ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ເງິນປຽບເໝືອນພຣະເຈົ້າ............................ທີ່ຄົນເລົ່າລືຂານ
ເປັນທັງມານທັງພຣະ..................................ກໍເພາະເງິນທັງນັ້ນ
ຫັນຄົນດີເປັນຄົນຮ້າຍ..................................ເຮັດໃຫ້ຄົນຈົນກາຍເປັນຄົນຮັ່ງ
ເຮັດໃຫ້ຄົນສັມຫວັງແລະຜິດຫວັງນັ່ງໃຫ້...........ບາງຄັ້ງກໍແມ່ນເງິນ

- ເງິນບາງຄັ້ງ ປຽບເໝືອນນາຍທີ່ຊົ່ວຊ້າ............ຖ້າຂາດຮໍ່າຮອນຄິດ
ເຮັດໃຫ້ຄົນຫຼົງຜິດ.....................................ແມ່ນເງິນບັນຫາຕົ້ນ
ຫັນຄົນດີເປັນຄົນລົ້ວ...................................ຈົນລືມຕົວລືມຊາດ
ຂາດສິລທັມໂລບລ້ຽວ..................................ໂກງສໍ້ກໍເພາະເງິນ

- ຍາມເມື່ອເງິນຂາດຂ້ອນ...............................ນອນນັ່ງບໍ່ເປັນສຸກ
ອຸກອັ່ງເທທວງໝອງ.....................................ນັ່ງຊົງຊຶງໃບ້
ເວລາໃດເງິນຄຳແກ້ວ...................................ໄຫຼມາກໍສົດຊື່ນ
ວັນຄືນຄຶດມ່ວນແມ້ງ.....................................ແລງເຊົ້າຊື່ນພຣະໄທ

- ຄົນຈຶ່ງຄຶດຢາກໄດ້.....................................ຫວັງລາບຣວຍຫຼາຍ
ແນວມັນຜິດກົດໝາຍ....................................ກໍບໍ່ກົວເກງຢ້ານ
ຫານຮອດທຳລາຍລ້າງ.................................ແນວທາງອັນບໍ່ຊອບ
ລັກລອບຊັບໃນດິນ.......................................ກັບທັງສິນຢູ່ນໍ້າ
.............................................................ໂກງສໍ້ເພາະຢາກລວຍ.

- ເຖິງຍາມຊວຍໜີບໍ່ພົ້ນ.................................ກໍໂດນແດກຄຸມຂັງ
ຊັບສິນເດີມມີຫຍັງ.......................................ໄຖ່ຖອນບໍ່ມີໄດ້
ເສັຍໃຈໂສກາກຸ້ມ........................................ມໍຣະສຸມອຸກອັ່ງ
ນັ່ງກໍໃຫ້ ນອນກໍໃຫ້ ເສັຍໃຈຂົມຄຽດຄ້ອຍ.............ຊີວັງມ້ອຍກໍເພາະເງິນ (ເງິນໂຕດຽວ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
money<life

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ແຕ່ງເອງຫວານີ ເກັ່ງເກັ່ງ


໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
vitamin M , nee main kone yang Ajarn ?

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນອ່ານທັມມະດານີ້ແລ້ວ ແຕ່ວ່າແຕ່ງໃຫ້ສຳຜັດນອກໃນ ກໍແປກໄປອີກແບບໜຶ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
- ເງິນປຽບເໝືອນພຣະເຈົ້າ............................ທີ່ຄົນເລົ່າລືຂານ
ເປັນທັງມານທັງພຣະ..................................ກໍເພາະເງິນທັງນັ້ນ
ຫັນຄົນດີເປັນຄົນຮ້າຍ..................................ເຮັດໃຫ້ຄົນຈົນກາຍເປັນຄົນຮັ່ງ
ເຮັດໃຫ້ຄົນສັມຫວັງແລະຜິດຫວັງນັ່ງໃຫ້...........ບາງຄັ້ງກໍແມ່ນເງິນ

- ເງິນບາງຄັ້ງ ປຽບເໝືອນນາຍທີ່ຊົ່ວຊ້າ............ຖ້າຂາດຮໍ່າຮອນຄິດ
ເຮັດໃຫ້ຄົນຫຼົງຜິດ.....................................ແມ່ນເງິນບັນຫາຕົ້ນ
ຫັນຄົນດີເປັນຄົນລົ້ວ...................................ຈົນລືມຕົວລືມຊາດ
ຂາດສິລທັມໂລບລ້ຽວ..................................ໂກງສໍ້ກໍເພາະເງິນ

- ຍາມເມື່ອເງິນຂາດຂ້ອນ...............................ນອນນັ່ງບໍ່ເປັນສຸກ
ອຸກອັ່ງເທທວງໝອງ.....................................ນັ່ງຊົງຊຶງໃບ້
ເວລາໃດເງິນຄຳແກ້ວ...................................ໄຫຼມາກໍສົດຊື່ນ
ວັນຄືນຄຶດມ່ວນແມ້ງ.....................................ແລງເຊົ້າຊື່ນພຣະໄທ

- ຄົນຈຶ່ງຄຶດຢາກໄດ້.....................................ຫວັງລາບຣວຍຫຼາຍ
ແນວມັນຜິດກົດໝາຍ....................................ກໍບໍ່ກົວເກງຢ້ານ
ຫານຮອດທຳລາຍລ້າງ.................................ແນວທາງອັນບໍ່ຊອບ
ລັກລອບຊັບໃນດິນ.......................................ກັບທັງສິນຢູ່ນໍ້າ
.............................................................ໂກງສໍ້ເພາະຢາກລວຍ.

- ເຖິງຍາມຊວຍໜີບໍ່ພົ້ນ.................................ກໍໂດນແດກຄຸມຂັງ
ຊັບສິນເດີມມີຫຍັງ.......................................ໄຖ່ຖອນບໍ່ມີໄດ້
ເສັຍໃຈໂສກາກຸ້ມ........................................ມໍຣະສຸມອຸກອັ່ງ
ນັ່ງກໍໃຫ້ ນອນກໍໃຫ້ ເສັຍໃຈຂົມຄຽດຄ້ອຍ.............ຊີວັງມ້ອຍກໍເພາະເງິນ (ເງິນໂຕດຽວ)


ນີ້ແລະເຂົາວ່າອຳນາດເງິນ, ເຮັດໃຫ້ຄົນດີກາຍເປັນຄົນຊົ້ວຊ້າໄດ້, ເຮັດໃຫ້ຄົນຮັກຊາດ, ຮັກປະຊາຊົນກະກາຍເປັນຄົນອັບປີຂາຍດິນ, ຂາຍຊາດໄປກະມີຫລາຍໃນສັງຄົມເຮົາ, ຈັ່ງແມ່ນສ້າງແຕ່ງນໍກອນນີ້ມາເດີ, ແຖວຄຳຮຸ່ງໂທຫາຊິໃຫ້ ສອງແກ້ວ 234703..


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເງິນຊື້ໄດ້ທຸກຢ່າງ ແຕ່ຊື້ຄວາມສຸກໄດ້ພຽງຊົ່ວຄາວ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ເງິນຊື້ໄດ້ທຸກຢ່າງ ແຕ່ຊື້ຄວາມສຸກໄດ້ພຽງຊົ່ວຄາວ


ກະຫາກຖຶກ,​ແຕ່ຂາດເງິນລະໃຜຊິລົມນຳເຮົາ, ຂະໜາດມີເງິນໜ້ອຍໜຶ່ງໝູ່ກະຫຍັງເບາະສົບໃສ່ລະ.


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາອ່ານຊື່ໆ ເດີ

ຮັກແທ້ຄືແມ່

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຄິດວ່າແມ່ນຫຍັງ