ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເປັນຫຍັງເພິ່ນຈຶ່ງບໍ່ອະນຸຍາດໃຫ້ຮ້ອງເພງ...

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
555555555555555555555555555555555555


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ozone ຕອບ ຂ້າພະເຈົ້າວ່າມັນພໍໆກັນນັ້ນແລ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບໍ່ຮູ້ຊິຕອບຫຍັງ ເອົາເປັນວ່າ ໃຈຄວາມສຳຄັນມັນຢູ່ທີ່ຜູ່ຖືກຖາມ ມີຄວາມເປັນ ຊາດນິຍົມ ເທົ່າໃດນັ້ນລະ.


໑ ກະທູ້
໑໑໙ ໂພສ
ນັກການກະທູ້
ງ່າຍຫຼາຍ ເພື່ອເຮັດໃຫ້ຄົນລາວ ມີຄວາມເຄົາລົບໃນຊາດ ແລະເວລາຮ້ອງເພງໄທ ທີເປັນພາສາໃນຕະກຸນດຽວ ກັນມັນຮູ້ສືກບໍ່ດີ, ບາງທີອາດຈະຍ້ອນວ່າ ຂັ້ນເຮົາສອນພາສາລາວທຸກມື້ຍັງໃຊ້ບໍ່ຖືກແລ້ວ ພັດວ່າຍັງໄປຮ້ອງເພງໄທໄດ້ອີກມັນຊ້ຳເຕີມຄູ ອາຈານຫຼາຍເກິດໄປ
ເຫດຜົນທີສຳຄັນສຸດແມ່ນ ຕອນເຮົາຢັງນ້ອຍຢັງບໍ່ທັນມີຄວາມຄືດເທືອ ເວລາເຮົາບໍ່ແມ່ນແຕ່ຮ້ອງເພງແມ໋ ມີແຕ່ເວົ້າຊື່2 ກາເຮັດໃຫ້ພາສາລາວມີລັກສະນາ ຊອດກະຈາ ເຊິງເຮັດໃຫ້ຜູ້ໃຫຍ່ຂັ້ນເທິງຜູ້ທີມີຄວາມກວ້າງໄກ ເພີນຈື່ງບອກໃຫ້ຄູທຸກໃຫ້ສອນລູກສີດໃຫ້ໃຊ້ພາສາລາວ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ຢ່າງໜ້ອຍກາໃຫ້ລາວ ບໍ່ຕົກເປັນຫົວເມືອງຂື້ນທາງພາສາໃຫ້ແກ່ໄທ ຄືກັບດ້ານເສດຖະກີດ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຄິດວ່າອາດຈະເປັນຍ້ອນການບໍ່ມັກປະເທດໄທຂອງນາຍຄູ ແລະອາດຈະແມ່ນການທີ່ບໍ່ຢາກສົ່ງເສີມໃຫ້ຄົນລາວໄປເຫີ່ໄທຫລາຍ ກະເລີຍໄດ້ອອກລະບຽບການສຶກສາອອກມາທົ່ວປະເທດ. ຕອນຂ້ອຍຮຽນຢູ່ປະຖົມນາຍຄູເພິ່ນກະບອກບໍ່ໃຫ້ຮ້ອງເພັງໄທເຊັ່ນກັນ, ກະເລີຍບໍ່ໄດ້ຮອ້ງ, ອີກຢ່າງໜຶ່ງກະບໍ່ມັກເພັງໄທປານໃດ ບໍ່ແມ່ນຍ້ອນຄຽດແຄ້ນເລື່ອງເຂົາເຂົ້າມາທຳລາຍລາວໃນອະດີດດອກ ແຕ່ວ່າຂ້ອຍຕັ້ງຊັງຄົນເຂົາສ່ວນຫລາຍມັກດູຖູກຄົນລາວ ວ່າລາວຈັ່ງຊັ້ນລາວຈັ່ງຊີ້, ຄັນຮູ້ວ່າເຮົາເປັນຄົນລາວວ່າຊັ້ນກະເບິ່ງເຮົາແຕ່ຕີນຮອດຫົວຄືວ່າເຮົາເປັນໂຕອີ່ຫຍັງໜິ. ຕອນຢູ່ເດີ່ນບິນໄທ ເປັນຕົ້ນແມ່ນຜູ້ຍິງຄັນວ່າແມ່ນຄົນປະເທດອື່ນເຮັດຜິດເພິ່ນບໍ່ເວົ້າຫຍັງ ແຕ່ຄັນແມ່ນລາວເຮັດເພິ່ນເອີ້ຍ!! ເວົ້າໃຫ້ເອົາແທ້ເອົາວ່າ ແລະເຮັດໜ້າຄືບໍ່ຢາກບໍລິການໜິ ຄືວ່າເຮົາໄປຂໍຂີ່ຍົນເພິ່ນຟຣີໆໜິແຫລະ.

ແຕ່ວ່າຂ້ອຍກະບໍ່ໄດ້ໝາຍເຖິງໝົດທຸກຄົນດອກ ບາງຄົນເຂົາກະດີຢູ່ ແຕ່ບາງຄົນກະເປັນຕາຊັງອີ່ຫລີ


໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ເພີ່ນບໍ່ຢາກໃຫ້ຮ້ອງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄທ ກັບ ຫວຽດ..
ຂ້ອຍເລືອກໄທ..
ແຕ່ລາວ ກັບ ໄທ..
ຂ້ອຍເລືອກລາວ..


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຂ້ອຍກະບໍ່ຮູ້ເດີ້ວ່າເຈົ້າຂອງກະທູ້ນິເຈີ້ມາແທ້ບໍ
ຂ້ອຍກະບໍ່ໄດເຈິ້ແນວນັ້ນຈັກເທື່ອເດີ້ ຄັນໃຫ້ຂ້ອຍຮ້ອງກະອຳບາຍເລີຍ ຈຳປາເມືອງລາວເພງນີ້ແນ່ນອນເລີຍໃຜໆກະຕ້ອງຮ້ອງໄດ້
ລະເຈົ້າຂອງກະທູ້ນິ ຕອນນັ້ນຮຽນຢູ່ໂຮງຮຽນໃດ


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຂ້ອຍເອງອ່ານໄທກະຍັງບໍ່ເປັນ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@miniskirt
ໃນສະໄໝເຈົ້າອະນຸວົງຫັ້ນວະ. ມັນເປັນປະຫວັດສາດລະເດ. ການເຮັດສົງຄາມມັນກະເປັນແບບນີ້ລະ.
ທິດ
ຄິດໄປແລ້ວກະບໍ່ຄວນເອົາມາໃສ່ໃຈດອກມັນກະເປັນອະດີດໄປແລ້ວເດເລື່ອງເພງກະຄືກັນປົງສາຢ່າເອົາມາ
ຄິດອີກເຈັບຫົວລ້າໆມາສ້າງປະຈຸບັນແລະອະນາຄົດດີກົ່ວເນາະ(ນັບຖືແລະຮັກແພງ)

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ເພື່ອສ້າງບັນຍາກາດ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕອບ bububu: ເພັງດອກຈຳປາກັບຈຳປາເມືອງລາວມັນອັນດຽວກັນວະ?

ຢູ່ປໍສາມຮ້ອງບໍ່ໄດ້ຈັກແລ...ຕອນນັ້ນບໍ່ຄ່ອຍໄດ້ຟັງຊ້ຳຮ້ອງໄດ້ແຕ່ເພງຊາດ. ໃຜໆກະຮ້ອງໄດ້ໝົດແທ້ວະ ອູ..ເກັ່ງລະຫຼາຍຄັນຊັ້ນໃຜຮ້ອງໄດ້ກະດີລະ.

ເທບແຫ່ງພາສາລາວ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຫາກຈະມັກ ສົນທະນາ ເລື່ອງ ປະວັດສາດ ແລ້ວ ,,, ຂ້ອຍຈະ ຊອກ ຫາ ເລື່ອງ ມາລົມສູ່ ອ້າຍນ້ອງ ຟັງ ບໍແມ່ນ ປະວັດສາດທີ່ ?? ຕາມຮອຍ ປາແດກ ,, ແລະ ຄົນໄທລາວ ມາແຕ່ ໄສ ,,, ຂ້ອຍ ຂຽນ ບໍທັນ ຈົບ ແລ້ວ ເຈົ້າ ຈະ ຮູ້ສືກໄດ້ ວ່າ ຂ້ອຍ ແລະເຈົ້າ ມີຄວາມ ຜູກພັນ ກັນ ທໍ່ ໃ ດ໋ ,,ກ່ອນຫນ້ານັ້ນ ປະເທດໄທ ກໍແຄ່ ເປ້ນ ພຽງ ກູ່ມ ກົກ ເຫຼົ່າ ພື່ງ ຈະມາໂຮມ ກັນ ໄດ້ ກໍປະມານ 4-500 ກວ່າ ປີ ນີ້ ເອງ ເອົາງ່າຍ ການ ສົງຄາມ ມັນກໍມີ ຍູ່ມີທົ່ວ ໄປ ໃນ ສະໄຫມ ກ່ອນ ,,, ແຕ່ໃຫ້ຂ້ອຍ ຮວບລວມ ໃຫ້ ແລ້ວ ກ່ອນ ແລ້ວຈະ ເອົາມາ ໂພສ ໃຫ້ ອ້າຍ ນ້ອງ ຟັງເບື່ງ ,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ແມ່ນໆ


໑ ກະທູ້
໑໗໓ ໂພສ
ນັກການກະທູ້
ໂອ້.. ເພງດອກຈຳປາ ຄຶດວ່າໃຜໆກະຮູ້...


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອືມ ມັນຂື້ນກັບຜູ້ຊິເອີ້ນ ແຕ່ຂ້ອຍມັກເອີ້ນວ່າ ເພງໂອ້ດວງຈຳປາ


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາດນິຍົມດີທີ່ສຸດ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>