣຍ໌ ຄື ຕຳແຫນ່ງທາງວິຊາການ ກ່າເລີຍເອົາມາເປັນຄວາມຮູ້ໃຫ້ໄດ້ສຶກວ່າພາສາເຂົານຳ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາດສະຕຣາຈານ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ກຳຫນົດ ໃນຄວາມລາວແມ່ນພາສາເວົ້າຊື່ໆ
ແຕ່ເວລາຂຽນ ຕ້ອງຂຽນ ກຳນົດ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄຳວ່າກຳນົດແມ່ນຄຳນາມແປວ່າຂໍ້ບັງຄັບ,ຂໍ້ກົດໝາຍລະບຽບການທີ່ບອກເຖິງຂັ້ນຕອນຂອງວຽກງານທີ່ຕ້ອງປະຕິບັດ.
ຄຳວ່າ ກຳນົດຄຳນີ້ໃນວິຊາພາສາລາວແມ່ນການແປງຄຳມາຈາກຄຳວ່າ ກົດເຊິ່ງກໍ່ໝາຍເຖິງລະບຽບກົດໝາຍນັ້ນເອງ.ເຊິ່ງມີທິດສະດີດັ່ງນີ້: ການແປງຄຳແມ່ນການແປງຫຼືແຜງຄຳເວົ້າໃຫ້ຕ່າງໄປຈາກຮູບເດີມຄືແປງຄຳພະຍາງດຽວໃຫ້ເປັນສອງພະຍາງແຕ່ຄວາມໝາຍຍັງຄືເກົ່າຫຼືຜິດຜ່ຽນໄປແດ່ເລັກນ້ອຍເຊັ່ນ:
ກົດ: ກຳນົດ (ຂໍ້ບັງຄັບ)
ເກີດ: ກຳເນີດ(ເກີດຂຶ້ນ)
ຈ່າຍ: ຈຳໜ່າຍ(ແຈກຢາຍ,ຂາຍ)
ແຈກ: ຈຳແນກ(ແບ່ງ)
ສຽງ: ສຳນຽງ
ອາດ:ອຳນາດ...
ສ່ວນຄຳວ່າ ກຳໜົດ ໃນພາສາລາວບໍ່ມີຄວາມໝາຍ(ຫຼືອາດຈະມີແຕ່ຍັງຄົ້ນບໍ່ພົບ)
ເມື່ອອີງຕາມຂໍ້ມູນຂ້າງເທິງນັ້ນ ສາມາດສະຫຼຸບໄດ້ວ່າ :ຖ້າຈະໝາຍເຖິງຂໍ້ກົດຫຼວ່າລະບຽບນັ້ນຄຳວ່າ ກຳນົດຈະເປັນຄຳທີ່ຖືກ.

໒ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ກຳໜົດ ແມ່ນ ບໍ່ມີຄວາມໝາຍ
ກຳນົດ ອາດຈະແມ່ນ ຂໍ້ກຳນົດ, ຫຼື ການກຳນົດ ນິຕິກຳສິ່ງໃດໜຶ່ງ ຂື້ນມາ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
"ກຳນົດ" ຖືກດັ່ງທີ່ຫຼາຍທ່ານຕອບ ຂ້າພະເຈົ້າຄິດ "ກຳໜົດ" ອາດຈະບໍ່ມີຄວາມໝາຍເທື່ອ, ດັ່ງທ່ານ ອາລຸນໃສ ບຸນໄຊ ກ່າວ ແຕ່ "ກຳ" ຄວາມໝາຍ ກໍ່ຄື ມີສິ່ງໃດສິ່ງໜຶ່ງຢູ່ໃນອົ້ງມື, ແລ້ວ ນີ້ວມືທັງ5 ຫຸ້ມໄວ້ ຄວາມໝາຍຄື "ກຳ" ຊອກຫາຄຳວ່າ "ໜົດ" ແມ່ນຫຍັງ ແລ້ວ "ກຳໜົດ" ຈະມີຄວາມໝາຍ, ຖ້າຊອກຫາ "ໜົດ"ໃນວັດຈະນະນຸກົມບໍ່ມີ ພວກເຮົາຊ່ວຍກັນ ຫາຄວາມໝາຍໃສ່ ສົ່ງເສີມການຂະຫຍາຍ ພາສາເວົ້າໃຫ້ກວ້າງຂວາງຕື່ມ ຈະເປັນ ສະຕຣາຈານ x 2 555555555

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ສາສຕຣາຈາຣຍ໌ ແປ ອາຈານຜູ້ເກັ່ງ ຫລືຄົມປັນຍາ ເປັນຕຳແນ່ງທາງວິຊາການ
ສາສຕຣາ ແປວ່າ ແຫລມ ຫລືຄົມ
ແຕ່ສາສດາຈານ ແມ່ນ ໃຊ້ໃນທາງສາດສະຫນາ
ສາດສະດາ ຄືຜູ້ກໍ່ຕັ້ງສາດສະຫນາ
ສາສຕຣາຈາຣຍ໌ ກັບ ສາດສະດາຈາຣຍ໌ ຈຶ່ງບໍ່ແມ່ນອັນດຽວກັນ ພາສາລາວນຳ ສາດສະດາຈານເອົາມາໃຊ້ກັບຄົນມີຕ່ຳແນ່ງ
ທາງວິຊາການແມ່ນຜິດ ຜິດມາດົນແລ້ວ ຍ້ອນບໍ່ເຂົ້າໃຈຮາກສັບຂອງພາສາປາລີແລະສັນສັນສະກິດ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຄົນດີມີມາລະຍາດ, ຄົນສະຫຼາດບໍ່ຖີ້ມຂີ້ເຫື້ຍອຊະຊາຍ

໘ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ກຳ​ນົດ​ຖືກ

ສ່ວນ ກຳ​ຫ​ນົດ ຄິດ​ວ່າມາ​ຈາກ​ພາ​ສາ​ໄທ

໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kende ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ເຄີຍຍິນສາດສະຕຣາຈານ

ເປັນຫຍັງຊິບໍ່ເຄີຍໄດ້ຍິນສາວພາສຸກ ມັນເປັນຄຳໄທເຂົາ ຂ້ອຍຂຽນແບບໄທຊື່ໆດອກ ອັນທີ່ຈິງໜ້າຈະເປັນ ສາດສະດາຈາຣຍ໌ຫັ້ນລະຄຳລາວ
ແຕ່ຂ້ອຍລອງຂຽນເບິ່ງຊື່ ວ່າຊິມີຄົນ ເຫັນບໍວ່າມັນຜິດນະ ແລະອີກຢ່າງໜຶ່ງກໍ່ຄື ສາດສະດາ ມັນກໍ່ເບິ່ງເໝືອນທຽບຄຽງກັບສາສນາ
ເຊັ່ນ ພຣະສາສດາສັມມາສັມພຸທທະເຈົ້າ ກໍ່ເລີຍເບິ່ງເໝືອນວ່າສູງນະ ກໍ່ເລີຍຂຽນໄປຈັ່ງຊັ້ນລະ ອັນທີ່ຈິງຄົງເປັນສາດສະດາຈານ
ຄຳລາວ ສາດສະດາຈາຣຍ໌
ຄຳໄທ ສາສຕຣາຈາຣຍ໌
ເຊິ່ງໄທເຂົາອະທິບາຍວ່າ ສາດສະດາຈາຣ໌ ຄືພຣະພຸທທະເຈົ້າ
ແຕ່ ສາສຕຣາຈາຣຍ໌ ຄື ຕຳແຫນ່ງທາງວິຊາການ ກ່າເລີຍເອົາມາເປັນຄວາມຮູ້ໃຫ້ໄດ້ສຶກວ່າພາສາເຂົານຳ

ຢືມພາສາໄທ ມາພູດ ອິອິ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ກຳຕົດດີກວ່າກຳຂີ້.ຖ້າວ່າກຳຂີ້ອີ່ຫຼີຂໍກຳຕົດດີກວ່າ