ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ອອກຄຳເຫັນເປັນກາບກອນທັງນັ້ນ!

ໜ້າທີ່ 12 ຈາກທັງໝົດ 15 ໜ້າ <<<12345 ... 101112131415>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...

ອັນຍິງຫຼາຍຄົນ...........ອ້າຍບໍ່ຂໍຄ້ອງກ່ຽວ
ຫຼຽວເບິ່ງຍິງໃດ...........ໃຈຂອງອ້າຍນີ້
ມີແຕ່ນ້ອງ................ຄົນດີຂອງອ້າຍ

ອັນວ່ານ້ອງຄົນດີຂອງເຈົ້າ--------------------ນັ້ນແມ່ນຜູ້ໃດນໍ
ເອົາຮູບລົງມາໂຊ------------------------------ເບິ່ງເປັນຂວັນຕາເດີເຈົ້າ
ຄືຊິງາມຫຼາຍບໍ່ເວົ້າ----------------------------ອ້າວແຕ່ງກອນໄປບໍ່ຈັກຊິວ່າ
ວ່າແຕ່ກອນເຈົ້ານັ້ນ---------------------------ບາດ1 ຄືມີແຕ່ 3 ແຖວເດ ອິອິ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ່ານໄປອ່ານມາ.................ແລ້ວຢາກຫົວ
ມີແຕ່ຜູ້ແຕ່ງໝົ້ວໆ.................ກອນນີ້ນາ
ແຕ່ກໍ່ຕະລົກດີ....................ພໍໄດ້ຫົວ
ເຖີງຈະໝົ້ວ ......................ກໍ່ໄດ້ໝົ້ວກັນໄປເຈົ້າເອີຍ!!!!

ຊູມຊົນຄົນຮັກສາຍຂອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ta999999 ຂຽນວ່າ...
ອ່ານໄປອ່ານມາ.................ແລ້ວຢາກຫົວ
ມີແຕ່ຜູ້ແຕ່ງໝົ້ວໆ.................ກອນນີ້ນາ
ແຕ່ກໍ່ຕະລົກດີ....................ພໍໄດ້ຫົວ
ເຖີງຈະໝົ້ວ ......................ກໍ່ໄດ້ໝົ້ວກັນໄປເຈົ້າເອີຍ!!!!

ແມ່ນລະເຈົ້າ--------------------ພາກັນແຕ່ງມົ້ວ
ເປັນຊວນຫົວ------------------ແຕ່ງມົ້ວໄປແລ້ວ
ຢາກຫົວແທ້--------------------ຄິດຫາຄຳບໍ່ອອກ
ກອກຄຳໄປຊັ້ນ-----------------ປານວ່າອັນໃດ ແທ້ແລ້ວ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ໂອ ສຸດແສນດີໃຈແທ້...................ເມືອແລເຫັນກອນໃຫ່ຍ
ຄົນໃຫ່ມໆຫລາຍຄົນເຂົ້າ..................ມາຮ່ວມເວົ້າເປັນກາບກອນ
ສຸດແສນຊື່ນອອນຊອນ.....................ໃນກາບກອນຂອງທ່ານ
ເຊີນໃດເຊີນເຂົ້າມາຮ່ວມຕ້ານ.............ຂານເວົ້າວາດກະວີ.ມ່ວນເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ເພິ່ນຄືຊິເບື່ອໜັງໜ້າ....................ເຮົາສາແລ້ວແມ່ນບໍ່ໜາ
ກົດເຂົ້າມາເທື່ອໃດ......................ແມນປໍລໍແຕ່ໜ້າເກົ່າ
ກອນກໍ່ເຊີບບໍ່ຫວານຊຶ້ງ.................ຫລືດຶງດູດຈິດແມ່ນບໍ?
ຊັ້ນຊິຂໍໂຈະໄວ້...........................ພຽງເທົ່ານີ້ກອ່ນລະເດີ !!!!!!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...

ບໍ່ເປັນຫຍັງດອກພວກເຈົ້າ---------------------ເຮົາເກົ່າກໍ່ຈິງ
ຢາກມີຄົນມາຊິງ----------------------------------ແຕ່ງກອນນຳຄົນມ່ວນລົ້ນ
ແຕ່ພັດບໍ່ມີໃຜສົນແທ້---------------------------ເຂົາອາດຈະມັກອ່ານ
ແຕ່ຜູ້ແຕ່ງຫັ້ນຕິເຈົ້າ----------------------------ມີແຕ່ເຮົານີ້ມົກມຸ້ນນຳກັນ

໕ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຟ້າຮຸ່ງແຈ້ງ------------ແສງແດດ--------------ແຟດສີງາມ
ເຫຼືອງອ່າມຫຼ່າມ--------ກະຈາຍ----------------ທົ່ວທ້ອງນາ
ແນມໄປແລ້ວ----------ຊ່າງງົດ-----------------ງາມອາດຕາ
ດັ່ງວ່າຈາ---------------ກ່າວວ່າ----------------ງາມຍາມເຊົ້າ

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ໄປເລາະປ່າ-------------ແນມລົງ----------------ກາງທົ່ງຫ້ວຍ
ເຫັນສວນກ້ວຍ---------ສາລີ--------------------ກໍ່ຫຼວງຫຼາຍ
ເຕັມໄປໝົດ------------ເກືອບທົ່ວ---------------ກະແຈກຢາຍ
ຜົນຜະລິດ---------------ທີ່ໃຫຍ່-----------------ຂອງປະຊາຊົນ

____________________________________________

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ນົກນ້ອຍຮ້ອງ------------------ສຽງກ້ອງ---------------ທົ່ວພູຜາ
ແມ່ມັນໄປ-----------------------ເລາະຫາ--------------ຂອງກິນໃຫ້
ລ້ຽງມັນແລ້ວ-------------------ເຕີບໂຕ---------------ເປັນໂຕໃຫຍ່
ຄົນເຮົາໄດ້---------------------ຍິ່ງຂ້າ------------------ເສຍດາຍເດ

_______________________________________________

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປກແທ້ວ່າ-----------------ກະທູ້ນີ້------------------ມີຄົນອ່ານ
ແຕ່ຄົນຂຽນ-----------------ກາບກອນ---------------ພັດມີໜ້ອຍ
ຫຼືເຂົາເຈົ້າ------------------ມັກກອນ-----------------ອາຍອິ່ງອອ້ຍ
ບໍ່ຢາກຄ່ອຍ----------------ມາແຕ່ງ------------------ເພາະຢ້ານອາຍ

ອັນນີ້ວ່າ--------------------ມາໂລດ-------------------ຮ່ວມແຕ່ງກອນ
ເຖິງອອນຊອນ-------------ໜ້ອຍຫຼາຍ---------------ກໍ່ບໍ່ວ່າ
ຂໍແຕ່ເຈົ້າ-------------------ຮ່ວມເຂົ້າ-----------------ພ້ອມກັນມາ
ດ້າຍວາຈາ-----------------ຊັບຊ້ອນ------------------ເປັນກາບກອນ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ພາກັນຂຽນຂີດແຕ້ມ........................ຖະແຫລງເວົ້າກ່າວກອນ
ຮ່ວມກັນຖອນຖອດຮຽນ...................ພຽນນຳກັນວັນລະໜ້ອຍ
ຮ່ວມກັນຂ້ອຍແລະເຈົ້າ....................ຈາເວົ້າພາກກະວີ
ຜັນວະຈີໃຫ້ງົດງາມ.......................ບັນຈົງຕາມຫລັກກ່າວແກ້

ຖືກຜິດແດ່ບໍ່ວ່າກັນ.......................ສິ່ງສຳຄັນຊ່ວຍຕອບມາ
ເວລາອ່ານພານພົບພໍ້....................ຂໍ້ບົກຜ່ອງຊ່ວຍຊີ້ທາງ
ຫາກບາງບົດບໍ່ຖືກຂໍ້.....................ຍາມອ່ານພໍ້ໃຫ້ຊ່ວຍແປງ
ເພາະແຮງໃຈການຂຽນກອນ...........ຄືຄົນອ່ານເປັນສຳຄັນ

ຄົນອ່ານຄືແຮງບັນດານໃຈ.............ຂອງຜູ້ຂຽນທີ່ພຽນສ້າງ
ວາດວາງຂໍ້ຕໍ່ເປັນກອນ.................ຊ່ວຍຮ່ຳຮອນບົດກອນມາຝາກເຈົ້າ
ກອນຈະເສົ້າຫລືມ່ວນນັ້ນ..............ແມ່ນຕົວເຈົ້າຜູ້ອ່ານຊ່ວຍຊູນ໋າ
ຝາກກອນແວ່ວມາ.....................ຂອບໃຈນະທີ່ອ່ານກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ພາກັນຂຽນຂີດແຕ້ມ........................ຖະແຫລງເວົ້າກ່າວກອນ
ຮ່ວມກັນຖອນຖອດຮຽນ...................ພຽນນຳກັນວັນລະໜ້ອຍ
ຮ່ວມກັນຂ້ອຍແລະເຈົ້າ....................ຈາເວົ້າພາກກະວີ
ຜັນວະຈີໃຫ້ງົດງາມ.......................ບັນຈົງຕາມຫລັກກ່າວແກ້

ຖືກຜິດແດ່ບໍ່ວ່າກັນ.......................ສິ່ງສຳຄັນຊ່ວຍຕອບມາ
ເວລາອ່ານພານພົບພໍ້....................ຂໍ້ບົກຜ່ອງຊ່ວຍຊີ້ທາງ
ຫາກບາງບົດບໍ່ຖືກຂໍ້.....................ຍາມອ່ານພໍ້ໃຫ້ຊ່ວຍແປງ
ເພາະແຮງໃຈການຂຽນກອນ...........ຄືຄົນອ່ານເປັນສຳຄັນ

ຄົນອ່ານຄືແຮງບັນດານໃຈ.............ຂອງຜູ້ຂຽນທີ່ພຽນສ້າງ
ວາດວາງຂໍ້ຕໍ່ເປັນກອນ.................ຊ່ວຍຮ່ຳຮອນບົດກອນມາຝາກເຈົ້າ
ກອນຈະເສົ້າຫລືມ່ວນນັ້ນ..............ແມ່ນຕົວເຈົ້າຜູ້ອ່ານຊ່ວຍຊູນ໋າ
ຝາກກອນແວ່ວມາ.....................ຂອບໃຈນະທີ່ອ່ານກັນ

ຊອກເລື່ອງເວົ້າ------------------ມາເລົ່າສູ່ຟັງ
ນິທານຫຼັງ------------------------ແຕ່ກ່ອນແຕ່ກີ້
ເຖິງບັດນີ້-------------------------ກໍ່ຍັງມີຢູ່
ຢິບມາເລົ່າ------------------------ເດີເຈົ້ານັກກະວີ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...

ອັນຍິງຫຼາຍຄົນ...........ອ້າຍບໍ່ຂໍຄ້ອງກ່ຽວ
ຫຼຽວເບິ່ງຍິງໃດ...........ໃຈຂອງອ້າຍນີ້
ມີແຕ່ນ້ອງ................ຄົນດີຂອງອ້າຍ

ອັນວ່ານ້ອງຄົນດີຂອງເຈົ້າ--------------------ນັ້ນແມ່ນຜູ້ໃດນໍ
ເອົາຮູບລົງມາໂຊ------------------------------ເບິ່ງເປັນຂວັນຕາເດີເຈົ້າ
ຄືຊິງາມຫຼາຍບໍ່ເວົ້າ----------------------------ອ້າວແຕ່ງກອນໄປບໍ່ຈັກຊິວ່າ
ວ່າແຕ່ກອນເຈົ້ານັ້ນ---------------------------ບາດ1 ຄືມີແຕ່ 3 ແຖວເດ ອິອິ

ເຖິງວ່າກອນອ້າຍນັ້ນ..........................ຈະມີ3ແຖວ
ແນວວ່າອ້າຍຫຼົງ................................ຊິເຮັດຈັ່ງໃດໄດ້
ໃຫ້ນ້ອງອົດສາອ່ານ............................ໄປກ່ອນຊິໃດ້ບໍ
ສ່ວນວ່າຄົນດີຂອງອ້າຍນັ້ນ.................ບໍ່ເຫັນມີດອກ
ພຽງແຕ່ຢາກບອກ...........................ເປັນກອນເທົ່ານັ້ນ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ສະບາຍດີວັນໃໝ່......................ຟ້າແຈ່ມໃສສະຫວ່າງຕາ
ຝາກກອນມາທັກທາຍ................ມິດສະຫາຍທຸກທົ່ວໜ້າ
ວັນຟ້າໃໝ່ຈັ່ງຊີ້........................ຈົ່ງສຸຂີເດີທຸກທ່ານ
ຈົ່ງເບີກບານສຳລານໃສ..............ຄວາມທຸກໃຈຢ່າພານພໍ້

ໃຜພານພົບແລ້ວ......................ແນວດີໃຫ້ສຸກຍິ່ງ
ທຸກສິ່ງຈົ່ງລາບລື້ນ....................ໄຫລລື່ນເມື້ອນນ້ຳໄຫລ
ຝູງໝູ່ໂພຍໄພທຸກ.....................ຢ່າໄດ້ລຸກມາຕ້ອງ
ໃຫ້ເຈົ້າຄອງສຸກໝັ້ນ..................ຕະຫລອດກາລະນານ ນັ້ນທ້ອນ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ສະບາຍດີທຸກທົ່ວໜ້າ......................ທີ່ມາແວ່ຂຽນກອນ
ຈັ່ງແມ່ນອອນຊອນນຳ.......................ມ່ວນຫຼາຍເຫຼືອລົ້ນ
ແຕ່ລະຄົນ,ລ້ວນແຕ່ມີຄວາມຮູ້.............ວິຊາດີອັນປະເສີດ
ອ່ານແລ້ວແສນມ່ວນແມ້ງ...................ຈິ່ງຂຽນຂໍ້ຕໍ່ກອນ
ມື້ນີ້ໂອກາດຫວ້າງ...........................ເວລາຫວ່າງເຫຼືອຫຼາຍ
ເພາະວ່າເປັນວັນພັກ...........................ໄດ້ຢູ່ເຮືອນເຮຮາຫຼີ້ນ
ໃຜຢາກກິນຂອງແກ້ມ..........................ພ້ອມເບຍເຢັນເພື່ອພັກຜ່ອນ
ມາເດີ້!ຂ້ອຍຍິນດີຮັບຕ້ອນ.....................ກິນເບຍລ້ວມຮ່ວມສັງສັນ ມາເດີ.......

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...

ເຖິງວ່າກອນອ້າຍນັ້ນ..........................ຈະມີ3ແຖວ
ແນວວ່າອ້າຍຫຼົງ................................ຊິເຮັດຈັ່ງໃດໄດ້
ໃຫ້ນ້ອງອົດສາອ່ານ............................ໄປກ່ອນຊິໃດ້ບໍ
ສ່ວນວ່າຄົນດີຂອງອ້າຍນັ້ນ.................ບໍ່ເຫັນມີດອກ
ພຽງແຕ່ຢາກບອກ...........................ເປັນກອນເທົ່ານັ້ນ

ແມ່ນບໍທີ່ວ່ານັ້ນ-------------------------ຫົວມ່ວນແທ້ນໍ
ບໍ່ເປັນຫຍັງແທ້ກໍ-----------------------ບໍ່ໄດ້ວ່າຫຍັງໃຫ້
ພຽງແຈທ້ວງໄປຊັ້ນ--------------------ວ່າໄປຊື່ໆ
ອ່າວເປັນຄົນດື້ບໍ່ໜ້ອຍ---------------ມັກຕັອກຕ້ອຍໄປທ້ວງເຂົາ ຫັ້ນເດ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ສະບາຍດີວັນໃໝ່......................ຟ້າແຈ່ມໃສສະຫວ່າງຕາ
ຝາກກອນມາທັກທາຍ................ມິດສະຫາຍທຸກທົ່ວໜ້າ
ວັນຟ້າໃໝ່ຈັ່ງຊີ້........................ຈົ່ງສຸຂີເດີທຸກທ່ານ
ຈົ່ງເບີກບານສຳລານໃສ..............ຄວາມທຸກໃຈຢ່າພານພໍ້

ໃຜພານພົບແລ້ວ......................ແນວດີໃຫ້ສຸກຍິ່ງ
ທຸກສິ່ງຈົ່ງລາບລື້ນ....................ໄຫລລື່ນເມື້ອນນ້ຳໄຫລ
ຝູງໝູ່ໂພຍໄພທຸກ.....................ຢ່າໄດ້ລຸກມາຕ້ອງ
ໃຫ້ເຈົ້າຄອງສຸກໝັ້ນ..................ຕະຫລອດກາລະນານ ນັ້ນທ້ອນ

ສະບາຍດີບໍ່ເຈົ້າ--------------------------ເປັນແນວໃດແດ່ຜ່ານມາ
ເດືອນນີ້ຍາມໜາວມາ----------------ຄົນກໍ່ເປັນຫວັດຫຼາຍແລ້ວ
ໃຫ້ທຸກຄົນນັ້ນ--------------------------ພາກັນຮັກສາສຸຂະພາບແດ່
ລະວັງຕາກໝອກຝຸ່ນນັ້ນ------------ຫວັດຊິເຂົ້າຫາໂຕແທ້ແລ້ວ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ສະບາຍດີທຸກທົ່ວໜ້າ......................ທີ່ມາແວ່ຂຽນກອນ
ຈັ່ງແມ່ນອອນຊອນນຳ.......................ມ່ວນຫຼາຍເຫຼືອລົ້ນ
ແຕ່ລະຄົນ,ລ້ວນແຕ່ມີຄວາມຮູ້.............ວິຊາດີອັນປະເສີດ
ອ່ານແລ້ວແສນມ່ວນແມ້ງ...................ຈິ່ງຂຽນຂໍ້ຕໍ່ກອນ
ມື້ນີ້ໂອກາດຫວ້າງ...........................ເວລາຫວ່າງເຫຼືອຫຼາຍ
ເພາະວ່າເປັນວັນພັກ...........................ໄດ້ຢູ່ເຮືອນເຮຮາຫຼີ້ນ
ໃຜຢາກກິນຂອງແກ້ມ..........................ພ້ອມເບຍເຢັນເພື່ອພັກຜ່ອນ
ມາເດີ້!ຂ້ອຍຍິນດີຮັບຕ້ອນ.....................ກິນເບຍລ້ວມຮ່ວມສັງສັນ ມາເດີ.......

ຂອບໃຈທີ່ມາຮ່ວມເຂົ້າ------------------ແຕ່ງກາບຂຽນກອນ
ເຮັດໃຫ້ອອນຊອນນຳ--------------------ກາບກອນຂອງເຈົ້າ
ພາກັນເດີມາເວົ້າ--------------------------ພາໃຫ້ມ່ວນຊຶ້ງຊາບ
ນຳກອນກາບເຈົ້າ-------------------------ແທ້ແລ້ວຢູ່ເດີ

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ເດິກດື່ນແລ້ວ--------------------ພາກັນເຂົ້ານອນ
ມາແຕ່ງກອນ--------------------ກາບພໍໜຶ່ງໜ້ອຍ
ໃຈຊື່ນຊ້ອຍ----------------------ບໍ່ໄດ້ຮ້ອນຫຸ່ມ
ໃຈບໍ່ກຸ້ມ--------------------------ອາກາດຮ້ອນອຸ່ນໃນ ອິອິອິອິ

____________________________________________

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ...
ເດິກດື່ນແລ້ວ--------------------ພາກັນເຂົ້ານອນ
ມາແຕ່ງກອນ--------------------ກາບພໍໜຶ່ງໜ້ອຍ
ໃຈຊື່ນຊ້ອຍ----------------------ບໍ່ໄດ້ຮ້ອນຫຸ່ມ
ໃຈບໍ່ກຸ້ມ--------------------------ອາກາດຮ້ອນອຸ່ນໃນ ອິອິອິອິ

+ນອນຕື່ນແລ້ວ..................ມາຕໍ່ເຕີມກອນ
ຍັງເຫງົານອນ....................ຈັ່ງໃດໜໍເຈົ້າ
ເຊີນມາເວົ້າ.......................ຂຽນຄຳກອນກ່າວ
ມັນມ່ວນຈ້າວ......................ສາວນ້ອຍຄິດນຳ.ນັ້ນໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ມາຮ່ວມກັນໄຂຂ່າວຂໍ້................ປະສານຕໍ່ບົດກອນ
ຮ່ວມເວົ້າວອນຈາໄຂ.................ຢອກໄຍກັນໄປຕາມເລື່ອງ
ແນວຂຸ່ນເຄື່ອງເຮົາບໍ່ເວົ້າ............ແນວໃດເສົ້າຢ່າໃສ່ໃຈ
ເປີດຫົວໃຈໃຫ້ຊື່ນຊ້ອຍ.............ເກາະກ່າຍຫ້ອຍຄວາມຄິດໃຫ້ງົດງາມ

ຄິດບໍ່ອອກວ່າຊິຕໍ່ຈັ່ງໃດໂພດກ່ອນຊະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງເບິ່ງຊ່ອງຂ່າວຮ້ອນ--------------------ກອງປະຊຸມໃຫຍ່ເອເຊັມ
ອອກຊ່ອງ1ຂອງລາວ------------------------ແຕ່ລະປະທານຂຶ້ນໄຂຂ່າວຂໍ້
ປະກົດການທີ່ຈະພໍ້----------------------------ຢູ່ໃນອານາຄົດ
ວ່າປະເທດທັງຫຼາຍນັ້ນ-----------------------ຈະຮ່ວມມືກັນແທ້ແນ່ນອນ ໃນການສ້າງສາພັດທະນາ ແລະ ຮ່ວມມືກັນ ແທ້ແລ້ວ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ມື້ນີ້ກະທູ້ກາບກອນເສົ້າ.......................ເຫງົາຊອຍວອຍມິດຈີ່ລີ່
ສາວພາສຸກໄປຫາລີ້.............................ທາງໃດແທ້ບໍ່ເຫັນມາ
ຫລືເດີນໄປທາງຫນ້າ............................ຫລັບລາໄປລືມກອນເກົ່າ
ກັບມາໃດເທີດເຈົ້າ...............................ມາຈາເວົ້າວາດກະວີ.ມ່ວນເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວແນວວ່າຫັ້ນ -----------------ບໍ່ເຫັນມີໃຜຕອບ
ບໍ່ໄດ້ຈອບ--------------------------ບໍ່ໄດ້ລີ້
ພຽງມິດຈັ່ງຊີ້-----------------------ເລີຍມິດໄປນຳຕໍ່
ມີຫຼາຍເລື່ອງເດັ່ນຂຶ້ນ--------------ເລີຍໄປເລາະເວົ້າອອກຄຳເຫັນແທ້ແລ້ວ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ແມ່ນແລ້ວກອງປະຊຸມອາເຊມເກົ້າ............................ພວມເມົາມ່ວນແຮງຮິດ
ຄຳຊົມເຊີຍແລະວິຈານ..........................................ໄຫລມາທົ່ວສາລະທິດ
ຄວາມຄິດເຫັນຄືເຈົ້າເວົ້າ.......................................ຂ້ອຍກໍ່ເຫົ່ລາດັ່ງດຽວ
ທັງທຽວຫາຮູບພາບງາມ.......................................ເພື່ອເອົາມາໂຮມທ້ອນ.ຫັ້ນຫນ່າ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ມາບັດນີ້-----------------ຊິໂພສຮູບແກມ
ເປັນຂອງແຖມ----------ໃສ່ມາໃຫ້ພ້ອມ
ມີກອນກ້ອມ--------------ກາບແດ່ໜ້ອຍໜຶ່ງ
ຈິ່ງເບິ່ງໄດ້---------------ກອນກ້ຽວກ່ອງກ່ອຍ
ງົງເລີຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ມາບັດນີ້-----------------ຊິໂພສຮູບແກມ
ເປັນຂອງແຖມ----------ໃສ່ມາໃຫ້ພ້ອມ
ມີກອນກ້ອມ--------------ກາບແດ່ໜ້ອຍໜຶ່ງ
ຈິ່ງເບິ່ງໄດ້---------------ກອນກ້ຽວກ່ອງກ່ອຍ
ງົງເລີຍ

+ ຫາຫ່າຫ້າ...............................ພາ ວ່າແນວໃດ
ໃນດວງໃຈ.................................ບໍ່ມີຄົນຊ້ອນ
ນອນດຽວແລ້ງ.............................ຄົນດຽວດາຍເປົ່າ
ນອນນັ່ງເສົ້າ................................ພາ ເວົ້າດອກໃຈ.ດອກບໍ່

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ຫາຫ່າຫ້າ...............................ພາ ວ່າແນວໃດ
ໃນດວງໃຈ.................................ບໍ່ມີຄົນຊ້ອນ
ນອນດຽວແລ້ງ.............................ຄົນດຽວດາຍເປົ່າ
ນອນນັ່ງເສົ້າ................................ພາ ເວົ້າດອກໃຈ.ດອກບໍ່

ເວົ້າຫຍັງເຈົ້າ-----------------ຂ້ອຍບໍ່ເຂົ້າໃຈ
ຟັງຟັງໄປ---------------------ແຮ່ງງົງຕື່ມຊ້ຳ
ອັນພາເຈົ້າເວົ້າ---------------ດອກໃຈ. ດອກບໍ່
ແປເທາະຫັ້ນ------------------ກັນນີ້ບໍ່ເຂົ້າເຈີເນີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ ຫາຫ່າຫ້າ...............................ພາ ວ່າແນວໃດ
ໃນດວງໃຈ.................................ບໍ່ມີຄົນຊ້ອນ
ນອນດຽວແລ້ງ.............................ຄົນດຽວດາຍເປົ່າ
ນອນນັ່ງເສົ້າ................................ພາ ເວົ້າດອກໃຈ.ດອກບໍ່

ເວົ້າຫຍັງເຈົ້າ-----------------ຂ້ອຍບໍ່ເຂົ້າໃຈ
ຟັງຟັງໄປ---------------------ແຮ່ງງົງຕື່ມຊ້ຳ
ອັນພາເຈົ້າເວົ້າ---------------ດອກໃຈ. ດອກບໍ່
ແປເທາະຫັ້ນ------------------ກັນນີ້ບໍ່ເຂົ້າເຈີເນີ

+ມັນແຈ່ມແຈ້ງ.................................ແປປ່ຽນແນວໃດ
ພາ ຈາໄຂ......................................ວ່າໄປບໍຮູ້
ດູດາເຈົ້າ.......................................ຄົນງາມແສນເກັ່ງ
ຂໍຢ່າໄດ້........................................ມາລໍ້ດອກລວງ.ສ່ຽວເອີຍ
ຫລັງຈາກມີຫມາຍຈໍ້າແລ້ວທັດໄປແມ່ນຄຳໂຕ່ງໂຕ້ຍ(ບໍ່ມີຄວາມຫມາຍຫຍັງ)...ມັກໃຊ້ໃນທ້າຍບາດກອນຫັ້ນຫນ່າ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
[
+ມັນແຈ່ມແຈ້ງ.................................ແປປ່ຽນແນວໃດ
ພາ ຈາໄຂ......................................ວ່າໄປບໍຮູ້
ດູດາເຈົ້າ.......................................ຄົນງາມແສນເກັ່ງ
ຂໍຢ່າໄດ້........................................ມາລໍ້ດອກລວງ.ສ່ຽວເອີຍ
ຫລັງຈາກມີຫມາຍຈໍ້າແລ້ວທັດໄປແມ່ນຄຳໂຕ່ງໂຕ້ຍ(ບໍ່ມີຄວາມຫມາຍຫຍັງ)...ມັກໃຊ້ໃນທ້າຍບາດກອນຫັ້ນຫນ່າ

ເວນກຳແລ້ວ------------------------ກັນຫຼອກອະເລີເທົາ
ຄິດໄປຍາວ-------------------------ບໍ່ດີເດີເຈົ້າ
ເປັນສ່ຽວແລ້ວ----------------------ຢ່າວ່າແນວອື່ນ
ກັນລະຢ້ານ-------------------------ຄຳເວົ້າເທົາຫັ້ນ

ໜ້າທີ່ 12 ຈາກທັງໝົດ 15 ໜ້າ <<<12345 ... 101112131415>>>