ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຫດຜົນຂອງຄູບາ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Labom ຂຽນວ່າ...

ເອົ້າ,,,,ກະດຽວວ່າຄູບາເພິ່ນຖືສິນ 227 ຂໍ້ບໍ່ແມ່ນຫວາແມ່ຕູ້
ອັ່ນນີ້ກະບັນຫາໂລກແຕກອີກລະ


55+ ຈື່ບໍຄັກຄືກັນ ປະມານນີແຫລະ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ແມ່ນຫວາເຫັນວັດຢູ່ຫຼັກ 4 (ປາກເຊ) ໄອໂຟນອົງລະໜ່ວຍ ຫາກເພິ່ນຄືຊິໃຊ້ໄປຄົນລະທາງຕິເບາະ --


໙ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ບໍ່ໂທດໃຜເດີ ບໍ່ໂທດທັງຄູບາ ແລະແມ່ອອກຜູ້ນັ້ນ ເພາະເຮົາບໍ່ໄດ້ເຊື່ອຖືໃນຕົວບຸກຄົນ ແຕ່ເຮົາເຫລື່ອມໃສໃນພຸດທະສາດສະໜາໃຜເຮັດດີທຳດີກະໄດ້ດີ ໃຜເຮັດຊົ່ວທຳຊົ່ວ ກະໄດ້ຊົ່ວ ບໍ່ມີໃດດອກຮູ້ນອກຈາກຕົວເຮົາເອງ...

ແມ່ນແລ້ວ

Have @ nice day

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ບໍ່ມີຂໍ້ຫ້າມໃນວິໄນ
ຮູ້ທຳມະພໍຊັ້ນປູປາທຳອວດ


ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາດໂຍມ ກະຄວນເບິ່ງ ທໍທັດ ເພື່ອຄວາມຮູ້ ຄື ກັນບໍ່ແມ່ນເອົາແຕ່ຄວາມບັນເທີງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໗ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ບໍ່ວ່າພຣະສົງ ຫຼື ຄົນທັມມະດາ ມີເຫດຜົນແຕກຕ່າງກັນ ບໍ່ມີຫຍັງຖາວອນ ແລະ ຈິລັງ ໄປຕະຫຼອດດອນເພືອນໆໆໆໆໆໆ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຜິດສິນ 1000000 % ເປັນອາບັດ ເພາະຕັ້ງແຕ່ຈົວຂຶ້ນໄປເມື່ອບວດແລ້ວຈະຕ້ອງຜ່ານສິນ10ໄປຈຶ່ງຮອດສິນ 227 ແລະໃນສິນ10ນີ້ເອງຈະມີສິນຂໍ້ທີ່ຕ່າງຈາກຄົນທົ່ວໆໄປ (ຂໍຄັດຫຍໍ້ໆຈາກ 10 ຂໍ້)ໄດ້ແກ່ຂໍ້ 3 ຈາກສິນ ກາເມສຸສາຈາລາ ເວລະມະນີ ກາຍມາເປັນ ອະພົມມະຈາລິຍາ ແມ່ນຫມາຍຖຶງ ຫາມບໍ່ໃຫ້ເສບສັງວາດ(ຮ່ວມເພດກັບເພດຍິງ) ແລະຂໍ້ທີ 7 ສຳຄັນຄືກັນ ແມ່ນ ນັດຈະຄິຕະວາທິດວິສຸກະທັສສານາ ມາລາຄັນທະວິເລປະນະທາລະນະມັນທະນະວິພູສະນະທັດຖານາ ເວລາມະນີ ສິຂາປະທັງ ສະມາທິຍາມິ ແປວ່າ ງົດເວັ້ນ (ຫ້າມ) ຟ້ອນ ລຳ ຂັບຮ້ອງ ເບີ່ງ ການສະແດງຕ່າງໆ ແລະ ປະດັບຮ່າງກາຍດ້ວຍດອກໄມ້ຂອງຫອມ ເຄື່ອງປະດັບ ເຄື່ອງທາ ເຄື່ອງຍ້ອມ ,,,,,,,,, ເວົ້າງ່າຍໆແມ່ນຫ້າມ ຮ້ອງເພງ ຫ້າມ ເບີ່ງໂທລະທັດ ຫ້າມແຕ່ງໂຕໂດຍການໃສ່ນ້ຳຫອມ ທາເຂົ້າແປ້ງນ້ຳແດງ ,,,,,,, ໃຜທີ່ບອກວ່າຄູບາເບີ່ງໄດ້ ສະແດງວ່າຍັງບໍ່ເຄີຍບວດ ໃຜທີ່ບວດແລ້ວ ຍັງຢືນວ່າເບີ່ງໄດ້ອີກ ສະແດງວ່າ ເຮັດຜິດສິນ ສິນສິຂາບົດບັນຢັດໄວ້ແລ້ວ ຝ່າຝືນບໍ່ໄດ້ ຖ້າຍັງຍາກເບີ່ງຢ່ ກະສິກມາຢູ່ບ້ານເພື່ອສຶກສາຂໍ້ມູນທາງໂລກສະ ຜູ້ທີ່ເຂົ້າບວດແມ່ນຜູ້ທີ່ລະກິເລດຕັນຫາທັ້ງປວງ ອັນທີ່ຈິງເມື່ອບວດແລ້ວບໍ່ຄວນໄປວຸ້ນວາຍນຳເລື້ອງຂອງໂລກພາຍນອກ ທີ່ເວົ້າວ່າ ເບີ່ງເພື່ອສອນຄົນ ສະແດງວ່າຍັງມີກິເລດຢູ່ ສົງໃສຄືສິລືມຄຳວ່າ ((ສະມາທິພາໃຫ້ເກີດປັນຍາ))ບໍ່ແມ່ນໂທລະທັດພາໃຫ້ເີດປັນຍາ ສະໃຫມພະພຸດທະເຈົ້າ,,,,ບໍ່ມີໂທລະທັດ



ເຄີຍໄດ້ ຍິນ ອາຈານເພິ່ນບອກ ຄືກັນ



ເປັນຕາສັດທາ ທີ່ສຸດ


໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ດາບຍ່ອມມີສອງຄົມ

ເຮົາໄປກັນບໍ່ໄດ້

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮ່າໆໆໆໆໆໆໆໆໆໆໆໆໆໆ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ສິລ ຂໍ້ທີ 7

Nacca-gita-vadita-visukkadassana mala-gandha-vilepana-dharana-mandana-vibhusanathana veramani sikkhapadam samadiyami
I undertake the precept to refrain from dancing, singing, music, going to see entertainments, wearing garlands, using perfumes, and beautifying the body with cosmetics.


นจฺจคีตวาทิตวิสูกทสฺสนา มาลาคนฺธวิเลปนธารณมณฺฑนวิภูสนฏฺฐานา เวรมณี สิกฺขาปทํ สมาทิยามิ :
เว้นจากการฟ้อนรำขับร้อง ประโคมดนตรี และประดับร่างกายด้วยดอกไม้ของหอม เครื่องประดับ เครื่องทา เครื่องย้อม


໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
Knowledge is freedom...

"Knowledge is freedom"

໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຕາມຫລັກທາງພະພຸດທະສາດສະໜາຈະເບິ່ງໂທລະພາບບໍ່ໄດ້ເພາະມັນຜິດສິນ10ທີ່ເພິ່ນບອກວ່າຫ້າມຮ້ອງເພັງ ຟັງເພັງ ຟ້ອນ ເຕັ້ນ ແລະ ເສບສື່ບັນເທິງຕ່າງໆ ຕາມທີ່ເຄີຍບວດຮຽນມາເລັກໆນ້ອຍໆ ຕາມທຳນຽມສາດສະໜາພຸດ ຂ້ອຍຈື່ໄດ້ວ່າ ຄູບາເພິ່ນຖືສິນ 224 ຂໍ້ ດັ່ງນັ້ນເຮັດຜິດເລັກໆນ້ອຍໆ ສິນກໍ່ຈະບໍ່ໝົດ ສ່ວນສຳມະເນນ(ຈົ່ວ) ຈະຖືສິນ10 ແມ່ຊີ ກັບຄົນທີ່ບວດຂາວໃນງານສົມໂພດພະຕ່າງໆ ຖືສິນ 8 ສ່ວນຄາລະວາດ(ບຸກຄົນສາມັນທົ່ວໆໄປຄືໄທເຮົາເຈົ້າຂ້ອຍ ຖືແຕ່ສິນ 5 ) ເຮັດອິຫຍັງຜິດນ້ອຍໜຶ່ງສິນກໍ່ໝົດ ດັ່ງນັ້ນ ເພິ່ນຈຶ່ງເອົາສິນຫ້າໃຫ້ທຸກໆວັນສິນໃຫຍ່


ຂໍອະນຸຍາດເດີ ຄູບາເພີ່ນຖື ສີນ 227 ບໍ່ແມ່ນ 224


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
br mii kham bun yaiy


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nittakon ຂຽນວ່າ...
br mii kham bun yaiy

.
มันบ่อแบบนั้นดอกอ้ายเราต้องบันยายตามเหดผนของมัน


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເຫັນດ້ວຍ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ສາລະນັງທຳມັງກະສາມີ


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຄົນເຮົາເມື່ອບວດແລ້ວບໍ່ໝາຍວ່າຈະສີ້ນກິເລດຮ້ອຍເປີເຊັນ. ຄູບາອາຈານສ່ວນໃຫຍ່ກໍ່ຍັງບໍ່ໄດ້ບັນຄຸນນະທຳອັນສູງສົ່ງນັ້ນເທື່ອ.
ພຽງແຕ່ເປັນຜູ້ໄຝ່ຫາທຳໃນເບື້ອງຕົ້ນເທົ່ານັ້ນ. ຍັງບໍ່ໄດ້ເປັນພະອໍລະຫັນຜູ້ສິ້ນກິເຫຼດອາສະວະ. ພຽງແຕ່ເຂົ້າບວດເພື່ອສືບທອດ
ພະພຸດທະສາດສະນາ.ເປັນຜູ້ທີ່ເຄື່ອນໄຫວຢູ່ໃນຂອບແຫ່ງພະທຳມະວິໄນເທົ່ານັ້ນແລະມີໂອກາດພັ້ງພາດໄດ້.ແຕ່ພວກເຮົາກໍ່ໜ້າ
ເຫັນໃຈທ່ານທີ່ບວດຢູ່ໃນທ່າມກາງຄວາມຈະເລີນສີວິໄລ,ຊຶ່ງເຕັມໄປດ້ວຍສິ່ງຍົ້ວຍວນໃຈຂອງເລົ່າກິເຫຼດມານທັງຫຼາຍ.......

xana

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຄົນເຮົາເມື່ອບວດແລ້ວບໍ່ໝາຍວ່າຈະສີ້ນກິເລດຮ້ອຍເປີເຊັນ. ຄູບາອາຈານສ່ວນໃຫຍ່ກໍ່ຍັງບໍ່ໄດ້ບັນລຸຄຸນນະທຳອັນສູງສົ່ງນັ້ນເທື່ອ.
ພຽງແຕ່ເປັນຜູ້ໄຝ່ຫາທຳໃນເບື້ອງຕົ້ນເທົ່ານັ້ນ. ຍັງບໍ່ໄດ້ເປັນພະອໍລະຫັນຜູ້ສິ້ນກິເຫຼດອາສະວະ. ພຽງແຕ່ເຂົ້າບວດເພື່ອສືບທອດໃນ
ພະພຸດທະສາດສະນາ.ເປັນຜູ້ທີ່ເຄື່ອນໄຫວຢູ່ໃນຂອບເຂດແຫ່ງພະທຳມະວິໄນເທົ່ານັ້ນແລະມີໂອກາດພັ້ງພາດໄດ້.ແຕ່ພວກເຮົາກໍ່ໜ້າ
ເຫັນໃຈທ່ານທີ່ບວດຢູ່ໃນທ່າມກາງຄວາມຈະເລີນສີວິໄລ,ຊຶ່ງເຕັມໄປດ້ວຍສິ່ງຍົ້ວຍວນໃຈຂອງເລົ່າກິເຫຼດມານທັງຫຼາຍ.......

xana

໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຕາມທີ່ພະພຸດທະເຈົ້າໄດ້ບັນຍັດທັມມະວິໄນທີ່ວ່າ ວິໄນທີ່ພະພຸດທະເວົ້າໄດ້ບັນຍັດໄວ້ນັ້ນແມ່ນໃຫ້ຖືຢ່າງເຄັ່ງຄັດ ບໍ່ໃຫ້ບົກຜ່ອງເຖິ່ງແມ່ນແຕ່ຂໍ້ດຽວ ແລະ ເຖິງແມ່ນວ່າຈະເອົາຊີວິດເຂົ້າແລກກໍ່ຕາມ, ແຕ່ 3ເດືອນກ່ອນທີ່ພະອົງຈະເຖິງນິບພານ ພະອົງໄດ້ກ່າວກັບພະອານົນວ່າ: ເລື່ອງວິໄນທີ່ພະອົງໄດ້ບັນຍັດໄວ້ນັ້ນ ຂໍ້ໃດທີ່ເປັນເລື່ອງເລັກນ້ອຍທີ່ເຫັນວ່າຄອນອະນຸໂລມ ພະສົງກໍ່ສາມາດປັບປ່ຽນໄດ້ຕາມຍຸກສະໄໝ, ອັນນີ້ກໍ່ຂ້ອນຂ້າງວ່າສັບສົນວ່າຂໍ້ໃດຄວນຜ່ອນຜັນແດ່. ສ່ວນຄູບາທີ່ເບິ່ງໂທລະພາບ ໃຊ້ອິນເຕີເນັດ ຫຼືໃຊ້ໂທລະສັບນັ້ນ ຖືວ່າເພີ່ນຍັງລະຈາກກິເລດບໍ່ໄດ້ ການອົບຮົມສັ່ງສອນອອກຕົນຍາດໂຍມແມ່ນອິງຕາມຄຳສັ່ງສອນຂອງພະພຸດທະເຈົ້າເທົ່ານັ້ນຈິ່ງຖືວ່າຖືກຕ້ອງ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ່ະ ດຽວນີ້ຄູບາລວຍກວ່າສາມາັນຊົນອີກ IP ຜູ້ລະໜ່ວຍ ເຫັນກັບຕາ ສຳລັບຂ້ອຍຄູບາອົງໃດເຮັດເປັນຕານັບຖືກະນັບຖືຖ້າຄູບາອົງໃດເຮັດບໍ່ເປັນຕານັບຖືກໍບໍ່ນັບຸືຄືກັນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໂລກກາມ ມາແຊກ ພຸດຫຼາຍ ໂດຍສະເພາະ ຢູ່ ປະເທດເພື່ອບ້ານ ຕາມຂ່າວ


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາສນາມັນເຊື່ອມມາດົນນານແລ້ວ ທັງພຣະທັງຄົນທຳມະດາ ເວົ້າໄປແລ້ວມັນກາຕະລົກເນາະພຣະເບິ່ງໂທລະທັດ ເບິ່ງເພື່ອຮູ້ ເພື່ອຈະໄດ້ເອົາໄປສອນ ເປັນຫຍັງບໍ່ໄປຫາອ່ານຄຳສັ່ງຄຳສອນຂອງພຣະພຸທເຈົ້າພຸ້ນ ມາຫຍຸ້ງຫຍັງກັບທາງໂລກ ຫາກຈະສອນຄົນເອົາຄຳສອນມາສອນຢ່າຄິດແຕ່ງຄຳສອນເອງ ຂ້ອຍກາເຫັນຫລາຍແລ້ວ ພຣະບ້ານຂ້ອຍຊື້ຮອດເລກ ເບິ່ງລະຄອນ ມວຍ ສັນເຂົ້າແລ້ວເຂົ້າກຸຕິ ນອນ (ນັບເງິນ)ແຖມໄຊ້ຈົວນ້ອຍບີບຕົນບີບໂຕອີກ ຫາກຈະເວົ້າໄປຫລາຍມັນຊິຜິດໃຈຊາວພຸທ(ທີ່ຖືຜີ)ຕອນນີ້ສາສນາມັນປ່ຽນໄປຫລາຍ ເອົາເປັນວ່າຄຳສັ່ງສອນຕ້ອງຄິດຄົ້ນຊອກຫາດ້ວຍໂຕເອງ ຢ່າໄປອາໃສຄົນນຸ່ງເຫລືອງຮົ່ມເຫລືອງເພາະພວກເຂົາກາບໍ່ໄດ້ນັບຖືພຣະພຸທເຈົ້າ ເຂົາແຄ່ບໍ່ຢາກທຳງານທຳການ ຈຶ່ງອາສັຍສັນຍາລັກຂອງພຣະພຸທເຈົ້າເພື່ອປາກແລະທ້ອງ (ດັ່ງລໍກັບງົວ ທີ່ມີລໍໂຕນຶ່ງທີ່ໄດ້ເຂົ້າໄປປົນຢູ່ໃນຝູງງົວແລ້ວຮ້ອງປ່າວປະກາດວ່າ ຂ້ອຍແມ່ນງົວ ຂ້ອຍແມ່ນງົວ )ຢ່າລືມວ່າ ຕົນນັ້ນແລເປັນທີ່ເພິ່ງແຫ່ງຕົນ


໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ການທີ່ເພິ່ນເບິ່ງໂທລະທັດກະຄືສິບໍ່ຜິດ ຖ້າເພິ່ນເບິ່ງເອົາເນື້ອຫາແລ້ວເອົາໄປປະຕິບັດແລະສອນລູກຫຼານ ແຕ່ຖ້າເບິ່ງເພື່ອຄວາມບັນເທິງຜິດແນ່ນອນ...

Bad boy

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຕາມຫລັກທາງພະພຸດທະສາດສະໜາຈະເບິ່ງໂທລະພາບບໍ່ໄດ້ເພາະມັນຜິດສິນ10ທີ່ເພິ່ນບອກວ່າຫ້າມຮ້ອງເພັງ ຟັງເພັງ ຟ້ອນ ເຕັ້ນ ແລະ ເສບສື່ບັນເທິງຕ່າງໆ ຕາມທີ່ເຄີຍບວດຮຽນມາເລັກໆນ້ອຍໆ ຕາມທຳນຽມສາດສະໜາພຸດ ຂ້ອຍຈື່ໄດ້ວ່າ ຄູບາເພິ່ນຖືສິນ 224 ຂໍ້ ດັ່ງນັ້ນເຮັດຜິດເລັກໆນ້ອຍໆ ສິນກໍ່ຈະບໍ່ໝົດ ສ່ວນສຳມະເນນ(ຈົ່ວ) ຈະຖືສິນ10 ແມ່ຊີ ກັບຄົນທີ່ບວດຂາວໃນງານສົມໂພດພະຕ່າງໆ ຖືສິນ 8 ສ່ວນຄາລະວາດ(ບຸກຄົນສາມັນທົ່ວໆໄປຄືໄທເຮົາເຈົ້າຂ້ອຍ ຖືແຕ່ສິນ 5 ) ເຮັດອິຫຍັງຜິດນ້ອຍໜຶ່ງສິນກໍ່ໝົດ ດັ່ງນັ້ນ ເພິ່ນຈຶ່ງເອົາສິນຫ້າໃຫ້ທຸກໆວັນສິນໃຫຍ່


ຂໍເສີມໜ່ອຍໜຶ່ງເດີ ນ້ອງສາວ ບໍ່ເປັນຫຍັງຕິ ທີ່ນ້ອງຂຽນມາທຸກຢ່າງເກືອບສົມບູນ ແຕ່ມີຜິດໜ່ອຍໜຶ່ງ ຄື ຄູບາເພິ່ນຖຶ ສິນແມ່ນ 227 ເດີ ບໍ່ແມ່ນ 224 ຂອບໃຈເດີ ນ້ອງຂຽນໄດ້ດີຫລາຍ ຂໍຊົມເຊີຍ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ທີ່ໃຈ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>