ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ຄົນໄກບ້ານ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້າພະເຈົ້າຖືວ່າເປັນຄົນຫນຶ່ງທີ່ໄດ້ມີໂອກາດໄດ້ເດີນທາງໃນທີ່ຕ່າງໆ ສິ່ງຫນຶ່ງທີ່ຂ້າພະເຈົ້າສັງເກດເຫັນຄືຄວາມຈະເລີນຂອງອາຄານບ້ານເຮືອນ ຫ້າງຮ້ານຕ່າງໆໄດ້ເກີດຂຶ້ນໄປພ້ອມໆກັບຄວາມຈະເລີນພາຍໃຕ້ການຊີ້ນຳນຳພາຂອງພັກ-ລັດທີ່ເຂັ້ມແຂງ ຄຽງຄູ່ໄປກັບຄວາມຈະເລີນນັ້ນ ສິ່ງຫນຶ່ງທີ່ເຮົາເຫັນຄືປ້າຍໂຄສະນາທີ່ໃຫຍ່ໂຕທັນສະໄຫມລວມໄປເຖິງປ້າຍເລັກປ້າຍນ້ອຍແຕ່ສິ່ງທີ່ສັງເກດເຫັນຄືການຂຽນພາສາລາວ(ການສະກົດຄຳ) ບໍ່ຄ່ອຍຖືກ ອາດເປັນເພາະຄວາມບໍ່ເອົາໃຈໃສ່ໃນເລື່ອງເລັກໆນ້ອຍໆ ແຕ່ໃນຄວາມເປັນຈິງແລ້ວມັນເປັນເລື່ອງໃຫຍ່ເພາະວ່າເດັກທີ່ເກີດໃຫມ່ໃຫຍ່ລຸນຈະເກີດຄວາມສັບສົນໃນການຂຽນພາສາລາວໂດຍບໍ່ຮູ້ວ່າຂຽນແບບໃດຜິດ ແບບໃດຖືກແທ້ ແລະອີກສື່ຫນຶ່ງທີ່ສຳຄັນສັງເກດເຫັນວ່າໃຊ້ພາສາລາວບໍ່ຄ່ອຍຖືກຄືເພງຄາຣາໂອເກະ(ບາງເພງ) ເພາະວ່າສື່ນີ້ເປັນສື່ທີ່ມີເດັກໃຊ້ບໍລິການໃນສື່ນີ້ຢ່າງກວ້າງຂວາງຈຶ່ງຖືວ່າເປັນເລື່ອງທີ່ຫນ້າເປັນຫ່ວງພໍສົມຄວນເພາະວ່າເດັກນ້ອຍຄືອະນາຄົດຂອງຊາດ ເດັກນ້ອຍກໍປຽບເຫມືອນຜ້າຂາວຖ້າເຮົາເອົາສີໃດໄປແຕ້ມກໍຈະຕິດສີນັ້ນ ຂ້າພະເຈົ້າຂໍຍົກຕົວຢ່າງບາງຕົວຢ່າງດັ່ງນີ້ສະຫລຸບແລ້ວຍັງມີຫລາຍຫນ່ວຍງານທີ່ຍັງມີຈຸດບົກພ່ອງໃນການໃຊ້ພາສາລາວ ດັ່ງນັ້ນຈຶ່ງຢາກຝາກຫນ່ວຍງານທີ່ກ່ຽວຂ້ອງໃຫ້ເຂົ້າມາເບິ່ງແຍງໃນບັນຫາທີ່ເກີດຂຶ້ນດັ່ງກ່າວໃຫ້ບັນເທົາເບົາບາງ ເພາະວ່າຖ້າປ່ອຍປະລະເລີຍພາສາລາວທີ່ບັນພະບູຣຸດເຮົາສ້າງມາແລະເປັນພາສາທີ່ບົ່ງບອກເຖິງຄວາມເປັນຊາດລາວດັ່ງຄຳສຸພາສິດທີ່ວ່າ “ພາສາບອກຊາດ ມາລະຍາດບອກຕະກູນ” ຄົງຈະເຂົ້າຂັ້ນວິກິດແນ່ນອນ ແລະທ້າຍນີ້ຢາກຝາກທຸກຄົນທຸກພາກສ່ວນໃຫ້ຊ່ວຍກັນຮັກສາແລະຫວງແຫນເອກະລັກຂອງຊາດລາວໂດຍສະເພາະພາສາລາວໃຫ້ສະຖິດສະຖາພອນ ຢູ່ຄູ່ກັບຊາດລາວເຮົາຊົ່ວນິລັນດອນ ຈາກມຸມຫນຶ່ງຂອງລ້ານຊ້າງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນອີ່ຫຼີ...!
ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນອີຫຼີ ຂ້ອຍກໍພະຍາຍາມຮຽນຮູ້ນຳໝູ່ຫຼາຍໆຄົນ ບາງເທືອລາວກະພາຂ້ອຍຂຽນຜິດຄືກັນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເພງຫຍັງລະນິ ຄືຜິດຫຼາຍແທ້ ຮາໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ pranpa ຂຽນວ່າ... ແມ່ນອີຫຼີ ຂ້ອຍກໍພະຍາຍາມຮຽນຮູ້ນຳໝູ່ຫຼາຍໆຄົນ ບາງເທືອລາວກະພາຂ້ອຍຂຽນຜິດຄືກັນການຂຽນພາສາລາວຖ້າເຮົາຈັບຫລັກໄດ້ຈະເປັນເລື້ອງງ່າຍ ຈະຂໍແນະນຳເລັກໆນ້ອຍໆດັ່ງນີ້ ການໃສ່ວັນນະຍຸດ. ໄມ້ກັນໄມ້ກົງ ຫລືວ່າສະລະອິອີຕ່າງໆ ໃຫ້ຈຳຫລັກງ່າຍໆຄືຖ້າຄຳໆນັ້ນອອກສຽງໃດໃຫ້ໃສ່ວັນນະຍຸດ. ໄມ້ກັນໄມ້ກົງ ຫລືວ່າສະລະອິອີຕ່າງໆນັ້ນໃຫ້ເຊິ່ງກັບຄຳໆນັ້ນ ຕົວຢ່າງເຊັ່ນ ”ນ້ອງ” ຄຳວ່ານ້ອງ ອ່ານອອກສຽງ ”ນ” ຖ້າຂຽນ ” ”ອ້ອງ” ແລະຄຳໆຫນຶ່ງທີ່ຫລາຍໆຄົນສັບສົນໃນການຂຽນພໍສົມຄວນຄືຄຳວ່າ ”ຂວັນ” ຄຳວ່າຂວັນ ອ່ານອອກສຽງ ”ຂວ” ຖ້າຂຽນ ” ຫມາຍເຫດ: ຖ້າເປັນໂຕຄວບໃຫ້ໃສ່ຫລັງໂຕຈິງ ເຊັ່ນ: ຫງ. ຫວ. ຫຍ. ຂວ. ຄວ. ໆລໆ ຄຳທີ່ກ່າວມານີ້ເວລາໃສ່ໃຫ້ໃສ່ໂຕຫລັງສະເຫມີ (ຫວີ(ຫວີສຳຫລັບຫວີຜົມ). ຫຍ້າ. ຂວັນ. ຄວັນ. ເຫງົາ) ຖ້າຂຽນດັ່ງຕໍ່ໄປນີ້ຖືວ່າຜິດ ( |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ ກ ບໍ່ເກັ່ງພາສາລາວປານໃດ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນອີຫຼີ ແມ່ນແທ້ໆ ເນາະ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ ແມ່ນບໍ? ຂອບໃຈ ຂອບໃຈ ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)?
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນອີ່ຫຼີ່ແມະ
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ ແມ່ນບໍ? ຂອບໃຈ ຂອບໃຈ ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)? ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້ ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ POO2 ຂຽນວ່າ... ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິອືມ...ເຈົ້າກະເກັ່ງແລ້ວເດຂຽນບໍ່ຜິດຈັກຄຳເລີຍ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນອີ່ຫຼີ
ຄົນລາວຄົນມີນ້ຳໃຈ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ POO2 ຂຽນວ່າ... ແມ່ນຄວາມເຈົ້າເນາະ ຂຽນຜິດເບາະນິ ອິອິອິອືມ...ເຈົ້າກະເກັ່ງແລ້ວເດຂຽນບໍ່ຜິດຈັກຄຳເລີຍ ຂ້ອຍມັກ ລາຍເຊັນເຈົ້ານະ ງາມດີ ແປກໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
nEvEr g!vE uP!!!
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ແມນເຂົາເຈົ້າຂຽນຖືກແລ້ວບໍ່
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອືມ..ແມ່ນຄວາມເຈົ້າເວົ້າຫັ້ນລະທ່ານ
ເວົ້າເລື່ອງຂ້າເລື່ອງຕີໜີບໍ່ສູ້ ເວົ້າເລື່ອງກີນເລື່ອງຢູ່ສູ້ບໍ່ໜີ ອິອິອິ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ ແມ່ນບໍ? ຂອບໃຈ ຂອບໃຈ ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)? ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້ ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ ໂດຍໆໆໆ ຂອບໃຈທີ່ຊີ້ແນະ (ທີ່ ຫລື ທີ) ສັບສົນອີກແລ້ວ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ ແມ່ນບໍ? ຂອບໃຈ ຂອບໃຈ ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)? ອືມ..ດີແລ້ວທີ່ຍັງມີຄວາມພະຍາຍາມ ສ່ວນ “ກໍ ແລະ ກໍ່“ ໃຊ້ດັ່ງນີ້ ກໍ່ ຄື: ກໍ່ສ້າງ . ກໍ່ການຮ້າຍ. ໆລໆ ກໍ ຄື: ກໍໄດ້. ບາງເທື່ອກໍວາງຜິດ ໆລໆ ປະມານນີ້ແຫລະ ໂດຍໆໆໆ ຂອບໃຈທີ່ຊີ້ແນະ (ທີ່ ຫລື ທີ) ສັບສົນອີກແລ້ວ ຄວາມຈິງແລ້ວຄຳວ່າ “ທີ່“ ຫລື “ທີ“ ມີຄວາມຫມາຍຊັດເຈນຢູ່ແລ້ວໃນເມື່ອຖາມມາແລ້ວກໍບໍ່ຂັດທີ່ຈະຕອບຢູ່ແລ້ວ ຂໍອະທິບາຍງ່າຍໆດັ່ງນີ້ 1. ທີ່ = ສະຖານທີ່ . ເຕັມທີ່. ລຳດັບທີ່ ໆລໆ 2. ທີ = ບາງທີ. ວິທີ. ເວທີ ໆລໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄົນລາວນີ່ເກັ່ງນ່ະ ໃຊ້ພາສາໄທ ພິມສະໄຕລ໌ພາສາລາວ(ຄົນໄທອ່ານບໍ່ຮູ້ເລື່ອງ) ກະສື່ສານກັນໄດ້ ໃຊ້ພາສາຝະຫຼັ່ງພິມແບບ ຄາລະໂອເກະ(ອັນນີ້ບາງຄຳຂ້ອຍໄດ້ດູມໍຫາເອົາຍ້ອນຂ້ອຍອ່ານບໍ່ອອກ) ກະສື່ສານກັນໄດ້ອີກ ບັດພາສາໄທຫັ້ນຍາກຫຼາຍ ຮຽນຈົນຈົບ ມໍ 6 ແລ້ວບາງຄຳກະຍັງຂຽນໂຕສະກົດບໍ່ຖືກກະມີ
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກະທູ້ນີ້ ດີ, |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ... ຄົນລາວນີ່ເກັ່ງນ່ະໃຊ້ພາສາໄທ ພິມສະໄຕລ໌ພາສາລາວ(ຄົນໄທອ່ານບໍ່ຮູ້ເລື່ອງ) ກະສື່ສານກັນໄດ້ ໃຊ້ພາສາຝະຫຼັ່ງພິມແບບ ຄາລະໂອເກະ(ອັນນີ້ບາງຄຳຂ້ອຍໄດ້ດູມໍຫາເອົາຍ້ອນຂ້ອຍອ່ານບໍ່ອອກ) ກະສື່ສານກັນໄດ້ອີກ ບັດພາສາໄທຫັ້ນຍາກຫຼາຍ ຮຽນຈົນຈົບ ມໍ 6 ແລ້ວບາງຄຳກະຍັງຂຽນໂຕສະກົດບໍ່ຖືກກະມີ ພາສາໄທຖາມວ່າຍາກບໍ່ ຕອບໄດ້ເລີຍວ່າຍາກແຕ່ຖ້າເຮົາທຳຄວາມເຂົ້າໃຈໃຫ້ດີ ແລະຈັບຫລັກໃຫ້ໄດ້ກໍບໍ່ຍາກເລີຍຂ້າພະເຈົ້າຈະບອກເທັກນິກໃນການຈຳຕາມແບບທີ່ຂ້າພະເຈົ້າໃຊ້ເພື່ອວ່າຜູ້ທີ່ສົນໃຈຈະນຳໄປໃຊ້ກໍບໍ່ໄດ້ຫວງລິຂະສິດ ເທັກນິກໃນການຈຳແບບງ່າຍໆດັ່ງນີ້ 1.ปาฏิหาริย์ ເວລາທ່ອງໃຫ້ທ່ອງວ່າ ປະ-ຕິ-ຫາ-ຣິ-ຍະ 2.กษัตริย์ ເວລາທ່ອງໃຫ້ທ່ອງວ່າ ກະ-ສັດ-ຕະ-ຣິ-ຍະ ເທັກນິກນີ້ໄດ້ A ພາສາໄທມາແລ້ວ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ... ບໍ່ແມນເຂົາເຈົ້າຂຽນຖືກແລ້ວບໍ່ທ່ານຫມາຍເຖິງທີ່ເຂົາຂຽນໃນຄາຣາໂອເກະທີ່ຂ້າພະເຈົ້າເອົາມາລົງນັ້ນຫວ໋າ ຖ້າທ່ານຫມາຍເຖິງຂໍ້ຄວາມນັ້ນສະແດງວ່າທ່ານເຂົ້າໃຈຜິດ ເພາະວ່າທີ່ຂ້າພະເຈົ້ານຳມາລົງນັ້ນແມ່ນຂໍ້ຄວາມທີ່ຂຽນຜິດຫມົດ ແລະຂໍ້ຄວາມທີ່ທ່ານຂຽນມາກໍມີບາງຄຳທີ່ຜິດ (ບໍ່ແມນ=(ແມ່ນ)ເຂົາເຈົ້າຂຽນຖືກແລ້ວບໍ່) ເວລາຂຽນຫ້າມອອກຕາມສຳນຽງອີສານ ຄຳວ່າ“ແມ່ນ“ ອີສານອ່ານເປັນ “ແມນ“ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ... ຂ ກ ບໍ່ເກັ່ງພາສາລາວປານໃດເຈົ້າວ່າເຈົ້າບໍ່ເກັ່ງແຕ່ຂຽນບໍ່ຜິດຈັກຄຳຖືວ່າເກັ່ງແລ້ວ ອິອິ ແມ່ນບໍ? ຂອບໃຈ ຂອບໃຈ ສ່ວນຫລາຍແລ້ວ ຂ ມ ຂຽນຜິດ ສະລະ ໄມ້ເອກ ບາງເທື່ອກໍວາງຜິດເຫມືອນກັນ (ກໍ ຫລື ກໍ່)? ໄມ້ເອກເຂົາບໍ່ອ່ານວ່າສະຫລະ ແຕ່ໃຫ້ອ່ານວ່າວັນນະຍຸດ ແລະຄຳວ່າ “ສະຫລະ“ ຖ້າຂຽນ “ສະລະ“ ຖືວ່າຜິດ |