ກະທູ້ມາໃໝ່ | ຫມວດ | ບັນເທີງ » ສີຫອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຕາມຫຼັກການ ກາງ-ເອກ-ໂທ----------ກາງ-ເອກ-ກາງ-ກາງ ກາງ-ກາງ-ກາງ--------ເອກ-ກາງ-ກາງ-ໂທ ກາງ-ກາງ-ໂທ----------ກາງ-ກາງ-ກາງ-ເອກ ກາງ-ເອກ-ໂທ----------ກາງ-ໂທ-ເອກ-ກາງ ອະແຮມ ອະແຮມ ທ່ານໃດເຂົ້າມາທີ່ນີ້---------------ໃຫ້ອອກຄຳເຫັນເປັນກອນ ເຖິງບໍ່ຖືກຫຼັກໄວຍາກອນ----------ຢູ່ບາງບ່ອນກໍ່ຕາມທ້ອນ ຖ້າບໍ່ມ່ວນຫວານອ້ອນ------------ກໍ່ໃຫ້ຂຽນໄປກ່ອນ ແຕ່ໃຫ້ເປັນກອນກ່ອມຊ້ອນ-------ໜ້ອຍໜຶ່ງກໍ່ເອົາແທ້ເດີ ສ່ວນຫຼັກການຂ້ອຍນັ້ນ-------------------ຕາມທີ່ອາຈານບອກມາ ກາຍເອກໂທບໍ່ເປັນຫຍັງ-----------------ແຕ່ຖ້າຂາດໄປຈະບໍ່ມ່ວນແລ້ວ ທຸກບ່ອນໃຫ້ຕື່ມເອກໂທນັ້ນ--------------ຕ້ອງຕື່ມໃຫ້ໝົດກ່ອນ ມາຄິດເນື້ອໃນພ້ອມ-----------------------ຈິ່ງໄດ້ກອນມ່ວນດັ່ງຫວັງວ່າເດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າໃຫ້ລໍຈະຊັກຊ້າ-------------- ຂ້ອຍຊິແຕ່ງກ່ອນເດີອອກຄຳເຫັນ ຄິດວ່າບໍ່ຍາກລຳເຄັນ-----------ຕອບຄຳເຫັນເປັນກອນກໍ້ ໃຫ້ທຸກຄົນຢ່າທໍ້------------------ໃນນາໆທຸກອຸປະສັກ ເຖິງມັນຈະໜັກແທ້---------------ໃຫ້ຮູ້ໄວ້ວ່າຂ້ອຍແຕ່ງກອນມົ້ວດອກເດີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ່ານກອນ ຈົນຢາກນອນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ppsinh199 ຂຽນວ່າ... ອ່ານກອນ ຈົນຢາກນອນບອກແລ້ວໃດທ່ານນີ້--------------ວ່າໃຫ້ແຕ່ງເປັນກອນ ຢ່າທຳທ່າອອນຊອນ---------------ໃຫ້ແຕ່ງເປັນກອນແທ້ໃດນີ້ ຢ່າຕວະວ່າແຕ່ງບໍ່ເປັນສ່ຳນີ້-------ໃຫ້ຂຽນມົ້ວກໍ່ຄືແຕ່ງ ແຕ່ງບໍ່ເປັນກໍ່ຢ່າທ້ອນ---------------ແຕ່ໃຫ້ແຕ່ງແທ້ນະເຈົ້າເອີຍ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ຈຳເປັນຕ້ອງອິງໃສ່ຫຼັກການທ່ຽງແທ້---------------ເອົາແນ່ນອນບໍ່ໄດ້ ໃຫ້ຂຽນເປັນວັກອອກມາ------------------------------ຈົ່ງລອງເບິ່ງນຳໃຊ້ ບໍ່ຈຳເປັນແຍກໄຈ້---------------------------------------ໃຫ້ທຸກອັນຖືກໝົດດອກ ໃຫ້ມັນເກາະກ່າຍໄປເລັກນ້ອຍ-------------------------ພໍໄດ້ມ່ວນກໍ່ດີແລ້ວທ່ານເອີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເວົ້າເລື່ອງກອນນີ້ຢາກຫົວເປັນພາສາຝລັ່ງ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ... ເວົ້າເລື່ອງກອນນີ້ຢາກຫົວເປັນພາສາຝລັ່ງ!ຫົວເປັນພາສາຝຣ່ັງແບບໃດທ່ານນີ້-------------------ຫົວໃຫ້ຂ້ອຍຟັງແນ່ດູ ຍັງບໍ່ທັນເຄີຍຍິນ--------------------------------------ວ່າຫົວເປັນແນວໃດແທ້ ຫົວແລ້ວມາກວດແກ້---------------------------------ຕ່າງຈາກລາວຫົວບໍ່ ຂ້ອຍກໍ່ຢາກຮູ້ແທ້ກໍນີ້---------------------------------ມື້ໜ້າມາຫົວໃຫ້ຟັງແນ່ເດີ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂຽນໄປຄືຂຽນເລື່ອງນັ້ນ------------------ບໍ່ຕ້ອງຄິດຫຍັງຫຼາຍ ຂຽນໄປພໍໄດ້1ບາດ--------------------ດັ່ງອອກຄຳເຫັນພ້ອມ ບໍ່ຕ້ອງຍອມຈຳນົນສ່ຳນີ້--------------ມາເຕີມກອນກໍ່ ຢ່າໄດ້ຟ້າວທໍ້ແທ້---------------------ແຕ່ງກອນແກ້ໃຫ້ອ່ານແນ່ເດີ ທ່ານເອີຍ :) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແຕ່ງບໍ່ເປັນແທ້ໆ------------------- ຈັກສິແຕ່ງແນວໃດດີ ໃຫ້ມັນມ່ວນແລະຈັບໃຈ-------------------ຄົນທີ່ອ່ານກະທູ້ນີ້ ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ-------------------ສຽງຫົວຂວັນຄົງດັງສະໜັ່ນ ເລື່ອງແຕ່ງກອນ-ກະວີນັ້ນ-------------------ຂ້ອຍລະຍອມແທ້ໆ....ທ່ານເອີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ... ແຕ່ງບໍ່ເປັນແທ້ໆ ຈັກສິແຕ່ງແນວໃດດີໃຫ້ມັນມ່ວນແລະຈັບໃຈ ຄົນທີ່ອ່ານກະທູ້ນີ້ ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ ສຽງຫົວຂວັນຄົງດັງສະໜັ່ນ ເລື່ອງແຕ່ງກອນ-ກະວີນັ້ນ ຂ້ອຍລະຍອມແທ້ໆ....ທ່ານເອີຍ ໂອ ຂະໜາດເວົ້າວ່າແຕ່ງບໍ່ມ່ວນ-----------------ຍັງອ່ານໄດ້ເປັນກອນ ກໍ່ມ່ວນອອນຊອນໃດ-------------------------------ໄຄກວ່າບໍ່ແຕ່ງຊ້ຳ ແຕ່ງອີກເດີເທື່ອໜ້າ-------------------------------ຊິຕັ້ງຕາລໍອ່ານ ແຕ່ງໄປເລື້ອຍໆຫາກໄດ້-------------------------ກອນມ່ວນອອນຊອນແທ້ເດີ ສາວເອີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນ ອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ
ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ... ແຕ່ງບໍ່ເປັນແທ້ໆ------------------- ຈັກສິແຕ່ງແນວໃດດີໃຫ້ມັນມ່ວນແລະຈັບໃຈ-------------------ຄົນທີ່ອ່ານກະທູ້ນີ້ ຄັນບໍ່ມ່ວ່ນກໍ່ອາຍເຂົາຊ້ຳ-------------------ສຽງຫົວຂວັນຄົງດັງສະໜັ່ນ ເລື່ອງແຕ່ງກອນ-ກະວີນັ້ນ-------------------ຂ້ອຍລະຍອມແທ້ໆ....ທ່ານເອີຍ ອັນຄຳວ່າຫົວດັງສະໜັ່ນນັ້ນ----------------ດັງສະນັ່ນແທ້ຢູ່ບ່ອນໃດ ເຈົ້າຫາກຄິດໄປໄກ--------------------------ບໍ່ມີໃຜຫົວແຮງປານນັ້ນ ມາແຕ່ງກອນກາບສັ້ນ-----------------------ມາໃຫ້ໄດ້ອ່ານ ຢ່າຄິດໄປແນວຕ້ານ-------------------------ບໍ່ມີໃຜຫົວສະທ້ານດັ່ງວ່າດອກນ໋າ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ... ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ ໂອເຈົ້າແຕ່ງກາບກອນມ່ວນແທ້----------------ມາແຕ່ງຫຼິ້ນຍິນດີນຳ ເຮົາມາແຕ່ງເປັນກອນ--------------------------ບໍ່ຕ້ອງຄິດບັນທອນຫຍັງທັງນັ້ນ ຢ່າເວົ້າວ່າແຕ່ງບໍ່ໄດ້---------------------------ເຈົ້າແຕ່ງໄດ້ມ່ວນຫຼາຍຫຼາກ ມາແຕ່ງກອນກາບກ້ຽວ--------------------------ແຕ່ງມ່ວນແທ້ແນ່ນອນທ່ານເອີຍ :) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ສະຫວັນຢູ່ໃນອົກ ນະລົກຢູ່ໃນໃຈ ພໍເຈົ້າຖອດເສື້ອໃນ ໂອ...!ສະຫວັນໃຫຍ່ອີ່ຫຼີ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ... ຄືວ່າມາຄັກແທ້ ໃຫ້ປະກອບສ່ວນເປັນຄຳກອນອ່ານແລ້ວມັນບັນທອນ ເພາະຂຽນກອນບໍ່ເກາະກ້ຽວ ແຕ່ກໍ່ພໍແຕ່ງໄດ້ ແມ່ພະຫຍາມາຂານຕອບ ເພາະວ່າຢາກມາກ້ຽວ ພະຫຍາເຈົ້າແມ່ນາງ ເຈົ້າເອີຍ ໂອເຈົ້າແຕ່ງກາບກອນມ່ວນແທ້----------------ມາແຕ່ງຫຼິ້ນຍິນດີນຳ ເຮົາມາແຕ່ງເປັນກອນ--------------------------ບໍ່ຕ້ອງຄິດບັນທອນຫຍັງທັງນັ້ນ ຢ່າເວົ້າວ່າແຕ່ງບໍ່ໄດ້---------------------------ເຈົ້າແຕ່ງໄດ້ມ່ວນຫຼາຍຫຼາກ ມາແຕ່ງກອນກາບກ້ຽວ--------------------------ແຕ່ງມ່ວນແທ້ແນ່ນອນທ່ານເອີຍ :) ມາຊ່າງວາຈາເວົ້າ ເຊີນຊວນໃຫ້ໃຈມ່ວນ ແຕ່ລະຄຳມ່ວນແມ້ງ ຂານຂໍ້ຕໍ່ພະຫຍາ ຫາຍາກຫລາຍເດີຫລ້າ ຄົນຮຸ່ນໃຫມ່ໃຈຮັກກອນ ຈົ່ງຢ່າຄອນແຄນຢຸດ ໃຫ້ພ່ຳພຽນຂຽນເລື້ອຍ ບໍ່ນອນນອນພາຍພາກຫນ້າ ຈະກາຍເປັນນັກຂຽນກາບ ເຂົາຈະພາກັນປາບປື້ມ ຍ້ອນອ່ານກອນກາບເຈົ້າ ຊືມແຈ້ງແຫ່ງມະໂນ ແທ້ໄດ໋
ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ກອນຂຽນບໍ່ໄດ້................ແລະບໍ່ເຂົ້າໃຈຂຽນກາບ ນຶກພາບແຮງບໍ່ອອກ.........ຊິຂຽນແນວໃດໄດ້ ແນວເພີ່ນອອກເປັນຂໍ້........ກຳນົດກົດໃສ່ ວ່າໃຜເຂົ້າມາເມັ້ນ............ໃຫ້ເປັນກາບກອນໝົດ ຊັ້ນເດ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄິດສ້າງສັນດີຫລາຍເຈົ້າ..........ທີ່ໝາຍມຸ່ງສົ່ງເສີມກອນ ວອນທຸກຄົນມາລຽງລອນ.........ວາດວະຈີເປັນກອນກ້ອມ ແຕ່ຂໍຍອມກ່ອນແລ້ວ..............ເລື່ອງກອນນີ້ແຕ່ງບໍ່ເປັນ ຕາມັນເຫັນບໍ່........................ເລີຍສັ່ງໃຫ້ມືຄລິກ ຄລິກເຂົ້າມາຈົນໄດ້.................ໃນເມື່ອມາເຫັນແລ້ວ ຊິແລດາຍກໍ່ບໍ່ຄ່ອງ..................ເລີຍລອງຫັດແຕ່ງແຕ້ມ ຖະແຫລງຂໍ້ກ່າວຄຳເຫັນ..........ເປັນສັນໃດຢ່າຫົວລໍ້ ເດີທ່ານ ເພາະລັກການຂ້ອຍບໍ່..............ອົດສາສູ້ໄດ້ສ່ຳນີ້ສຸດເທົ່ານີ້ແທ້ດີຫລີ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ... ສະຫວັນຢູ່ໃນອົກ ນະລົກຢູ່ໃນໃຈ ພໍເຈົ້າຖອດເສື້ອໃນ ໂອ...!ສະຫວັນໃຫຍ່ອີ່ຫຼີ! ອັນນີ້ກໍ່ມ່ວນແມ້ງ-----------------ແຕ່ເຂົາເອີ້ນສຸພາສິດ ຫຼືວ່າເຮົາຈະຄິດ-----------------ເປັນແບບຄຳຄົມກໍ່ໄດ້ ອັນສະຫວັນທີ່ວ່າໄວ້------------ແນ່ນອນມັນຕ້ອງໃຫຍ່ ເພາະວ່າໄກທົ່ວແຜ່ນຟ້າ-------------ສະຫວັນໜ້າຊິບໍ່ໃຫຍ່ໄດ້ຈັ່ງໃດເດນໍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ... ມາຊ່າງວາຈາເວົ້າ ເຊີນຊວນໃຫ້ໃຈມ່ວນ ແຕ່ລະຄຳມ່ວນແມ້ງ ຂານຂໍ້ຕໍ່ພະຫຍາ ຫາຍາກຫລາຍເດີຫລ້າ ຄົນຮຸ່ນໃຫມ່ໃຈຮັກກອນ ຈົ່ງຢ່າຄອນແຄນຢຸດ ໃຫ້ພ່ຳພຽນຂຽນເລື້ອຍ ບໍ່ນອນນອນພາຍພາກຫນ້າ ຈະກາຍເປັນນັກຂຽນກາບ ເຂົາຈະພາກັນປາບປື້ມ ຍ້ອນອ່ານກອນກາບເຈົ້າ ຊືມແຈ້ງແຫ່ງມະໂນ ແທ້ໄດ໋ ວ໋າວ ເຈົ້ານີ້ຊ່າງແຕ່ງກອນກາບມ່ວນ--------------------ຊວນໃຫ້ອອນຊອນຫຼາຍ ຂຽນກອນໄດ້ຈັບໃຈ---------------------------------------ທ່ານຜູ້ອ່ານແທ້ເດີນີ້ ທ່ານຂຽນກອນຈັ່ງຊີ້---------------------------------------ໃຈມ່ວນອອນຊອນຕໍ່ ກາບກອນກໍ່ຂອງເຈົ້າ--------------------------------------ມ່ວນແມ້ງແຫ່ງມະໂນ ຄຳວ່າມະໂນນັ້ນ---------------------ໝາຍເຖິງຈິດໃຈແມ່ນບໍ? ມ່ວນແມ້ງແຫ່ງມະໄນໃນ------------ໝາຍເຖິງມ່ວນໃນໃຈແມ່ນບໍເຈົ້າ ຂ້ອຍຍັງບໍ່ເຂົ້າໃຈແທ້---------------ເລີຍຖາມໄຖ່ຕໍ່ ຫາກກາຍມາເຫັນກອນນີ້------------ແປໃຫ້ແນ່ເດີ ຂອບໃຈ :) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ... ກອນຂຽນບໍ່ໄດ້................ແລະບໍ່ເຂົ້າໃຈຂຽນກາບນຶກພາບແຮງບໍ່ອອກ.........ຊິຂຽນແນວໃດໄດ້ ແນວເພີ່ນອອກເປັນຂໍ້........ກຳນົດກົດໃສ່ ວ່າໃຜເຂົ້າມາເມັ້ນ............ໃຫ້ເປັນກາບກອນໝົດ ຊັ້ນເດ! ເຈົ້າກໍ່ຂຽນກອນໄດ້------------------ມ່ວນກ່ອມແລ້ວເດ ຖ້າເຈົ້າຂຽນໄປໄກ-------------------ຍິ່ງມ່ວນໄປອີກພ້ອມ ຊິໃຫ້ເປັນກອນກ້ອມ-----------------ຢ່າລັງເລໃຈຢູ່ ຂຽນໄປກ່ອນໂລດແລ້ວ-------------ມາກວດແກ້ຫາກຊິມ່ວນດອກນ໋າ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ... ຄິດສ້າງສັນດີຫລາຍເຈົ້າ..........ທີ່ໝາຍມຸ່ງສົ່ງເສີມກອນວອນທຸກຄົນມາລຽງລອນ.........ວາດວະຈີເປັນກອນກ້ອມ ແຕ່ຂໍຍອມກ່ອນແລ້ວ..............ເລື່ອງກອນນີ້ແຕ່ງບໍ່ເປັນ ຕາມັນເຫັນບໍ່........................ເລີຍສັ່ງໃຫ້ມືຄລິກ ຄລິກເຂົ້າມາຈົນໄດ້.................ໃນເມື່ອມາເຫັນແລ້ວ ຊິແລດາຍກໍ່ບໍ່ຄ່ອງ..................ເລີຍລອງຫັດແຕ່ງແຕ້ມ ຖະແຫລງຂໍ້ກ່າວຄຳເຫັນ..........ເປັນສັນໃດຢ່າຫົວລໍ້ ເດີທ່ານ ເພາະລັກການຂ້ອຍບໍ່..............ອົດສາສູ້ໄດ້ສ່ຳນີ້ສຸດເທົ່ານີ້ແທ້ດີຫລີ ເຈົ້າກໍ່ແຕ່ງມ່ວນແລ້ວ---------------ຢ່າປະມາດຕົວເອງ ຈົ່ງໄດ້ແຕ່ງບັນເລງ-----------------ແບບຮ້ອງເພງໄປກໍ່ໄດ້ ບໍ່ຕ້ອງອາຍໃຜທັງນັ້ນ--------------ໄດ້ຫົວໄປໃຈກໍ່ມ່ວນ ຊວນກັນແຕ່ງກອນກ້ອມ------------ໃຈພ້ອມມ່ວນມະໂນ ແທ້ເດ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດ ຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ... ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!! ສະບາຍດີທ່ານເຈົ້າ----------------ມາເວົ້າແຕ່ງເປັນກອນ ໃຫ້ມັນມ່ວນອອນຊອນ--------------ດັ່ງກອນເຈົ້າວ່າໄວ້ ແຕ່ຂ້ອຍບໍ່ເຂົ້າໃຈຊ້ຳ---------------ຄຳວ່າກອນຫຍາບ ຄືຊິກັດກິນບໍ່ໄດ້---------------------ເພາະວ່າຫຍາບແທ້ແນວໃດ ເດນໍ ອິອິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຫຼົງເຂົ້າມາຊື່ໆ……………..ບໍ່ໄດ້ມາແຕ່ງກ່ອນ ກຳລັງວ່າຈະໄປນອນ……….ເລີຍມາອ່ານກອນເຈົ້າ ແຕ່ລະທ່ານກະຄອ່ຍເວົ້າ……..ມ່ວນຫຼາຍເປັນຕາອ່ານ ໄວ້ມື້ໜ້າຄັນບໍ່ຄ້ານ………ລະສິມາຕ້ານກ່າວຜະຫຍາ….ເດີສາວພາຄົນງາມເອີຍ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ງົງອີຫລີ........ແຕ່ງບໍ່ເປັນໆ ງົງອີຫລີ........ແຕ່ງບໍ່ເປັນໆ ງົງອີຫລີ........ແຕ່ງບໍ່ເປັນໆ ງົງອີຫລີ........ແຕ່ງບໍ່ເປັນໆ...............ແບບນີ້ກະໄດ້ບໍ ???
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Lbadboy ຂຽນວ່າ... ຈັກສິແຕ່ງຈັງໃດ------------ບໍ່ເຂົ້າໃຈຫຍັງໝົດຢາກແຕ່ງກອນສົດໆ---------ເປັນນຳໝູ່ຈັກບາດ ຢາກແຕ່ງກອນຫຍາບໆ------ໄປໃສ່ຜູ້ສາວ ໃຫ້ເປັນເລື້ອງເປັນລາວ--------------ໃຫ້ຜູ້ສາວດ່າໃສ່....ເດ ໂອລະນໍ!!!!!! ສະບາຍດີທ່ານເຈົ້າ----------------ມາເວົ້າແຕ່ງເປັນກອນ ໃຫ້ມັນມ່ວນອອນຊອນ--------------ດັ່ງກອນເຈົ້າວ່າໄວ້ ແຕ່ຂ້ອຍບໍ່ເຂົ້າໃຈຊ້ຳ---------------ຄຳວ່າກອນຫຍາບ ຄືຊິກັດກິນບໍ່ໄດ້---------------------ເພາະວ່າຫຍາບແທ້ແນວໃດ ເດນໍ ອິອິ ສະບາຍດີນາງເຈົ້າ--------------ສິມາເວົ້າໃຫ້ຟັງ ອັນວ່າກອນຫຍາບນັ້ນ-----------ກໍ່ບໍ່ຮູ້ຄືກັນ ຄຳວ່າກອນຫຍາບນັ້ນ-----------ມີມາດົນແລ້ວ ຫາກນັກປາດຜູ້ໃດຮູ້---------------------ລອງມາເວົ້າໃຫ້ັຟັງແດ່ດຸ ທ່ານເອີຍ!!!!! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຢ່າຟ້າວຍ້ອງເທື່ອທ້ອນ..........ວ່າຂ້ອຍແຕ່ງກອນມ່ວນ ອວນເອີຍ ກວ່າຈະເອີ່ຍເປັນກອນ...........ແສນຍາກເຢັນຈິງແທ້ ສຸດແຕ່ໃຈຢາກຂຽນ..............ລຽນອັກສອນໃຫ້ມັນຄ່ອງ ເປັນທຳນອງກະວີກ່າວ..........ແຕ່ແວວວາວມັນບໍ່ໃຫ້ ເລີຍໄດ້ແຕ່ອ່ານເຂົາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|