ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ເລົ່າໃຫ້ຟັງແດ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ສະມາຊິກພັນລາວທຸກໆຄົນມີໃຜແດ່ທີ່ເຄີຍເຫັນຜີນະຊ່ວຍເລົ່າໃຫ້ກັນຟັງແດ່ບໍ່ ?


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ບໍ່ເຄີຍເຫັນ ແລະ ບໍ່ຢາກຈະເຫັນອີກ ຂີ້ຢ້ານນະ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮິໆ ບໍ່ຮູ້ວ່າແມ່ນຜີຫຼືຄົນ
ຮູ້ແຕ່ວ່າໄດ້ຍິນສຽງຢູ່ປອ່ງຢ້ຽມ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍ ບໍ່ຢາກເຫັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຕິຜີນິ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜວ່າບໍ່ມີຜີ ຜີເຕັມບ້ານເຕັມເມືອງ ທິດຝອຍເອີຍ ! ຜີບ້າຫັ້ນເດ ທີ່ຊອບເຮັດສິ່ງທີ່ບໍ່ດີຫັ້ນເດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ເຄີຍເຫັນ ແລະ ກະບໍ່ຢາກເຫັນນຳ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປກເນາະ ຫລາຍໆຄົນບໍ່ເຄີຍເຫັນຜີ ແຕ່ວ່າຢ້ານຜີ ຂ້ອຍກະຄືກັນຢ້ານ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Juan ຂຽນວ່າ...
ໃຜວ່າບໍ່ມີຜີ ຜີເຕັມບ້ານເຕັມເມືອງ ທິດຝອຍເອີຍ ! ຜີບ້າຫັ້ນເດ ທີ່ຊອບເຮັດສິ່ງທີ່ບໍ່ດີຫັ້ນເດ


ແມ່ນຄວາມເຈົ້າເນາະຈວນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຮູ້ສືກຄ້າຍວ່າເຈິຜີ ມັນເປັນຕາຢ້ານຫຼາຍ ບໍ່ເລົ່າແລະ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຕົ່ວ
ທີ່ຜ່ານມາຍັງເຫັນມັນຢອກກັບຫົງຢູ່
ຄົນມາມຸງເບິ່ງເປັນຫມື່ນໆຄົນພຸ່ນນະ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກຸ່ມນີ້ ເລົ່າເລື່ອງຜີ http://punlao.com/group/102/


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຫັນຜີໂຕຈິງ!
ວ່າມີຫນ້າຕາຈັ່ງໃດ!


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ດຽວ ເລົ່າກໍເລົ່າ ເຄີຍເລົ່າແລ້ວ ຊິເລົ່າອີກ 55

ດົນມາແລ້ວ ຕອນຍັງນ້ອຍ ປະມານ 5 ປີ ຕອນນັ້ນຍັງບໍ່ຮູ້ວ່າຜີແມ່ນຫຍັງ ແລ້ວກໍບໍ່ມີຄວາມຢ້ານຜີເທື່ອ ເນື່ອງຈາກບໍ່ຮູ້ຈັກຜີ ..
ມີຄືນນຶ່ງ ນອນກັບພໍ່ແມ່ ເພິ່ນຫຼັບປະແລ້ວ ເປີດໄຟໄວ້ ຫ້ອງນັ້ນເປັນຫ້ອງຂະໜາດໃຫຍ່ ຂພຈ ນອນທາງກາງ ພໍ່ກັບແມ່ນອນທາງຂ້າງ ແລະມີອ້າຍນ້ອງຄົນອື່ນນອນນຳ.

ຕອນນັ້ນເອົາກາກາຕູນມາຫຼິ້ນ (card ທີ່ເປັນຮູບກາຕູນ) ນອນຫງາຍແລ້ວເອົາກາມາວາງໄວ້ເອິກ ນັບໄປຫຼິ້ນໆ ປາກົດເຫັນມີຄົນໃສ່ສຸດສີດຳ ເປັນລັກສະນະຜ້າຄຸມໃຫຍ່ ບິນຜ່ານທາງເພດານໄປ ເກີດຄວາມຕົກໃຈຢ່າງໃຫຍ່ ບໍ່ເຄີຍຢ້ານກໍໄດ້ຢ້ານບາດນັ້ນລະ .. ຮີບຫົ່ມຜ້າຫົ່ມນອນໃນທັນໃດ

ຈົນຮອດທຸກມື້ນີ້ຜ່ານມາສິບກວ່າປີ ກໍຍັງສົງໄສວ່າມັນແມ່ນຫຍັງທີ່ບິນຜ່ານ ແລະມີຂະໜາດໃຫຍ່ປານນັ້ນ.

ຈົບດີກວ່າ..


໒ ກະທູ້
໒໙໖ ໂພສ
ນັກການກະທູ້
ເຄີຍເຫັນຫຼາຍເທື່ອ ເປັນຕາຢ້ານໂຄດໆໆໆ

ເຫັນຢູ່ໂທລະທັດນ່ະ




★★ BitCh!!!! I DuN FXXKiN CaRE....!!! ★★

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ເຄີຍເຫັນ ແຕ່ກະບໍ່ຢ້ານເພາະຫຼອກບໍ່ໜ້າຢ້ານປານໃດ ໃດ້ຍິນແຕ່ສຽງຄົນຍ່າງແຕ່ຫັນລັງມາລະບໍ່ມີໃຜ ກະເລີຍບໍ່ຢ້ານປານໃດ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍ່ຮູ້ແລະ ວ່າໜ້າຕາມັນຊິເປັນແນວໃດ ເພາະບໍ່ເຄີຍເຈິ ໄປນຳໝູ່ເວົ້າຕົວະກະປົບຕາຍຍັງບໍ່ທັນເຫັນຫຍັງຊ້ຳ55555555555

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ຢາກອ່ານເລື່ອງຜີຕ້ອງນີ້ເລີຍ
ສາວຮ້ອງໄຫ້ ໃນຄືນວັນສິນ
^
^
^
ພາກຕໍ່ທາງເທິງ
ເຖິງຈາກໄປ ແຕ່ຍັງຄິດຮອດ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍໄດ້ເຈິກັນປານໃດນະ

~Vਕਆpïrєی™~

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ເຮິໆ ບໍ່ຮູ້ວ່າແມ່ນຜີຫຼືຄົນ
ຮູ້ແຕ່ວ່າໄດ້ຍິນສຽງຢູ່ປອ່ງຢ້ຽມ



ບໍ່ຢ້ານຫວາ ? ເຂົາແລ້ວຂີ້ຢ້ານ


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ບໍ່ຄ່ອຍໄດ້ເຈິກັນປານໃດນະ


ເວົ້າຄືເຫັນຕະຫຼອດນີ້ລະ


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ກະບໍ່ຮູ້ແລະ ວ່າໜ້າຕາມັນຊິເປັນແນວໃດ ເພາະບໍ່ເຄີຍເຈິ ໄປນຳໝູ່ເວົ້າຕົວະກະປົບຕາຍຍັງບໍ່ທັນເຫັນຫຍັງຊ້ຳ55555555555


ເປັນຕາຢາກຫົວເນາະ 555555555555555


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ເຮິໆ ບໍ່ຮູ້ວ່າແມ່ນຜີຫຼືຄົນ
ຮູ້ແຕ່ວ່າໄດ້ຍິນສຽງຢູ່ປອ່ງຢ້ຽມ



ບໍ່ຢ້ານຫວາ ? ເຂົາແລ້ວຂີ້ຢ້ານ

ຢ້ານບໍ່ຢ້ານກະເກືອບຍ່ຽວເຮ່ຍພຸ້ນແຫຼະ


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຜີງາມໆນິຢາກເຫັນຢູ່

K.Soubandith

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ມີເຫດການໜື່ງ ແບບວ່າລົງຕົ້ມໝີ່ຕອນຄ່ຳຄົນດຽວ ພໍດີໃນຂະນະທີ່ກຳລັງຈະຍ່າງຂື້ນມານັ້ນ
ກໍ່ໄດ້ຍິນສຽງເອີ້ນຊື່ຂ້ອຍວ່າ :ເອື້ອຍ............
.
.
.
.
.
.
.ເອື້ອຍ
.
.
.
.
.ເອື້ອຍ
.
.ແຕ່ຂ້ອຍກະຄິດວ່າຫູຟາດໄປເອງຕໍ່ມາໄດ້ຍິນອີກຄັ້ງຄິດໃນໃຈແມ່ນລະແຫຼະປະຖ້ວຍໝີ່ແລ້ວຂື້ນໄປນອນເລີຍ
ຍັງມີຕໍ່ອີກແຕ່ບໍ່ຢາກເລົ່າລະຢ້ານ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ຜີງາມໆນິຢາກເຫັນຢູ່




ຜີງາມໆຫວາ ເຖີງຊະໃດກໍ່ເປັນຜີ ຖ້າມານີ້ຊິແລ່ນກ່ອນເລີຍ ອິໆໆ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍດອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍຫວາ ມາໄຊຍະແມເຫັນໂລດແຫຼະ ຜີຕາໂຂນ ນາ ອິໆໆໆ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ AnouphoneSaiyalas ຂຽນວ່າ...
ບໍ່ເຄີຍຫວາ ມາໄຊຍະແມເຫັນໂລດແຫຼະ ຜີຕາໂຂນ ນາ ອິໆໆໆ


ກາຢາກໄປເບິ່ງແຕ່ບ້ານຢູ່ໄກນະ ອິອິ


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ EaUy ຂຽນວ່າ...
ມີເຫດການໜື່ງ ແບບວ່າລົງຕົ້ມໝີ່ຕອນຄ່ຳຄົນດຽວ ພໍດີໃນຂະນະທີ່ກຳລັງຈະຍ່າງຂື້ນມານັ້ນ
ກໍ່ໄດ້ຍິນສຽງເອີ້ນຊື່ຂ້ອຍວ່າ :ເອື້ອຍ............
.
.
.
.
.
.
.ເອື້ອຍ
.
.
.
.
.ເອື້ອຍ
.
.ແຕ່ຂ້ອຍກະຄິດວ່າຫູຟາດໄປເອງຕໍ່ມາໄດ້ຍິນອີກຄັ້ງຄິດໃນໃຈແມ່ນລະແຫຼະປະຖ້ວຍໝີ່ແລ້ວຂື້ນໄປນອນເລີຍ
ຍັງມີຕໍ່ອີກແຕ່ບໍ່ຢາກເລົ່າລະຢ້ານ


ເລົ່າໃຫ້ມັນສຸດແມ໋ ອິອິ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>