ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເໜັ້ນ ເປັນສັດທີ່ພວກ ຊີການ ພາກັນຈັບມາກິນແລງກັນບໍ່ຂາດໃນປະເທດ ໃນຢູໂຣບ!!
ເຂົາວ່າແຊບດີ..
ທັງຣາຄາແພງອີກ ແຕ່ ມາຄີດຄັກໆແລ້ວ ອີ່ຫຍັງກະພາກັນກິນໜົດ..ທາງບ້ານເຮົາຫຼັງໆມານີ້ກະນິຍົມກິນໜາກັນອຶກທຶກ..
ມາເຫັນຮ້ານອາຫານທີ່ເຮັດຂື້ນຈາກຊີ້ນໜາ..
ຫຼາຍຄົນວ່າແຊບ, ແຕ່ຫຼາຍຄົນພັດວ່າເຮັດຈັ່ງໃດກິນໄດ້ ຊີ້ນຂອງເພື່ອນແທ້ຂອງຄົນ?
ມັນຄົນລະຄະຕິນໍ ວ່າບໍ!
ເຄີຍເວົ້າມາແລ້ວວ່າຕັ້ງໃຈຊິໄປກິນແຕ່ໄປສອງເທື່ອ ໄປເຫັນ..ແລ້ວເຈີດໝີ,
ໄປບໍ່ທັນ. ກະບໍ່ເສັຍດາຍຫຼືເສັຍໃຈແຕ່ຢ່າງໃດ ຄົງເປັນວາສນາມາຈັ່ງຊັ້ນ.
ກັບຫາເໜັ້ນດີກວ່າ ຂົນທີ່ເປັນໝາມຂອງມັນ ປ້ອງກັນໂຕເອງໄດ້ຈາກການຫວັງທຳຮ້າຍຮ່າງກາຍຂອງມັນຈາກສັດຕຣູ..
ແຕ່ກະບໍ່ສາມາດກັ້ນໂຕເອງຈາກຄົນໄດ້!!

ທີ່ນຳມາເວົ້າກ່ຽວກັບເໜັ້ນກະຍ້ອນວ່າ ເໜັ້ນບ້ານເຮົາໂຕໃຫຍ່ ແລະຂົນແຫຼມຍາວກວ່າທີ່ໄດ້ເຫັນໃນຢູໂຣບ.
ແລະທີ່ຮູ້ດີກະຍ້ອນວ່າເຄີຍລ້ຽງມັນມາຄາວຍັງນ້ອຍ.
ແຕ່ແລ້ວບໍ່ຮູ້ວ່າມັນປົບໝີເຂົ້າປ່າໄປກະບໍ່ຮູ້ ຫຼືວ່າຖຶກໃຜລັກໄປຕົ້ມໃສ່ໃບໜາກຂາມອ່ອນກະບໍ່ຮູ້.
ເໜັ້ນໂຕນັ້ນໃຫຍ່ຂື້ນມາກັບມືກັບຕິນໂຕເອງນີ້ແລ໊ ແຕ່ ການສື່ສານກັບມັນບໍ່ມີເລີຍ ເວົ້າກັນຄົນລະພາສາ!
ຈຸດດຽວທີ່ເຂົ້າກັນໄດ້ ຄືຍາມເອົາຂອງກິນມາໃຫ້ມັນກິນເທົ່ານັ້ນ ຍາມຢາກລູບຢາກບາຍມັນຄືສັດປະເພດອື່ນແມ່ນຢູ່ໃນຂັ້ນສູນ..
ຈັບບາຍບໍ່ໄດ້ ຂົນມັນຊັນຂື້ນໂລດ..
ແຕ່ກະແປກນໍທີ່ເອົາມັນມາລ້ຽງ?
ບໍ່ແມ່ນວ່າຕັ້ງໃຈຢາກລ້ຽງແຕ່ນະບ່າວເພິ່ນຊື້ມາຈາກມືຂອງພວກຂາຍສັດທີ່ຫວັງເອົາມາຂາຍເຂົ້າຮ້ານພັຕຄານຂອງພວກພີ່ນ້ອງ``ໜີພັນດາ``ຕ່າງຫາກ.
ພວກນີ້ແມ່ນວ່າສແຕກແດກກິນກັນໜົດແມ່ນແຕ່ລູກຄົນທີ່ຍັງບໍ່ທັນເກີດ!
ບໍ່ແມ່ນໃສ່ຮ້າຍປ້າຍສີໃຜເຄີຍໄດ້ເຫັນໃນພັນລາວນີ້ແລ໊- ແກງລູກອ່ອນຈາກແມ່ນ້ຳຢັງຊີ!!


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ຄືວ່າ ສົງໄສຄີບອດຂອງ ຂພຈ ຈະຕ່າງຈາກຂອງ ຈຂກທ
ຄີບອດຂອງ ຂພຈ ເວລາຈະພິມຕົວ ໜ ຕ້ອງກົດ Shift + ນ ແລະ ຖ້າຈະພິມ ຕົວ ໝ ກໍຈະກົດ Shift + ມ


ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ຄືວ່າ ສົງໄສຄີບອດຂອງ ຂພຈ ຈະຕ່າງຈາກຂອງ ຈຂກທ
ຄີບອດຂອງ ຂພຈ ເວລາຈະພິມຕົວ ໜ ຕ້ອງກົດ Shift + ນ ແລະ ຖ້າຈະພິມ ຕົວ ໝ ກໍຈະກົດ Shift + ມ




ໃນຄີບອດຂອງຂ້ອຍພັດຢູ່ບ່ອນ # ຫາກ ຂົ່ມ shift ກັບ # ແມ່ນໄດ້ ໂຕ ຫາກບໍ່ຂົ່ມແມ່ນໄດ້ໂຕ ຈັ່ງຊີ້.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ເວລາຂຽນຄົນສ່ວນຫຼາຽມັກຂຽນຜິດ. ເຊັ່ນ: ນ້ຳໜັກ ແຕ່ບາດຂຽນຊ້ຳພັດເຮັດຫົວຂອດລຸ່ມຫັ້ນໃຫ່ຽໂພດກະເລີຍເປັນໂຕ ໝ ແລ້ວອ່ານເປັນ ນ້ຳໝັກ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...



ສະບາຍດີ ທ່ານ ອາຈານ,
ນານສົມຄວນບໍ່ໄດ້ເຂົ້າມາໂອ້ໂລມນຳ ແຕ່ກະຄີດວ່າໃນເວທີອື່ນຄົງໄດ້ພົບກັນແຕ່ບໍ່ຮູ້ຈັກກັນ..ເຊັ່ນໃນໃບລານຫັ້ນ..
ຂອບໃຈທີ່ທ່ານອາຈານເອົາ ຮູບນີ້ມາໃຫ້ເບິ່ງນຳ.

ມັກຂຽນ ໜ ແລ ໝ ສ່ວນ ຫນ ຫມ ຫ້ນບໍ່ມັກປານໃດ ຫາກຈຳເປັນເທົ່ານັ້ນຈຶ່ງຂຽນ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ເວລາຂຽນຄົນສ່ວນຫຼາຽມັກຂຽນຜິດ. ເຊັ່ນ: ນ້ຳໜັກ ແຕ່ບາດຂຽນຊ້ຳພັດເຮັດຫົວຂອດລຸ່ມຫັ້ນໃຫ່ຽໂພດກະເລີຍເປັນໂຕ ໝ ແລ້ວອ່ານເປັນ ນ້ຳໝັກ



ສະບາຍດ ອັມຕອນ,
ເປັນໃດທາງ ຣັດເຊັຍກະຄືຊິໝາວແຮງແລ້ວນໍ?
ແຕ່ຕົ້ນໆຫັ້ນເກືອບວ່າຫຼາຍຄົນຄຽດໃຫ້ທີ່ ໂຕໝ ກາຍເປັນ ໜ!!
ຫາກເຈົ້າໄດ້ອ່ານມາແຕ່ຕົ້ນ ຂອງກະທູ້ນີ້ຈະໄດ້ເຫັນວ່າ ອໍກັສ ຫຼື ນິນ ບອກໄວ້ ແລ້ວວ່າ ມັນເປັນນຳວ່າຂ້ອຍໃຊ້ ຣະບົບ ລິນຸກສ ວ່າຊັ້ນ ຄາວຢາກຂຽນໂຕ ໝ ມັນມັກເປັນໂຕ ໜ!!


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ແຮ່ງອ່ານແຮ່ງງົງຊ້ຳ ຢາກເວົ້າຫຍັງກັນແທ້ນິ?



໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ໃຊ້ Window 7 ແລ້ວກໍ ເຕີມດ້ວຍ Office 2007 ຂຽນຕົວ ໝ ແລະ ໜ ໄດ້ສະບາຍກວ່າ ຂ້ອຍວ່າດອກ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolak ຂຽນວ່າ...
ແຮ່ງອ່ານແຮ່ງງົງຊ້ຳ ຢາກເວົ້າຫຍັງກັນແທ້ນິ?

ປັນຫຍັງຈັ່ງງົງ ນໍ?

ອ່ານລັດປ່າລັດດົງ ກະຍາກແທ້ທີ່ຈະເຂົ້າໃຈໃນເຈຕນາ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜີກັບເໜັ້ນເຫັນ ຄ ແລ້ວເຕັ້ນໃສ່ ເພິ່ນວ່າ

ຫາກວ່າປີໝ້າຟ້າດີ ກະພາກັນຂຽນສອງໂຕອັກສອນນີ້ໃຫ້ເຂົ້າທ່າຄືເຮືອທີ່ຍັງບໍ່ທັນຫຼົ້ມແຕ່ກະຍັງຫາທ່າຈອດບໍ່ມີຫັ້ນ..


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ ເທົ່າ ໜູ

ໝ ເທົ່າ ໝາ

ຈັ່ງຊີ້ເດີ ໝ ກັບ ໜ ຕ່າງກັນຢ່າງຫຼວງຫຼາຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ໜ ເທົ່າ ໜູ

ໝ ເທົ່າ ໝາ

ຈັ່ງຊີ້ເດີ ໝ ກັບ ໜ ຕ່າງກັນຢ່າງຫຼວງຫຼາຍ




ແມ່ນຄືວຽງແກ້ວວ່າໄດ໋ນໍ!!
ແຕ່ຣະບົບ ການຂຽນໃນຄອມມັນຍັງເຂິນຢູ່ ຕ້ອງເດົາເອົາວ່າໃຜຂຽນໂຕໃດເປັນໂຕໃດ!!
ເວນກັມ!!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ ເທົ່າ ໜ້າໜາ ໜ້າດ້ານ
ໝ ໝາໝູ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ໜ ເທົ່າ ໜ້າໜາ ໜ້າດ້ານ
ໝ ໝາໝູ



ບາງຢ່າງວ່າເຮັດໄດ້ດີ ແຕ່ພັດກົງກັນຂ້າມ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝ້າທີ່ຂອງຄົນບໍ່ຄືກັນກັບໝ້າທີ່ຂອງໜາຂື້ເຮື້ອນ!
ໃນປະໂຫຍກນີ້ມີໂຕ ໝ ແລະໂຕ ໜ.
ບໍ່ຮູ້ວ່າໃນໝ້າຄອມຂອງຜູ່ເຂົ້າມາອ່ານມັນຊິສະຫຼອກກອກປີ້ນກັນໄປບໍ!
ຫາກວັນໝ້າຟ້າໃໜ່ສາວໝອງແຊງແຕ່ງເພດເປັນຊາຍໜົດ
ສ່ວນບ່າວນດົງກະລຶມພາກັນແຕ່ງໂຕເປັນຜູ່ຍິງ- ກະເທິຍໄປໜົດຄືກັນ..
ແລ້ວບ່າວວຽງຈັນຄົງເກີ້ບໍ່ຮູ້ວ່າໃຜເປັນໃຜ...!
ໃຫ້ໜາຂີ້ເຮື້ອນມາຊ່ອຍດົມກິ່ນເອົາວ່າໃຜແມ່ນໃຜ.
ເພາະໜາຫັ້ນຮູ້ດີວ່າກິ່ນສາບສາວກັບກິ່ນສາບກະເທີຍມັນຕ່າງກັນ..
ບໍ່ເຊື່ອລອງເອົາມາລອງເບິ່ງແມ.

ບໍ່ແມ່ນເວົ້າສຽດສີ ຜູ່ເປັນກະເທິຍແຕ່ຢ່າງໃດ ເວົ້າພຽງໃຫ້ມັນເຂົ້າກັບສະພາບການສື່ໆ.
ຂໍໂທດນຳຜູ່ປ່ຽນເພດທັງຫຼາຍ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄຳເວົ້າທີ່ສ້າງຄວາມງຸນງົງໃນຍາມຈະຂຽນ
ເບິ່ງນຳກັນແມ!

ໜັກ---ມັກ
ໝັກ---ນັກ
ຜຂ ກະພໍແຍກອອກໄດ້ຢູ່ ແຕ່ເຫັນຫຼາຍໆຄົນມັກປີ້ນ ໄປໃນການໃຊ້

ໜັກ ຫຼື ຫນັກ ໜາຍຄວາມໄດ້ ວ່າ ຍາມເຮົາເອົາ ຊີ້ນຫຼືປາ ມາແຊ່ໃນນ້ຳ ປາບໍ່ ໃນນ້ຳຊອດຕ່າງໆເພື່ອວ່າໃຫ້ທາດເຄັມ(ເກຶອ)ເຂົ້າໄປໃນ ຊີ້ນ ໃຫ້ມີຣົດຊາດດີ ກ່ອນເອົາໄປອົບໄປປີ້ງ!!!ແລະຄົງມີອີກຫຼາຍຄວາມໜາຍ!!
ສ່ວນ ມັກ ແມ່ນ ມັກ ສາວ, ມັກກິນເປັດຢ້າງ(ບໍ່ແມ່ນ ເປັນອັງ ເປັດປີ້ງນໍ!
ມັກນີ້ຍັງບໍ່ເຖິງຂັ້ນວ່າຮັກ ໃນອີກຄວາມໜາຍນຶ່ງ ຍາມໄປແອບລັກເບິ່ງສາວໆຢູ່ຫ່າງໆ! ແມ່ນມັກ ບໍ່ທັນແມ່ນຮັກ!

ບາດ ໝັກ ກັບ ນັກ ນີ້ ແຮງງ່າຍນໍ ນັກກິຣາຍົກນ້ຳໝັກ ມັກ ກິນຂອງແຊບທີ່ເຂົາໜັກໃນແຈ່ວເຜັດໆ!!
ອອກນອກເຣື້ອງໄປແລ້ວ ໃຫ້ຜູ່ອື່ນມາບອກຄວາມມັກຄວາມຮັກຈັກເທື່ອບ!?


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolak ຂຽນວ່າ...
ແຮ່ງອ່ານແຮ່ງງົງຊ້ຳ ຢາກເວົ້າຫຍັງກັນແທ້ນິ?


ເອົາຈັ່ງຊື້ ຈະຂຽນ ໜ, ໝ ຫຼືຂຽນ ຫນ, ຫມ ຫາກຂຽນ ໝ, ໜ ນຳແນວທາງບັນພະບູຣຸດລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolak ຂຽນວ່າ...
ແຮ່ງອ່ານແຮ່ງງົງຊ້ຳ ຢາກເວົ້າຫຍັງກັນແທ້ນິ?


ເອົາຈັ່ງຊື້ ຈະຂຽນ ໜ, ໝ ຫຼືຂຽນ ຫນ, ຫມ ຫາກຂຽນ ໝ, ໜ ນຳແນວທາງບັນພະບູຣຸດລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ຄືວ່າ ສົງໄສຄີບອດຂອງ ຂພຈ ຈະຕ່າງຈາກຂອງ ຈຂກທ
ຄີບອດຂອງ ຂພຈ ເວລາຈະພິມຕົວ ໜ ຕ້ອງກົດ Shift + ນ ແລະ ຖ້າຈະພິມ ຕົວ ໝ ກໍຈະກົດ Shift + ມ


ແມ່ນແລ້ວ!

ຂ້ອຍແມ່ນ ”ລາວ“

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................
..........................................................................

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tolak ຂຽນວ່າ...
ແຮ່ງອ່ານແຮ່ງງົງຊ້ຳ ຢາກເວົ້າຫຍັງກັນແທ້ນິ?


ເອົາຈັ່ງຊື້ ຈະຂຽນ ໜ, ໝ ຫຼືຂຽນ ຫນ, ຫມ ຫາກຂຽນ ໝ, ໜ ນຳແນວທາງບັນພະບູຣຸດລາວ



ແມ່ນ`ຄວາມ!
ການຂຽນແບບໃຊ ຫນ ຫມ ນີ້ ມັນກະຖືກຄືກັນ ແຕ່ເພິ່ນຄິດຄົ້ນຖຕ ໜ ກັບໝ ຂື້ນມາເພື່ອຄວາມເປັນເອກລັກຂອງເຮົາ,
ຂອງພາສາເຮົາ ສົມຄວນພາກພູມໃຈແລະຂຽນຈັ່ງຊັ້ນບໍ່ດີກວ່າບໍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ warkh ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ຄືວ່າ ສົງໄສຄີບອດຂອງ ຂພຈ ຈະຕ່າງຈາກຂອງ ຈຂກທ
ຄີບອດຂອງ ຂພຈ ເວລາຈະພິມຕົວ ໜ ຕ້ອງກົດ Shift + ນ ແລະ ຖ້າຈະພິມ ຕົວ ໝ ກໍຈະກົດ Shift + ມ


ແມ່ນແລ້ວ!



ເປັນຫຍັງມາຮ້ອງໄຫ້ ກາກໆ ໃຜລັກໜູ ເຈົ້າບໍ? ຫຼືວ່າໜາແລ່ນໄລ່ກັດກົ້ນ?

ມັນກະຊິມີໝອງໃນແທ້ລະນໍ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bandithkonsayabouly ຂຽນວ່າ...
ມາຈອບເບິ່ງ



ມາຈອບເບິ່ງນົມສາວນ້ອຍຂື້ນໃໜ່ບໍ?
ຫຼືມາຫາ ໝອນໄປຊິດເບັດ?


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງ ??

I believe in the IMPOSSIBLE

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາງົງແນວໃດນີ້!?
ກະພຽງຢາກຂຽນຢອກກັນວ່າ ໃຊ້ໂຕ ໜ ກັບໂຕ ໝ ຫັ້ນລັ້ນລ້າ!!
ກະຍັງງົງ ບໍ່ແມ່ນນອນເດິກໂພດບໍ່ມື້ຄືນນີ້?


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໄສຢ້ານແມ່ນຢູ່ 55

I believe in the IMPOSSIBLE

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປແອ່ວໃຜ ຫຼືໃຜມາແອ່ວ ຈົນຂ້ອນຄືນ!!


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັກນັ່ງຖ້າໄຂປະຕູຫັ້ນຕິ 555

I believe in the IMPOSSIBLE

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ເປັກນັ່ງຖ້າໄຂປະຕູຫັ້ນຕິ 555



ແຕ່ເຂົາບໍ່ມາຈົນນອນຫຼັບກັບໄລປະຕູວ່າຕິ!
ຍູງຖືກເລກສາມໂຕເລີຍລະນໍ!!


ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>