ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ເຈົ້າເຊື່ອເລື່ອງຄູ່ແທ້ ຫຼື ພົມລິກຄິດບໍ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ແຟນຂ້ອຍ(ອະດີດແຟນ) ເມື່ອປະມານປີກ່ອນ
ເຈິະ ຫມໍດູທັກວ່າ: ຄົນທີ່ຄົບຢູ່ຍັງບໍ່ແມ່ນຄູ່ ຖ້າແຕ່ງງານກັນ ອີກ 5 ປີ ກໍ່ຕ້ອງເລີກກັນ, ທີ່ກັບມາເຈິະກັນໃນຊາດນີ້ ຍ້ອນວ່າເຮົາສອງຄົນໄດ້ເຄີຍສັນຍາກັນໄວ້ໃນຊາດກ່ອນ
ເຊິ່ງເນື້ອຄູ່ຂອງລາວຈະເຈິະໃນອີກ 2 ປີຂ້າງໜ້າ ຜິວຂາວ, ອາຍຸນ້ອນກ່ອນ 3 ປີວ່າຊັ້ນ

ໄດ້ຍິນຕອນທໍາອິດກໍ່ເສຍໃຈຫລາຍ ແຕ່ກໍ່ຄິດເອງວ່າ ຫມໍດູກໍ່ຄູ່ຫມໍເດົ່າ ມັນອາດຈະບໍ່ແມ່ນສະເໝີໄປ

ແຕ່ແຟນເຮົາຫັ້ນຕິຄິດວ່າຈັ່ງໃດກະບໍ່ແມ່ນ ກໍ່ຄົງຈະບໍ່ແມ່ນ
ແລ້ວສຸດທ້າຍກໍ່ຕ້ອງຫ່າງກັນ ດ້ວຍເຫດຜົນຫຼາຍໆຢ່າງ

ກໍ່ເລີຍຢາກຖາມເພື່ອນໆພັນລາວ ວ່າ ເຄີຍເຈິະເຫດການແບບນີ້ບໍ່ ຖ້າເປັນແນວນີ້ຊິເຮັດແນວໃດ (ຍ້ອນວ່າເຮົາຮັກເຂົາຫຼາຍ )


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ບໍ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວແຕ່ຄົນເບິ່ງແມ້ນບໍ່ແມ້ນ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ລຳບາກໃຈ.... ບໍ່ຂໍເວົ້າດີກ່ວາ!!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ເຊື່ອເລື່ອງໝໍດູ ແລະ ຂ້ອຍກໍ່ເລີ່ມບໍ່ເຊື່ອເລື່ອງຮັກແທ້ແລ້ວ..... ແຕ່ຂ້ອຍຢາກເຊື່ອວ່າຮັກແທ້ມີຈິງ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເວົ້າຍາກເລື່ອງແບບນີ້
ລະໝໍດູຄົນນັ້ນໄດ້ເວົ້າບໍວ່າຄູ່ແທ້ເຈົ້າແມ່ນໃຜ?


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ຮູ້ຄືໍກັນເລືໍ່ອງແບບນີ້ນາ


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ມັນເວົ້າຍາກເລື່ອງແບບນີ້
ລະໝໍດູຄົນນັ້ນໄດ້ເວົ້າບໍວ່າຄູ່ແທ້ເຈົ້າແມ່ນໃຜ?




ແຟນ​ຂ້ອຍ​ເປັນ​ຄົນ​ໄປ​ເບິ່ງ ກໍ່​ເລີຍ​ບໍ່​ຮູ້​ວ່າ​ຄູ່​ແທ້​ຂອງ​ຂ້ອຍ​ແມ່​ນໃຜ
ສຳ​ລັບ​ຂ້ອຍ​ຖ້າ​ຄົບ​ໃຜ​ຈັກ​ຄົນໜື່ງ ຄົບ​ໄປ​ໂລດ​ຖ້າ​ຮັກ​ໃຜ ບໍ່​ຂໍ​ຮູ້​ເລື່ອງ​ອາ​ນາ​ຄົດ​ດີກວ່າ ເຖິງ​ຈະ​ແມ່ນ ຫຼື ບໍ່​ແມ່ນ​ໃຫ້​ເຮົາ​ຮູ້​ດ້ວຍ​ໂຕ​ເອງ​ບໍ່​ແມ່ນ​ຮູ້​ດ້ວຍ​ຄຳ​ເວົ້າ​ຂອງ​ຄົນ​ອື່ນ ເພາະ​ມັນ​ຊິ​ເຮັດ​ໃຫ້​ຊີ​ວິດ​ຮັກ​ຂອງ​ເຮົາ​ບໍ່​ມີ​ຄວາມ​ສຸກ ເພາະ​ຄິດ​ເອົາແຕ່​ວ່າ​ທຸ້ມ​ເທ​ໄປ​ໃຫ້​ດີ​ສ່ຳ​ໃດ​ຄົນ​ນັ້ນ​ກໍ່​ບໍ່​ແມ່ນ​ຄູ່​ເຮົາ

ຖ້າ​ມື້​ນັ້ນ​ລາວ​ບໍ່​ໄປ​ເບິ່ງ​ໝໍ​ກັບ​ແມ່ນ​ລາວ ປານ​ນີ້​ຂ້ອຍ​ກັບ​ລາວ​ກໍ່​ຍັງຄົງ​​ຈະຄົບ​ກັນ​ຢູ່ ອາດ​ເປັນ​ໄປ​ໄດ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່າຈິດໃຈຫຼາຍກວ່າ



໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫມໍດູ ຄູ່ຫມໍເດົາ... ເຮັດໃຫ້ມັນດີທີ່ສຸດໃນຖານະຄົນຮັກ .. ຖ້າເຮົາຮັກເຂົາເຂົາຮັກເຮົາເຂົ້າໃຈກັນໃຫ້ອາໄພ ລະກະ ບລາາາໆໆໆໆໆ ສູ້ອົດທົນໄປນຳກັນ ເຖິງຈະບໍ່ແມ່ນເນື່ອຄູ່ກັນ ແຕ່ເຂົາກະເອີ້ນວ່າຮັກແທ້ .. ບໍ່ຈຳເປັນຕ້ອງມາເນີືອຂອກເນີື້ອຄູ່ດອກຂ້ອຍວ່າ.. ມັນຂື່ນຢູ່ທີ່ໃຈຄົນການເວລາການກະທຳຫລາຍກວ່າ..


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ

ຮັບບໍ່ໄດ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊື່ອ​ເລື​ອ່ງ​ຄູ່ ແທ້ ແລະ ພົມ​ລິ​ຄິດ
ແຕ່​ບໍ່​ເຊື່ອ ພວກ​ໝໍ​ດູ ຜູ້​ດີ​ກໍ່​ດີ ຜູ້ ບໍ່​ດີ ກໍ່​ມັກ​ເວົ້າ​ໃຫ້ ເຮັດ​ເຮັດ​ນີ້ ລໍ້ ເອົາ​ເງິນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າ​ຄິດ ຫລາຍ

ຢາກ​ໄດ້ ເນື້ອ​ຄູ່ ກໍ່​ມາ ຫາ​ຢູ່ ສະ​ຫັວນ ບ້​ານ ຂ້ອຍ ເດີ ມີ ຫລາຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
Thouk sing thouk yang ,,, mun khuen kup tua hao eng ,,,, Hao yark ja kum nod mun neo dhai ka dhai ,,,, Br tong tha pai khit kup lg neo nee << ^^ Su su ^^

<img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><br><a href="http://punlao.com"><b>http://punlao.com</b></a>

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ມີໃຜພິສູດໄດ້ວ່າມີແທ້ຫຼືບໍ່[color=green][/color]


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
^^
ຄໍາທັກທ້ວງເຫຼົ່ານັ້ນ ກໍເປັນໄວ້ວັດອັດນຶ່ງເພື່ອຮູ້ເຖິງຄວາມໝັ້ນຄົງດ້ານແນວຄິດຂອງອີກຜູ້ນຶ່ງ.
ຖ້າຫາກຄົນເຮົາມີຄວາມທະເຍີນທະຍານສູງ ຄົບກັນໄປ ບໍ່ດົນຜົນມັນກໍ່ຈະອອກມາຄືກັນ.
ສະນັ້ນ, ຖ້າຫາກວ່າຈະປ່ຽນໄປໃນຕອນນີ້ກໍ່ໜ້າຈະດີກວ່າ ທີ່ສຳພັນກັນເລີກເຊິ່ງກວ່ານີ້ແລ້ວຄ່ອຍປ່ຽນໄປ.
ເພາະມັນຈະເກີດບັນຫາສັງຄົມ ອິອິອິ..... ແນວໃດກໍ່ອວຍພອນໃຫ້ ຈຂກ ສາມາດຫາເນື້ອຄູ່ເຫັນໃນອັນເວລາອັນດ່ວນ....
ອາດິດເປັນບົດຮຽນ, ຄວາມເປັນຈິງແມ່ນປັດຈະບັນ, ອັນບໍ່ເຫັນແມ່ນອານາຄົດ...

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ 0v3r3d ຂຽນວ່າ...
^^
ຄໍາທັກທ້ວງເຫຼົ່ານັ້ນ ກໍເປັນໄວ້ວັດອັດນຶ່ງເພື່ອຮູ້ເຖິງຄວາມໝັ້ນຄົງດ້ານແນວຄິດຂອງອີກຜູ້ນຶ່ງ.
ຖ້າຫາກຄົນເຮົາມີຄວາມທະເຍີນທະຍານສູງ ຄົບກັນໄປ ບໍ່ດົນຜົນມັນກໍ່ຈະອອກມາຄືກັນ.
ສະນັ້ນ, ຖ້າຫາກວ່າຈະປ່ຽນໄປໃນຕອນນີ້ກໍ່ໜ້າຈະດີກວ່າ ທີ່ສຳພັນກັນເລີກເຊິ່ງກວ່ານີ້ແລ້ວຄ່ອຍປ່ຽນໄປ.
ເພາະມັນຈະເກີດບັນຫາສັງຄົມ ອິອິອິ..... ແນວໃດກໍ່ອວຍພອນໃຫ້ ຈຂກ ສາມາດຫາເນື້ອຄູ່ເຫັນໃນອັນເວລາອັນດ່ວນ....
ອາດິດເປັນບົດຮຽນ, ຄວາມເປັນຈິງແມ່ນປັດຈະບັນ, ອັນບໍ່ເຫັນແມ່ນອານາຄົດ...



ວ້າວ2 ...........ຕອນນີ້ບໍ່ຄ່ອຍຄາດຫວັງແລ້ວວ່າໃຜຊິແມ່ນເນື້ອຄູ່ ໃຜຮັກເຮົາແທ້ກະຄົນນັ້ນແລະ ຈັກມື້ໜື່ງກໍ່ຄົງຕ້ອງມີຄົນແບບນັ້ນ ໜັ້ນຄົງບໍ່ຫວັ່ນໄຫວກັບຄໍາທີ່ຄົນ ເຂື່ອຫມັ້ນສຽງຫົວໃຈຕົວເອງ


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຢ່າ​ຄິດ ຫລາຍ

ຢາກ​ໄດ້ ເນື້ອ​ຄູ່ ກໍ່​ມາ ຫາ​ຢູ່ ສະ​ຫັວນ ບ້​ານ ຂ້ອຍ ເດີ ມີ ຫລາຍ


555 ມີໂອກາດຊິໄດ້ລອງໄປທ່ຽວສະຫວັນເບິ່ງເດີຊັ້ນນະ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ໂອເຈົ້າອາດໃຫ້ເງິນຄ່າບໍລິການເຂົາໜ້ອຍຕິຈິ່ງເວົ້າໄປທາງລົບ. ບໍ່ຕ້ອງເສື່ອດອກທຸກຢ່າງມັນຂື້ນກັບການປະພຶດຂອງທັງສອງຝ່າຍເທົ່ານັ້ນ, ຖ້າຮັກ, ຊື່ສັດ, ໝັ້ນຄົງ ແລະ ຮູ້ຈັກແຍກແຍະ ທຸກຢ່າງຕ້ອງຍືນຍົງ.


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ກະເຊື່ອເລື້ອງຄູ່ແທ້
ເພາະ ມັນມີເຫດມາແຕ່ອະດິດຕະຊາດ ຈຶ່ງມາພົບກັນໃນປັດຈຸບັນ
ໄດ້ຍິນຄູບາເວົ້າໃຫ້ຟັງວ່າ
ກ່ອນຈະໄດ້ແຕ່ງງານກັນໃນຊາດນີ້
ຊາດແລ້ວນີ້ ຈະຕ້ອງໄດ້ເຮັດບຸນຮ່ວມກັນ ເຊັນ ເຮັດບຸນຮ່ວມຊາດ ຕັກບາດຮ່ວມຂັນ ກັນວ່າຊັ້ນ


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ມາຄົບກັບຂ້ອຍກາໄດ້ ເພາະໝໍດູທັກວ່າ ຂອງຈະມີເມນ 3 ຄົນ


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ມາຄົບກັບຂ້ອຍກາໄດ້ ເພາະໝໍດູທັກວ່າ ຂອງຈະມີເມນ 3 ຄົນ




ໂພດ​ແລ້ວ 5555


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະວ່າຢູ່ນີແລະ


໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ຖ້າເຮົາຈະຮັກກັບໃຜຄົນໜຶ່ງ ບໍ່ຕ້ອງສົນໃຈວ່າອານາຄົດຈະເປັນຈັງໃດ ບໍ່ຕ້ອງສົນໃຈວ່າ ຈະແມ່ນຄູ່ແທ້ແຕ່ຊາດໃດໆຫຼືບໍ... ມັນຂື້ນຢູ່ກັບຄົນສອງຄົນ ຕົກລົງກັນວ່າຮັບທັງຂໍ້ດີ ແລະ ຂໍ້ເສຍຂອງກັນແລະກັນໄດ້ບໍ.. ຮັກກັນບໍ.. ຢູ່ນຳກັນແລ້ວມີຄວາມສຸກບໍ.... ບໍສຳຄັນວ່າຈະເກີດຫຍັງຂື້ນໃນອານາຄົດ ທີ່ສຳຄັນປະຈຸບັນເຮົາເຮັດດີ່ສຸດກໍພໍແລ້ວ...​

"Knowledge is freedom"

໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ SKfreedom ຂຽນວ່າ...
ຖ້າເຮົາຈະຮັກກັບໃຜຄົນໜຶ່ງ ບໍ່ຕ້ອງສົນໃຈວ່າອານາຄົດຈະເປັນຈັງໃດ ບໍ່ຕ້ອງສົນໃຈວ່າ ຈະແມ່ນຄູ່ແທ້ແຕ່ຊາດໃດໆຫຼືບໍ... ມັນຂື້ນຢູ່ກັບຄົນສອງຄົນ ຕົກລົງກັນວ່າຮັບທັງຂໍ້ດີ ແລະ ຂໍ້ເສຍຂອງກັນແລະກັນໄດ້ບໍ.. ຮັກກັນບໍ.. ຢູ່ນຳກັນແລ້ວມີຄວາມສຸກບໍ.... ບໍສຳຄັນວ່າຈະເກີດຫຍັງຂື້ນໃນອານາຄົດ ທີ່ສຳຄັນປະຈຸບັນເຮົາເຮັດດີ່ສຸດກໍພໍແລ້ວ...​



ຖືກຕ້ອງທີ່ສຸດ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫມໍດູບງຄົນ ຊິເບິ່ງລາຍມື ຫລື ອ່ານຫນັງສື ກະຍັງໃສ່ແວ່ນຕາ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ສ່ວນຂ້ອຍເອງເຊື່ອເລື່ອງນີ້ ແຕ່ບໍ່ແມ່ນເຊື່ອແບບນີ້ ທຸກເລື່ອງຕ້ອງມີທາງແກ້(ຖ້າເປັນເລື່ອງພົມລິຂິດ ໄຊຍະສາດ) ບໍ່ແມ່ນວ່າຄົນເຮົາຮັກກັນແລ້ວ ມາເຈີໝໍດູບອກວ່າບໍ່ແມ່ນເນື້ອຄູ່ລະສິຫາທາງຫ່າງ(ເລີກກັນ)ບໍ່ຖືກ ເພາະຖ້າໝໍດູຮູ້ອະນາຄົດໄດ້ ກໍ່ຕ້ອງຮູ້ວິທີແກ້ໄຂອະນາຄົດໄດ້ເຊັ່ນກັນ ແຕ່ຕ້ອງເປັນໄປໃນເຊີງທີ່ດີ ຂ້ອຍເຄີຍໄປດູມໍຢູ່ສະຫວັນແຖວຊາຍແດນຫວຽດນາມ ໝໍດູກົງທີ່ສຸດ ແລະ ຄົນໃນເຂດນັ້ນກໍ່ນັບຖືເປັນຢ່າງດີ ໝໍດູຜູ້ນີ້ແຕກຕ່າງຈາກໝໍດູທົ່ວໄປ ເທື່ອທຳອິດຕອນຂ້ອຍຮຽນຢູ່ມໍ 3 ເຄີຍໄປດູມໍວ່າສິເສັງໄດ້ບໍ່(ອະທິຖານໃນໃຈ) ເພິ່ນບອກວ່າ ປີນີ້ເສັງບໍ່ຜ່ານ(ຄ້າຍໆຄືເພິ່ນໄດ້ຍິນສຽງເຮົາຖາມ ແລະ ຕອບກົງເປະເລີຍ) ແຕ່ຂ້ອຍບໍ່ຢາກເຊື່ອດອກ ເພາະຕອນນັ້ນຂ້ອຍຮຽນເກັ່ງ ບາງວິຊາຍັງໄດ້ສິບທຸກເດືອນ ເປັນຫຍັງສິເສັງບໍ່ຜ່ານ(ຄິດໃນໃຈ) ເພິ່ນທ້ວງເລີຍວ່າເຈົ້າບໍ່ຕ້ອງຄາດເດົາຜົນເສັງວ່າງ່າຍ ແລ້ວເພິ່ນກໍ່ບອກວິທີໃຫ້ໄປແກ້ ແຕ່ຂ້ອຍກໍ່ບໍ່ເຮັດ ເພາະມັນລຳບາກຫຼາຍແນວແນ່ ແລ້ວຜົນເສັງອອກມາ ຂ້ອຍກໍ່ເສັງບໍ່ຜ່ານອີຫຼີ ທັງນາຍຄູອາຈານ ພາກັນມາຫາແມ່ຂອງຂ້ອຍ ມາເວົ້າເລື່ອງຂ້ອຍເສັງບໍ່ຜ່ານໄດ້ແນວໃດ ທັງທີ່ຂ້ອຍກໍ່ຮຽນໄດ້ດີ ເປັນເຕັງ 1 ໃນ 5 ຄົນຢູ່ຫ້ອງ (ສ່ວນຂ້ອຍຄິດຄືນມາກໍ່ເສຍໃຈທີ່ບໍ່ໄດ້ໄປແກ້ຕາມໝໍບອກ) ແລະ ອີກເທື່ອທີ່ສອງຂ້ອຍກໍ່ໄປດູມໍນຳໝໍຜູ້ເກົ່າອີກ ວ່າຮຽນຈົບມັດຖະຍົມແລ້ວ ສິໄດ້ເຮັດວຽກ ຫຼື ໄປຮຽນຕໍ່(ອະທິຖານໃນໃຈ) ເພິ່ນຕອບຄືກັບວ່າເພິ່ນຮູ້ ເພິ່ນວ່າເຈົ້າສິໄດ້ຢູ່ບ້ານ ຖ້າເຈົ້າຢາກໄປໄກ ໃຫ້ເຈົ້າໄປແກ້ ໂດຍການໄປໃສ່ບາດເກົ້າວັດ ເວລາ ແລະ ສະຖານທີ່ບໍ່ຈຳກັດ ແລະ ທາງທີ່ດີແມ່ນເຄັ່ງຄັດຕໍ່ສິນຫ້າ ຕອນເຂົ້າພັນສາ ແລະ ຂ້ອຍກໍ່ໄດ້ເຮັດຕາມທຸກຂັ້ນຕອນທຸກຢ່າງທີ່ໝໍບອກ. ຕອນຮຽນຈົບໃຫມ່ໆ ຂ້ອຍກໍ່ບໍ່ຄາດຄິດວ່າສິໄດ້ຮຽນຕໍ່ ແລະ ຄິດວ່າຄົງເຮັດຕາມທີ່ໝໍບອກບໍ່ຖືກວິທີ ແທ້ຈິງແລ້ວ ຂ້ອຍມີຂ່າວວ່າສິໄດ້ມາຮຽນຢູ່ມະຫາໄລແຫ່ງຊາດ ແຕ່ບໍ່ມີໃຜບອກຂ້ອຍ ທັງແມ່ ແລະ ຄູອາຈານ ຈາກນັ້ນຂ້ອຍກໍ່ດີໃຈຫຼາຍ ທີ່ໄດ້ມາຮຽນຢູ່ແຫ່ງນີ້ ແລະ ຍັງໄດ້ໄປຝຶກງານທີ່ຕ່າງປະເທດ ໄດ້ໄປບ່ອນທີ່ບໍ່ຄາດຄິດວ່າສິບໍ່ໄດ້ຫຼາຍໆແຫ່ງ ຈົນມາຮອດທຸກມື້ນີ້ ຂ້ອຍຍັງປະຕິບັດຕາມຄຳບອກຂອງໝໍຢູ່ເລີຍ ເຄັ່ງສິນຫ້າຕອນເຂົ້າພັນສາ ຊ່ວຍເຮົາແທ້. ແລະ ໃນເລື່ອງເນື້ອຄູ່ນັ້ນ ຂອ້ຍຄິດວ່າ ຖ້າເປັນໝໍດູແທ້ ຕ້ອງບອກວິທີແກ້ຄືກັບໝໍດູຄົນນີ້. ຂ້ອຍເຄີຍເຈີຕອນດູມໍ ມີຄົນມາດູມໍເລື່ອງຜົວຫຼິ້ນສາວ ຜົວໜີໄປແລ້ວ(ຄົນໃນບ້ານນັ້ນແຫຼະ) ໝໍຄົນນີ້ບອກວິທີໃຫ້ແກ້ແລ້ວລາວກໍ່ໄປເຮັດ ຕອນຂ້ອຍພັກຮຽນແລ້ວໄປຍາມພີ່ນ້ອງຢູ່ຫັ້ນ ຍັງເຫັນຄົນຜູ້ນັ້ນຢູ່ກັບຜົວລາວ (ບໍ່ເຊື່ອກໍ່ເປັນຕາເຊື່ອແທ້) ເລື່ອງຂອງເຈົ້າຄວນຈະມີວິທີແກ້ ເພາະບໍ່ມີສິ່ງໃດແນ່ນອນສະເຫມີໄປ


໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຊື່ອໃນພົມລິຂິດ ລິຂິດໃຫ້ຂ້ອຍກັບຜູ້ຊາຍຜູ້ 1 ເຈິກັນ ໂດຍບັງເອີນຫຼາຍຄັ້ງຫຼາຍຫົນ
ແມ້ແຕ່ຢູ່ຄົນລະປະເທດກໍ່ຍັງກັບມາເຈິກັນ ແຕ່ກໍ່ບໍ່ໄດ້ລິຂິດໃຫ້ລາວເປັນຄູ່ຂ້ອຍ
ສ່ວນເລື້ອງໝໍດູ 50-50 ເພາະໂດຍສ່ວນຫຼາຍຖ້າເກັບມັນມາໃສ່ໃຈຫຼາຍເກີນໄປກໍ່ຈະເກີດຄວາມລະແວງກັນເອງ ຖ້າຜິດຖຽງກັນກໍ່ຍົກເລື້ອງໝໍດູມາເວົ້າ
ສະນັ້ນ ທຸກຢ່າງຂ້ອຍວ່າຂຶ້ນກັບບຸນວາດສະໜາຂອງເຮົາຫຼາຍກ່ວາ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ຢ່າມີຫລາຍຮັກແທ້ ມັນທຸກໃຈ ຮັກຫລິ້ນໆ ເລີກຮັກກະເລີກລາ ເວລາບໍ່ມີຮັກກະອົດເຫງົາໄປກ່ອນ ເວລາຮັກມາກໍ່ໃຊ້ຊີວິດໃນຊວງເວລານັ້ນໃຫ້ຄຸ້ມຄ່າ.



ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>