ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂຽນໂດຍ: ວາໂຍ
(ກ່າຍມາຈາກເວບໃບລານ ແລະເວບສາຍທານກະວີທັມ)
ຍາມເມື່ອເດືອນສາມຂ້ອນ...........ຄິດຮອດປ່າຜາດອນ
ຄິດເຖິງຄອນເຄີຍງອຍ..............ເພິ່ງພິງເນົາຢັ້ງ
ຄິດເຖິງຮັງເຮືອນຢ້າວ...............ຖຽງນາຕູບຕ່ຳ
ຄິດເຖິງນ້ອງກ່າວເວົ້າ................ສຽງຈ້ອຍອອ່ຍໃສ່ຫູ ເດນໍ.
ຄິດເຫັນພົ້ວຍອດຊູ້....................ເຄີຍຄຽງຄູ່ຮຽງໝອນ
ມາຈາກຈອນໜີນາ......................ສູ່ວຽງວັງກວ້າງ
ເຄີຍເປັນພວງສະບາເອ້................ຖຽງນາງາມສະຫງ່າ
ນ້ອງມາໄກຫ່າງໜ້າ.....................ໜີອ້າຍບໍ່ອວ່ຍຄືນ
ເຫັນດອກຈານອ້າຍສະອື້ນ..............ຍ້ອນພາບເກົ່າຄາວຫລັງ
ເຄີຍມີນາງເດີນຮຽງ......................ຄູ່ກັນຄາວນັ້ນ
ດຽວນີ້ວັນວານປີ້ນ........................ຜັນໄປບໍ່ໂຄ້ງຕ່າວ
ໃຈພີ່ຊາຍສຸດປວດລ້າວ................ໜາວຮ້ອນຢູ່ບໍ່ເປັນ
ເຫັນທ້ອງຟ້າເວີ້ງວ້າງ.................ເປົ່າວ່າງເໝືອນຄົນພອຍ
ເໝືອນນົກເຂົາໂທນງອຍ...............ຢູ່ຄອນບໍ່ມີຊູ້
ໃຈອົດສູທົນສູ້............................ຄອງຄ້ອຍຖ້ານ້ອງຢູ່
ຢາກໃຫ້ນາງຮັບຮູ້.......................ວ່າໃຈອ້າຍຫ່ວງຫາ
ກັບຄືນນາສາເຖີດນ້ອງ.................ພໍ່ ແລະ ແມ່ເພິ່ນຖາມຫາ
ທັງເພື່ອນລູງອາວອາ....................ໝູ່ເຮົາຄະນິງນ້ອງ
ຢ່າໄດ້ໄປຫລົງຫ້ອງ.....................ວັງທອງເມືອງໃຫຍ່
ອ້າຍຍັງຄອຍມອບຫົວໃຈ, ຫວັງໃຫ້ນາງເປັນລູກໄພ້.....ມານດາອ້າຍຜູ້ຢູ່ນາ.
- ດອກໄມ້ປ່າ ຕອບວາໂຍ
ວາໂຍໂພຍພັດຕ້ອງ…………ໃບຕອງໄຜ່ຢູ່ປາຍນາ
ນໍ້າຕາຊາຍລິນໄຫຼ…………..ນັ່ງຄະນິງນວນນ້ອງ
ປ່ອຍອ້າຍຄອງຄອຍຖ້າ……..ຢູ່ຖຽງນາແຄມປ່າ
ຄົນຮັກບິນເວິ່ນຟ້າ…………..ລາອ້າຍເຂົ້າສູ່ກຸງ….ຊັ້ນບໍອ້າຍ ?
ໃຈອ້າຍຍັງມາດມຸ້ງ………ປະສົງນຶ່ງນາງດຽວ
ບໍ່ເຄີຍຫຼຽວແລມອງ……………ສ່ອງຕາມແຄມຮົ້ວ
ອ້າຍນັ່ງມົວຫມອງເສົ້າ………ເຫງົາຊົງງົງຢູ່ກາງທົ່ງ
ເຝົ້າພະວົງຫຼົງດອກຟ້າ…………….ຜູ້ໄປຫນ້າບໍ່ຕ່າວຄືນ
ໄດ້ຍິນສຽງສະອື້ນ………………ມາຮອດປ່າໄພພະນອມ
ດອກຂະຍອມນາງອົດສາ……….ສົ່ງກິ່ນຫອມມາຫາອ້າຍ
ຊາຍພັດເມີນຫນີຫນ້າ……ບໍ່ຫຼຽວຫຼັງຄືນມາ……ຫາດອກໄມ້ຢູ່ແຄມປ່າ
ທຸກຄືນວັນອ້າຍນັ່ງຖ້າ………...ຊິເປັນບ້າປ່ວຍໃຈ
ບ້ານນາມີດອກໄມ້…………ຫຼາຍພວກພັນສນິດ
ຕິດຕໍ່ກັນເປັນພວງ……………ຫ້ອຍຢັງຢາຍເອ້
ສະເລເຕບານຊ້ອນ………….ລາມຊອນລອນດອກໄມ້ປ່າ
ຂາດຢ່າງດຽວຄື “ ດອກຟ້າ” ……......ທົ່ງນານ້ອງແມ່ນບໍ່ມີ…..ອ້າຍເອີຍ
ວາໂຍ ຕອບ ດອກໄມ້ປ່າ
ແມ່ນແລ້ວນ້ອງດອກຟ້າ...................ດອກໄມ້ປ່າປະດັບດົງ
ຊາຍນີ້ຄົງຄະນິງຫາ........................ຫວ່ງນາງຜູ້ໄກບ້ານ
ນ້ອງເຄີຍບານຢູ່ແຄມຮົ້ວ..................ຖຽງນາຟ້າຕ່ຳໆ
ທົ່ງນາຟ້າສີຄາມ, ຍາມວາໂຍພັດຕ້ອງ...ໃຈເຮົາຂ້ອງກ່ຽວກັນ
ດຽວນີ້ນາງຈອນຈາກບ້ານ.....................ມຸ້ງສູ່ເມືອງໄກ
ຈັກແມ່ນແວໄປຫົນໃດ.......................ປ່ອຍໃຫ້ຊາຍຄອຍເກີ້
ຫລືວ່ານາງເດີນດັ້ນ..........................ໄປໄກຂ້າມຝັ່ງ
ໄປເຮັດວຽກຢູ່ວຽງວັງ, ໃນປະເທດເພື່ອນບ້ານ.....ໄປບານແຍ້ມຢູ່ຖິ່ນໄທຍ໌ ພຸ້ນບໍ
ໃຈອ້າຍຄິດງ່ຽງງໍ້............................ຢ້ານນ້ອງພີ່ມີໄພ
ໃຈພະວົງຄະນິງຫາ........................ສູ່ວັນບໍ່ມີເວັ້ນ
ເຫັນຂ່າວຄາວສາວລາວໄຫ້...............ຍ້ອນນາຍທຶນຂົ່ມຂີ່
ຫົວໃຈອ້າຍຄິດບໍ່ດີ, ຢ້ານວ່າຖືກນາດນ້ອງ.....ຈິ່ງເຮຮ້ອງຫວ່ງຫາ
ຄັນວ່ານ້ອງຮັບຮູ້............................ຂໍໃຫ້ຕ່າວກັບມາ
ສູ່ບ້ານນາທີ່ຍັງຄອຍ........................ຢ່າປ່ອຍໃຈຈົນລືມບ້ານ
ກັບມາບານຢູ່ດົງກວ້າງ.....................ຫອມຫວນຂ້າງໆພີ່
ດີກວ່າໄປຮ່ຳໄຫ້........................... ຟູມແກ້ມກິ່ນນ້ຳຕາ.
...................................
ຂໍຝາກບົດກອນນີ້ ແກ່ຜູ້ຍິງລາວທຸກຄົນ ທີ່ເດືອນທາງຈາກບ້ານນາເຂົ້າມາກຸງ ແລະ ເດີນທາງໄປເຮັດວຽກຢູ່ບ້ານເພິ່ນເມືອງທ່ານທຸກຄົນ ອ່ານແລ້ວໃຫ້ຄິດຮອດບ້ານນາ.
http://www.bailane.com/Blog/ViewBlog.aspx?sid=101&hid=15971
http://saithankavidhama.blogspot.com/2008/03/blog-post_7695.html
|